ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ດຣ. ຟາວຈີ ກ່າວເຕືອນວ່າ ສະຫະລັດ ກຳລັງຢູ່ໃນ 'ທິດທາງທີ່ບໍ່ຖືຶກຕ້ອງ'


ດຣ. ແອນໂທນີ ຟາວຈີ ຜູ້ຊ່ຽວຊ້ານດ້ານໂຣກຕິດຕໍ່ຂອງສະຫະລັດ.
ດຣ. ແອນໂທນີ ຟາວຈີ ຜູ້ຊ່ຽວຊ້ານດ້ານໂຣກຕິດຕໍ່ຂອງສະຫະລັດ.

ດຣ. ແອນໂທນີ ຟາວຈີ, ນັກຊ່ຽວຊານດ້ານໂຣກຕິດຕໍ່ຂອງສະຫະລັດ, ໄດ້ສົ່ງສັນຍານເຕືອນຄັ້ງໃໝ່ ໃນວັນອາທິດວານນີ້ ກ່ຽວກັບຈໍານວນຜູ້ຕິດເຊື້ອໄວຣັສໂຄໂຣນາທີ່ເພີ້ມຂຶ້ນໃນປະເທດ, ໂດຍສະເພາະໃນຂົງເຂດທີ່ບັນດາຜູ້ຄົນປະຕິ ເສດ ຕໍ່ການສັກຢາວັກຊີນ ເຖິງແມ່ນວ່າໃນຂະນະນີ້ຈະມີການແຜ່ລະບາດຂອງໄວຣັສສາຍພັນໃໝ່ເດລຕ້າ ຢ່າງໄວກໍ່ຕາມ.

“ພວກເຮົາກໍາລັງເດີນໄປໃນທາງທີ່ບໍ່ຖືກຕ້ອງ,” ນັ້ນຄືຄໍາເວົ້າຂອງ ດຣ. ຟາວຈີ ກ່າວຕໍ່ການອອກອາກາດ ລາຍການຂອງໂທລະພາບ CNN. “50 ເປີເຊັນຂອງປະເທດບໍ່ໄດ້ຮັບການສັກຢາວັກຊີນ. ນັ້ນແມ່ນບັນຫາ.”

“ພວກເຮົາກໍາລັັງນໍາໂຕເອງເຂົ້າສູ່ອັນຕະລາຍ,” ດຣ. ຟາວຈີ ຫົວໜ້າທີ່ປຶກສາ ທາງການແພດ ຂອງປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວ.

ໃນສະຫະລັດ, ການເຂົ້າຮັບການຮັກສາພາຍໃນໂຮງໝໍ ແລະການເສຍຊີວິດນັ້ນແມ່ນຕໍ່າກວ່າຈຸດສູງສຸດ ໃນລະດູໜາວ ຂອງປີທີ່ຜ່ານມາ. ແຕ່ວ່າຈໍານວນຜູ້ຕິດ ເຊື້ອລາຍໃໝ່ໄດ້ເພີ້ມຂຶ້ນຢ່າງວ່ອງໄວໃນຫລາຍພື້ນທີ່ຂອງປະເທດ ເຊິ່ງບ່ອນທີ່ ຜູ້ຄົນຈໍານຶ່ງ ຍັງມີຄວາມສົງໄສ ກ່ຽວກັບຄວາມຈໍາເປັນຂອງການສັກຢາວັກຊີນ, ຄວາມປອດໄພຂອງການສັກວັກຊີນ ແລະການຕໍ່ຕ້ານຕໍ່ຄໍາແນະນໍາຂອງລັດຖະ ບານໃນການສັກຢາວັກຊີນ ຍັງຄົງເປັນປັດໄຈອັນສໍາຄັນ.

ມີການຢັ້ງຢືນຈໍານວນຜູ້ຕິດເຊື້ອລາຍໃໝ່ເຖິງ 51,000 ຄົນໃນສະຫະລັດໃນມື້ວັນເສົາແລ້ວນີ້, ເພີ້ມຂຶ້ນ 172 ເປີເຊັນ ໃນຊ່ວງສອງອາທິດທີ່ຜ່ານມາ,​ ແລະເສຍຊີວິດຫລາຍກວ່າ 250 ຄົນ ໃນແຕ່ລະວັນ ໃນຊ່ວງບໍ່ເທົ່າໃດອາທິດມານີ້.

ສະພາບການທີ່ເປັນຢູ່ໃນເວລານີ້ິ້, ລັດຖະບານກ່າວວ່າ ມີປະຊາຊົນອາເມຣິກັນຫລາຍກວ່າ 169 ລ້ານຄົນແມ່ນໄດ້ຮັບການສັກຢາວັກຊີນຄົບຖ້ວນແລ້ວ, ເຊິ່ງເທົ່າກັບ 49 ເປີເຊັນຂອງປະຊາກອນທົ່ວປະເທດແລະເກືອບ 60 ເປີເຊັນຂອງ ຈໍານວນຜູ້ໃຫຍ່.

ແຕ່ການສໍາຫລວດສະແດງໃຫ້ເຫັນວ່າ ປະຊາຊົນຊາວອາເມຣິກັນເກືອບ 80 ເປີ ເຊັນທີ່ຍັງບໍ່ໄດ້ຮັບການສັກຢາວັກຊີນ ກ່າວວ່າ ພວກເຂົາຈະບໍ່ໄປສັກຢາວັກຊີນຢ່າງແນ່ນອນ ຫລືບໍ່ໜ້າຈະເປັນໄປໄດ້, ບໍ່ວ່າທາງເຈົ້າໜ້າທີ່ຈະແນະນໍາຊັກຊວນພວກເຂົາໃຫ້ໄປສັກຢາກໍ່ຕາມ.

ບັນດານັກການເມືອງທີ່ມີຫົວອະນຸລັກນິຍົມທີ່ຜ່ານມາ ເຄີຍໃຊ້ວິທີການສັກຢາວັກຊີນທີ່ລະມັດລະວັງຫລາຍຂຶ້ນ ຫລືການຮັບການສັກຢາວັກຊີນນັ້ນ ຈໍາເປັນຫລືບໍ່ແມ່ນຂຶ້ນຢູ່ກັບການຕັດສິນໃຈຂອງສ່ວນບຸກຄົນ. ແຕ່ດຽວນີ້ ບາງຄົນໄດ້ສະແດງຄວາມບໍ່ພໍໃຈທີ່ສຸດ ຕໍ່ຜູ້ທີ່ປະຕິເສດ ໃນການສັກຢາວັກຊີນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG