ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອົງການ FDA ຜ່ອນຜັນກົດລະບຽບ ກ່ຽວກັບອຸນຫະພູມ ໃນການເກັບມ້ຽນ ຢາວັກຊີນຟາຍເຊີ


ຫົວໜ້າຟາມາຊີ Kevin Weissman ໃສ່ຖົງມືທີ່ໜາ ໃນຂະນະທີ່ທ່ານໄຂປະຕູຕູ້ເຢັນພິເສດ ສຳລັບເກັບມ້ຽນຢາວັກຊີນຟາຍເຊີ ທີ່ສູນກາງການແພດ LAC USC ໃນນະຄອນລອສແອນເຈີລິສ ລັດຄາລີຟໍເນຍ ເມື່ອວັນທີ 10 ທັນວາ 2020.
ຫົວໜ້າຟາມາຊີ Kevin Weissman ໃສ່ຖົງມືທີ່ໜາ ໃນຂະນະທີ່ທ່ານໄຂປະຕູຕູ້ເຢັນພິເສດ ສຳລັບເກັບມ້ຽນຢາວັກຊີນຟາຍເຊີ ທີ່ສູນກາງການແພດ LAC USC ໃນນະຄອນລອສແອນເຈີລິສ ລັດຄາລີຟໍເນຍ ເມື່ອວັນທີ 10 ທັນວາ 2020.

ອົງການອາຫານແລະຢາຂອງສະຫະລັດ ຫຼື FDA ກ່າວວ່າ ຢາວັກຊີນກັນໂຄວິດ-19 ທີ່ຜະລິດໂດຍບໍລິສັດຟາຍເຊີແລະບາຍໂອເອັນເທັກທີ່ຕັ້ງຢູ່ໃນເຢຍຣະມັນ ສາມາດເກັບມ້ຽນໄວ້ເປັນເວລາທີ່ດົນນານກວ່າ ໃນອຸນຫະພູມທີ່ສູງຂຶ້ນກວ່າ ທີ່ໄດ້ແນະນຳໄປໃນຂັ້ນຕົ້ນ.

ອົງການຄຸ້ມຄອງກົດລະບຽບຂອງລັດຖະບານກາງສະຫະລັດ ກ່າວໃນວັນພຸດທີ່ຜ່ານມານີ້ວ່າ ຢາວັກຊີນທີ່ສັກສອງເຂັມດັ່ງກ່າວສາມາດເກັບໄວ້ໃນຕູ້ເຢັນທີ່ໄດ້ມາດຕະຖານ ລະຫວ່າງ 2 ຫາ 8 ອົງສາຊຽລເຊີສ ໄດ້ເຖິງນຶ່ງເດືອນຫຼັງຈາກເຮັດໃຫ້ລະລາຍແລ້ວ ຊຶ່ງຂັດກັນກັບການຈຳກັດກ່ອນໜ້ານີ້ທີ່ໃຫ້ເວລາແຕ່ພຽງ 5 ມື້ເທົ່ານັ້ນ. ອົງການ FDA ໄດ້ມີຄໍາສັ່ງໃຫ້ເກັບມ້ຽນຢາວັກຊີນຟາຍເຊີ ໃນອຸນຫະພູມທີ່ເຢັນສຸດເຖິງລົບ 80 ອົງສາຊຽລເຊີສ ເວລາອົງການດັ່ງກ່າວໃຫ້ການອະນຸມັດໃນການນຳໃຊ້ສຸກເສີນ ເມື່ອເດືອນທັນວາປີກາຍນີ້.

ທ່ານພີເທີ ມາກສ໌ ຜູ້ອຳນວຍການຂອງສູນການຊັ່ງຊາທາງດ້ານຊີວະວິທະຍາແລະຄົ້ນຄວ້າຂອງ ອົງການ FDA ກ່າວວ່າ ຄໍາແນະນໍາທີ່ໄດ້ມີການປ່ຽນແປງດັ່ງກ່າວ ຈະເຮັດໃຫ້ຢາວັກຊີນນີ້ “ມີໃຊ້ກັນຢ່າງກວ້າງຂວາງຫຼາຍຂຶ້ນ ສຳລັບມະຫາຊົນອາເມຣິກັນ ໂດຍເຮັດໃຫ້ເປັນການງ່າຍຂຶ້ນ ສຳລັບພວກທີ່ສະໜອງຢາວັກຊີນເຊັ່ນຫ້ອງການຂອງທ່ານໝໍໃນຊຸມຊົນ ເພື່ອໃຫ້ໄດ້ຮັບ ເກັບມ້ຽນ ແລະຄຸ້ມຄອງຢາວັກຊີນນີ້.”

ຜູ້ຄຸ້ມຄອງຢາຂອງສະຫະພາບຢູໂຣບ ຄືອົງການຢາຂອງຢູໂຣບໄດ້ອອກຄຳແນະນຳທີ່ຄ້າຍຄືກັນ ໃນຕົ້ນອາທິດນີ້.

ໃນອີກດ້ານນຶ່ງນັ້ນ ດຣ. ແອນໂທນີ ຟາວຈີ ກ່າວວ່າ ຜູ້ຄົນທີ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ແລ້ວ ອາດຍັງຈຳເປັນ ທີ່ຈະຕ້ອງໄດ້ຮັບການສັກຢາວັກຊີນເພີ້ມພາຍໃນເວລານຶ່ງປີ ຫຼັງຈາກເຂົາເຈົ້າໄດ້ຮັບການສັກຢາເຂັມສຸດທ້າຍແລ້ວນັ້ນ. ຫົວໜ້າສະຖາບັນພູມແພ້ແລະພະຍາດຕິດຕໍ່ແຫ່ງຊາດຂອງສະຫະລັດແລະທີ່ປຶກສາທາງດ້ານການແພດຂອງປະທານາທິບໍດີິໂຈ ໄບເດັນກ່າວໃນມື້ວັນພຸດຜ່ານມານີ້ວ່າ ຢາວັກຊີນເພີ້ມດັ່ງກ່າວ ອາດຈະມີຄວາມຕ້ອງການເນື່ອງຈາກການສັກຢາໃນຂັ້ນຕົ້ນນັ້ນ “ໂດຍທົ່ວໄປແລ້ວບໍ່ໄດ້ກຸ້ມຕະຫຼອດຊີວິດ.”

ໃນຂະນະດຽວກັນ ເຈົ້າໜ້າທີ່ຂອງສິງກະໂປ ໄດ້ສັ່ງໃຫ້ທັງບໍລິສັດເຟສບຸກ ແລະທວີດເຕີ້ ອອກແຈ້ງການ ເພື່ອແກ້ໄຂຢູ່ໃນໜ້າເວັບໄຊຂອງຕົນ ຕໍ່ອັນທີ່ສິງກະໂປກ່າວວ່າ ເປັນຄຳເວົ້າທີ່ບໍ່ຖືກ ຕ້ອງ ກ່ຽວກັບເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ທີ່ໄດ້ກວດພົບຢູ່ໃນປະເທດດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG