ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໗ ມິຖຸນາ ໒໐໒໓

ເປັນຫຍັງ ປະເທດທີ່ຢູ່ຫ່າງໄກ ເຖິງຝຣັ່ງ ແລະ ອັງກິດ ຈຶ່ງສົ່ງກຳປັ່ນໄປ ທະເລຈີນໃຕ້


ເຈົ້າໜ້າທີ່ທ່ານນຶ່ງ ພວມເບິ່ງຈໍທີວີ ຢູ່ສູນກາງຄວບຄຸມຂອງເຮືອດຳນ້ຳໂຈມຕີນິວເຄລຍຮຸ້ນ Suffren ຂອງຝຣັ່ງ ເມື່ອວັນທີ 12 ກໍລະກົດ 2019.

ພວກຜູ້ນຳທີ່ໄກເຖິງການາດາ ແລະຢູໂຣບຕາເວັນຕົກ ກຳລັງສົ່ງກຳປັ່ນກອງທັບເຮືອຂອງຕົນໄປຍັງທະເລຈີນໃຕ້ທີ່ມີການໂຕ້ຖຽງ ໃນປີນີ້ ເພື່ອຕ້ານຢັນຕໍ່ປັກກິ່ງທີ່ພວກເຂົາເຈົ້າຮູ້ສຶກວ່າ ໄດ້ດຳເນີນການຫຼາຍເກີນໄປໂພດແລະເລີ້ມເຮັດໃຫ້ປະ ຊາຊົນຂອງພວກເຂົາເຈົ້າຕື່ນຕົກໃຈ ອີງຕາມຄຳເວົ້າ ຂອງພວກນັກວິເຄາະຢູ່ໃນຂົງເຂດ.

ລັດຖະມົນຕີກະຊວງປ້ອງກັນປະເທດຝຣັ່ງ ທານ ຟລໍຮັງ ປາກລີ (Florence Parly) ກ່າວໃນຕົ້ນເດືອນກຸມພານີ້ວ່າ ຝຣັ່ງໄດ້ສົ່ງເຮືອດຳນ້ຳໂຈມຕີໄປຍັງທະເລດັ່ງກ່າວໃນເດືອນນີ້. ສ່ວນເຈົ້າໜ້າທີ່ກະຊວງປ້ອງກັນປະເທດອັງກິດກ່າວໃນເດືອນແລ້ວນີ້ວ່າ ກຸ່ມກຳປັ່ນບັນທຸກເຮືອບິນໂຈມຕີ ທີ່ເປັນກຳປັ່ນທຸງຂອງອັງກິດພ້ອມແລ້ວທີ່ຈະແລ່ນເຂົ້າໄປໃນເຂດນ່ານນ້ຳຂອງທະເລຈີນໃຕ້.

ຂະນະດຽວກັນ ກຳປັ່ນລົບຂອງກອງທັບເຮືອການາດາ ກໍໄດ້ເດີນທາງໄປເກືອບຮອດທະເລຈີນໃຕ້ໃນເດືອນມັງກອນຜ່ານມາ ໂດຍໄດ້ແລ່ນຜ່ານ ຊ່ອງແຄບໄຕ້ ຫວັນ ພວມຢູ່ໃນລະຫວ່າງການເດີນທາງໄປຮ່ວມການຊ້ອມລົບ ທີ່ຢູ່ໃກ້ໆ ກັບກອງທັບເຮືອຂອງອອສເຕຣເລຍ ຍີ່ປຸ່ນ ແລະສະຫະລັດ.

ປະເທດຕາເວັນຕົກເຫຼົ່ານີ້ ບໍ່ໄດ້ອ້າງເອົາກຳມະສິດໃດໆໃນທະເລຈີນໃຕ້ທີ່ກວ້າງກວ່າ 3 ລ້ານ 5 ແສນກິໂລແມັດມົນທົນຊຶ່ງຕັ້ງຢູ່ໃນໄລຍະໄກໄປຈາກເຂດນ່ານນ້ຳຂອງພວກເຂົາເຈົ້າ ແຕ່ພວກເຂົາເຈົ້າຕ້ອງການໃຫ້ຄວາມສະໜັບສະໜຸນແກ່ສະຫະລັດເພື່ອຕ້ານຢັນການຂະຫຍາຍໂຕຕາມລຳພັງຂອງຈີນຊຶ່ງໄດ້ໂຕ້ຖຽງກັບອະດີດເຈົ້າອານານິຄົມຢູໂຣບແລະສ້າງຄວາມຕື່ນຕົກໃຈຢູ່ໃນປະເທດຕາເວັນຕົກ ອີງຕາມຄຳເວົ້າຂອງພວກນັກຊ່ຽວຊານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG