ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ໂຕ້ແຍ້ງ ການກ່າວອ້າງຂອງຈີນ ທີ່ວ່າຕົນໄດ້ຂັບໄລ່ ກຳປັ່ນລົບ ສຫລ ຢູ່ທະເລຈີນໃຕ້


ກຳປັ່ນລົບເບັນໂຟລດ໌ (USS Benfold) ພວມແລ່ນຢູ່ໃນທະເລຟີລິບປິນເມື່ອວັນທີ 15 ມິຖຸນາ 2018. (Sarah Myers/U.S. Navy/Handout via Reuters)
ກຳປັ່ນລົບເບັນໂຟລດ໌ (USS Benfold) ພວມແລ່ນຢູ່ໃນທະເລຟີລິບປິນເມື່ອວັນທີ 15 ມິຖຸນາ 2018. (Sarah Myers/U.S. Navy/Handout via Reuters)

ກອງທັບເຮືອຂອງສະຫະລັດ ໄດ້ໂຕ້ແຍ້ງວ່າ ເປັນການກ່າວອ້າງທີ່ “ບໍ່ຖືກຕ້ອງ” ຂອງຈີນທີ່ວ່າ ຕົນ “ໄດ້ຂັບໄລ່” ກໍາປັ່ນລົບຂອງສະຫະລັດ ທີ່ແລ່ນຜ່ານບໍລິເວນໝູ່ເກາະປາຣາແຊລ ທີ່ມີການຂັດແຍ້ງ ໃນທະເລຈີນໃຕ້ ເມື່ອວັນຈັນວານນີ້.

ກຳປັ່ນລົບເບັນໂຟລດ໌ (USS Benfold) ຂອງສະຫະລັດໄດ້ແລ່ນເຂົ້າໄປໃກ້ໆເກາະຫີນປະກາລັງນ້ອຍໆ ທີ່ຕັ້ງຢູ່ໃນພາກໃຕ້ຂອງຈີນ ແລະພາກຕາເວັນອອກຂອງຫວຽດນາມ ໃນການເຄື່ອນໄຫວທີ່ຮູ້ກັນວ່າ ການປະຕິບັດງານໃນການເດີນເຮືອເພື່ອອິດສະຫຼະພາບ ອີງຕາມກອງທັບເຮືອຂອງສະຫະລັດ.

ຖະແຫຼງການຂອງກອງທັບເຮືອສະຫະລັດກ່າວວ່າ ການປະຕິບັດງານນີ້ ທ້າທາຍ “ຕໍ່ການຈຳກັດຮັດແຄບຢ່າງຜິດກົດໝາຍ ໃນການແລ່ນຜ່ານທີ່ບໍ່ເປັນອັນຕະລາຍທີ່ໄດ້ປະກາດຫ້າມໂດຍຈີນ ໄຕ້ຫວັນແລະຫວຽດນາມ.”

ປະເທດທັງສາມຕ່າງກໍອ້າງວ່າ ໝູ່ເກາະດັ່ງກ່າວເປັນຂອງຕົນ ແລະໄດ້ບັງຄັບໃຫ້ມີການຂໍອະນຸຍາດ ຫຼືບໍ່ກໍແຈ້ງໃຫ້ຊາບລ່ວງໜ້າ ກ່ອນທີ່ກຳປັ່ນລົບຈະແລ່ນຜ່ານ ຊຶ່ງສະຫະລັດບໍ່ໄດ້ປະຕິບັດຕາມ ໃນວັນຈັນວານນີ້.

ກອງທັບເຮືອຂອງສະຫະລັດ ກ່າວຕື່ມວ່າ ຕົນຈະດຳເນີນການປະຕິບັດງານເຫຼົ່ານີ້ຕໍ່ໄປ “ຕາບໃດທີ່ຍັງມີບາງປະເທດ ສືບຕໍ່ອ້າງກຳມະສິດທາງທະເລ ທີ່ບໍ່ສອດ ຄ່ອງກັບກົດໝາຍສາກົນ.”

ກອງທັບເຮືອຂອງສະຫະລັດ ເວົ້າວ່າ “ການອ້າງກຳມະສິດທາງທະເລທີ່ຜິດກົດໝາຍແລະກວ້າງຂວາງເກີນຂອບເຂດ ໃນທະເລຈີນໃຕ້ ເປັນໄພຂົ່ມຂູ່ຢ່າງຮ້າຍແຮງຕໍ່ອິດສະຫຼະພາບທາງທະເລ ຮວມທັງອິດສະຫຼະພາບໃນການເດີນເຮືອແລະບິນຜ່ານ ການຄ້າເສລີ ແລະການພານິດ ທີ່ບໍ່ຖືກກີດກັ້ນ. ບໍ່ມີສະມາຊິກປະເທດໃດຂອງປະຊາຄົມນາໆຊາດຄວນຖືກຂົ່ມຂູ່ ຫຼືຖືກບັງຄັບໃຫ້ຍອມສະຫຼະສິດແລະອິດສະຫຼະພາບຂອງຕົນ.”

ເຈົ້າໜ້າທີ່ຈີນ ໃນວັນຈັນວານນີ້ ເອີ້ນການເຄື່ອນໄຫວນີ້ວ່າ “ທ້າທາຍເກາະຜິດ” ແລະຮຽກຮ້ອງໃຫ້ສະຫະລັດຢຸດເຊົາ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້

ການປະຕິບັດງານອິດສະຫຼະພາບໃນການເດີນເຮືອມີຂຶ້ນໃນໂອກາດວັນຄົບຮອບ 5 ປີ ທີ່ສານສາກົນຢູ່ນະຄອນເຮກ ປະເທດເນເທີແລນ ໄດ້ຕັດສິນວ່າ ຈີນ ບໍ່ມີສິດທາງປະຫວັດສາດເໜືອທະເລຈີນໃຕ້. ປັກກິ່ງບໍ່ໄດ້ເອົາຫົວຊາຕໍ່ຄຳຕັດສິນດັ່ງ ກ່າວນີ້.

ໝູ່ເກາະໝູ່ດອນອື່ນໆໃນທະເລຈີນໃຕ້ ແມ່ນຍັງມີການໂຕ້ແຍ້ງກັນລະຫວ່າງບຣູນາຍ ມາເລເຊຍ ແລະຟີລິບປີນ. ຈີນຖືວ່າ ທະເລທີ່ອຸດົມສົມບູນໄປດ້ວຍຊັບພະ ຍາກອນທຳມະຊາດດັ່ງກ່າວ ເປັນດິນແດນຂອງຕົນ ຊຶ່ງໄດ້ມີການອ້າງເອົາກຳມະສິດກວມກັບປະເທດອື່ນໆ ແລະໄດ້ສ້າງເກາະດອນທຽມຂຶ້ນ ເພື່ອເສີມຂະຫຍາຍການອ້າງເອົາດິນແດນຂອງຕົນ.

ສະຫະລັດໄດ້ທຳການປະຕິບັດງານ ເພື່ອອິດສະຫຼະພາບໃນການເດີນເຮືອ ຢູ່ໃນທະເລຈີນໃຕ້ເປັນປະຈຳ ເພື່ອໂຕ້ແຍ້ງຕໍ່ການອ້າງກຳມະສິດຂອງຈີນ ແລະຊຸກຍູ້ໃຫ້ມີການເດີນເຮືອຢ່າງເສລີ ໃນເຂດນ່ານນ້ຳສາກົນ ຊຶ່ງເປັນເສັ້ນທາງແລ່ນຜ່ານຂອງກຳປັ່ນທີ່ບັນທຸກສິນຄ້າຫຼາຍກວ່າເຄິ່ງນຶ່ງຂອງໂລກ ຊຶ່ງມີມູນຄ່າຫຼາຍກວ່ານຶ່ງພັນຕື້ໂດລາໃນແຕ່ລະປີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG