ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

English in a Minute, ບົດ​ທີ 33: Get Out of Here ຈະ​ແປ​ວ່າ ອອກ​ໄປ​ຈາ​ກໜີ້ ດຽວນີ້ ຫລື​ຈະ​ແປວ່າ ອີ່​ຫລີ​ຫວະ ບໍ່​ໜ້າ​ເຊື່ອ​​ເລີຍ ກໍ​​ໄດ້


English in a Minute: Get Out Of Here
please wait

No media source currently available

0:00 0:01:00 0:00

English in a Minute: Get Out Of Here ແປ​ໄດ້ ສອງ​ແບບຂຶ້ນ​ກັບ​ສະ​ພາບ​ການ ແລະ​ນ້ຳ​ສຽງ​ທີ່​ເຮົາ​ເວົ້າ. ຈະ​ແປ​ວ່າ ອອກ​ໄປ​ຈາກ​ໜີ້ ດຽວນີ້ ຫລື​ຈະ​ແປ​ວ່າ ແທ້​ຫວະ ບໍ່​ໜ້າ​ເຊື່ອ​ເລີຍ ກໍ​ໄດ້

Welcome to English in a minute, where we teach you all about idioms in American English.

ທ່ານ​ຜູ້​ຟັງທັງ​ຫລາຍມາພົບ​ກັນ​ອີກ​ຕາມ​ເຄີຍ​ໃນ​ແລງວັນ​ສຸກ ໃນ​ລາຍ​ການ​ບົດ​ຮຽນ​ພາ​ສາ​ອັງ​ກິດໃນ​ນຶ່ງ​ນາ​ທີ​ຂອງ​ພວກ​ເຮົາ.

Usually when people say get out of here, it's because they want you to leave.

ຕາມປົກກະຕິແລ້ວ ເມື່ອຄົນເວົ້າວ່າ “get out of here” ມັນແມ່ນຍ້ອນວ່າ ພວກເຂົາຕ້ອງການໃຫ້ເຈົ້າໜີ​ອອກໄປ.

But in American English, when you say it in a certain way, it can mean something completely different.

ແຕ່ໃນພາສາອັງກິດແບບອາເມຣິກັນ, ເມື່ອທ່ານເວົ້າປະ​ໂຫຍກດຽວ​ກັນນີ້​ໃນສະ​ພາບ​ການ ຫລື ​ທ່າ​ທາງແບບ​ໃດແບບ​ນຶ່ງ ຫລື​ວິ​ທີ​ຕ່າງ​ກັນ ມັນອາດ​ຈະມີ​ຄວາມ​ໝາຍ​ຄົນ​ລະ​ຢ່າງ​ເລີຍ. ລອງ​ຟັງ​ການ​ສົນ​ທະ​ນາ​ກັນ​ຂອງ​ສອງ​ຄົນ​ນີ້​ເບິ່ງ​ເນາະ​ທ່ານ.

I just moved to Washington D.C. to start a new job.

ຂ້ອຍຫາກໍ່ຍ້າຍມາ​ຢູ່ວໍ​ຊິງ​ຕັນດີ​ຊີໜີ້ ເພື່ອມາ​ເລີ້ມເຮັດວຽກໃໝ່.

Oh, where are you from originally?

ໂອ້, ດັ້ງ​ເດີມແທ້ ​ແມ່ນເຈົ້າມາ​ແຕ່ໃສ?

Dallas Texas.

ຂ້ອຍມາຈາກດາ​ລັ​ສ ເທັກ​ຊັ​ສ (Dallas Texas).

“Get out of here.” I'm from Dallas Texas too.

ຕາຍ​ອີ່​ຫລີ​ຫວາ, ຂ້ອຍມາຈາກ Dallas Texas ຄື​ກັນໄດ໋.

The phrase “get out of here” is a way to say something is very surprising, interesting or totally unexpected.

ສໍ​າ​ນວນ “Get out of here.” ແມ່ນວິທີນຶ່ງທີ່ຢາກບ​ອດວ່າບາງສິ່ງບາງຢ່າງເຮັດ​ໃຫ້ຕົນຮູ້​ສຶກປະຫລາດໃຈຫຼາຍ, ຫນ້າສົນໃຈຫລາຍ ຫຼື ບໍ່​ນຶກບໍ່​ຝັນ​ກໍ​ວ່າ​ໄດ້.

If you say it in an angry tone, it's telling someone to go away. Get out of here.

ແຕ່ມັນ​ກໍ​ແລ້ວ​ແຕ່​ວ່າເຮົາ​ຈະ​ເວົ້າ​ດ້ວຍ​ນ້ຳ​ສຽງ​ແບບ​ໃດ. ຖ້າເຈົ້າເວົ້າດ້ວຍນໍ້າສຽງທີ່ໃຈຮ້າຍ, ມັນ​ກໍ​ຈະເປັນການບອກວ່າ “ອອກໄປ​ຈາກ​ໜີ້ ດຽວນີ້.”

Get out of here. But if you say it in an excited tone with a happy face, it's a friendly way of saying you can't believe what you're hearing.

ແຕ່​ຖ້າ​ທ່ານ​ເວົ້າ Get out of here ໂດຍ​ໃຊ້​ສຽງ ຫລື​ສຳ​ນຽງ​ແບບ​ຕື່ນ​ເຕັ້ນ ດ້ວຍໜ້າຕາ​ຍິ້ມ​ແຍ້ມ​ແຈ່ມ​ໃສ ໃຊ້​ທ່າ​ທາງ​ແບບ​ເປັນ​ກັນ​ເອງ ມັນ​ກໍ​ສະ​ແດງໃຫ້​ເຫັນ​ວ່າ ເຈົ້າໄດ້ຍິນມີ​ຄວາມ​ຕື່ນ​ເຕັ້ນ ແລະ​ບໍ່ຢາກ​ເຊື່ອ​ໃນສິ່ງ​ທີ່​ເຈົ້າ​ໄດ້​ຍິນຫັ້ນ.

ຄຳ​ວ່າ get out ແປ​ວ່າ​ອອກ​ໄປ ແລະ​ຄຳ​ວ່າ get out of here ແປ​ວ່າ​ອອກ​ໄປ​ຈາກ​ບ່ອນ​ໜີ້.

ບັດ​ນີ້​ພວກ​ເຮົາ​ມາ​ພວກ​ເຮົາ​ມາ​ຝຶກ​ເວົ້າ​ຕາມ​ຫລັງ​ບົດ​ສົນ​ທະ​ນາ​ທີ່​ກ່າວ​ມາ​ຂ້າງ​ເທິງນັ້ນ​ອີກ​ເນາະ​ທ່ານ.

ຄຳ​ວ່າ tone, t-o-n-e =tone ແປ​ວ່າ ສຽງ ຫລື​ ນ້ຳສຽງ ຫລື ​ທ່າ​ທີ​ຂອງ​ການ​ເວົ້າ​ກໍ​ວ່າ​ໄດ້.

ຄຳ​ວ່າ angry, a-n-g-r-y =angry ແປ​ວ່າ​ໃຈ​ຮ້າຍ

ຄຳ​ວ່າ originally ເປັນ​ຄຳ​ກິລິ​ຍາ​ວິ​ເສດ ຫລື adverb ມາ​ຈາກ​ຄຳ​ວ່າ origin ແປ​ວ່າ ທີ່​ມາດັ້ງ​ເດີມ ຫລື ຕົ້ນ​ກຳ​ເນີດ ເຊັ່ນ​ວ່າ Where are you originally from?

And that's English in a minute.

XS
SM
MD
LG