ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານເນຕັນຢາຮູ ເຕືອນວ່າ ອິສຣາແອລ ຈະບໍ່ປ່ອຍໃຫ້ ມີການກໍ່ຄວາມຮຸນແຮງ ທີ່ເຈຣູຊາແລັມ


ຜູ້ເດີນຂະບວນປາແລສໄຕນ໌ຄົນນຶ່ງ ໂດດຂ້າມເຄື່ອງກີດຂວາງ ທີ່ພວມລຸກໄໝ້ ໃນລະຫວ່າງການປະທ້ວງຕໍ່ຕ້ານອິສຣາແອລ ທີ່ນະຄອນເຈຣູຊາແລັມ ໃກ້ບ່ອນຕັ້ງຖິ່ນຖານຊາວຢິວໃນເຂດ Beit El ໃກ້ເມືອງ Ramallah ໃນເຂດຢຶດຄອງ ຂອງອິສຣາແອລຢູ່ເວັດແບັງ 9 ພຶດສະພາ 2021.
ຜູ້ເດີນຂະບວນປາແລສໄຕນ໌ຄົນນຶ່ງ ໂດດຂ້າມເຄື່ອງກີດຂວາງ ທີ່ພວມລຸກໄໝ້ ໃນລະຫວ່າງການປະທ້ວງຕໍ່ຕ້ານອິສຣາແອລ ທີ່ນະຄອນເຈຣູຊາແລັມ ໃກ້ບ່ອນຕັ້ງຖິ່ນຖານຊາວຢິວໃນເຂດ Beit El ໃກ້ເມືອງ Ramallah ໃນເຂດຢຶດຄອງ ຂອງອິສຣາແອລຢູ່ເວັດແບັງ 9 ພຶດສະພາ 2021.

ການຕໍ່ສູ້ກັນໄດ້ລະເບີດຂຶ້ນອີກໃນວັນຈັນມື້ນີ້ ລະຫວ່າງກຳລັງຮັກສາຄວາມປອດໄພຂອງອິສຣາແອລ ແລະພວກໄປສູດມົນຊາວປາແລສໄຕນ໌ ທີ່ວັດອາລ-ອັກສາໃນນະຄອນເຈຣູຊາແລັມ ໃນວັນຈັນມື້ນີ້.

ພວກທີ່ເຫັນເຫດການກ່າວວ່າ ກຳລັງຮັກສາຄວາມປອດໄພໄດ້ຍັງລະເບີດນ້ຳຕາແລະລະເບີດມືທີ່ສົງສຽງດັງ ເຂົ້າໄປໃນວັດດັ່ງກ່າວ ໃນຂະນະທີ່ພວກໄປສູດມົນ ແກວ່ງກ້ອນຫີນແລະລະເບີດເຂົ້າໃສ່ເຈົ້າໜ້າທີ່ອິສຣາແອລ. ມີລາຍງານວ່າ ຫຼາຍສິບຄົນໄດ້ຮັບບາດເຈັບໄດ້ຮັບບາດເຈັບ ຮວມທັງຢ່າງໜ້ອຍ 50 ຄົນໄດ້ຖືກສົ່ງໄປຮັບການປິ່ນປົວຢູ່ທີ່ໂຮງໝໍໃນເຂດໃກ້ຄຽງ.

ມີຊາວປາແລສໄຕນ໌ຫຼາຍສິບຄົນ ໄດ້ຮັບບາດເຈັບ ໃນການປະເຊີນໜ້າຢ່າງຮຸນແຮງກັບຕຳຫຼວດທີ່ນະຄອນເຈຣູຊາແລັມ ເລີ້ມແຕ່ຄືນວັນເສົາຫາເຊົ້າວັນອາທິດເວລາຊາວມຸສລິມພາກັນສະຫຼອງ “ຄ່ຳຄືນແຫ່ງຊະຕາກຳ” ຫຼື Laylat al-Qadr ຊຶ່ງເປັນໄລຍະທີ່ສັກສິດທີ່ສຸດໃນການຖືສິນອົດຂອງຊາວມຸສລິມ ລະຫວ່າງເດືອນຖືສິນອົດຣາມາດານ.

ການປະທະກັນໄດ້ເກີດຂຶ້ນທີ່ປະຕິວັດອາລ-ອັກສາ ໃນເຂດເມືອງເກົ່າ ຊຶ່ງເປັນທີ່ຮູ້ກັນສຳລັບຊາວຢິວ ໃນຊື່ວັດພູຫຼື Temple Mount ແລະສຳລັບຊາວມຸສລິມເອີ້ນກັນວ່າ ສະຖານທີ່ຫຼົບໄພຂອງຜູ້ສັກສິດ ຫຼື Noble Sanctuary ຊຶ່ງຖືວ່າ ເປັນສະຖານທີ່ສັກທີ່ສຸດສຳລັບສາສະໜາຈູແດອິສເຊີມແລະສະຖານທີ່ສັກສິດອັນດັບ 3 ຂອງສາສະໜາອິສລາມ.

ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ກ່າວໃນວັນອາທິດວານນີ້ວ່ວາ ເຈົ້າໜ້າທີ່ “ຈະບໍ່ອະນຸຍາດໃຫ້ ພວກຫົວຮຸນແຮງຈັດທຳລາຍຄວາມຫງຽບສະຫງົບ” ຫຼັງຈາກໄດ້ເກີດການປະທະກັນເປັນເວລາຫຼາຍໆມື້ ລະຫວ່າງຜູ້ປະທ້ວງຊາວປາແລສໄຕນ໌ ແລະຕຳຫຼວດອິສຣາແອລຢູ່ນອກເຂດເມືອງເກົ່າເຈຣູຊາແລັມ.

ຜູ້ນຳຂອງອິສຣາແອລ ໄດ້ກ່າວຕໍ່ກອງປະຊຸມຄະນະລັດຖະບານວ່າ ທ່ານໄດ້ພົບປະກັບພວກເຈົ້າໜ້າທີ່ຮັກສາຄວາມປອດໄພ ແລະ ປະກາດວ່າ “ຈະນຳໃຊ້ກົດໝາຍ ພ້ອມທັງອອກຄຳສັ່ງຢ່າງເດັດຂາດແລະແບບມີຄວາມຮັບຜິດຊອບ.”

ທ່ານກ່າວວ່າ ອິສຣາແອລ “ຈະສືບຕໍ່ອະນຸຍາດໃຫ້ມີສິດເສລີິພາບ ໃນການປະຕິ ບັດສາສະໜາກິດຂອງທຸກຄວາມເຊື່ອ ແຕ່ພວກເຮົາຈະບໍ່ປ່ອຍໃຫ້ມີການກໍ່ຄວາມຮຸນແຮງເພື່ອເປັນການລົບກວນ.”

ການປະທະກັນໃນວັນຈັນມື້ນີ້ ເລີ້ມຂຶ້ນບໍ່ເທົ່າໃດຊົ່ວໂມງ ກ່ອນຈະມີການເດີນສວນສະໜາມປະຈຳປີ ຊຶ່ງເປັນພິທີສະເຫຼີມສະຫຼອງ ໃນການອ້າງເອົາກຳມະສິດຂອງອິສຣາແອລຢູ່ໃນນະຄອນເຈຣູຊາແລັມທັງໝົດ. ການເດີນສວນສະໜາມຈະຜ່ານເຂດເມືອງເກົ່າຂອງເຈຣູຊາແລັມ ຊຶ່ງເປັນສ່ວນນຶ່ງຂອງນະຄອນເຈຣູຊາແລັມຊຶ່ງໄດ້ຖືກຢຶດ ແລະປະກາດໂຮມເຂົ້າເປັນດິນແດນສ່ວນນຶ່ງຂອງອິສຣາແອລໃນສົງຄາມພາກຕາເວັນອອກກາງໃນປີ 1967.

ແຕ່ອິສຣາແອລໄດ້ຫ້າມເປັນການຊົ່ວຄາວ ບໍ່ໃຫ້ຊາວຢິວໄປຢ້ຽມຢາມສະຖານທີ່ສັກສິດດັ່ງກ່າວ ໃນຂະນະທີ່ຍັງເກີດຄວາມເປັນປໍລະປັກຕໍ່ກັນຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG