ຫລາຍທ່ານຄົງຮູ້ຂ່າວກ່ຽວກັບການໄປຢ້ຽມຢາມລາວເມື່ອມໍ່ໆມານີ້ຂອງທ່ານນາງສຸພາ ໄຊປຣະສິດ ເມສ໌, ນັກທຸລະກິດອາເມຣິກັນເຊື້ອສາຍລາວແລ້ວເນາະ. ທ່ານນາງມີຄວາມຊຳນິຊຳນານໃນການບໍລິຫານທຸລະກິດບໍລິສັດຍັກໃຫຍ່ດ້ານຂາຍຍ່ອຍ ແລະເຄີຍເປັນຫົວໜ້າຜູ້ບໍລິຫານຂອງ Wal-Mart Stores ຊຶ່ງເປັນນຶ່ງໃນບໍລິສັດຂາຍຍ່ອຍທີ່ໃຫຍ່ທີ່ສຸດຂອງສະຫະລັດ. ໃນການໄປຢ້ຽມຢາມບ້ານເກີດເມືອງນອນເທື່ອທຳອິດຂອງທ່ານນາງພາຍຫລັງອອກຈາກບ້ານມາໄດ້ 46 ປີແລ້ວ ຕັ້ງແຕ່ຕອນທ່ານນາງອາຍຸໄດ້ 6 ປີພຸ້ນ, ທ່ານນາງພະຍາຍາມທີ່ຈະສ້າງຕັ້ງທຸລະກິດທີ່ເປັນຂອງລາວ ຊື່ວ່າ Lao Smart ໃຫ້ເປັນເຄືອຂ່າຍທຸລະກິດຂາຍຍ່ອຍຂະໜາດໃຫຍ່ທີ່ສາມາດສ້າງຊື່ສຽງຂອງລາວ ແລະຂະຫຍາຍໄປທົ່ວຂົງເຂດເອເຊຍໄດ້ດັ່ງການໃຫ້ການສຳພາດກັບວີໂອເອຫລັງຈາກກັບມາຈາກລາວໃນທ້າຍອາທິດແລ້ວ ນີ້ວ່າ:
“ຂ້າພະເຈົ້າເວົ້າວ່າ ໂດຍຜ່ານການເປັນຄູ່ຮ່ວມງານຂອງຂ້າພະເຈົ້າ, ຂ້າພະເຈົ້າ ບອກພວກເພິ່ນວ່າ ພວກເຮົາສາມາດສ້າງຕັ້ງບໍລິສັດ Lao Smart ທີ່ຂ້າພະເຈົ້າຈະເປັນເຈົ້າຂອງ ແລະລັດຖະບານສາມາດເປັນເຈົ້າຂອງ 20 ເປີເຊັນ ແລະພວກເຮົາສາມາດດໍາເນີນມັນໄປຄືກັນກັບຕະຫລາດ Wal-Mart ເພາະວ່າ ຂ້າ ພະເຈົ້າມີປະສົບການ ໃນການບໍລິຫານທຸລະກິດຂາຍຍ່ອຍຂະໜາດໃຫຍ່ມາໄດ້ 30 ປີແລ້ວ. ຂ້າພະເຈົ້າຮູ້ຈັກກໍ່ສ້າງມັນ, ຮູ້ການສ້າງໂຄງລ່າງສຳລັບສະໜອງສິນຄ້າ, ຝຶກອົບຮົມ ແລະການພັດທະນາໃຫ້ກ້າວໄປ. ລາວຕ້ອງມີຍີ່ຫໍ້ທີ່ ຄົນຈະຮູ້ຈັກດີ. ເຈົ້າຮູ້ບໍ່, ເມື່ອເຈົ້າບອກຄົນວ່າເຈົ້າມາຈາກລາວພວກເຂົາເຈົ້າຮອດບໍ່ຮູ້ຊ້ຳວ່າທ່ານເວົ້າຫຍັງ, ທ່ານຕ້ອງໄດ້ບອກເຂົາເຈົ້າກ່ຽວກັບໄທຫຼືຫວຽດນາມ. ແຕ່ວ່າລາວຈະຕ້ອງເປັນເຈົ້າຂອງບາງສິ່ງບາງຢ່າງ ເພື່ອເຮັດໃຫ້ເປັນປະເທດເປັນທີ່ຮູ້ຈັກກັນດີຂອງຄົນ ແລະຈື່ໄດ້ງ່າຍ. ແຕ່ພວກເຂົາເຈົ້າຍັງບໍ່ມີຍີ່ຫໍ້ເທື່ອ.”
ທ່ານນາງສຸພາເປັນຜູ້ສ້າງຕັ້ງ ແລະບໍລິຫານຫລາຍບໍລິສັດ. ນຶ່ງໃນບໍລິສັດທີ່ທ່ານນາງໄດ້ສ້າງຕັ້ງຂຶ້ນມາ ກໍຄືບໍລິສັດທີ່ປຶກສາດ້ານທຸລະກິດ, ຂ່າວສານ ແລະພັດທະນາຊັບພະຍາກອນມະນຸດທີ່ຊື່ວ່າ Inclusion Magazine ທີ່ຕັ້ງຢູ່ລັດອາແຄນຊໍ ທາງພາກໃຕ້ຂອງສະຫະລັດ.