ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຄືອຂ່າຍປະຊາຊົນໄທ ຄັດຄ້ານ ການຊຶ້ກະແສໄຟຟ້າ ຈາກທຸກໂຄງການເຂື່ອນໄຟຟ້າໃນລາວ


ເສົາໄຟຟ້າແຮງສູງໃນ ສປປ ລາວ
ເສົາໄຟຟ້າແຮງສູງໃນ ສປປ ລາວ

ເຄືອຂ່າຍປະຊາຊົນໄທ ຄັດຄ້ານການຊຶ້ກະແສໄຟຟ້າ ຈາກທຸກໂຄງການເຂື່ອນ ໄຟຟ້າໃນລາວ ໂດຍສະເພາະໂຄງການກໍ່ສ້າງເຂື່ອນເທິງແລວແມ່ນໍ້າຂອງທີ່ກະ ທົບຕໍ່ສິ່ງແວດລ້ອມທຳມະຊາດນັ້ນ ຊຶ່ງຊົງລິດໂພນເງິນ ມີລາຍງານ ຈາກ ບາງກອກ

ເຄືອຂ່າຍປະຊາຊົນໄທ 8 ຈັງຫວັດລຸ່ມແມ່ນໍ້າຂອງ ໄດ້ອອກຖະແຫຼງການເພື່ອ ຄັດຄ້ານແຜນການຂອງລັດຖະບານໄທ ທີ່ຈະຮັບຊື້ກະແສໄຟຟ້າຈາກລາວເພີ້ມ ຂຶ້ນເມື່ອບໍ່ນານມານີ້ ເພາະວ່າປະເທດໄທມີພະລັງງານໄຟຟ້າສຳລອງເກີນຄວາມ ຕ້ອງການໂຕຈິງ 19,000 ເມກາວັດ ຫຼື 51 ເປີເຊັນ ຂອງພະລັງງານໄຟຟ້າ ທັງໝົດ ທີ່ປະເທດໄທຊົມໃຊ້ໃນປັດຈຸບັນ ຈຶ່ງບໍ່ມີຄວາມຈຳເປັນ ທີ່ຈະຕ້ອງຊື້ໄຟ ຟ້າຈາກລາວເພີ້ມຂຶ້ນແຕ່ຢ່າງໃດ ໂດຍສະເພາະໂຄງການເຂື່ອນໄຟຟ້າເທິງແລວ ແມ່ນໍ້າຂອງ ທີ່ໄດ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມທຳມະຊາດນັ້ນ ດັ່ງທີີ່ ທ່ານນາງອ່ອມບຸນ ທິບສຸນາ ຜູ້ປະສານງານຂອງເຄື່ອຂ່າຍປະຊາຊົນໄທ 8 ຈັງຫວັດ ລຸ່ມນໍ້າຂອງ ໄດ້ຖະແຫຼງຢືນຢັນວ່າ:

“ເຮົາບໍ່ເອົາເຂື່ອນໃດໆໃນແມ່ນໍ້າຂອງ ຜົນກະທົບທີ່ເກີດຂຶ້ນຢ່າງຈະແຈ້ງ ແລະ ເຮົາຕັ້ງຄຳຖາມ ກັບລັດຖະບານວ່າ ລັດຖະບານໄທເອື້ອໃຫ້ທຶນໃນການລົງທຶນ ທັງໃນດ້ານມິຕິການກໍ່ສ້າງ ແລະການຮັບຊື້ໄຟຟ້າໃນປະເທດເພື່ອນບ້ານ ທັງທີ່ ໄຟຟ້າສຳລອງສູງເຖິງ 51 ເປີເຊັນ ເຊັ່ນນີ້ໄດ້ຢ່າງໃດ ລັດຖະບານໄທບໍ່ສົນໃຈ ຄວາມທຸກຮ້ອນຂອງພວກເຮົາ ຖືກຫຼືບໍ່ ບໍລິສັດໄທທີ່ໄປລົງທຶນໃນກໍລະນີເຂື່ອນ ໄຊຍະບູຣີ ຫຼວງພຣະບາງ ເຂື່ອນບ້ານກຸ່ມ ເຂື່ອນສານະຄາມ ເຂື່ອນລາດເສືອ ລັດຖະບານໄທຮູ້ສຶກຢ່າງໃດ ໃນຂະນະທີ່ໄຟຟ້າສຳລອງລົ້ນເຫຼືອ."

ທັງນີ້ໂດຍທ່ານນາງວິຣາພອນ ສິຣິຄຳ ໂຄສົກຂອງການໄຟຟ້າຝ່າຍຜະລິດແຫ່ງ ປະເທດໄທຢືນຢັນວ່າ ກະຊວງພະລັງງານ ແລະບໍ່ແຮ່ຂອງລາວ ໄດ້ຮ້ອງຂໍໃຫ້ ລັດຖະບານໄທ ຮັບຊື້ພະລັງງານໄຟຟ້າເພີ້ມຂຶ້ນຈາກ 9,000 ເມກາວັດ ເປັນ 11,000 ເມກາວັດ ຫາກແຕ່ລັດຖະບານໄທຍັງບໍ່ທັນໄດ້ມີການພິຈາລະນາໃນ ກໍລະນີດັ່ງກ່າວແຕ່ຢ່າງໃດ ເພາະວ່າຕາມແຜນການພະລັງງານແຫ່ງຊາດໄທນັ້ນ ຈະບໍ່ເພີ້ມການນຳເຂົ້າ ພະລັງງານໄຟຟ້າ ຈາກຕ່າງປະເທດ ຈົນເຖິງປີ 2028 ເພາະວ່າໄທມີໄຟຟ້າສຳລອງ ເກີນກວ່າຄວາມຕ້ອງການເຖິງ 19,000 ເມກາ ວັດ ໃນປັດຈຸບັນນີິ້.

ໃນປີ 2021 ໄທນຳເຂົ້າໄຟຟ້າຈາກລາວ ໃນມູນຄ່າລວມເກີນກວ່າ 58,000 ລ້ານບາດ ແຕ່ດ້ວຍການທີ່ມີໄຟຟ້າສຳລອງ ເກີນຄວາມຕ້ອງການ 19,000 ເມກາວັດ ສົມທົບດ້ວຍການລະບາດໄວຣັສໂຄວິດ-19 ທີ່ເຮັດໃຫ້ເສດຖະກິດ ໄທຕິດລົບແລະສະຖານະການໃນປັດຈຸບັນກໍຍັງບໍ່ດີຂຶ້ນ ຈຶ່ງເຮັດໃຫ້ທາງການ ໄທ ໄດ້ປັບປ່ຽນນະໂຍບາຍຈາກການເປັນຜູ້ນຳເຂົ້າພະລັງງານໄຟຟ້າໄປເປັນ ຜູ້ສົ່ງອອກພະລັງງານໄຟຟ້າໃຫ້ຫຼາຍຂຶ້ນ.

ສ່ວນທ່ານດວງສິ ພາລາຍົກ ປະທານບໍລິຫານຜະລິດໄຟຟ້າລາວ (ມະຫາຊົນ) ຈຳກັດຖະແຫຼງວ່າ ເປົ້າໝາຍການພັດທະນາລາວ ເປັນໝໍ້ໄຟຂອງອາຊຽນນັ້ນ ຈະບໍ່ສາມາດເກີດຂຶ້ນໄດ້ເລີຍ ຖ້າຫາກວ່າບໍ່ມີ ລະບົບສາຍສົ່ງໄຟຟ້າແຮງສູງທີີ່ ທັນສະໄໝເພື່ອເຊື່ອມຕໍ່ລາວກັບປະເທດສະມາຊິກໃນກຸ່ມອາຊຽນດ້ວຍກັນ ສະ ນັ້ນ ຈຶ່ງໄດ້ສ້າງຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ທີ່ລັດວິສາ ຫະກິດໄຟຟ້າລາວ (EDL) ຮ່ວມທຶນກັບບໍລິສັດຕາຄ່າຍໄຟຟ້າພາກໃຕ້ຂອງຈີນ (CSG) ໃນປີ 2020ດ້ວຍເປົ້າໝາຍ ທີ່ຈະພັດທະນາໂຄງຄ່າຍ ສາຍສົ່ງໄຟ ຟ້າແຮງສູງທີ່ທັນສະໄໝ ດ້ວຍເງິນທຶນແລະເທັກນິກຈາກຈີນນັ້ນ.

ທັງນີ້ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ກໍໄດ້ວາງແຜນການລົງທຶນໃນມູນ ຄ່າ 2,000 ລ້ານໂດລາສະຫະລັດເພື່ອກໍ່ສ້າງລະບົບສາຍສົ່ງໄຟຟ້າແຮງສູງຂະ ໜາດ 500 KV ໃນລາວເຊື່ອມຕໍ່ກັບຕາຂ່າຍສາຍສົ່ງໄຟຟ້າແຮງສູງໃນແຂວງ ຢູນນານຂອງຈີນ ແລະຈະສ້າງຕາຄ່າຍສາຍສົ່ງໄຟຟ້າແຮງສູງ 500 KV ໃນ ພາກໃຕ້ຂອງລາວ ເພື່ອເຊື່ອມຕໍ່ແລະສົ່ງໄຟຟ້າໃຫ້ກໍາປູເຈຍ 1,700 ເມກາວັດ ພາຍໃນປີ 2022 ສ່ວນມາເລເຊຍ ແລະສິງຄະໂປ ກໍຕົກລົງຊື້ໄຟຟ້າຈາກລາວ 300 ແລະ 100 ເມກາວັດ ດ້ານຫວຽດນາມ ແລະໄທ ກໍຕົກລົງຊື້ໄຟຟ້າຈາກ ລາວເຖິງ 5,000 ເມກາວັດ ແລະ 9,000 ເມກາວັດ ພາຍໃນປີ 2025 ຕາມ ລຳດັບ.

ປັດຈຸບັນນີ້ ລາວມີແຫຼ່ງຜະລິດໄຟຟ້າ 90 ແຫ່ງ ມີກໍາລັງຕິດຕັ້ງລວມເກືອບ 11,000 ເມກະວັດ ໃນນີ້ສົ່ງໄປຂາຍໃຫ້ໄທ 5,620 ເມກາວັດ ແລະ ຄາດວ່າ ຈະເພີ້ມຂຶ້ນເປັນ 7,000 ເມກາວັດ ໃນປີ 2022 ທັງຍັງຈະມີເຂື່ອນ ອີກ 12 ໂຄງການທທີ່ຈະກໍ່ສ້າງແລ້ວເສັດ ແລະຈະເຮັດໃຫ້ລາວມີແຫຼ່ງ ຜະລິດໄຟຟ້າ ເພີ້ມຂຶ້ນເປັນ 102 ແຫ່ງມີກຳລັງຕິດຕັ້ງລວມ 13,000 ເມກາວັດ ແລະຜະລິດ ໄຟຟ້າໄດ້ເຖິງ 67,000 ລ້ານກິໂລວັດ/ໂມງຕໍ່ປີ ໃນນີ້ 85 ເປີເຊັນຈະເປັນການ ສົ່ງອອກໄປຕ່າງປະເທດ ແລະຊົມໃຊ້ພາຍໃນລາວ 15 ເປີເຊັນ.

XS
SM
MD
LG