ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ມີຜູ້ເສຍຊີວິດ ຢ່າງໜ້ອຍ 80 ຄົນ ແລະ 1,300 ຄົນ ຍັງຫາຍສາບສູນ ຍ້ອນນ້ຳຖ້ວມ ຢູ່ເຢຍຣະມັນ


ລົດຄັນນຶ່ງຖືກຂີ້ຕົມຖົມ ທີ່ເມືອງຮາເກັນ ໃນເຢຍຣະມັນ ເມື່ອວັນພຸດ ທີ 15 ກໍລະກົດ 2021 ພ້ອມກັບຊາກຫັກພັງ ທີ່ຖືກນ້ຳຊຸມາ (Roberto Pfeil/dpa via AP)
ລົດຄັນນຶ່ງຖືກຂີ້ຕົມຖົມ ທີ່ເມືອງຮາເກັນ ໃນເຢຍຣະມັນ ເມື່ອວັນພຸດ ທີ 15 ກໍລະກົດ 2021 ພ້ອມກັບຊາກຫັກພັງ ທີ່ຖືກນ້ຳຊຸມາ (Roberto Pfeil/dpa via AP)

ເຈົ້າໜ້າທີ່ໃນພາກຕາເວັນຕົກຂອງເຢຍຣະມັນກ່າວວ່າ ຝົນຕົກໜັກໄດ້ພາໃຫ້ເກີດ ນໍ້າຖ້ວມ ທີ່ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວຢ່າງໜ້ອຍ 80 ຄົນ ໃນຂະນະທີ່ຫຼາຍກວ່າ 1 ພັນຄົນຍັງຫາຍສາບສູນ.

ໂຄສົກຂອງອົງການພະຍາກອນອາກາດເຢຍຣະມັນ ທ່ານແອນເດຣຍສ໌ ຟຣາຍດຮິສ ກ່າວຕໍ່ໂທລະພາບ CNN ວ່າ “ຢູ່ໃນບາງເຂດ ພວກເຮົາບໍ່ເຄີຍເຫັນຝົນຕົກໜັກແບບນີ້ມາກ່ອນ ໃນຮອບ 100 ປີ.”

ອົງການອອກອາກາດຂອງເຢຍຣະມັນ ດອຍສ໌ແວລ ກ່າວວ່າ ຜູ້ເສຍຊີວິດສ່ວນໃຫຍ່ ແມ່ນຢູ່ໃນແຂວງ ໄຣນ໌-ເວສຟາເລຍ ແລະແຂວງໄຣນ໌ແລນ-ພາລາຕີເນດ ໃນຂະນະທີ່ 1,300 ຄົນຍັງຫາຍສາບສູນ ຢູ່ໃນເຂດອາວາຍເລີ (Ahrweiler) ທາງພາກຕາເວັນຕົກສຽງໃຕ້ຂອງນະຄອນບອນ ບ່ອນທີ່ແມ່ນ້ຳອາຣ໌ (Ahr) ໄຫຼຕົກໃສ່ແມ່ນ້ຳໄຮນ໌ນັ້ນ ລົ້ນຝັ່ງຂຶ້ນຖ້ວມ.

ການປະຕິບັດງານກູ້ໄພໄດ້ປະສົບກັບອຸບປະສັກຍ້ອນໂທລະສັບແລະອິນເຕີແນັດຖືກຕັດຂາດຢູ່ໃນບໍລິເວນບາງແຫ່ງຂອງເຂດດັ່ງກ່າວ. ເຈົ້າໜ້າທີ່ເວົ້າວ່າ ໄພນ້ຳຖ້ວມຍັງໄດ້ລົບກວນເສັ້ນທາງລົດໄຟ ແລະການຂົນສົ່ງໃນແມ່ນ້ຳໄຣນ໌.

ວີດີໂອທີ່ຖ່າຍຈາກທາງອາກາດໃນຂົງເຂດໄດ້ສະແດງໃຫ້ເຫັນວ່າ ເຮືອນຊານໄດ້ຖືກນ້ຳຊຸເອົາໄປ ຕະຫຼອດທັງຖະໜົນຫົນທາງ ແລະຂົວ. ທີ່ເມືອງຊູລດ໌ ທາງພາກໃຕ້ຂອງເຂດອາວາຍເລີ (Ahrweiler) ຕໍາຫຼວດກ່າວວ່າ ມີເຮືອນຫຼາຍໆຫຼັງໄດ້ພັງລົງ. ເຈົ້າໜ້າທີ່ເວົ້າວ່າ ສິ່ງກໍ່ສ້າງອື່ນໆກໍຕົກຢູ່ໃນອັນຕະລາຍ ທີ່ຈະພັງລົງເຊັ່ນດຽວກັນ.

ມີການສົ່ງເຈົ້າໜ້າທີ່ປະຕິບັດງານສຸກເສີນ ແລະທະຫານໄປຊ່ວຍກູ້ໄພປະຊາຊົນ​ຊຶ່ງຈຳນວນນຶ່ງແມ່ນຕົກຄ້າງຢູ່ຕາມຫຼັງຄາເຮືອນ.

ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງແອງເກີລາ ເມີໂກລ ທີ່ກຳລັງຢູ່ໃນສະຫະລັດ ເພື່ອພົບປະກັບປະທານາທິບໍດີໂຈ ໄບເດັນນັ້ນ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ ທ່ານນາງຮູ້ສຶກຕື່ນຕົກໃຈ ກ່ຽວກັບຂອບເຂດຂອງຄວາມເສຍຫາຍ ແລະການສູນເສຍຊີວິດຂອງຜູ້ຄົນ ແລະທ່ານນາງກໍໄດ້ສະແດງຄວາມເສົ້າສະຫຼົດໃຈຕໍ່ບັນດາຄອບຄົວຂອງພວກທີ່ເສຍຊີວິດຫຼາຍຫາຍສາບສູນ.

ຜູ້ນຳໃນແຂວງໄຣນ໌-ເວສຟາເລຍເໜືອ ທ່ານອາມິນ ລາສເຊັດ ໄດ້ເດີນທາງໄປຢ້ຽມຢາມເຂດທີ່ເກີດໄພນ້ຳຖ້ວມ ແລະກ່າວຕໍ່ພວກນັກຂ່າວວ່າ ເຈົ້າໜ້າທີ່ຍັງບໍ່ທັນຮູ້ເປັນການຄັກແນ່ເທື່ອວ່າມີຜູ້ເຄາະຮ້າຍຈາກໄພນໍ້າຖ້ວມຫຼາຍປານໃດ. ທ່ານລາສເຊັດ ແມ່ນຜູ້ສະໝັກນິຍົມແນວທາງເດີມ ທີ່ລົງສະໝັກແຂ່ງຂັນ ເພື່ອຮັບຕຳແໜ່ງແທນທ່ານນາງເມີໂກລ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG