ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຣັດເຊຍ ຈະຈັບຕາເບິ່ງ ກຸ່ມຕາລີບານ ຢູ່ອັຟການິສຖານ ໃນທາງທີ່ເຮັດວຽກຮ່ວມກັນໄດ້


ເອກອັກຄະລັດຖະທູດຣັດເຊຍ ປະຈຳອົງການສະຫະປະຊາາດ ທ່ານວາຊີລີ ເນເບັນເຊຍ ພວມກ່າວຄຳປາໄສ ຢູ່ທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ທີ່ນະຄອນນິວຢອກ ເມື່ອວັນທີ 10 ເມສາ 2019.
ເອກອັກຄະລັດຖະທູດຣັດເຊຍ ປະຈຳອົງການສະຫະປະຊາາດ ທ່ານວາຊີລີ ເນເບັນເຊຍ ພວມກ່າວຄຳປາໄສ ຢູ່ທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ທີ່ນະຄອນນິວຢອກ ເມື່ອວັນທີ 10 ເມສາ 2019.

ຫຼັງຈາກພວກຕາລີບານໄດ້ເຂົ້າກຳອຳນາດ ໃນອັຟການິສຖານແລ້ວ ຣັດເຊຍກໍໄດ້ເບິ່ງໄປທາງໃຕ້ ດ້ວຍສາຍຕາທີ່ລະມັດລະວັງ ເພື່ອສຶກສາເບິ່ງວ່າຕົນຈະໄດ້ຮັບຜົນປະໂຫຍດແບບໃດ ຈາກສະຖານະການທີ່ເຄັ່ງຄຽດ ຊຶ່ງເຕັມໄປດ້ວຍທັງໂອກາດແລະຄວາມສ່ຽງ.

ເຖິງແມ່ນວ່າທາງການຂອງຣັດເຊຍໄດ້ລະບຸກຸ່ມຕາລີບານວ່າ ເປັນອົງການກໍ່ການຮ້າຍກໍຈິງຢູ່ ແຕ່ຣັດເຊຍກໍໄດ້ທຳການພົວພັນ ກັບພວກຜູ້ນຳຂອງກຸ່ມດັ່ງກ່າວ ມາໄດ້ຫຼາຍປີແລ້ວ ແມ່ນກະທັ້ງເຊື້ອເຊີນພວກເຂົາໄປຍັງນະຄອນຫຼວງມົສກູ.

ໃນຂະນະທີ່ ບັນດາປະເທດຕາເວັນຕົກ ມອງເບິ່ງການຖອນໂຕ ຂອງສະຫະລັດແລະອົງການເນໂຕ້ ອອກຈາກອັຟການິສຖານດ້ວຍຄວາມເປັນຫ່ວງ ກັງວົນຢ້ານວ່າພວກແມ່ຍິງແລະເດັກນ້ອຍແມ່ຍິງ ໂດຍສະເພາະແລ້ວ ຈະໄດ້ຮັບການກົດຂີ່ພາຍໃຕ້ກຸ່ມອິສລາມຫົວຮຸນແຮງດັ່ງກ່າວ ແຕ່ມົສກູ ກໍບໍ່ໄດ້ໃຊ້ຄຳເວົ້າທີ່ຮຸນແຮງກັບພວກເຂົາ.

ເອກອັກຄະລັດຖະທູດຣັດເຊຍ ປະຈຳອົງການສະຫະປະຊາຊາດ ທ່ານວາສຊີລີ ເນເບັນເຊຍ ກ່າວຕໍ່ກອງປະຊຸມສຸກເສີນ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນວັນທີ 16 ສິງຫາຜ່ານມາ ນຶ່ງມື້ຫຼັງຈາກກຸ່ມຕາລີບານ ເຂົ້າຢຶດເອົານະ ຄອນຫຼວງກາບູລ ໂດຍເວົ້າວ່າ “ບໍ່ມີຈຸດທີ່ຈະຕ້ອງແຕກຕື່ນ.” ທ່ານກ່າວວ່າ ສະ ຖານທູດຣັດເຊຍຈະປະຕິບັດງານຢູ່ທີ່ນັ້ນຕໍ່ໄປຕາມປົກກະຕິ.

ທ່ານກ່າວຕື່ມວ່າ “ພວກເຮົາຍັງມີຄວາມສົນໃຈ ກ່ຽວກັບການຕົກລົງກັນຢ່າງວ່ອງໄວ ດ້ວຍຄວາມສັນຕິ ແລະຫຼັງຈາກນັ້ນກໍໄດ້ເກີດຄວາມທຸ່ນທ່ຽງຢູ່ໃນອັຟການິສຖານ ແລະການຟື້ນໂຕຄືນລຸນຫຼັງການຂັດແຍ້ງ.”

ມົສກູກໍມີຄວາມຊົງຈຳອັນຂົ່ມຂື່ນຂອງຕົນ ໃນການແຊກແຊງ ທີ່ໄດ້ກາຍເປັນບັນຫາຢູ່ໃນອັຟການິສຖານມາແລ້ວ.

ໃນປີ 1979 ທະຫານຂອງຣັດເຊຍໄດ້ບຸກເຂົ້າໄປໃນປະເທດດັ່ງກ່າວເພື່ອສະໜັບສະໜຸນລັດຖະບານຄອມມູນິສ ທີ່ພວມທຳການສູ້ລົບ ກັບກຸ່ມກະບົດອິສລາມຫົວຮຸນແຮງໃນເມື່ອກ່ອນ ຊຶ່ງເປັນທີ່ຮູ້ກັນ ໃນນາມກຸ່ມມູຈາຮີດີນ. ໃນອັນທີ່ຄວນຈະເປັນ ການປະຕິບັດງານ ທາງທະຫານຢ່າງວ່ອງໄວ ແຕ່ໄດ້ຖືກແກ່ຍາວ ມາໄດ້ເກືອບນຶ່ງທົດສະວັດ ຊຶ່ງໄດ້ເອົາຊີວິດຂອງພວກທະຫານໂຊວຽດແລະເຮັດໃຫ້ຄັງເງິນຂອງປະເທດດັ່ງກ່າວບົກແຫ້ງ. ບໍ່ດົນຫຼັງຈາກການຖອນທະຫານ ກັບຄືນປະເທດແລ້ວ ອຳນາດການປົກຄອງຄອມມູນິສໃນໂຊວຽດ ກໍໄດ້ພັງທະລາຍລົງ.

ນຶ່ງໃນເລື້ອງສຳຄັນສຸດ ທີ່ຣັດເຊຍເປັນຫ່ວງໃນທຸກມື້ນີ້ ກໍແມ່ນຫາທາງປ້ອງກັັນການສົ່ງອອກສາສະໜາອິສລາມຫົວຮຸນແຮງຈັດ ແລະພວກນັກລົບ ໄປຍັງບັນດາປະເທດພັນທະມິດຂອງຣັດເຊຍ ຢູ່ໃນເຂດເອເຊຍກາງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG