ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ ກາແລນ ທີ່ຖືກສະເໜີແຕ່ງຕັ້ງ ເປັນລັດຖະມົນຕີຍຸຕິທຳ ປະເຊີນກັບການສອບຖາມ ຢູ່ສະພາສູງ


ຜູ້ພິພາກສາເມີຣິກ ກາແລນ ທີ່ຖືກສະເໜີແຕ່ງຕັ້ງເປັນລັດຖະມົນຕີຍຸຕິທຳ ກ່າວໃນລະຫວ່າງການຖະແຫຼງຂ່າວ ຮ່ວມກັບ ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ແລະຮອງປະທານາທິບໍດີ ຄາມາລາ ແຮຣິສ ທີ່ໂຮງລະຄອນຄວີນ ໃນນະຄອນວິລມິງຕັນ ເມື່ອວັນທີ 7 ມັງກອນ 2021.
ຜູ້ພິພາກສາເມີຣິກ ກາແລນ ທີ່ຖືກສະເໜີແຕ່ງຕັ້ງເປັນລັດຖະມົນຕີຍຸຕິທຳ ກ່າວໃນລະຫວ່າງການຖະແຫຼງຂ່າວ ຮ່ວມກັບ ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ແລະຮອງປະທານາທິບໍດີ ຄາມາລາ ແຮຣິສ ທີ່ໂຮງລະຄອນຄວີນ ໃນນະຄອນວິລມິງຕັນ ເມື່ອວັນທີ 7 ມັງກອນ 2021.

ທ່ານເມີຣິກ ກາແລນ ທີ່ຖືກສະເໜີຊື່ແຕ່ງຕັ້ງໃຫ້ເປັນລັດຖະມົນຕີກະຊວງຍຸຕິທຳສະຫະລັດ ມີແຜນທີ່ຈະກ່າວຕໍ່ສະມາຊິກສະພາສູງ ຢູ່ໃນການຮັບຟັງຄຳໃຫ້ການເພື່ອຮັບຮອງເອົາການແຕ່ງຕັ້ງທ່ານ ໃນວັນຈັນມື້ນີ້ວ່າ ທ່ານມີຄວາມໝັ້ນໝາຍທີ່ຈະຕໍ່ສູ້ກັບການຈຳແນກກີດກັນ ການໂຈມຕີຂອງພວກຫົວຮຸນແຕງຈັດຕໍ່ຕ້ານລັດຖະບານ.

ທ່ານກາແລນ ອາຍຸ 68 ​ປີ ຊຶ່ງໃນປັດຈຸບັນນີ້ເປັນຜູ້ພິພາກສາສານອຸທອນຂອງລັດຖະບານກາງ ແລະຜູ້ທີ່ເຄີຍຖືກສະເໜີແຕ່ງຕັ້ງ ໃຫ້ເປັນຜູ້ພິພາກສາສານສູງສຸດ ໃນປີ 2016 ແຕ່ໄດ້ຖືກສະມາ ຊິກສະພາສູງພັກຣີພັບບລີກັນປະຕິເສດທີ່ຈະພິຈາລະນາໃນປີທີ່ມີການເລືອກຕັ້ງປະທານາທິບໍດີນັ້ນ ແມ່ນນຶ່ງໃນສະມາຊິກຄະນະລັດຖະບານທີ່ຖືກເລືອກຄົນສຳຄັນສຸດຂອງປະທານາທິບໍດີໂຈ ໄບເດັນ.

ຖ້າຫາກໄດ້ຮັບກນຢືນຢັນໂດຍສະພາສູງ ທ່ານກາແລນຈະເປັນຫົວໜ້າກະຊວງຍຸຕິທຳທ່າມກາງທີ່ມີການສືບສວນ ພວກສະໜັບສະໜຸນປະທານາທິບໍດີດໍໂນລ ທຣຳຫຼາຍຮ້ອຍຄົນ ຊຶ່ງຫຼາຍໆຄົນໃນຈຳນວນດັ່ງກ່າວ ແມ່ນມີຄວາມເຫັນຕໍ່ຕ້ານລັດຖະບານ ທີ່ໄດ້ບຸກເຂົ້າໄປໃນຫໍລັດຖະສະ ພາສະຫະລັດເມື່ອເດືອນແລ້ວເພື່ອປະເຊີນໜ້າກັບສະມາຊິກສະພາ ໃນຂະນະທີ່ພວກເພິ່ນພວມໃຫ້ການຢັ້ງຢືນກ່ຽວກັບການໄດ້ຮັບໄຊຊະນະຂອງທ່ານໄບເດັນ ຕໍ່ທ່ານທຣຳ ໃນການເລືອກຕັ້ງເມື່ອເດືອນພະຈິກທີ່ຜ່ານມາ.

ຍິ່ງໄປກວ່ານັ້ນ ທ່ານກາແລນອາດເປັນຜູ້ທີ່ຈະມາກຳກັບນຳ ການໂຕ້ຖຽງທາງດ້ານເຊື້ອຊາດຜິວພັນ ທີ່ພົວພັນກັບການປະຕິບັດທີ່ບໍ່ຖືກຕ້ອງ ລະຫວ່າງພວກເຈົ້າໜ້າທີ່ປະຕິບັດກົດໝາຍຕໍ່ພວກຊົນກຸ່ມນ້ອຍໃນຄະດີອາຍາທີ່ພາໃຫ້ເກີດການເດີນຂະບວນປະທ້ວງຂະໜາດໃຫຍ່ ໃນໄລຍະຫຼາຍໆເດືອນຜ່ານມານີ້.

ໃນການໃຫ້ຄວາມເຫັນທີ່ເປັນລາຍລັກອັກສອນທີ່ນຳອອກເຜີິຍແຜ່ການການຮັບຟັງຄຳໃຫ້ການ ເພື່ອໃຫ້ການຢັ້ງຢືນຕໍ່ການແຕ່ງຕັ້ງທ່ານໂດຍຄະນະກຳມະການຕຸລາການຂອງສະພາສູງນັ້ນ ທ່ານກາແລນກ່າວວ່າ ສະຫະລັດ “ຍັງບໍ່ມີລະບົບຍຸຕິທຳທີ່ໃຫ້ຄວາມສະເໝີພາບຢ່າງເປັນທຳເທື່ອ.”

ທ່ານກາແລນກ່າວວ່າ “ປະຊາຄົມຂອງພວກຄົນຜິວດຳແລະຊົນກຸ່ມນ້ອຍອື່ນໆຍັງປະເຊີນໜ້າກັບການຈຳແນກກີດກັນທາງດ້ານເຮືອນຊານ ການສຶກສາ ການຈ້າງງານ ແລະລະບົບຍຸຕິທຳອື່ນໆ ແລະເປັນຜູ້ຮັບຜົນກະທົບຢ່າງເຕັມທີ່ຂອງໄພອັນຕະລາຍທີ່ມາຈາກໂຣກລະບາດ ອາກາດເປື້ອນເປິ ແລະການປ່ຽນແປງຂອງດິນຟ້າອາກາດ.”

ທ່ານກາແລນກ່າວວ່າ ຖ້າທ່ານຫາກໄດ້ເປັນລັດຖະມົນຕີກະຊວງຍຸຕິທຳ ມັນຈະເປັນ “ການກ້າວຂຶ້ນເຖິງຈຸດສຸດຍອດໃນວຽກການທີ່ຂ້າພະເຈົ້າໄດ້ອຸທິດຕົນເພື່ອໃຫ້ການຄ້ຳປະກັນວ່າ ກົດໝາຍຂອງປະເທດພວກເຮົາ ໄດ້ມີການປະຕິບັດດ້ວຍຄວາມເປັນທຳແລະສື່ສັດສຸດຈະລິດແລະສິດທິຂອງຊາວອາເມຣິກັນທຸກໆຄົນໄດ້ຮັບການປົກປ້ອງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG