ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

English in a Minute, ບົດ​ທີ 34 "if the shoe fits, wear it" ແປ​ວ່າ  “ຖ້າ​ມັນ​ແມ່ນ​ຄື​ຄວາມ​ເຂົາ​ເວົ້າ​ແທ້ ກໍ​ຮັບ​ເອົາ​ສາ”


English in a Minute: If The Shoe Fits
please wait

No media source currently available

0:00 0:01:00 0:00
ລິງໂດຍກົງ

English in a Minute: If someone says to you, if the shoe fits wear it ແປ​ວ່າ ຄັນ​ວ່າເກີບ ມັນໃສ່ພໍ​ດີຕີນ​ຫັ້ນ​ເກາະ ໃຫ້​ໃສ່​ມັນ​ໂລດ ຊຶ່ງ​ມີ​ຄວາມ​ໝາຍ​ວ່າ “ຖ້າ​ມັນ​ແມ່ນ​ຄື​ຄວາມ​ເຂົາ​ເວົ້າ​ແທ້ ກໍ​ຮັບ​ເອົາ​ສາ”

Welcome to English in a minute, where we teach you all about idioms in American English.

ຍິນ​ດີ​ຕ້ອນ​ຮັບ​ສູ່​ພາ​ສາ​ອັງ​ກິດ​ໃນ​ນາ​ທີ​, ບ່ອນ​ທີ່​ພວກ​ເຮົາ​ສອນ​ທ່ານ​ກ່ຽວ​ກັບສໍ​ານວນໃນ​ພາ​ສາ​ອັງ​ກິດ​ແບບອາ​ເມຣິ​ກັນ​ທັງ​ນັ້ນ​.

Sometimes being truthful is hard, especially when you have to tell a person something unpleasant. There is a phrase in American English that is used for this purpose.

ບາງ​ຄັ້ງ​ການ​ເວົ້າ​ຕາມເປັນ​ຄວາມ​ຈິງ​ກໍແມ່ນ​ຍາກຫລາຍ​, ໂດຍ​ສະ​ເພາະ​ແມ່ນ​ໃນ​ເວ​ລາ​ທີ່​ທ່ານ​ຢາກບອກ​ໃຫ້​ຜູ້​ໃດ​ຜູ້​ນຶ່ງ ເຖິງ​ເລື້ອງ​ທີ່ບໍ່​ເປັນ​ຕາ​ຢາກ​ຟັງ​ກ່ຽວ​ກັບຄົນ​ຜູ້ນັ້ນ​. ມີ​ປະ​ໂຫຍກ​ໃນ​ພາ​ສາ​ອັງ​ກິດ​ແບບອາ​ເມຣິກັນ ​ທີ່​ສາ​ມາດ​ໃຊ້​ສໍາ​ລັບ​ຈຸດ​ປະ​ສົງ​ດັ່ງ​ກ່າວນີ້​ໄດ້. ພວກ​ເຮົາ​ມາ​ພາ​ກັນ​ໄປ​ຟັງ​ບົດ​ສົນ​ທະ​ນາ​ຂອງ​ສອງ​ຄົນ​ນີ້​ເບິ່ງ​ເນາະ​ທ່ານ.

"I just can't believe, she said that I looked sloppy and bad and that my clothes don't fit well. She said that I look like I live in a garbage can."
ບໍ່ໜ້າເຊື່ອເລີຍ, ລາວ​ເວົ້າ​ວ່າ​ໃຫ້ຂ້ອຍ​ວ່າ ຂ້ອຍບໍ່​ເປັນ​ຕາ​ເບິ່ງ ແລະ​ຂີ້​ຮ້​າຍ​ຫລາຍ ແລະ​ວ່າ​ເຄື່ອງ​ນຸ່ງຂອງ​ຂ້ອ​ຍ​ກະ​ບໍ່​ພໍ​ດີ​ໂຕ. ລາວ​ເວົ້າໃຫ້ຂ້ອຍວ່າ ເບິ່ງແລ້ວຂ້ອຍຄື​ວ່າ​ຢູ່ໃນຖັງຂີ້ເຫຍື້ອໜິ​ແຫລະ.

Well, the shoe fits. Wear it. If someone says to you, "if the shoe fits wear it."
ເອີ, "ຄັນ​ວ່າເກີບມັນໃສ່ພໍ​ດີຕີນ​ຫັ້ນ​ເກາະ ໃຫ້​ໃສ່​ມັນ​ໂລດ."

They're saying that if something applies to you. Then you should accept it.
ຖ້າໃຜຜູ້ນຶ່ງເວົ້າໃຫ້ເຈົ້າວ່າ “ຖ້າເກີບມັນໃສ່ພໍ​ດີຕີນ ​ໃຫ້​ໃສ່​ມັນ​ໂລດ.” ການເວົ້າແນວນັ້ນ ມັນ​ໝາຍ​ຄວາມວ່າ "ຖ້າມັນ​ເປັນ​ຈັ່ງ​ຊັ້ນ​ແທ້ ກໍ​ໃຫ້​ຮັບ​ເອົາສາ ຫລື ຄວນຍອມຮັບມັນຊະ."

It can be unkind to say so you should use this phrase only with people you know very well.
ການເວົ້າແນວນັ້ນ ມັນອາດຈະເປັນການເວົ້າທີ່ບໍ່ສຸພາບ ເພາະສະນັ້ນ ເຈົ້າຈຶ່ງຄວນໃຊ້​ຄຳ​ເວົ້ານີ້ ແຕ່ກັບຄົນທີ່ທ່ານຮູ້ຈັກຮັກ​ແກ່ນ ຫລື​ລຶ້ງ​ເຄີຍ​ກັນ​ດີເທົ່ານັ້ນ.

ທ່ານ​ນັກ​ຮຽນ ນັກ​ສຶກ​ສາ​ທັງ​ຫລາຍ ສົມ​ມຸດ​ວ່າ ທ່ານ​ຢາກບອກ​ເພື່ອນ​ທີ່​ທ່ານ​ຮັກ​ແພງ “ຖ້າ​ມັນ​ແມ່ນ​ຄື​ຄວາມ​ເຂົາ​ເວົ້າ​ແທ້ ກໍ​ຮັບ​ເອົາ​ສະ​ເດ້” ທ່ານ​ຈະ​ວ່າ​ແນວ​ໃດ ຖ້າ​ທ່ານ​ຢາກ​ເວົ້າໃນສຳ​ນວນ​ພາ​ສາ​ອັງ​ກິດ​ແບບ​ອາ​ເມ​ຣິ​ກັນ ແທນ​ທີ່​ຈະ​ໃຊ້ຄຳ​ເວົ້າ​ທຳ​ມະ​ດາ. ສຳ​ນວນນັ້ນ ກໍ​ຄື “if the shoe fits wear it.” ລອງ​ເວົ້າ​ອີກ​ເທື່ອ​ນຶ່ງ​ເບິ່ງ​ທ່ານ “if the shoe fits wear it.”

and that's English in a minute.​

XS
SM
MD
LG