ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບ ສຫລ ບໍ່ຍອມເປີດເຜີຍ ຈຳນວນທະຫານ ທີ່ຖອນອອກຈາກ ອັຟການິສຖານ


ທະຫານອາເມຣິກັນຊັກທຸງຊາດສະຫະລັດລົງ ໃນພິທີມອບຄ້າຍ Anthonic ຢູ່ແຂວງແຮລແມນ ໃຫ້ແກ່ທະຫານກອງທັບແຫ່ງຊາດອັຟການິສຖານ ເມື່ອວັນທີ 2 ພຶດສະພາ 2021.
ທະຫານອາເມຣິກັນຊັກທຸງຊາດສະຫະລັດລົງ ໃນພິທີມອບຄ້າຍ Anthonic ຢູ່ແຂວງແຮລແມນ ໃຫ້ແກ່ທະຫານກອງທັບແຫ່ງຊາດອັຟການິສຖານ ເມື່ອວັນທີ 2 ພຶດສະພາ 2021.

ການມີໜ້າຂອງກຳລັງທະຫານອາເມຣິກັນ ຢູ່ໃນອັຟການິສຖານ ພວມຫຼຸດລົງໃນລະດັບທີ່ສະໝ່ຳສະເໝີ ອີງຕາມພວກນັກວາງແຜນທາງທະຫານຂອງສະຫະລັດແຕ່ພວກທ່ານກໍບໍ່ໄດ້ໃຫ້ລາຍລະອຽດ ກ່ຽວກັບວ່າ ຍັງມີທະຫານອາເມຣິກັນຫຼາຍປານໃດຢູ່ໃນປະເທດດັ່ງກ່າວ.

ກອງບັນຊາການກຳລັງສະຫະລັດໃນເຂດພາກຕາເວັນອອກກາງແລະເອເຊຍໃຕ້ໄດ້ປະກາດໃນວັນອັງຄານວານນີ້ວ່າ ຕົນໄດ້ສຳເລັດ “ລະຫວ່າງ 6 ຫາ 12 ເປີ ເຊັນ ໃນຂັ້ນຕອນການຖອນກໍາລັງທັງໝົດ” ຊຶ່ງເປັນການຂົນຍ້າຍ ອຸບປະກອນ ຕ່າງໆເທົ່າກັບຫຼາຍກວ່າ 100 ຖ້ຽວບິນ ຈາກອັຟການິສຖານໃນຂະນະທີ່ມີການມອບອຸບປະກອນຫຼາຍກວ່າ 1,800 ຊິ້ນໃຫ້ແກ່ອັຟການິສຖານຫຼືບໍ່ກໍທຳລາຍຖິ້ມ.

ແຕ່ກອງບັນຊາການກຳລັງສະຫະລັດໃນເຂດພາກຕາເວັນອອກກາງ ຫຼື CENT-COM ແລະທໍານຽບຫ້າແຈ ບໍ່ຍອມແຈ້ງໃຫ້ຊາບກ່ຽວກັບວ່າ ມີທະຫານອາເມຣິກັນຫຼາຍປານໃດ ຂອງຈຳນວນທັງໝົດທີ່ມີຢູ່ລະຫວ່າງ 2,500 ຫາ 3,000 ຄົນ ຍັງຢູ່ໃນອັຟການິສຖານ ໂດຍອ້າງຄວາມເປັນຫ່ວງໃນດ້ານຄວາມປອດໄພ.

ໂຄສົກຂອງທຳນຽບຫ້າແຈ ທ່ານຈອນ ເຄີບີ ກ່າວຕໍ່ພວກນັກຂ່າວໃນວັນອັງຄານວານນີ້ວ່າ “ພວກເຮົາມີພັນທະທີ່ຈະໃຫ້ຄົນຂອງພວກເຮົາມີຄວາມປອດໄພ.”

ທ່ານກ່າວຕື່ມວ່າ “ພວກເຮົາຕ້ອງໄດ້ສົມມຸດວ່າ ນີ້ແມ່ນກົງກັນຂ້າມກັບການຖອນກຳລັງ. ຖ້າພວກເຮົາຫາກສົມມຸດສິ່ງໃດໜ້ອຍໄປມັນອາດຈະເປັນການບໍ່ມີຄວາມຮັບຜິດຊອບຂອງພວກເຮົາ.”

ສະຫະລັດໄດ້ສົ່ງກຳລັງພິເສດແຮງເຈີ ຂອງກອງທັບບົກ ໄປຍັງອັຟການິສຖານເພື່ອຊ່ວຍໃຫ້ການຄຸ້ມຄອງ ໃນການຖອນທະຫານ ຂອງສະຫະລັດ ແລະປະເທດພັນທະມິດ. ນອກນັ້ນສະຫະລັດຍັງໄດ້ສົ່ງເຮືອບິນຖິ້ມລະເບີດ B-52 ຈຳນວນ 6 ລໍາ ແລະເຮືອບິນລົບ F-18 ອີກ 12 ລຳໄປຍັງເຂດດັ່ງກ່າວແລະພ້ອມດຽວກໍໄດ້ສົ່ງກຸ່ມກຳປັ່ນບັນທຸກເຮືອບິນ USS Dwight D Eisenhower ໄປຍັງພາກເໜືອຂອງທະເລອາຣັບ ເພື່ອໃຫ້ການສະໜັບສະໜຸນເພີ້ມຕື່ມໃນອຳນາດການຍິງທຳລາຍ ຖ້າຫາກມີຄວາມຕ້ອງການ.

[[ https://www.voanews.com/south-central-asia/us-nato-troops-leaving-afghanistan-fighting-escalates ]]

ໃນໄລຍະຫຼາຍໆອາທິດກ່ອນຈະເລີ້ມການຖອນທະຫານສະຫະລັດນັ້ນ ພວກເຈົ້າໜ້າທີ່ຂອງກຸ່ມຕາລີບານໄດ້ທຳການຂົ່ມຂູ່ຢູ່ເປັນປະຈຳວ່າຈະແນເປົ້າໝາຍໃສ່ກຳລັງສະຫະລັດ ແລະພັນທະ ມິດ ໂດຍໂຕ້ແຍ້ງວ່າ ພວກທະຫານຕ່າງປະເທດຕ້ອງຖອນອອກໄປໃຫ້ໝົດກ່ອນວັນທີ 1 ພຶດສະ ພາ ຊຶ່ງເປັນເສັ້ນຕາຍ ພາຍໃຕ້ຂໍ້ຕົກລົງ ທີ່ເຊັນກັນລະຫວ່າງກຸ່ມຕາລີບານແລະລັດຖະບານຂອງອະດີດປະທານາທິບໍດີ ດໍໂນລ ທຣຳ.

ເຖິງແມ່ນໄດ້ມີການຂົ່ມຂູ່ ແຕ່ພວກຜູ້ບັນຊາການຂອງກຳລັງຕາລີບານໄດ້ແນເປົ້າໝາຍໃສ່ພວກທະຫານຂອງລັດຖະບານອັຟການິສຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG