ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເປັນຫຍັງທ່ານໄບເດັນ ຈຶ່ງສົ່ງກຳປັ່ນລົບ ໄປຍັງທະເລຈີນໃຕ້ ຄືກັນກັບທີ່ ປ. ທຣຳ ເຄີຍເຮັດ


ຮູບນີ້ທີ່ສະໜອງໂດຍກອງທັບເຮືອ ສຫລ ກຳປປັ່ນລົບ USS John S. McCain ພວມປະຕິບັດງານສະໜັບສະໜຸນສະຖຽນລະພາບແລະຄວາມໝັ້ນຄົງ ເພື່ອເຂດອິນໂດປາຊີຟິກ ທີ່ເສລີແລະເປີດກວ້າງ ໂດຍແລ່ນຜ່ານຊ່ອງແຄບໄຕ້ຫວັນ ໃນວັນພຸດ ທີ 30 ທັນວາ 2020.
ຮູບນີ້ທີ່ສະໜອງໂດຍກອງທັບເຮືອ ສຫລ ກຳປປັ່ນລົບ USS John S. McCain ພວມປະຕິບັດງານສະໜັບສະໜຸນສະຖຽນລະພາບແລະຄວາມໝັ້ນຄົງ ເພື່ອເຂດອິນໂດປາຊີຟິກ ທີ່ເສລີແລະເປີດກວ້າງ ໂດຍແລ່ນຜ່ານຊ່ອງແຄບໄຕ້ຫວັນ ໃນວັນພຸດ ທີ 30 ທັນວາ 2020.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຮັກສາໄລຍະກັບຜູ້ກຳຕຳແໜ່ງກ່ອນທ່ານ ໃນການສົ່ງກຳປັ່ນລົບອາເມຣິກັນໄປຍັງເຂດເອເຊຍ ນັ້ນຄືຄວາມເຊື່ອຂອງພວກນັກວິເຄາະ ເພື່ອຮັກສາການມີໜ້າຢູ່ໃນທະເລທີ່ຍັງມີການແຂ່ງຂັນໂຕ້ແຍ້ງແລະມີການເຕືອນຢູ່ເປັນປະຈຳທີ່ແນໃສ່ກອງກຳລັງທີ່ເຂັ້ມແຂງສຸດທາງທະເລຢູ່ໃນຂົງເຂດ ນັ້ນກໍຄືປັກກິ່ງ.

ກຳປັ່ນພິຄາດ ຕິດລູກສອນໄຟນຳວິຖີຈອນ ແອສ. ແມັກເຄນ ໄດ້ເດີນທາງໄປເຖິງບໍລິເວນໃກ້ໆໝູ່ເກາະປາຣາແຊລ ຊຶ່ງເປັນໝູ່ເກາະໝູ່ດອນນ້ອຍໆໃນທະເລຈີນ ທີ່ຄວບຄຸມໂດຍຈີນ ເມື່ອວັນທີ 5 ກຸມພາຜ່ານມາ ແຕ່ກໍອ້າງເອົາອະທິປະ ໄຕເຊັ່ນດຽວກັນໂດຍໄຕ້ຫວັນ ຫວຽດນາມ ບຣູນາຍ ມາເລເຊຍ ແລະຟີລິບປິນ ແຂ່ງກັບຈີນ ຢູ່ໃນເຂດອື່ນໆຂອງທະເລດັ່ງກ່າວ ຊຶ່ງມີພື້ນທີ່ 3 ລ້ານ 5 ແສນກິໂລແມັດມົນທົນ ທີ່ເນັ່ງຈາກຮົງກົງ ໄປຫາເກາະບໍນຽວ.

ບໍ່ຮອດ 3 ອາທິດຕໍ່ມາ ກຳປັ່ນພິຄາດລຳດັ່ງກ່າວ ຂອງສະຫະລັດ ກໍໄດ້ແລ່ນຜ່ານຊ່ອງແຄບໄຕ້ຫວັນ ຊຶ່ງບາງເຂດ ແມ່ນພວມມີການຂັດແຍ້ງ ໂດຍຈີນ ແລະໄຕ້ຫວັນ ໃນອັນທີ່ກອງທັບເຮືອບັນລະຍາຍວ່າ “ເປັນຄວາມໝັ້ນໝາຍຕໍ່ເຂດອິນໂດ-ປາຊີ ຟິກທີ່ເສລີແລະເປີດກວ້າງ” ຊຶ່ງມັກຈະເປັນການໝາຍເຖິງທະເລຈີນໃຕ້ທີ່ຕັ້ງຢູ່ໃກ້ຄຽງ. ກຳປັ່ນຂອງກອງທັບເຮືອສະຫະລັດ ອີກລຳນຶ່ງ ກໍໄດ້ແລ່ນຜ່ານ ເສັ້ນທາງດຽວກັນນີ້ ໃນວັນທີ 11 ມີນາຜ່ານມາ.

ເວັບໄຊໜັງສືພິມຈີນລາຍວັນ ຫຼື China Daily ຂອງປັກກິ່ງໄດ້ກ່າວໃນວັນທີ 18 ມີນາຜ່ານມານີ້ວ່າ “ລັດຖະບານທ່ານໄບເດັນໄດ້ສືບທອດມູນເຊື້ອທາງການເມືອງເກືອບທັງໝົດຂອງ (ອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ) ທຣຳ ໃນບັນຫາຂັດແຍ້ງຢູ່ທະເລຈີນໃຕ້ແລະກໍບໍ່ໄດ້ສະແດງໃຫ້ເຫັນທ່າອຽງວ່າຈະປ່ຽນແປງມັນເລີຍມາຈົນຮອດເວລານີ້.”

ລັດຖະບານທ່ານທຣຳໄດ້ສົ່ງກຳປັ່ນລົບຂອງກອງທັບເຮືອໄປຍັງທະເລຈີນໃຕ້ 10 ເທື່ອ ໃນປີ 2019 ແລະອີກ 10 ເທື່ອໃນປີກາຍນີ້ ອີງຕາມຄຳເວົ້າຂອງໂຄສົກ ກອງບັນຊາການໃນເຂດອິນໂດ-ປາຊີຟິກຂອງສະຫະລັດສຳລັບລາຍງານສະບັບນີ້. ລັດຖະບານຂອງທ່ານໄດ້ອະນຸຍາດໃຫ້ສົ່ງກຳປັ່ນລົບໄປ 5 ເທື່ອໃນປີ 2017 ແລະ 2018 ແລະເຈົ້າໜ້າທີ່ສະຫະລັດເອີ້ນການເດີນທາງໃນແຕ່ລະເທື່ອນັ້ນວ່າ“ການປະຕິບັດງານ ເພື່ອອິດສະຫຼະພາບ ໃນການເດີນເຮືອ” ຫຼືເອີ້ນສັ້ນໆວ່າ FONOPs.

ລັດຖະບານກ່ອນສະໄໝທ່ານທຣຳ ຈະຕ້ອງໄດ້ຂໍອະນຸຍາດ ຈາກທຳນຽບຂາວ ແລະພະແນກການອື່ນໆ ກ່ອນຈະສົ່ງກຳປັ່ນລົບໄປ ຊຶ່ງການເຄື່ອນໄຫວແຕ່ລະເທື່ອແມ່ນມີຄວາມໝາຍທາງດ້ານການເມືອງ ອີງຕາມທ່ານອາເລັກຊານເດີ ວູວິງ ສາສະດາຈານທີ່ສູນກາງເອເຊຍ-ປາຊີຟິກແດນຽລ ເຄ. ອີໜຸຍ ເພື່ອການສຶກສາໃນດ້ານຄວາມໝັ້ນຄົງຢູ່ທີ່ລັດຮາວາຍ. ຈີນ ຈະທຳການປະທ້ວງ ໃນແຕ່ລະເທື່ອແລະກໍຈະຕິດຕາມມາດ້ວຍການສະແດງກຳລັງທາງທະເລຂອງຕົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG