ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ວີ​ໂອ​ເອ ສໍ​າ​ພາດ​ກັບຫົວ​ໜ້າ ​ກົມ​ເອ​ເຊຍ​-ປາ​ຊີ​ຟິກ ​ເນື່ອງ​ໃນ​ໂອ​ກາດ ​ວັນ​ຄົບ​ຮອບ 60 ປີ​ແຫ່ງ​ການ​ສ້າງ​ຕັ້ງ ພະ​ແນກພາ​ສາ​ລາວ ຂອງ​ວີ​ໂອ​ເອ​


ທ່ານ​ນາງ​ນາ​ເດຍ ມາ​ຈິດ (Nadia Majid), ຫົວ​ໜ້າ​ກົມ​ເອ​ເຊຍ-ປາ​ຊີ​ຟິກ ໃຫ້​ການ​ສຳ​ພາດເ ນື່ອງ​ໃນ​ວັນ​ຄົບ​ຮອບ 60 ປີ​ ແຫ່ງ​ການ​ສ້າງ​ຕັ້ງ​ພະ​ແນກ​ພາ​ສາ​ລາວຂອງວີ​ໂອ​ເອ

ມື້ນີ້ເປັນ​ວັນ​ຄົບ​ຮອບ 60 ປີ ໃນ​ການ​ສ້າງ​ຕັ້ງ​ພະ​ແນກ​ພາ​ສາ​ລາວຂອງວີ​ໂອ​ເອ ເມື່ອ​ວັນ​ທີ 22 ກຸມ​ພາ ປີ 1962 ​ດັ່ງ​ນັ້ນ ບົວ​ສະ​ຫວັນ​ ຈະ​ນຳ​ເອົາ​ການ​ສຳ​ພາດ​ກັບ​ທ່ານ​ນາງ​ນາ​ເດຍ ມາ​ຈິດ ຫົວ​ໜ້າກົມ​ເອ​ເຊຍ-ປາ​ຊິ​ຟິກຂອງ​ວີ​ໂອ​ເອມາ​ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ທ່ານຜູ້ຟັງເນື່ອງໃນໂອກາດວັນຄົບຮອບ 60 ປີ ຂອງການສ້າງຕັ້ງວີໂອເອພະ ແນກພາສາລາວມື້ນີ້ ພວກ​ເຮົາຂໍ​ນຳ​ເອົາ​ການ​ສຳ​ພາດ​ກັບທ່ານ​ນາງ​ນາ​ເດຍ ມາ​ຈິດ, ຫົວ​ໜ້າ​ກົມ​ເອ​ເ​ຊຍ-ປາ​ຊິ​ຟິກມາສະເໜີ ຊຶ່ງ​ທ່ານ​ນາງ​ກ່າວ​ວ່າ:

“ກ່ອນ​ອື່ນ​ໝົດ, ຂໍ​ຊົມ​ເຊີຍບົວ​ສະ​ຫວັນ ແລະວີ​ໂອ​ເອ​ພະ​ແນກພາ​ສາ​ລາວທີ່​ໄດ້​ມີ​ການ​ອອກອ​າ​ກາດ​ທີ່​ດີ​ຍິ່ງໃນ​ 60 ປີ​ທີ່​ຜ່ານມາ. ແລະຂ້າ​ພະ​ເຈົ້າຕ້ອງເວົ້າວ່າ ຜູ້ຊົມຂອງພ​ະ​ແນກ​ພວກເຈົ້າ ໃຫ້​ການສະຫນັບສະຫນູນແລະໄວ້ວາງໃຈຕໍ່ການ ລາຍງານຂອງພວກເຈົ້າຫລາຍ. ສິ່ງນັ້ນ ແມ່ນມີຄວາມໝາຍອັນຫລວງຫຼາຍ ຕໍ່ວີໂອເອ. ຂ້າພະ​ເຈົ້າຂໍ​ຂອບ​ໃຈ​ບັນດາ​ທ່ານຜູ້​ຟັງ ແລະ​ຄູ່​ຮ່ວມ​ມື​ແລະສາຂາ ຕ່າງໆ ​ທີ່​ຢູ່ໃນລາວແລະ​ໃນ​ທົ່ວ​ໂລກທີ່​ໄດ້ໃຫ້​ຄວາມ​ໄວ້​ວາງ​ໃຈ​ຕໍ່​ວີ​ໂອ​ເອ, ​ໂດຍ​ສະ​ເພາະ​ແມ່ນ​ວິທະຍຸ​ຂອງ​ວີ​ໂອ​ເອພະ​ແນກ​ພາ​ສາ​ລາວ. ຄວາມເຊື່ອໝັ້ນຂອງ ທ່ານ​ທີ່​ມີຕໍ່ວີໂອເອ ແມ່ນ​ມີ​ຄວາມໝາຍຕໍ່​ພວກ​ເຮົາໝົດທຸກ​ສິ່ງ​ທຸກ​ຢ່າງຂະ​ນະ​ທີ່ ພວກເຮົາພະຍາຍາມສະໜອງການລາຍງານທີ່ດີທີ່ສຸດ, ລາຍງານທີ່ໜ້າເຊື່ອຖື ໄດ້ທີ່ສຸດໂດຍອີງ​ໃສ່ຄວາມຈິງ, ແມ່ນ​ຢຳ ແລະມີ​ການກວດສອບດີ​ທີ່​ສຸດ.”

ພະ​ນັກ​ງານ​ຂອງວີ​ໂອ​ເອ​ລຸ້ນ​ທຳ​ອິດ, ທ່ານ​ຖະ​ຫວັນ ສະ​ແຫວງ​ສຸກ (ທີ 1 ຈາກ​ຊ້າຍຫາ​ຂວາ ແລະ​ເພື່ອນ​ຮ່ວມ​ງານ​ຄົນ​ອື່ນໆ)
ພະ​ນັກ​ງານ​ຂອງວີ​ໂອ​ເອ​ລຸ້ນ​ທຳ​ອິດ, ທ່ານ​ຖະ​ຫວັນ ສະ​ແຫວງ​ສຸກ (ທີ 1 ຈາກ​ຊ້າຍຫາ​ຂວາ ແລະ​ເພື່ອນ​ຮ່ວມ​ງານ​ຄົນ​ອື່ນໆ)

ຕະ​ຫລອດ 60 ປີ ວີ​ໂອ​ເອພະ​ແນ​ພາ​ສາ​ລາວໄດ້​ມີ​ວິ​ວັດ​ທະ​ນາ​ການ ແລະ​ເຕີບ​ໂຕ​ຂຶ້ນ. ໃນປີ 1962 ຊຶ່ງ​ຕອນໃໝ່ໆ​ນັ້ນ ມີ​ທ່ານຖະຫວັນ ສະ​ແຫວງ​ສຸກ ພຽງ ຜູ້ດຽວທີ່ຮັບ​ຜິດ​ຊອບເປັນທັງບັນນາທິການ ຫລື editor ແລະກໍຜູ້ປະກາດຂ່າວ ຫລື announcer ໃນຂະ​ນະ​ທີ່​ທ່ານຈອນ ມີ​ລ​ເລີ (John Miller) ເປັນຫົວໜ້າ, ອີງ​ຕາມ​ທ່ານລິນ​ທອງ ນ້ອຍ​ນາ​ລາ, ອະ​ດີດຫົວ​ໜ້າພະ​ແນກ​ພາ​ສາ​ລາວ ທີ່​ໄດ້​ເຮັດ​ວຽກ​ໃນ​ວີ​ໂອ​ເອເປັນ​ເວ​ລາ 43 ປີກວ່າ​. ​ຈາກນັ້ນມາ ກໍ​ຂະ​ຫຍາຍ​ລາຍ​ການ​ອອກ ແລະ​ມີ​ການຈ້າງພະນັກງານຊົ່ວ​ຄາວປະ​ມານຫ້າຄົນເພີ້ມ. ທ່ານ​ລິນ​ທອງເລົ່າຕໍ່ໄປ​ວ່າ ຕອນນັ້ນວີ​ໂອ​ເອ​ພາກ​ພາ​ສາ​ລາວ ​ກໍ​ຍັງບໍ່​ທັນ​ໄດ້​ຕັ້ງເປັນພະແນກເທື່ອຈົນກວ່າວ່າມາຮອດຕອນ​ທີ່​ທ່ານແຈ​ຣີ ບ​ຣົກ​ຄານ (Jerry Brokhan) ທີ່ເປັນຫົວໜ້າຄົນທີສອງພະ​ແນກ​ພາ​ສາ​ລາວ ຈຶ່ງ​ຖືກ​ຈັດ​ຕັ້ງຂຶ້ນ​ຊຶ່ງເວລານັ້ນ ກໍມີການ​ອອກ​ອາ​ກາດເຄິ່ງຊົ່ວໂມງ ໂດຍທີ່ທ່ານຖະຫວັນເປັນທັງບັນ​ນາ​ທິ​ການແລະ ຜູ້​ອອກ​ຂ່າວ ແລະກໍມີພະ​ນັກ​ງານ​ສັນ​ຍາຈ້າງ ຫລືພະ​ນັກ​ງານຊົ່ວຄາວມາຊ່ວຍວຽກເພິ່ນເໝືອນເດີມ ຊຶ່ງ​ລວມ​ທັງ​ໝົດ ​ມີປະ​ມານ 6 ຄົ​ນ.

ຫລັງ​ຈາກ​ນັັ້ນ​ ວີ​ໂອ​ເອພະ​ແນກ​ພາ​ສາລາວທີ່​ໄດ້ເລີ້ມ​ເກີດ​ຂຶ້ນ​ມາໃນ 20 ປີ​ຫລັງ​ຈາກວິ​ທະ​ຍຸ​ກະ​ຈາຍ​ສຽງໃຫຍ່ ຫລື ວີ​ໂອ​ເອ​ພະ​ແນກ​ພາ​ສາ​ອັງ​ກິດ ​ຕັ້ງ​ຂຶ້ນໃນປີ 1942 ນັ້ນ ​ກໍ​ໄດ້ສືບ​ຕໍ່ເຕີບ​ໃຫຍ່ຂະ​ຫຍາຍ​ຕົວຂຶ້ນໄປ​ພ້ອມໆ​ກັບ ພະ​ແນ​ກ​ພາ​ສາ​ອື່ນໆ ໃນ​ວີ​ໂອ​ເອ ​ຈົນ​ໄດ້ເພີ້ມ​ຄວາມ​ຍາວ​ຂອງການ​ອອກ​ອາ​ກາດ​ຂຶ້ນ​ຈາກເຄິ່ງ​ຊົ່ວ​ໂມງ​ມາ​ເປັນ 1 ຊົ່ວ​ໂມງ​ໃນ​ທ້າຍ​ປີ 1974 ຊຶ່ງ​ໃນນັ້ນ​ບາງ​ໄລ​ຍະການ​ອອກ​ລາຍ​ການທາງວິ​ທະ​ຍຸ​ ກໍໄດ້​ແບ່ງ​ເປັນສອງ​ຕອນ ຄື​ຕອນ​ເຊົ້າ​ເຄິ່ງ​ຊົ່ວ​ໂມງ ແລະ​ຕອນ​ແລງ​ເຄິ່ງ​ຊົ່ວ​ໂມງ.

60 ປີ ​ຜ່ານ​ມາ ​ພ​ະແນກ​ພາ​ສາ​ລາວ ໄດ້​ຢູ່​ພາຍ​ໃຕ້​ການ​ນຳ​ພາ​ຂອ​ງ​ຫົວ​ໜ້າ​ພະ​ແນກ 8 ທ່ານ, ຊຶ່ງຫົວ​ໜ້າ 5 ຄົນ​ທຳ​ອິດນັ້ນ ແມ່ນ​ຄົນ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ຢູ​ໂຣບ ຊຶ່ງກຳ​ຕຳ​ແໜ່ງ​ຜູ້​ລະ 2 ຫາ 4 ປີ ຈົນຕົກ​ມາ​ຮອດ​ປີ 1985 ຈຶ່ງ​ໄດ້​ມີ​ການ​ແຕ່ງ​ຕັ້ງຄົນເຊື້ອ​ສາຍ​ລາວ​ຂຶ້ນເປັນ​ຫົວ​ໜ້າ ຊຶ່ງ​ຜູ້​ທຳ​ອິດ​ກໍ​ແມ່ນ​ທ່ານ​ລິນ​ທອງ ນ້ອຍ​ນາ​ລາ ທີ່​ເປັນ​ຫົວ​ໜ້າ​ໄດ້ 18 ປີ. ຫລັງ​ຈາກ​ທ່ານ​ອອກ​ກິນ​ເບ້ຍ​ບຳ​ນານ​ໃນ​ປີ 2010 ​ທ່ານ​ນາງ​ດາ​ລາ ບັກ​ກຳ ກໍ​ເປັນ​ຫົວ​ໜ້າແທນ​ຈົນອອກ​ກິນ​ເບ້ຍ​ບຳ​ນານໃນ​ປີ 2015 ແລະທ່ານ​ໄພ​ສານ ວໍຣະ​ຈັກ ກໍຂຶ້ນ​ກຳ​ຕຳ​ແໜ່ງນີ້​ນັບແຕ່ນັ້ນ​ມາ.

ປັດ​ຈຸ​ບັນ​ ເຖິງ​ແມ່ນ​ວ່າ ວີ​ໂອ​ເອ​ພະ​ແນກ​ພາ​ສາ​ລາວ​ ຈະ​ອອກອ​າ​ກາດ​ພຽງ​ແຕ່ມື້​ລະເຄິ່ງ​ຊົ່ວ​ໂມງກໍ​ຕາມ, ການ​ລາຍ​ງານ​ຂ່າວ​ຂອງ​ພວກ​ເຮົາ​ ກໍ​ມີ​ການ​ປັບປຸງ​ໄປ​ພ້ອມໆ​ກັບຄວາມ​ກ້າວ​ໜ້າ​ ຂອງ​ເທັກ​ໂນ​ໂລ​ຈີ​ ໃນ​ດ້ານຂໍ້​ມູນ​ຂ່າວ​ສານ ຊຶ່ງກໍ​ຄື ນອກ​ຈາກ​ການ​ອອກ​ອາ​ກາດ ​ທາງວິ​ທະ​ຍຸ​ແລ້ວ​ ກໍ​ໄດ້​ຂ​ະ​ຫຍາຍການ​ລາຍ​ງານ​ຂ່າວ ຜ່ານຊ່ອງ​ການສື່ສານ​ໃນ​ຫລາຍແບບເພື່ອ​ຮັບ​ໃຊ້ທ່ານຜູ້​ຟັງ, ຜູ້​ອ່ານ ແລະ ​ຊົມ​ລາຍ​ການ​ຂ່າວ​ຂອງ​ພວກ​ເຮົາ ດັ່ງ​ທີ່ທ່າ​ນາງມາ​ຈິດ ​ເນັ້ນ​ຢ້ຳ​ໃຫ້​ເຫັນ​ຈຸດນີ້ວ່າ:

“ວີໂອເອພະ​ແນກ​ພາ​ສາ​ລາວໄດ້ພະຍາຍາມ​ຕະ​ຫລອດມາເພື່ອໃຫ້ເປັນແຫລ່ງ​ຂ່າວທີ່ດີທີ່ສຸດສຳລັບທ່ານຜູ້ຟັງ​ທີ່ເວົ້າພາສາລາວ, ແລະມັນກໍບໍ່ແມ່ນເລື່ອງງ່າຍ ສະເໝີໄປ, ແຕ່ຜູ້ຊົມຂອງພວກເຮົາມີ​ຄວາມເຊື່ອໝັ້ນ ແລະສະໜັບສະໜູນ ພວກເຮົາຊຶ່ງເຮັດໃຫ້ມັນຄຸ້ມຄ່າຫລາຍ​ທີ່​ສຸດໃນການສະໜອງເນື້ອຫາ ແລະລາຍ ການທີ່ບໍ່​ມີ​ການ​ລຳ​ອຽງ ແລະເຊື່ອຖືໄດ້. ​ໃນ​ 60 ປີຜ່ານ​ມາ, ວິ​ທະ​ຍຸວີ​ໂອ​ເອພະ​ແນກພາສາ​ລາວ ໄດ້ມີ​ວິ​ວັດ​ທະ​ນາ​ການ ​ກາຍ​ມາເປັນ​ທີມ​ສື່​ມວນ​ຊົນ ອັນ​ຫລາ​ກ​ຫລາຍ ຫລື multimedia, ​ໂດຍ​ສະ​ເພາະ​ແມ່ນໃນ​ສອງ​ປີຜ່ານ​ມາຊຶ່ງ​ເປັນ​ໄລ​ຍະ ທີ່​ມີການ​ແຜ່​ລະບາດ​ຂອງ​ພະຍາດຢູ່ນີ້. ແລະພວກເຮົາໄດ້ຂະ​ຫຍາຍ​ອອກໄປສູ່ ເວທີດິຈິຕອລ ເຊັ່ນ Facebook, YouTube, Twitter ແລະ Instagram. ແລະພວກເຮົາສືບຕໍ່ຂະຫຍາຍອອກ​ໄປອີກ ເພື່ອໄປ​ພົບ​ກັບທ່ານ, ທ່ານຜູ້ຊົມ ຂອງພວກເຮົາໄປ​ຫາບ່ອນທີ່ທ່ານຢູ່, ສະນັ້ນມັນເປັນ​ການງ່າຍຂຶ້ນກວ່າເກົ່າ ສໍາລັບທ່ານ ທີ່ຈະຊອກຫາພວກເຮົາເພື່ອຈະຟັງຫຼືເບິ່ງລາຍການຂອງພວກເຮົາໄດ້.”

ໂດຍ​ທີ່​ຍຶດ​ໝັ້ນ ​ໃນ​ຄວາມ​ພະ​ຍາ​ຍາມ​ຮັບ​ໃຊ້ບັນ​ດາ​ທ່ານ​ຜູ້​ຟັງ ແລະ​ຜູ້ຊົ​ມ​ຂອງ​ພວກ​ເຮົາ​ ໃຫ້​ດີ​ທີ່​ສຸດ ​ທ່າ​ນ​ນາງມາ​ຈິດ ຂໍ​ຝາກ​ເຖິງ​ບັນ​ດາ​ທ່ານ​ທັງ​ຫລາຍວ່າ:

“ແລະ​ທ້າຍ​ສຸດນີ້ ຂ້າ​ພະ​ເຈົ້າມີ​ແຕ່​ຢາກ​ຂໍ​ອວຍ​ພອນ​ໃຫ້​ທຸກ​ທ່ານ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ແລະ​ມີ​ຄວາມ​ສຸກໂດຍ​ສະ​ເພາະ​ແມ່ນບຸນ​ປີ​ໃໝ່ຢູ່​ລາວ. ແລະ​ຫວັງ​ວ່າ​ພວກ​ເຮົາ​ທຸກ​ຄົນ​ຈະ​ມີ​ສຸ​ຂະ​ພາບເຂັ້ມ​ແຂງໃນຂະ​ນະ​ທີ່​ກ້າວ​ເຂົ້າປີ​ທີ​ສາມ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່ໃນ​ທົ່ວ​ໂລກຢູ່ນີ້. ຂໍ​ໃຫ້​ບັນ​ດາທ່ານຮັກສາສຸຂະພາບ, ຂໍ​ໃຫ້​ປອດໄພ. ແລະອີກເທື່ອຫນຶ່ງ, ສຳ​ລັບ​ທ່ານຜູ້ຊົມ, ຂອບໃຈຫລາຍໆ ​ສຳ​ລັບ ທຸກໆ ຄວາມໄວ້ວາງໃຈ ແລະການສະໜັບສະໜຸນຂອງທ່ານ ຕໍ່​ການ​ລາຍ​ງານ​ຂ່າວ​ຂອງວີໂອເອພະ​ແນກພາສາລາວ.”

ໂດຍ​ເປັນສ່ວນ​ນຶ່ງ​ຂອງ​ອົງ​ການ​ສື່ມວນ​ຊົນລັດຖະ​ບານ​ອາ​ເມ​ຣິ​ກາ, ພະ​ແນກ​ພາ​ສາ​ລາວ​ຂອງວີ​ໂອ​ເອ ​ທີ່​ເລີ້ມ​ເກີດ​ຂຶ້ນ​ມາ​ໃນ​ປີ 1962 ນັ້ນມາ​ຮອດວັນ​ທີ 22 ກຸມ​ພາມື້ນີ້ ກໍ​ປະ​ຕິ​ບັດ​ງານຮັບ​ໃຊ້​ບັນ​ດາທ່ານມາ​ໄດ້ 60 ປີພໍ​ດີ. ​ປັດ​ຈຸ​ບັນ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ໄພ​ສານ ແລະ​ທ່ານ​ນາງ​ມາ​ຈິດ ພວກ​ເຮົາ​ມີພະ​ນັກ​ງານທັງ​ໝົດ 6 ຄົນ. ພວກ​ເຮົາ​ຈະ​ສືບ​ຕໍ່​ຮັບໃຊ້ບັນ​ດາ​ທ່ານ ໂດຍ​ຍຶດ​ໝັ້ນ​ໃນ​ການເປັນ ແຫຼ່ງຂ່າວທີ່ຊັດເຈນ, ກົງໄປກົງມາ,​ ບໍ່ເຂົ້າຂ້າງອອກຂາ ແລະ​ໜ້າ​ເຊື່ອ​ຖື​ໄດ້ຕະ ຫຼອດ​ໄປ.

XS
SM
MD
LG