ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີປຸ່່ນ ມີລາຍງານ ການຕິດເຊື້ອໄວຣັສໃໝ່ ສູງເປັນປະຫວັດການ


ຜູ້ຄົນໃສ່ໜ້າກາກປ້ອງກັນ ທ່າມກາງການລະບາດຂອງໄວຣັສໂຄໂຣນາ ໃນຍ່ານການຄ້າຂອງໂຕກຽວ ປະເທດຍີປຸ່ນ ເມື່ອວັນທີ 8 ກໍລະກົດ 2021.
ຜູ້ຄົນໃສ່ໜ້າກາກປ້ອງກັນ ທ່າມກາງການລະບາດຂອງໄວຣັສໂຄໂຣນາ ໃນຍ່ານການຄ້າຂອງໂຕກຽວ ປະເທດຍີປຸ່ນ ເມື່ອວັນທີ 8 ກໍລະກົດ 2021.

ຍີ່ປຸ່ນໃນວັນພຸດວານນີ້ ລາຍງານວ່າ ມີຜູ້ຕິດໄວຣັສໂຄໂຣນາລາຍໃໝ່ເກີນກວ່າ 9,500 ຄົນ ຊຶ່ງເປັນຈໍານວນທີ່ສູງສຸດໂດຍເຮັດໃຫ້ເກີດມີຄໍາຖາມໃໝ່ໆກ່ຽວກັບວ່າ ການແຂ່ງຂັນກິລາໂອລິມປິໂຕກຽວທີ່ກຳລັງມີຢູ່ຕໍ່ເນື່ອງນັ້ນ ເຮັດໃຫ້ສະຖາ ນະການການແຜ່ລະບາດຂອງປະເທດ ຮ້າຍແຮງຂຶ້ນ ຫຼືບໍ່.

ມີລາຍງານວ່າ ມີຜູ້ຕິດເຊື້ອໄວຣັສໃນປະເທດຫຼາຍກວ່າ 3,000 ຄົນນັ້ນ ແມ່ນຢູ່ໃນນະຄອນຫຼວງໂຕກຽວຊຶ່ງໄດ້ສ້າງສະຖິຕິຈຳນວນສູງສອງມື້ລຽນຕິດ. ຈຳນວນ ດັ່ງກ່າວນັ້ນ ໄດ້ຖືກເກັບກຳໂດຍອົງການຂ່າວ NHK ຊຶ່ງເປັນສະຖານີໂທລະ ພາບສາທາລະນະຂອງຍີ່ປຸ່ນ.

ນະຄອນຫຼວງໂຕກຽວ ແມ່ນຢູ່ພາຍໃຕ້ພາວະສຸກເສີນຢູ່ແລ້ວ ທີ່ວ່າ ບັນດານັກວິຈານໃນທ້ອງຖິ່ນບາງຄົນ ໄດ້ກ່າວຕ້ອງຕິວ່າ ບໍ່ມີປະສິດທິພາບ. ກົດລະບຽບຫຼາຍອັນ ແມ່ນເປັນການສະໝັກໃຈ. ຍົກຕົວຢ່າງ ພວກຮ້ານອາຫານ ໄດ້ຖືກຂໍຮ້ອງໃຫ້ປິດກິດຈະການກ່ອນກຳນົດ ແລະບໍ່ໃຫ້ຂາຍເຫຼົ້າ. ແລະກໍບໍ່ໄດ້ປະຕິບັດຕາມທັງໝົດດອກ.

ໄວຣັສດັ່ງກ່າວ ຍັງແຜ່ລະບາດຢູ່ນອກນະຄອນຫຼວງ. ສາມເຂດຫົວເມືອງຢູ່ອ້ອມຮອບນະຄອນ ຫຼວງໂຕກຽວ ຄື ຄານາກາວະ ຊີບະ ແລະໄຊຕາມະ ທັງໝົດໄດ້ພົບເຫັນການເພີ້ມສູງຂຶ້ນຂອງການຕິດເຊື້ອໄວຣັສ. ສື່ມວນຊົນຂອງທ້ອງຖິ່ນ ລາຍງານວ່າ ບັນດາເຈົ້າໜ້າທີ່ກຳລັງພິຈາລະນາເສີມຂະຫຍາຍມາດຕະການປ້ອງກັນໂຣກລະບາດຢູ່ໃນພື້ນທີ່ດັ່ງກ່າວນັ້ນ.

“ລະບົບການແພດໄດ້ເລີ້ມຕຶງຄຽດຫຼາຍຂຶ້ນແລ້ວ” ທ່ານຊີເກຣຸ ໂອມິ ທີ່ປຶກສາດ້ານໂຣກລະບາດຂອງລັດຖະບານຍີ່ປຸ່ນ ໄດ້ກ່າວຕໍ່ການຮັບຟັງຄຳໃຫ້ການຂອງສະພາ ອີງຕາມອົງການຂ່າວ ກິໂຢໂດ (Kyodo).

ໂດຍລວມແລ້ວ ວິທີຮັບມືກັບການລະບາດຂອງຍີ່ປຸ່ນນັ້ນ ໄດ້ປະສົບຜົນສຳເລັດພໍສົມຄວນ. ມີລາຍງນວ່າ ຜູ້ເສຍຊີວິດຍ້ອນໄວຣັສໂຄໂຣນາ ມີພຽງ 15,000 ຄົນ ຊຶ່ງຕ່ຳກວ່າປະເທດອື່ນໆທີ່ມີຂະໜາດເທົ່າກັບປະເທດຕົນ. ເຖິງແມ່ນວ່າ ຍີ່ປຸ່ນໄດ້ລາຍງານ ຈຳນວນກໍລິນີຕິດເຊື້ອທີ່ສູງເປັນປະຫວັດການໃນວັນພຸດວານນີ້ ກໍຕາມ ຕົນໄດ້ລາຍງານວ່າ ມີຜູ້ເສຍຊີວິດພຽງແປດຄົນເທົ່ານັ້ນ.

ບໍ່ວ່າຕົນຈະສາມາດສືບຕໍ່ໃຊ້ມາດຕະການປິດເມືອງແບບບໍ່ບັງຄັບຫຼາຍນັ້ນ ອາດ ຂຶ້ນຢູ່ກັບວ່າ ສະພາບການລະບາດໃນປັດຈຸບັນນີ້ ຮ້າຍແຮງຫຼາຍຊ່ຳໃດ ແລະພວກນັກກິລາ ບັນດາເຈົ້າໜ້າທີ່ ແລະສື່ມວນຊົນຈາກທົ່ວໂລກ ຫຼາຍສິບພັນຄົນນັ້ນ ຈະຢູ່ໃນຂອບເຂດການປົກປ້ອງຂອງພວກເຂົາຕາມແຜນການທີ່ໄດ້ວາງເອົາໄວ້ ຫຼືບໍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG