ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການມາຕັ້ງຖິ່ນຖານ ໃນສະຫະລັດ ແລະການພົວພັນກັບຊຸມຊົນຄົນລາວ ຂອງທ່ານທິນນາດ ນະຈໍາປາສັກ


ທ່ານທິນນາດ ພ້ອມດ້ວຍພັນລະຍາ ແລະຫຼານໆທີ່ສີ່ຄົນຂອງເພິ່ນ.
ທ່ານທິນນາດ ພ້ອມດ້ວຍພັນລະຍາ ແລະຫຼານໆທີ່ສີ່ຄົນຂອງເພິ່ນ.

ໃນ​ລາຍ​ການ​ຊຸມ​ຊົນ​ລາວ​ໃນ​ທະ​ວີບ​ອາ​ເມ​ຣິ​ກາ​ແລງມື້ນີ້ ເຮົາ​ຈະ​ໄປ​ຮູ້​ຈັກ​ກັບທ່ານທິນນາດ ນະຈໍາປາສັກ, ​ເຊິ່ງເປັນຄົນລາວ-ອາເມຣິກັນ ລຸ້ນຕົ້ນໆ ທີ່ອົບພະຍົບ​ ເຂົ້າມາຕັ້ງຖິ່ນຖານ ຢູ່ໃນສະຫະລັດ. ການມາອາໄສຢູ່ ໃນລັດເວີຈີເນຍ, ການພົວພັນກັບຊຸມຊົນ ທີ່ເພິ່ນອາໄສຢູ່ ແລະລາຍລະອຽດຕ່າງໆ ຂອງເພິ່ນນັ້ນ ທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ລິງໂດຍກົງ
ທ່ານທິນນາດ ພ້ອມດ້ວຍພັນລະຍາ
ທ່ານທິນນາດ ພ້ອມດ້ວຍພັນລະຍາ

ທ່ານທິນນາດ ນະຈໍາປາສັກ ອາຍຸ 72 ປີ, ເກີດຢູ່ທີ່ບ້ານວັດທົ່ງ, ເມືອງຈໍາສັກ, ແຂວງຈໍາປາສັກ ແຕ່ໄດ້ຍ້າຍມາຢູ່ວຽງຈັນ ແລະເລີ້ມຕົ້ນເຂົ້າໂຮງຮຽນປະຖົມຊັ້ນປີທີນຶ່ງຢູ່ວຽງຈັນຊ່ວງປີ 1956. ຫຼັງຈາກຈົບອອກຈາກໂຮງຮຽນເຈົ້າອານຸ (ເຊິ່ງປັດຈຸບັນ ໄດ້ທຸບຖິ້ມແລ້ວ) ທ່ານກໍເຂົ້າຮຽນຕໍ່ທີ່ໂຮງຮຽນລີເຊວຽງຈັນ (ປັດຈຸບັນເພິ່ນຮ້ອງວ່າ ໂຮງຮຽນອຸດັມວຽງຈັນ), ເມື່ອຈົບການສຶກສາດັ່ງກ່າວອອກມາ ກໍໄປເປັນຂ້າລາດຊະການຢູ່ກະຊວງໂຍທາທິການ ໃນພະແນກກົມການບິນພົນລະເຮືອນ ແລະໄດ້ເຮັດວຽກໃນພະແນກນີ້ແຕ່ປີ 1970, ໂດຍທ່ານໄດ້ເລົ່າສູ່ຟັງໃນຕອນນີ້ວ່າ:

ລິງໂດຍກົງ

ຈາກນັ້ນ ໃນຊ່ວງທີ່ບ້ານເມືອງເກີດຄວາມສັບສົນວຸ້ນວາຍພາຍໃນປະເທດເກີດມີການປ່ຽນແປງ, ເພິ່ນ ແລະຄອບຄົວ ກໍໄດ້ພາກັນລົບໜີອອກມາໃນຊຸມປີ 1974 ໂດຍມາອາໄສຢູ່ທີ່ສູນອົບພະຍົບຂອງໄທ, ເຊິ່ງເພິ່ນໄດ້ເລົ່າໃນຕອນນີ້ໃຫ້ຟັງດັ່ງນີ້:

ລິງໂດຍກົງ

ຫຼັງຈາກນັ້ນ ເພິ່ນໄດ້ເດີນທາງມາສະຫະລັດ ແລະມາເຖິງໃນປີ 1976 ໂດຍມາຕົກຢູ່ລັດເວີຈີເນຍເປັນເທື່ອທໍາອິດແລະອາໄສຢູ່ທີ່ນັ້ນມາຈົນເຖິງປັດຈຸບັນ. ເພິ່ນໄດ້ກ່າວໃຫ້ຟັງ ເຖິງການມາຕັ້ງຖິ່ນຖານຢູ່ທີ່ລັດແຫ່ງນີ້ເປັນຄັ້ງທໍາອິດແລະການ ດໍາລົງຊີວິດ ກ່ຽວກັບວຽກງານຂອງເພິ່ນໃຫ້ຟັງວ່າ:

ລິງໂດຍກົງ

ເພິ່ນຍັງໄດ້ກ່າວໃຫ້ຟັງເຖິງການດໍາລົງຊີວິດຂອງຄົນລາວຢູ່ໃນຂົງເຂດດັ່ງກ່າວ, ການຍົກຍ້າຍໄປມາ ແລ້ວແຕ່ສະພາບການຂອງແຕ່ລະຄອບຄົວ ເຊິ່ງສ່ວນຫຼາຍກໍແມ່ນອາໄສຢູ່ທີ່ນັ້ນມາແຕ່ດົນ. ອີກຢ່າງ ທ່ານຍັງໄດ້ເລົ່າສູ່ຟັງເຖິງການພົບປະຂອງຊຸມຊົນຄົນລາວ ການພົວພັນກັນ ແລະການໃຊ້ເວລາຮ່ວມກັນໃນໂອກາດຕ່າງໆ ລວມເຖິງການໄປຄໍ້າວັດວາອາຣາມ ຕາມສັດທາແລະຄວາມເຊື່ອຂອງໃຜລາວ:

ລິງໂດຍກົງ

ທ່ານທິນນາດ ໄດ້ອະທິບາຍວ່າ ໃນເມື່ອກ່ອນ ຄ່າຄອງຊີບກໍບໍ່ສູງຫຼາຍ, ການສັນຈອນກໍບໍ່ແອອັດ ການໄປມາລະຫວ່າງເຮືອນ ແລະບ່ອນເຮັດວຽກກໍບໍ່ໄດ້ຫຍຸ້ງຍາກ. ການເວລາກໍພາໃຫ້ຫຼາຍໆຢ່າງປ່ຽນແປງ, ແຕ່ຍ້ອນຄວາມລື້ງເຄີຍ ແລະໃຊ້ຊີວິດຢູ່ທີ່ນີ້ມາແຕ່ດົນນານ ກໍເລີຍເຮັດໃຫ້ເພິ່ນບໍ່ພົບກັບບັນຫາຫຼາຍປານໃດ. ນອກນັ້ນ ເພິ່ນຍັງໄດ້ອະທິບາຍເຖິງລັກສະນະຂອງເມືອງ ແລະສະ ພາບແວດລ້ອມອ້ອມແອ້ມຂອງເມືອງ, ສະຖານທີ່ສໍາຄັນທີ່ຫຼາຍໆຄົນຕ້ອງການມາສຶກສາຮຽນຮູ້ ແລະສະຖານທີ່ທ່ອງທ່ຽວທາງທໍາມະຊາດ ທີ່ຢູ່ບໍ່ໄກຈາກໂຕເມືອງແຫ່ງນີ້ຫຼາຍປານໃດ:

ລິງໂດຍກົງ

ນອກນີ້, ເພິ່ນຍັງໄດ້ກ່າວຕື່ມອີກວ່າ ການດໍາລົງຊີວິດເພື່ອຕັ້ງຖິ່ນຖານ ບໍ່ວ່າຈະຢູ່ທີ່ໃດ ຫຼືແຫ່ງຫົນໃດ ນອກຈາກຈະປະຕິບັດຕາມກົດລະບຽບບ້ານເມືອງຂອງຂົງເຂດທີ່ຕົນເອງອາໄສຢູ່ແລ້ວ ສິ່ງສໍາຄັນທີ່ສຸດທີ່ຄວນຄໍານຶງຢູ່ສະເໝີ ຄືການປັບໂຕໃຫ້ເຂົ້າກັບທຸກຄົນ ໃຫ້ເຂົ້າກັບຊຸມຊົນທີ່ພວກເຮົາອາໄສຢູ່, ດັ່ງທີ່ເພິ່ນກ່າວຢູ່ໃນບາງຕອນດັ່ງນີ້:

ລິງໂດຍກົງ

ຢ່າງໃດກໍ່ຕາມ, ການດໍາລົງຊີວິດຢູ່ຕ່າງແດນ ເປັນເລື້ອງຍາກ ແຕ່ການທີ່ຕ້ອງ ດໍາລົງຊີວິດຢູ່ໃນຊຸມຊົນຕົນເອງ ໂດຍປາດສະຈາກຄວາມເຂົ້າໃຈກັນນັ້ນ ເປັນການຍາກກວ່າ, ການມາຕັ້ງຖິ່ນຖານໃໝ່ຂອງທ່ານທິນນາດ ນະຈໍາປາສັກ ໄດ້ເຮັດໃຫ້ພວກເຮົາຮູ້ວ່າ ຄວາມອົດທົນພະຍາຍາມ ແລະການພົວພັນກັນຢູ່ໃນສັງ ຄົມ ຄືພື້ນຖານຂອງການດໍາລົງຊີວິດຂອງຊຸມຊົນໃນຕ່າງແດນ.

ທີ່ທ່ານໄດ້ຟັງຜ່ານໄປນັ້ນ ແມ່ນຊີວິດການມາຕັ້ງຖິ່ນຖານໃໝ່ ຂອງທ່ານທິນນາດ ນະຈໍາປາສັກ ແລະ ການພົວພັນກັບໝູ່ຄູ່ ຢູ່ໃນຊຸມຊົນລາວຂອງທ່ານນັບຕັ້ງແຕ່ມາອາໄສຢູ່ໃໝ່ໆຈົນເຖິງປັດຈຸບັນ. ເຊີນ​ຟັງ​ລາຍ​ການ​ຊຸມ​ຊົນ
ລາວ​ໃນ​ທະ​ວີບ​ອາ​ເມ​ຣິ​ກາ​ຂອງ​ພວກ​ເຮົາ​ໄດ້​ໃໝ່ ໃນ​ອາ​ທິດ​ໜ້າ ເວ​ລາ​ດຽວ​ກັນ​ນີ້.

XS
SM
MD
LG