ການປ່ຽນແປງຂອງດິນຟ້າອາກາດ ແລະການຮ່ວມມືຂອງບັນດາປະເທດທີ່ຕັ້ງຢູ່ໃນເຂດອາກຕິກ ແມ່ນຮວມຢູ່ໃນຫົວຂໍ້ຂອງການປຶກສາຫາລືກັນ ທີ່ນະຄອນເຣຈາວິຄ ປະເທດໄອຊ໌ແລນ ໃນວັນພະຫັດມື້ນີ້ ໃນຂະນະທີ່ສະພາ ຂອງບັນດາປະເທດ ໃນເຂດອາກຕິກ ເປີດກອງປະຊຸມ ລະດັບລັດຖະມົນຕີ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວກ່ອນເປີດກອງປະຊຸມວ່າ “ພວກເຮົາໄດ້ໃຫ້ຄວາມສຳຄັນຕໍ່ການຮ່ວມມືລະຫ່າງປະເທດຢ່າງແຂງຂັນຂອງພວກເຮົາ ໂດຍຜ່ານສະພານີ້ ເພື່ອແກ້ໄຂວິກິດການ ໃນການປ່ຽນແປງຂອງດິນຟ້າອາກາດ ແລະເຮັດໃຫ້ເຂດອາກຕິກມີແຕ່ສັນຕິພາບ.”
ໃນຕົ້ນອາທິດນີ້ ທ່ານບລິງເກັນ ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ຫຼີກລ່ຽງຕໍ່ການເຮັດໃຫ້ເຂດອາກຕິກ ກາຍເປັນເຂດທີ່ມີການແຂ່ງຂັນທາງທະຫານແລະກ່າວວ່າ ຣັດເຊຍໄດ້ເດີນໜ້າ “ໃນການອ້າງເອົາກຳມະສິດທາງທະເລແບບຜິດກົດໝາຍ” ຢູ່ໃນເຂດດັ່ງກ່າວ.
ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານເຊີເກ ລາວຣັອບ ໄດ້ກ່າວໃນອາ ທິດນີ້ວ່າ ປະເທດຕາເວັນຕົກວ່າ ບໍ່ຄວນອ້າງເອົາກຳມະສິດໃດໆ ໃນເຂດອາກຕິກ ແລະຣັດເຊຍມີຄວາມຮັບຜິດ ຊອບ ໃນການຄ້ຳປະກັນວ່າແຄມຝັ່ງທະເລໃນເຂດອາກຕິກຂອງຕົນມີຄວາມປອດໄພ.
ການຂັດແຍ້ງ ໃນເຂດອາກຕິກ ກ່ຽວກັບອັນທີ່ເອີ້ນ ເສັ້ນທາງເດີນເຮືອໃນທະເລເໜືອ ຊຶ່ງເປັນເສັ້ນທາງຂອງກຳປັ່ນຂົນສົ່ງທີ່ແລ່ນຜ່ານແຄມຝັ່ງທະເລດ້ານເໜືອຂອງຣັດເຊຍໃນມະຫາສະ ໝຸດອາກຕິກ. ຣັດເຊຍຖືວ່າ ເສັ້ນທາງເດີນເຮືອໃນທະເລເໜືອມີຄວາມສຳຄັນຕໍ່ເສດຖະກິດ ແລະຜົນປະໂຫຍດ ທາງດ້ານການທະຫານຂອງຕົນ ແລະຈຶ່ງໄດ້ບັງຄັບໃຫ້ກຳປັ່ນຂອງຕ່າງປະເທດ ຕ້ອງຂໍອະນຸຍາດ ຈາກມົສກູ ກ່ອນຈະແລ່ນຜ່ານ ເຂດດັ່ງກ່າວ. ສະຫະລັດບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ການກ່າວອ້າງເອົາກຳມະສິດຂອງຣັດເຊຍ ເໜືອດິນແດນບາງເຂດຂອງເສັ້ນ ທາງໂດຍຖືວ່າມັນບໍ່ຖືກຕ້ອງຕາມກົດໝາຍ.
ຣັດເຊຍຈະເຂົ້າເປັນປະທານວຽນຂອງສະພາອາກຕິກແລະໄດ້ຕັ້ງເປົ້າໝາຍທີ່ຈະເນັ້ນຢ້ຳກ່ຽວ ກັບການພັດທະນາເສດຖະກິດແບບຍືນຍົງ ພ້ອມທັງຊຸກຍູ້ວັດທະນະທຳແລະພາສາຂອງປະຊາຊົນໃນເຂດທ້ອງຖິ່ນ.
ຄຽງຄູ່ໄປກັບກອງປະຊຸມຂອງສະພາອາກຕິກນັ້ນ ຈຸດເພັ່ງເລັງທີ່ສຳຄັນ ໃນວັນພຸດວານນີ້ກໍແມ່ນການພົບປະລະຫວ່າງທ່ານບລິງເກັນ ແລະທ່ານລາວຣັອບ.
ທ່ານບລິງເກັນກ່າວວ່າ ສະຫະລັດພ້ອມແລ້ວທີ່ຈະເຮັດວຽກຮ່ວມກັບຣັດເຊຍເພື່ອສ້າງຄວາມກ້າວໜ້າໃຫ້ແກ່ຫຼາຍໆຂົງເຂດ ບ່ອນທີ່ປະເທດທັງສອງ “ຕ່າງກໍມີຜົນປະໂຫຍດຮ່ວມກັນ” ໃນຂະນະທີ່ສືບຕໍ່ປົກປ້ອງຜົນປະໂຫຍດຂອງສະະລັດແລະຕອບໂຕ້ຄືນຖ້າມົສກູຫາກເອົາບາດກ້າວແບບຮຸກຮານຕໍ່ວໍຊິງຕັນແລະບັນດາປະເທດພັນທະມິດ.