ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ທ່ານບລິງເກັນ ພວມຢ້ຽມຢາມເດັນມາກ ເພື່ອຫາລື ກ່ຽວກັບ ເລື້ອງເສດຖະກິດ ແລະ ການປ່ຽນແປງຂອງດິນຟ້າອາກາດ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໂບກມື ລຸນຫຼັງທີ່ລົງມາຈາກເຮືອບິນ ເວລາໄປເຖິງສະໜາມບິນໂຄເປັນເຮເກັນ ປະເທດເດັນມາກ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ຢ້ຽມຢາມປະເທດເດັນມາກເພື່ອເຈລະຈາຫາລື ກ່ຽວກັບເລື້ອງເສດຖະກິດ ຄວາມໝັ້ນຄົງແລະບັນຫາການປ່ຽນແປງຂອງດິນຟ້າອາກາດ ໃນວັນຈັນມື້ນີ້ ຕະຫຼອດທັງການການຊຸກຍູ້ໃຫ້ມີການເສີມຂະຫຍາຍຄວາມສຳພັນກັບພັນທະມິດຂອງສະຫະລັດທີ່ພວມດຳເນີນຢູ່ໃນເວລານີ້.

ໝາຍກຳໜົດການຂອງທ່ານບລິງເກັນແມ່ນຮວມທັງການພົບປະກັບນາຍົກລັດຖະມົນຕີຂອງເດັນມາກ ທ່ານແມັດທີ ເຟຣເດິຣິກສັນ ແລະພະຣາຊີນີມາແກຣັທທີ 2 ແລະໄປຢ້ຽມຊົມຫ້ອງທົດລອງວັດຖຸຄວນຕຳທີ່ມະຫາວິທະຍາໄລໂຄເປັນເຮເກັນ.

ຫຼັງຈາກຢ້ຽມຢາມເດັນມາກແລ້ວ ທ່ານບລິງເກັນກໍຈະມຸ່ງໜ້າ ໄປຍັງນະຄອນເຣຈາວິຄ ປະເທດໄອຊ໌ແລນ ບ່ອນທີ່ທ່ານຈະເຂົ້າຮ່ວມ ໃນກອງປະຊຸມສະພາລັດຖະມົນຕີໃນເຂດອາກຕິກ.

ທ່ານບລິງເກັນກ່າວວ່າ ນະຄອນໂກເປັນເຮເກັນ “ແມ່ນບ່ອນຢຸດແວ່ແຫ່ງທຳອິດໃນການເດີນ ທາງ ທີ່ຈະແນຈຸດເພັ່ງເລັງໃສ່ ການເສີມຂະຫຍາຍສາຍສຳພັນກັບປະເທດໃນອົງການເນໂຕ້ ການເປັນພາຄີກັບປະເທດໃນເຂດອາກຕິກແລະການປະເຊີນໜ້າກັບວິກິດການ ໃນການປ່ຽນແປງຂອງດິນຟ້າອາກາດແລະແກ້ໄຂບັນຫາທ້າທາຍອື່ນໆຂອງໂລກ ທີ່ພວກເຮົາພວມປະເຊີນໜ້າຢູ່.”

ຄຽງຄູ່ໄປກັບການເຈລະຈາທີ່ປະເທດໄອຊ໌ແລນນັ້ນ ທ່ານບລິງເກັນມີກຳນົດທີ່ຈະພົບປະ ກັບລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານເຊີເກ ລາວຣັອບ ໃນອັນທີ່ກະຊວງການຕ່າງປະ ເທດສະຫະລັດ ກ່າວວ່າ ແມ່ນໂອກາດສຳລັບການຫາລືເພື່ອເສີມສ້າງ “ຄວາມສຳພັນທີ່ສາມາດທຳນາຍໄດ້ຫຼາຍຂຶ້ນກວ່າເກົ່າກັບປະເທດຣັດເຊຍ” ແລະຂົງເຂດຕ່າງໆທີ່ມີຜົນປະໂຫຍດຮ່ວມກັນ.

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງກະຊວງ ກ່າວຕໍ່ພວກນັກຂ່າວວ່າ “ພວກເຮົາສາມາດເຮັດວຽກ ໃນການຕໍ່ອາຍຸຂໍ້ຕົກລົງຫຼຸດກຳລັງອາວຸດ ຫຼື START ສະບັບໃໝ່ຕື່ມອີກ 5 ປີໃນທັນທີ ແຕ່ພວກເຮົາຍັງມອງເບິ່ງຂົງເຂດຕ່າງໆ ບ່ອນທີ່ຣັດເຊຍໄດ້ປະພຶດຕົນແບບຮຸກຮານ ແລະດຳເນີນການແບບເປັນໄພ ຊຶ່ງອີງຕາມຄຳເວົ້າຂອງປະທານາທິບໍດີແລ້ວ ມັນຕ້ອງໄດ້ຊົດໃຊ້ຄ່າເສຍຫາຍ. ພວກເຮົາບໍ່ແມ່ນວ່າຈະນັ່ງເບິ່ງລ້າໆບໍ່ເຮັດຫຍັງ. ພວກເຮົາບໍ່ໄດ້ຊອກຫາທາງ ທີ່ຈະເພີ້ມຄວາມເຄັ່ງຕຶງ ພວກເຮົາພຽງແຕ່ ອີງຄັ້ງນຶ່ງ ຊອກຫາຄວາມສຳພັນ ທີ່ສາມາດທຳນາຍໄດ້ຫຼາຍຂຶ້ນກວ່າເກົ່າ ແລະມີສະຖຽນລະພາບ ແລະຂ້າພະເຈົ້າຄິດວ່າ ມັນຍັງມີຂົງເຂດວຽກງານບ່ອນທີ່ພວກເຮົາສາມາດຫາລືກັນກ່ຽວກັບເລື້ອງເຫຼົ່ານີ້ກັບລັດຖະມົນຕີການຕ່າງປະເທດລາວຣັອບ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG