ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

English in a Minute, ບົດ​ທີ 35 "Bad taste in my mouth" ແປ​ວ່າ “​ມີສະ​ພາບ ຫລື​ ເຫດ​ການທີ່ບໍ່​ດີເກີດ​ຂຶ້ນ​ກັບ​ຂ້ອຍ”


English in a Minute: A Bad Taste in My Mouth
please wait

No media source currently available

0:00 0:01:02 0:00
ລິງໂດຍກົງ

ເບິ່ງວີ​ດິ​ໂອລາຍ​ການ English in a Minute: A Bad Taste in My Mouth ແປ​ວ່າ “​ມີສະ​ພາບ ຫລື​ ເຫດ​ການທີ່ບໍ່​ດີເກີດ​ຂຶ້ນ​ກັບ​ຂ້ອຍ”

Welcome to English in a minute, where we teach you all about idioms in American English.

ຍິນ​ດີ​ຕ້ອນ​ຮັບ​ສູ່​ພາ​ສາ​ອັງ​ກິດ​ໃນ​ນາ​ທີ​, ບ່ອນ​ທີ່​ພວກ​ເຮົາ​ສອນ​ທ່ານ​ກ່ຽວ​ກັບສໍາ​ນວນໃນ​ພາ​ສາ​ອັງ​ກິດ​ແບບອາ​ເມຣິ​ກັນ​ທັງ​ນັ້ນ​.

There are times when something occurs and you might say this left a bad taste in my mouth.

ບາງຄັ້ງເມື່ອມີ​ບາງສິ່ງບາງຢ່າງ​ຜິດ​ປົກ​ກະ​ຕິເກີດຂຶ້ນ ແລະທ່ານອາດຈະເວົ້າວ່າ ເປັນ​ພາ​ສາ​ອັງ​ກິດ​ວ່າ ‘this left a bad taste in my mouth’.

What does this phrase mean?

ແຕ່ປະໂຫຍກທີ່​ວ່າ “this left a bad taste in my mouth?” ນີ້ມີຫມາຍ ຄວາມວ່າແນວໃດຫລະ? ລອງ​ມາ​ຟັງ​ບົດ​ສົນ​ທະ​ນາ​ຕໍ່​ໄປ​ນີ້​ກ່ອນ​ເນາະ ບາງ​ທີ​ເຮົາ​ອາດ​ຈະ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ມັນ​ກໍ​ເປັນ​ໄດ້.

Hey how was your vacation?

ເຮີ້ຍ! ການ​ໄປ​ພັກ​ຜ່ອນ​ຂອງເຈົ້າເປັນຈັ່ງໃດຫລະ?

It was great but we had all of the money stolen from our hotel room.

ກໍ​ຄັກ​ຢູ່ ແຕ່ວ່າ​ພວກ​ເຮົາ​ຖືກ​ລັກເງິນທີ່​ເອົາ​ໄວ້​ໃນຫ້ອງ​ນອນ​ຢູ່ໂຮງ​ແຮມ​ຂອງ​ພວກ​ເຮົານັ້ນໄປ​ຈົນ​ໝົດເລີຍ​.

Oh I'm sorry to hear that.

ໂອ້ ຂ້ອຍເສຍໃຈນຳ​ເດີ້.

I know the whole thing left a really bad taste in my mouth.

ກະແມ່ນ​ຫັ້ນ​ແຫລ້ວ ເລື້ອງທັງຫມົດຫັ້ນໄດ້ທຳ​ລາຍບັນ​ຍາ​ກາດ​ມ່ວນ​ຊື່ນ​ໄປ​ໝົດ​ເລີຍ.

If something leaves you with a bad taste in your mouth, you feel there is something wrong about the situation.
​ເວ​ລາ​ເຮົາ​ໃຊ້​ສຳ​ນວນ​ພາ​ສາ​ອັງ​ກິດ​ແບບ​ອາ​ເມ​ຣິ​ກັນ​ວ່າ something leaves you with a bad taste in your mouth ຊຶ່ງ​ແປ​ວ່າມີສິ່ງໃດ​ສິ່ງ​ນຶ່ງທີ່​ລົດ​ຊາດບໍ່​ດີ​ຕົກ​ຄ້າງ​ຢູ່​ໃນ​ປາກ​ເຮົາ ຖ້າ​ເວົ້າ​ແນວນນັ້ນແມ່ນໝາຍ​ຄວາມ​ວ່າ ໄດ້​ມີສະ​ພາບ ຫລື​ ເຫດ​ການທີ່ບໍ່​ດີເກີດ​ຂຶ້ນ​ກັບທ່ານ.

It gives you an unpleasant feeling or memory.

ສະ​ພາບ​ການ​ດັ່ງ​ກ່າວ ຈະ​ພາ​ໃຫ້ທ່ານມີຄວາມຮູ້ສຶກທີ່ບໍ່ມ່ວນ​ຊື່ນເບີກ​ບານ ຫລື ມີຄວາມຊົງຈໍາທີ່ບໍ່​ດີ.

Of course, you also can eat something that literally leaves a bad taste in your mouth.

ແນ່ນອນ ຄຳ​ເວົ້າ​ແນວນີ້ ເຮົາອາດຈະໃຊ້​ຕາມ​ຕົວ​ຈິງ​ແທ້ໆໄດ້ ເມື່ອ​ເຮົາກິນບາງ ສິ່ງບາງຢ່າງລົງ​ໄປ​ແລ້ວ ລົດຊາດທີ່ບໍ່ດີ ບໍ່​ມັກ​ນັ້ນ ກໍ​ອາດ​ຈະ​ຍັງ​ຕິດຢູ່ໃນປາກຂອງເຮົາ​ກໍ​ເປັນ​ໄດ້.

Either way, if something leaves a bad taste in your mouth, it isn't good. ຈະ​ເປັນກໍລະນີໃດກໍ່ຕາມ, ຖ້າບາງສິ່ງບາງຢ່າງເຮັດໃຫ້ລົດຊາດ ທີ່ບໍ່ດີຕິດຢູ່ໃນປາກຂອງທ່ານ ມັນກໍບໍ່ດີທັງ​ນັ້ນ.

ຄຳ​ວ່າ leave, l-e-a-v-e ເປັນ​ຄຳ​ກິ​ລິ​ຍາ ແປ​ວ່າ​ປະ​ໄວ້ ຫລື​ປ່ອຍ​ໄວ້ ປະ​ໄປ ຫລື​ໜີ​ໄປ

ຄຳ​ວ່າ taste, t-a-s-t-e ແປ​ວ່າ ລົດ​ຊາດ ເຊັ່ນ​ລົດ​ສົ້ມ, ລົດ​ຫວານ ແລະ​ອື່ນໆ. ສ່ວນ​ຄຳ​ວ່າ mouth ແປ​ວ່າປາກ ທີ່​ໃຊ້​ສຳ​ລັບ​ປາກ​ເວົ້າ ແລະ​ກິນ​ອາ​ຫານ.

and that's English in a minute.

XS
SM
MD
LG