ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີ ໄບເດັນ ພິຈາລະນາ ອາດຈະຟື້ນຟູລະບົບອິນເຕີແນັດ ຢູ່ຄິວບາ


ປະທານາທິບໍດີໂຈ ໄບເດັນ ແລະນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງແອງເກີລາ ເມີໂກລ ທີ່ທຳນຽບຂາວ ໃນນະຄອນຫຼວງ
ວໍຊິງຕັນ ເມື່ອວັນທີ 15 ກໍລະກົດ 2021.
ປະທານາທິບໍດີໂຈ ໄບເດັນ ແລະນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງແອງເກີລາ ເມີໂກລ ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ ເມື່ອວັນທີ 15 ກໍລະກົດ 2021.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວໃນວັນພະຫັດວານນີ້ວ່າ ວໍຊິງຕັນຈະທົບທວນເບິ່ງວ່າ ຕົນຄວນຊ່ວຍຟື້ນຟູລະບົບອິນເຕີແນັດຢູ່ໃນຄິວບາຫຼືບໍ່ ທີ່ໄດ້ຖືກອັດລົງ ນັບແຕ່ການປະທ້ວງໄດ້ເລີ້ມຂຶ້ນເມື່ອທ້າຍອາທິດທີ່ຜ່ານມານີ້.

ທ່ານໄບເດັນ ກ່າວຕໍ່ພວກນັກຂ່າວ ໃນກອງປະຊຸມຖະແຫຼງຂ່າວ ຮ່ວມກັບນາຍົກ ລັດຖະມົນຕີເຢຍຣະມັນ ທ່ານນາງແອງເກີລາ ເມີໂກລ ໂດຍເວົ້າວ່າ “ພວກເຂົາໄດ້ຕັດການເຂົ້າເຖິງອິນເຕີແນັດ. ພວກເຮົາກຳລັງພິຈາລະນາເບິ່ງຢູ່ວ່າ ພວກເຮົາມີຄວາມສາມາດທາງເທັກໂນໂລຈີຫຼືບໍ່ເພື່ອຟື້ນຟູໃຫ້ຜູ້ຄົນສາມາດເຂົ້າເຖິງລະບົບ ດັ່ງກ່າວ.”

ສະມາຊິກສະພາຂອງສະຫະລັດຈຳນວນນຶ່ງ ໃນໄລຍະສອງສາມມື້ຜ່ານມານີ້ ໄດ້ຮຽກຮ້ອງໃຫ້ປະທານາທິບໍດີແກ້ໄຂບັນຫາການເຂົ້າເຖິງອິນເຕີແນັດຢູ່ໃນປະເທດເກາະດອນດັ່ງກ່າວ ໃນຂະນະທີ່ການປະທ້ວງ ກ່ຽວກັບການຂາດແຄນອາຫານແລະຢາປົວພະຍາດໄດ້ສ້າງຄວາມສັ່ນສະເທືອນຢູ່ທີ່ນະຄອນຮາວານາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ ແລະຫຼາຍຮ້ອຍຄົນຖືກຈັບ.

ສະມາຊິກສະພາສູງ ສັງກັດພັກຣີິພັບບລີກັນ ມາຊາ ແບລັກເບີນ ກ່າວຕໍ່ວີໂອເອ ໃນວັນພະຫັດວານນີ້ວ່າ ລັດຖະບານທ່ານໄບເດັນ ຕ້ອງໃຫ້ການສະໜັບສະໜຸນຕໍ່ປະຊາຊົນຊາວຄິວບາ ດ້ວຍວິທີທາງທີ່ໜັກແໜ້ນ.

ທ່ານນາງແບລັກເບີນ ກ່າວວ່າ “ພວກເຂົາເຈົ້າແມ່ນມີຄວາມລັງເລໃຈຫຼາຍທີ່ຈະເອົາບາດກ້າວຕໍ່ໄປ ແລະເປັນທີ່ປາກົດວ່າ ສິ່ງທີ່ພວກເຂົາເຈົ້າພະຍາຍາມຈະເຮັດນັ້ນ ແມ່ນບໍ່ເຂົ້າຂ້າງຝ່າຍໃດຝ່າຍນຶ່ງໃນການຕໍ່ສູ້.”

ຜູ້ປົກຄອງລັດຟລໍຣິກາ ທ່ານຣອນ ດີແຊນຕິສ ອີງຕາມອົງການຂ່າວຣອຍເຕີ້ແລ້ວ ກ່າວວ່າ “ເວລາແມ່ນອົງປະກອບທີ່ສຳຄັນໃນເວລານີ້. ທຸກໆມື້ທີ່ອຳນາດການປົກຄອງສາມາດປິດບັງຄວາມຈິງ ແມ່ນມື້ທີ່ພວກເຂົາເປັນຜູ້ຊະນະ” ທີ່ທ່ານໝາຍເຖິງລັດຖະບານຄິວບາ.

ອົງການແນັດບລັອກສ໌ (NetBlocks) ຊຶ່ງເປັນອົງການຕິດຕາມຄຸ້ມຄອງອິນເຕີແນັດໂລກ ໄດ້ໃຫ້ການຢືນຢັນ ກ່ຽວກັບການຈຳກັດຮັດແຄບໃນການໃຊ້ສື່ສັງຄົມແລະການສົ່ງຂໍ້ມູນຫຼາຍຢ່າງ ໃນທົ່ວປະເທດຄິວບາ ເມື່ອອາທິດແລ້ວນີ້.

ອົງການແນັດບລັອກສ໌ ກ່າວຢູ່ໃນຖະແຫຼງການວ່າ “ເປົ້າໝາຍຂອງການຈຳກັດຮັດແຄບເບິ່ງຄືວ່າ ຈະຄວບຄຸມການຫຼັ່ງໄຫຼຂອງຂໍ້ມູນຈາກຄິວບາ ຫຼັງຈາກໄດ້ມີການປະທ້ວງຢ່າງກວ້າງຂວາງ ໃນມື້ວັນອາທິດຜ່ານມາ ໃນຂະນະທີ່ປະຊາຊົນຫຼາຍພັນຄົນໂຮມຊຸມນຸມ ຕໍ່ຕ້ານນະໂຍບາຍ ຂອງລັດຖະບານສັງຄົມນິຍົມ ແລະລາຄາສິນຄ້າທີ່ແພງຂຶ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG