My two cents
Welcome to English in a minute, where we teach you all about idioms in American English.
ທ່ານຜູ້ຟັງທັງຫລາຍມາພົບກັນອີກຕາມເຄີຍໃນແລງວັນສຸກ ໃນລາຍການບົດຮຽນພາສາອັງກິດໃນນຶ່ງນາທີຂອງພວກເຮົາ.
if you have ever heard American English before, you have probably heard this phrase
ຖ້າທ່ານເຄີຍໄດ້ຍິນພາສາອັງກິດແບບອາເມຣິກັນມາກ່ອນ, ທ່ານອາດຈະເຄີຍ ໄດ້ຍິນສຳນວນນີ້: that's just my two cents.
Does that make you wonder what pennies have to do with giving someone advice?
ມັນເຮັດໃຫ້ທ່ານມີຄວາມສົງໄສແນວໃດແດ່ບໍວ່າ ເງິນຫລຽນເຊັນ ຫລື pennies ມີສ່ວນກ່ຽວຂ້ອງກັບການໃຫ້ຄໍາແນະນໍາແກ່ໃຜຜູ້ນຶ່ງ?
Let's listen and find out.
ພວກເຮົາມາຟັງບົດສົນທະນານີ້ ແລະລອງຄິດນຳກັນລອງເບິ່ງເນາະວ່າ ສຳນວນນີ້ມັນໝາຍຄວາມແນວໃດກັນແທ້.
I love Nickelback.
ຂ້ອຍມັກວົງດົນຕີ Nickelback ຫລາຍ.
I think their music is really boring and everybody doesn't like them. But that's just my two cents.
ຂ້ອຍຄິດວ່າ ດົນຕີຂອງເຂົາເຈົ້າຫນ້າເບື່ອຫລາຍ ແລະບໍ່ມີໃຜມັກເລີຍ ແຕ່ນີ້ເປັນພຽງຄວາມຮູ້ສຶກຂອງຂ້ອຍຊື່ໆ.
My two cents is a different way of saying my opinion or my thoughts on the subject.
ຄຳວ່າ my two cents ຫລືເງິນສອງເຊັນຂອງຂ້ອຍ ແມ່ນເປັນອີກວິທີນຶ່ງ ໃນການທີ່ຈະເວົ້າວ່າ ຄວາມຄິດເຫັນຂອງຂ້ອຍ ຫຼືແນວຄິດຂອງຂ້ອຍກ່ຽວກັບເລື່ອງດັ່ງກ່າວນີ້.
Two cents isn't a lot of money.
ສອງເຊັນບໍ່ແມ່ນເງິນຈຳນວນຫລວງຫຼາຍເລີຍ.
So saying something is just my two cents. Worth is saying that your opinion might not be worth that much to someone else
ສະນັ້ນການເວົ້າວ່າບາງສິ່ງບາງຢ່າງມີຄ່າເທົ່າກັບເງິນສອງເຊັນຂອງຂ້ອຍນຶ່ງ ຈຶ່ງໝາຍຄວາມວ່າ ຄວາມຄິດເຫັນຂອງເຈົ້ານັ້ນ ອາດຈະບໍ່ມີຄຸນຄ່າຫຍັງຫລາຍສຳລັບຄົນອື່ນ.
in life, everyone will not always agree with you. So saying this lets people know that that's.
ໃນຊີວິດຕົວຈິງແລ້ວ ບໍ່ແມ່ນວ່າທຸກຄົນຈະເຫັນດີນໍາເຈົ້າສະເໝີໄປ. ສະນັ້ນ ການເວົ້າແນວນັ້ນ ມັນເປັນພຽງການບອກໃຫ້ຄົນອື່ນຮູ້ວ່າ ເຈົ້າເວົ້າໄປຊື່ໆ ມັນບໍ່ມີຄວາມໝາຍຫຍັງຫລາຍ ເພາະມັນບໍ່ສຳຄັນປານໃດ.
English in a minute.