ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ມີທ່າທາງວ່າ ຈະຕອບໂຕ້ຄືນ ຕໍ່ກຳປັ່ນລົບ ຂອງຢູໂຣບ ແລະອິນເດຍ ຢູ່ໃນເຂດທະເລ ທີ່ຈີນເອີ້ນວ່າ ເປັນຂອງຕົນ


ພວກນັກຮຽນອິນເດຍ ພວມຍ່າງຜ່ານກຳປັ່ນລົບຂອງກອງທັບເຮືອ INS Kirch ເພື່ອໄປຢ້ຽມຢາມແບບມີຜູ້ນຳພາ ທີ່ເມືອງໂກລກາຕາ ເມື່ອວັນທີ 5 ທັນວາປີ 2019.
ພວກນັກຮຽນອິນເດຍ ພວມຍ່າງຜ່ານກຳປັ່ນລົບຂອງກອງທັບເຮືອ INS Kirch ເພື່ອໄປຢ້ຽມຢາມແບບມີຜູ້ນຳພາ ທີ່ເມືອງໂກລກາຕາ ເມື່ອວັນທີ 5 ທັນວາປີ 2019.

ການເດີນທາງທີ່ມີມາເປັນລຳດັບ ໂດຍກຳປັ່ນ ຂອງບັນດາປະເທດພັນທະມິດຕາ ເວັນຕົກ ໄປຍັງທະເລທີ່ມີການຂັດແຍ້ງໃນເອເຊຍ ເມື່ອກາງປີ 2021 ນີ້ ຈະກະຕຸ້ນໃຫ້ຈີນ ຊຶ່ງເປັນປະເທດ ທີ່ອ້າງເອົາກຳມະສິດຫຼາຍທີ່ສຸດ ຢູ່ໃນທະເລດັ່ງກ່າວ ຕິດຕາມກຳປັ່ນຂອງຕ່າງປະເທດ ຕອບໂຕ້ຄືນຕໍ່ປະເທດຕ່າງໆທີ່ຢູ່ເບື້ອງຫຼັງພວກເຂົາ ແລະບາງທີອາດຈະທຳການຊ້ອມລົບທີ່ໃຊ້ລູກປືນແທ້ ນັ້ນຄືຄຳເວົ້າຂອງນັກວິເຄາະ.

ມີຢ່າງໜ້ອຍ 8 ປະເທດໄດ້ສະແດງໃຫ້ເຫັນ ນັບແຕ່ທ້າຍເດືອນກໍລະກົດເປັນຕົ້ນມາ ທີ່ຈະສົ່ງກຳປັ່ນກອງທັບເຮືອຂອງຕົນ ໄປຍັງທະເລຈີນໃຕ້ ທີ່ອຸດົມສົມບູນໄປດ້ວຍແຫຼ່ງຊັບພະຍາກອນທຳມະຊາດ ທີ່ເນັ່ງແຕ່ຮົງກົງ ໄປຫາເກາະບໍນຽວ ເພື່ອສະໜັບສະໜຸນໃຫ້ທະເລດັ່ງກ່າວ ເປີດກວ້າງເປັນເຂດນ່ານນ້ຳສາກົນ ແທນທີ່ຈະຍົກໃຫ້ໄປຢູ່ພາຍໃຕ້ການຄວບຄຸມຂອງຈີນ.

ເຮືອພິຄາດຄຸ້ມກັນ HMS Defender ຊຶ່ງເປັນສ່ວນນຶ່ງຂອງກຸ່ມກຳປັ່ນໂຈມຕີອັງກິດ ໄດ້ໄປເຖິງທະເລຈີນໃຕ້ ໃນເດືອນແລ້ວນີ້ ອີງຕາມລາຍງານຂອງສື່ມວນຊົນພາຍໃນປະເທດອັງກິດ ແລະມີກຳນົດທີ່ຈະເຂົ້າຮ່ວມກັບກຳປັ່ນລົບຂອງຈາກຝຣັ່ງຍີປຸ່ນ ອິນເດຍ ອອສເຕຣເລຍ ນິວຊີແລນແລະສະຫະລັດ ເພື່ອທຳການຊ້ອມລົບຮ່ວມໃກ້ໆທະເລດັ່ງກ່າວ. ສຳລັບອິນເດຍແລ້ວ ມີແຜນການທີ່ຈະສົ່ງກຳປັ່ນລົບ 4 ລຳໄປຮ່ວມ ພາຍໃນໄລຍະ 2 ເດືອນ ອີງຕາມເວັບໄຊຂອງກະຊວງປ້ອງກັນປະເທດ. https://www.pib.gov.in/PressReleasePage.aspx?PRID=1741640 ]]

ຝຣັ່ງ ສະຫະຣາຊະອານາຈັກ ແລະການາດາ ກໍໄດ້ສົ່ງກຳປັ່ນລົບຈຳນວນນຶ່ງໄປຍັງທະເລດັ່ງກ່າວ ເມື່ອຕົ້ນປີນີ້.

[[https://www.voanews.com/east-asia-pacific/voa-news-china/western-countries-send-ships-south-china-sea-pushback-against]]

ເມື່ອວັນທີ 2 ສິງຫາຜ່ານມານີ້ ກຳປັ່ນລົບບາຍເຢີນຂອງເຢຍຣະມັນກໍໄດ້ອອກເດີນທາງເປັນເວລາ 6 ເດືອນໄປຍັງເຂດເອເຊຍ ຮວມທັງທະເລຈີນໃຕ້ ອີງຕາມຄຳເວົ້າ ຂອງລັດຖະມົນຕີກະຊວງປ້ອງກັນປະເທດເຢຍຣະມັນ ທ່ານນາງແອນເນີເກຣັດ ແຄຣັມ-ຄາເຣັນບາວເອີ (Annegret Kramp-Karrenbauer) ທີ່ໄດ້ກ່າວໄວ້. ທ່ານນາງໄດ້ຂຽນລົງໃນທວີດເຕີ້ວ່າ “ຂໍ້ຄວາມກໍແມ່ນຈະແຈ້ງ. ພວກເຮົາພວມລຸກຂື້ນ ປ້ອງກັນຄຸນຄ່າແລະຜົນປະໂຫຍດຮ່ວມກັນ ກັບບັນດາປະເທດພາຄີແລະພັນທະມິດ.”

ການເດີນທາງເຫຼົ່ານີ້ໄດ້ສ້າງຄວາມຕື່ນຕົກໃຈໃຫ້ແກ່ຈີນ. ສານໄກ່ເກ່ຍຂອງໂລກໄດ້ຕັດສິນໃນປີ 2016 ວ່າ ຈີນບໍ່ມີພື້ນຖານທາງດ້ານກົດໝາຍໃດໆ ສຳລັບອັນທີ່ເອີ້ນວ່າ “ເສັ້ນເກົ້າຂີດ” ທີ່ໃຊ້ສຳລັບສະໜັບສະໜຸນການອ້າງເອົາກຳມະສິດປະມານ 90 ເປີເຊັນຂອງທະເລຈີນໃຕ້ ທີ່ກວ້າງ 3 ລ້ານ 5 ແສນກິໂລແມັດມົນທົນ ແຕ່ເຈົ້າໜ້າທີ່ຈີນ ໄດ້ປະຕິເສດບໍ່ຮັບເອົາການຕັດສິນດັ່ງກ່າວ.

ເພື່ອເປັນການຕອບໂຕ້ຕໍ່ການສົ່ງກຳປັ່ນເຂົ້າໄປໃນເຂດດັ່ງກ່າວຂອງຕ່າງປະເທດ ຈີນຈະເລີ້ມທຳການປະທ້ວງທາງດ້ານການທູດ ຫຼືບໍ່ ກໍຜ່ານທາງໜັງສືພິມພາສາອັງກິດພາຍໃນປະເທດ ນັ້ນຄືຄຳເວົ້າຂອງທ່ານເດເຣັກ ກຣອສແມນ ນັກວິເຄາະອະວຸໂສ ຂອງອົງການແຣນຄໍ (Rand Corp.) ຊຶ່ງເປັນອົງການຄົ້ນຄວ້າ ທີ່ມີສຳນັກງານຢູ່ໃນສະຫະລັດ. ທ່ານກ່າວຕໍ່ວີໂອເອວ່າ ມັນອາດຈະຮ້າຍແຮງກວ່ານັ້ນ ໂດຍສົ່ງກຳປັ່ນ ຕິດຕາມກຳປັ່ນລົບຂອງຕ່າງປະເທດ.

ທ່ານກຣອສແມນ ກ່າວຕື່ມວ່າ “ມັນເປັນເລື້ອງງ່າຍ ທີ່ຈະຮ້ອງທຸກ ໂດຍຜ່ານຊ່ອງທາງ ທີ່ເປັນທາງການ ແລະບໍ່ເປັນທາການ. ມັນຈະມີການຮ້ອງທຸກຈຳນວນນຶ່ງ ແຕ່ຂ້າພະເຈົ້າຄິດວ່າ ມັນອາດຈະຢູ່ໃນລະດັບສູງກວ່ານັ້ນ ທ່ານສາມາດແນມເຫັນກຳປັ່ນຈີນ ແລ່ນຕິດຕາມກຳປັ່ນຂອງເຢຍຣະມັນ ແລະອິນເດຍ ກຳປັ່ນລົບຂອງອັງກິດ ຢູ່ໃນທະເລຈີນໃຕ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG