ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊ້ອມລົບ ດົນນຶ່ງເດືອນຂອງຈີນ ຢູ່ທະເລຈີນໃຕ້ ແມ່ນເພື່ອຕອບໂຕ້ ຕໍ່ການກົດດັນ ຈາກປະເທດຕາເວັນຕົກ


ແຜນທີ່ທະເລຈີນໃຕ້
ແຜນທີ່ທະເລຈີນໃຕ້

ຈີນທຳການຊ້ອມລົບທາງທະຫານ ເປັນເວລານຶ່ງເດືອນ ໃນເຂດທະເລທີ່ຍັງເປັນບັນຫາໂຕ້ຖຽງເພື່ອສະແດງໃຫ້ບັນດາປະເທດມະຫາອຳນາດຕາເວັນຕົກເຫັນວ່າ ພວກເຂົາເຈົ້າຈະບໍ່ສາມາດຄວບຄຸມເຂດນ່ານນ້ຳທີ່ມີຄວາມຫຼໍ່ແຫຼມສຳຄັນດັ່ງກ່າວ ແລະປະເທດທີ່ເອົາອ້າງກຳມະສິດ ໃນເອເຊຍອື່ນໆ ຄວນຫຼີກລ່ຽງໃນການກາງຕໍ່ການຊ່ວຍເຫຼືອຈາກສະຫະລັດ ໃນການຂັດແຍ້ງທາງດ້ານອະທິປະໄຕ ອີງຕາມຄຳເວົ້າຂອງພວກນັກວິເຄາະຢູ່ໃນຂົງເຂດ.

ອົງການຄຸ້ມຄອງຄວາມປອດໄພທາງທະເລທີ່ນະຄອນຫຼວງປັກກິ່ງໄດ້ປະກາດໃນເດືອນແລ້ວນີ້ວ່າ ການຊ້ອມລົບຈະມີຂຶ້ນແຕ່ວັນທີ 1 ຫາ 31 ມີນາ ຢູ່ໃນທະເລຈີນໃຕ້ ແລະຈະມີຂຶ້ນເປັນເຂດວົງມົນທີ່ມີລັດສະໝີ 5 ກິໂລແມັດຢູ່ທາງກ້ຳຕາຂອງແຫຼມໄຫຼໂຈວ (Leizhou) ລະຫວ່າງຮົງກົງ ແລະຫວຽດນາມ ອີງຕາມເວັບໄຊຂອງອົງການດັ່ງກ່າວ.

ການຊ້ອມລົບທີ່ຜິດປົກກະຕິໄລຍະຍາວຂອງຈີນ ແມ່ນເປັນການຕອບໂຕ້ຕໍ່ການ “ປະຕິບັດງານເພື່ອອິດສະຫຼະພາບໃນການເດີນເຮືອ” ໂດຍສົ່ງກຳປັ່ນລົບແລ່ນຜ່ານເຂດທະເລທີ່ມີຄວາມກວ້າງ 3 ລ້ານ 5 ແສນກິໂລແມັດມົນທົນຂອງ ສະຫະລັດ 10 ເທື່ອໃນປີກາຍແລະອີກເທື່ອນຶ່ງໃນເດືອນແລ້ວນີ້ ອີງຕາມຄວາມຂອງພວກນັກຊ່ຽວຊານ.

ເຈົ້າໜ້າທີ່ຈີນຮູ້ສຶກວ່າ ມັນເປັນເລື້ອງທີ່ຮີບດ່ວນຍ້ອນວ່າ ປະເທດຝຣັ່ງ ອັງກິດ ແລະບາງທີປະເທດຕາເວັນຕົກອື່ນໆພວມສົ່ງກຳປັ່ນລົບຂອງຕົນມາທີ່ນັ້ນ. ບັນດາລັດຖະບານຂອງປະເທດຕາເວັນຕົກ ບໍ່ໄດ້ອ້າງເອົາກຳມະສິດໃດໆໃນທະເລຈີນໃຕ້ ແຕ່ມີຄວາມເປັນຫ່ວງຢ້ານວ່າຈີນດຳເນີນການຫຼາຍເກີນໄປໂພດໃນການອ້າງເອົາອະທິປະໄຕທາງທະເລຂອງຕົນໂດຍສ້າງຄວາມຕື່ນຕົກໃຈໃຫ້ແກ່ປະຊາ ຊົນຂອງເຂົາເຈົ້າ (https://www.voanews.com/east-asia-pacific/voa-news-china/western-countries-send-ships-south-china-sea-pushback-against).

ທ່ານໂອ ໄອ ຊຸນ (Oh Ei Sun) ເຈົ້າໜ້າທີ່ອະວຸໂສທີ່ມີຄວາມຊ່ຽວຊານເປັນພິເສດທີ່ສະຖາບັນກິດຈະການລະຫວ່າງປະເທດຂອງສິງກະໂປ ກ່າວວ່າ “ມັນເປັນການຕອບໂຕ້ແບບຕາຕໍ່ຕາແຂ້ວຕໍ່ແຂ້ວລະຫວ່າງທັງສອງຝ່າຍ ແລະອີກຝ່າຍນຶ່ງແມ່ນຂ້ອນຂ້າງມີໝູ່ຝູງມາຮ່ວມຫຼວງຫຼາຍໃນເວລານີ້ ແລະທ່ານກ່າວວ່າ ມັນເປັນເລື້ອງຜິດປົກກະຕິ ທີ່ບັນດາປະເທດຈາກຢູໂຣບກໍເຂົ້າມາຮ່ວມ.

ທະເລ ທີ່ອຸດົມສົມບູນໄປດ້ວຍການປະມົງ ພ້ອມທັງແຫຼ່ງນ້ຳມັນແລະແກັສທຳມະຊາດສຳຮອງທີ່ເນັ່ງແຕ່ຮົງກົງ ໄປຫາເກາະບໍນຽວ. ລັດຖະບານຂອງ 6 ປະເທດໄດ້ອ້າງເອົາກຳມະສິດທັງໝົດຫຼືເປັນບາງສ່ວນຂອງຕົນ ປະກອບມີບຣູນາຍ ຈີນ ມາເລເຊຍ ຟີລິບປິນ ໄຕ້ຫວັນ ແລະຫວຽດນາມ. ຈີນແມ່ນນຳໜ້າໝູ່ ໃນບັນຫາຂັດແຍ້ງນີ້ ດ້ວຍການຖົມເກາະຖົມດອນນ້ອຍໆແລ້ວກໍຕັ້ງຄ້າຍທະຫານຂອງຕົນໃສ່ບາງເກາະເຫຼົ່ານັ້ນ.

ຈີນໄດ້ອ້າງເອົາ 90 ເປີເຊັນ ຂອງທະເລຈີນໃຕ້ ໂດຍອີງຕາມປະຫວັດການນຳໃຊ້ທາງປະຫວັດ ສາດ. ໜ່ວຍຍາມຝັ່ງຂອງຈີນຕະຫຼອດທັງກຳປັ່ນສຳຫຼວດ ແລະເຮືອຫາປາ ໄດ້ສ້າງຄວາມຕື່ນຕົກໃຈໃຫ້ແກ່ມາເລເຊຍ ຟີລິບປິນແລະຫວຽດນາມໂດຍແລ່ນເຂົ້າໄປໃກ້ໆເຂດແຄມຝັ່ງຂອງປະເທດເຫຼົ່ານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG