ເລີິ້ມແຕ່ອາທິດແລ້ວນີ້ມາ ຣັດເຊຍໄດ້ສົ່ງກຳລັງທະຫານບຸກເຂົ້າໄປໃນປະເທດຢູເຄຣນ. ພົນລະເຮືອນຢູເຄຣນຫຼາຍກວ່າ 350 ຄົນໄດ້ເສຍຊີວິດ ອີກພັນກວ່າຄົນໄດ້ຮັບບາດເຈັບ ແລະຫຼາຍກວ່າຫ້າແສນຄົນໄດ້ຫລົບໜີອອກຈາກປະເທດ ໂດຍ ສະເພາະຂ້າມຊາຍແດນ ເຂົ້າໄປປະເທດໂປແລນ ຊຶ່ງເປັນເພື່ອນບ້ານ. ໃນນັ້ນ ອາດມີຄົນຢູເຄຣນ ເຊື້ອສາຍລາວປະປົນໄປນຳ ຊຶ່ງທ່ານບຸນຕິທຳ ຊາວໂປແລນເຊື້ອສາຍລາວຄົນນຶ່ງໄດ້ກ່າວ ຕໍ່ວີໂອເອ ຟັງດັ່ງນີ້:
ທ່ານອະນຸລິດ ຈາຢາ ນັກທຸລະກິດຊາວໂປແລນ ເຊື້ອສາຍລາວອີກຄົນນຶ່ງ ຢູ່ທີ່ເມືອງກ່ຽນແຊໄດ້ກ່າວເຖິງການກະກຽມ ຂອງຜູ້ຄົນໂດຍທົ່ວໄປ ໃນປະເທດໂປແລນ ສູ່ຟັງດັ່ງນີ້:
ການຮຸກຮານຂອງຣັດເຊຍຕໍ່ຢູເຄຣນ ໄດ້ຮັບການຕອບໂຕ້ຈາກບັນດາປະເທດ ໃນຢູໂຣບ ຕະຫລອດທັງການເດີນຂະບວນຕໍ່ຕ້ານ ຮວມທັງຂອງປະຊາຊົນຣັດເຊຍ ແລະເອເຊຍ ທີ່ພາກັນປະທ້ວງຕໍ່ການຮຸກຮານຂອງຣັດເຊຍ.