ກຸ່ມຕາລີບານໃນອັຟການິສຖານ ພວມທຳການເຄື່ອນໄຫວຢ່າງວ່ອງໄວ ເພື່ອແກ້ໄຂໃນເລື້ອງການປົກຄອງ ຄວາມໝັ້ນຄົງ ແລະການທ້າທາຍຕ່າງໆທີ່ພົວພັນກັບການສ້າງຄວາມປອງດອງຊາດ ກັບອະດີດສັດຕູ ພຽງບໍ່ເທົ່າໃດມື້ຫຼັງຈາກໄດ້ເຂົ້າກຳອຳນາດ ໃນນະຄອນຫຼວງກາບູລ ແລະໂດຍປະກາດວ່າ “ສົງຄາມສິ້ນສຸດລົງແລ້ວ.”
ຄະນະຜູ້ແທນຂອງກຸ່ມກະບົດດັ່ງກ່າວ ຮວມທັງພວກຜູ້ນຳຂອງຕາໜ່າງຮັກການີ ທີ່ເປັນພັນທະ ມິດ ທີ່ຖືກຈັດໂດຍສະຫະລັດວ່າ ຢູ່ໃນຕາໜ່າງກຸ່ມກໍ່ການຮ້າຍຂອງໂລກ ໄດ້ໄປຢ້ຽມຢາມບ້ານພັກ ຂອງພວກຜູ້ນຳທາງການເມືອງ ຢູ່ໃນນະຄອນຫຼວງອັຟການິສຖານ ໃນຕອນແລງຂອງວັນພຸດຜ່ານມານີ້.
ອະດີດປະທານາທິບໍດີຮາມິດ ກາຊາຍ ແລະທ່ານອັບດູລລາ ອັບດູລລາ ຊຶ່ງເປັນພາຄີຂອງປະທານາທິບໍດີອາສຣາຟ ການີ ທີ່ພວມລີ້ໄພ ຢູ່ໃນຕ່າງປະເທດນັ້ນ ແມ່ນຮວມຢູ່ໃນບັນດາຜູ້ທີ່ໃຫ້ການຕ້ອນຮັບແກ່ພວກຜູ້ນຳຕາລີບານ.
ທ່ານອັບດູລລາ ຂຽນລົງໃນທວີດເຕີ້ ກ່ຽວກັບການພົບປະ ໃນວັນພະຫັດວານນີ້ວ່າ “ພວກເຂົາ ເຈົ້າໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບເລື້ອງຄວາມປອດໄພຂອງປະຊາຊົນໃນນະຄອນຫຼວງກາບູລ ແລະຢູ່ໃນທົ່ວປະເທດອັຟການິສຖານ ຕະຫຼອດທັງ ການຮ່ວມມືໃນອະນາຄົດຂອງປະເທດຊາດ.”
ທ່ານອັບດູລລາຂຽນລົງໃນທວີດເຕີ້ຕື່ມວ່າ ທ້າວຄາລີລ ອາລ-ຣາມັນ ຮັກການີ ຊຶ່ງຖືກວໍຊິງຕັນປະກາດວ່າ ເປັນຜູ້ກໍ່ການຮ້າຍຂອງໂລກໃນປີ 2011 ນັ້ນ ເປັນຜູ້ນຳພາຄະນະຜູ້ແທນຂອງກຸ່ມຕາລີບານ ແລະໃຫ້ຂໍ້ສັງເກດວ່າ ປະທານສະພາສູງອັຟການິສຖານ ທ່ານຟາຊາລ ຮາດີ ມຸສລິມຢາ ກໍເຂົ້າຮ່ວມໃນການປະຊຸມດັ່ງກ່າວທີ່ມີຮວມທັງຫຼາຍໆຄົນນັ້ນ.
ໃນອັນທີ່ປາກົດວ່າ ເປັນຄວາມພະຍາຍາມທີ່ຈະເນັ້ນໜັກ ເຖິງຄວາມສຳຄັນຂອງລະບອບການປົກຄອງ ທີ່ຮວມເອົາທຸກພັກຝ່າຍນັ້ນ ທ່ານອັບດູລລາໄດ້ກ່າວຢ້ຳວ່າ “ປະຫວັດສາດສະແດງໃຫ້ເຫັນວ່າ ການຂາດຄວາມຍຸຕິທຳໃນສັງຄົມ ການສະໜອງຄວາມປອດໄພ ແລະການເສີມຄວາມເຂັ້ມແຂງໃຫ້ແກ່ຄວາມສາມັກຄີແຫ່ງຊາດນັ້ນ ແມ່ນເປັນໄປບໍ່ໄດ້.”
ໃນຂະນະດຽວກັນ ກໍມີລາຍງານຢ່າງກະຈັດກະຈາຍວ່າ ພວກນັກລົບຂອງກຸ່ມຕາລີບານໄດ້ທຳການປາບປາມພວກປະທ້ວງດ້ວຍການໃຊ້ຄວາມຮຸນແຮງ ຊຶ່ງເຮັດໃຫ້ມີຢ່າງໜ້ອຍ 3 ຄົນເສຍຊີວິດ ທີ່ເມືອງຈາລາລາບັດ ທາງພາກຕາເວັນອອກຂອງປະເທດ ໃນມື້ວັນພຸດທີ່ຜ່ານມານີ້.