ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ກ່າວຢ້ຳວ່າ ບໍ່ໄດ້ມີການປ່ຽນແປງ ໃນນະໂຍບາຍທີ່ສຳຄັນໆ ຕໍ່ອີຣ່ານ


ໂຄສົກຂອງທຳນຽບຂາວ ທ່ານນາງເຈັນ ຊາກີ ພວມຖະແຫຼງຂ່າວ ທີ່ທຳນຽບຂາວເມື່ອວັນທີ 8 ກຸມພາ 2021.
ໂຄສົກຂອງທຳນຽບຂາວ ທ່ານນາງເຈັນ ຊາກີ ພວມຖະແຫຼງຂ່າວ ທີ່ທຳນຽບຂາວເມື່ອວັນທີ 8 ກຸມພາ 2021.

ທຳນຽບຂາວໃຫ້ຄວາມກະຈ່າງແຈ້ງກ່ຽວກັບທ່າທີຂອງຕົນຕໍ່ອີຣ່ານ ຫຼັງຈາກປະທານາທິບໍດີໂຈ ໄບເດັນ ໄດ້ໃຫ້ສຳພາດ ທີ່ທ່ານສະແດງໃຫ້ເຫັນວ່າສະຫະລັດຈະບໍ່ຍົກເລີກການລົງໂທດເທື່ອ ຈົນກວ່າເຕຫະຣ່ານຈະຢຸດເຊົາການກັ່ນທາດຢູເຣນຽມ.

ໂຄສົກຂອງທຳນຽບຂາວ ທ່ານນາງເຈັນ ຊາກິ ກ່າວຕໍ່ພວກນັກຂ່າວ ໃນວັນຈັນວານນີ້ວ່າ “ເພື່ອໃຫ້ເປັນທີ່ຈະແຈ້ງທີ່ສຸດ ປະທານາທິບໍດີບໍ່ເຄີຍເວົ້າຢ່າງແນ່ນອນແບບນັ້ນ.”

ທ່ານໄບເດັນ ໃນການໃຫ້ສຳພາດທີ່ອອກອາກາດໃນວັນອາທິດຜ່ານມານີ້ ໄດ້ງຶກຫົວເພື່ອເປັນການເຫັນພ້ອມ ເວລານັກຂ່າວໂທລະພາບ CBS ໂນຣາ ໂອດອນແນລ (Norah O’Donnell) ຖາມທ່ານກ່ຽວກັບການຍົກເລີກການລົງໂທດແລະກ່ອນອື່ນອີຣ່ານຕ້ອງຢຸດເຊົາການກັ່ນທາດຢູເຣນຽມທີ່ສູງກວ່າລະດັບໄດ້ຮັບອະນຸຍາດພາຍໃຕ້ແຜນການປະຕິບັດງານຮ່ວມຮອບດ້ານຫຼື JCPOA ຊຶ່ງໄດ້ມີການຖອນຕົວອອກໂດຍລັດຖະບານປະທານາທິບໍດີດໍໂນລ ທຣຳ.

ທ່ານນາງຊາກີ ເມື່ອມີການຖາມກ່ຽວກັບທ່າທີຂອງປະທານາທິບໍດີ ໃນລະຫວ່າງການຖະແຫຼງຂ່າວທີ່ທຳນຽບຂາວ ໃນວັນຈັນວານນີ້ ກ່າວຕອບວ່າ “ຂ້າພະເຈົ້າຄິດວ່າ ຖ້າພວກເຮົາຫາກປະ ກາດ ກ່ຽວກັບການປ່ຽນແປງຂອງນະໂຍບາຍທີ່ສຳ ຄັນໆ ພວກເຮົາຈະເຮັດໃນວິທີທີ່ແຕກຕ່າງໄປຈາກການງຶກຫົວເລັກນ້ອຍ.”

ໂຄສົກຂອງທຳນຽບຂາວກ່າວຕື່ມວ່າ “ໂດຍທົ່ວໄປແລ້ວ ທ່າທີຂອງທ່ານແມ່ນຍັງຄືເກົ່າກັບທີ່ເຄີຍເປັນມາ ຊຶ່ງກໍແມ່ນວ່າອີຣ່ານຕ້ອງໄດ້ປະຕິບັດຕາມຢ່າງຄົບຖ້ວນໃນພັນທະຂອງຕົນ ພາຍໃຕ້ຂໍ້ຕົກລົງ JCPOA ສະຫະລັດ ກໍຈະປະຕິບັດເຊັ່ນດຽວກັນ ແລະຫຼັງຈາກນັ້ນກໍຈະໃຊ້ສິ່ງດັ່ງກ່າວເປັນເວທີເພື່ອເສີມສ້າງຂໍ້ຕົກລົງທີ່ກວ້າງຂວາງແລະເຂັ້ມແຂງກວ່າເກົ່າທີ່ຈະແກ້ໄຂຂົງເຂດອື່ນໆທີ່ມີຄວາມວິຕົກກັງວົນ.”

ກະຊວງການຕ່າງປະເທດສະຫະລັດກໍໄດ້ໃຫ້ຄວາມເຫັນທີ່ສະທ້ອນເຖິງຂໍ້ຄວາມດັ່ງກ່າວແລະຢ້ຳວ່າ ສະຫະລັດພວມປຶກສາຫາລືບັນຫານີ້ກັບພັນທະມິດແທນທີ່ຈະເປີດການໂອ້ລົມໂດຍກົງກັບເຕຫະຣ່ານ.

ໂຄສົກຂອງກະຊວງການຕ່າງປະເທດ ທ່ານເນດ ໄພຣສ໌ (Ned Price) ກ່າວຕໍ່ພວກນັກຂ່າວໃນວັນຈັນວານນີ້ວ່າ “ເມື່ອເວົ້າເຖິງ ການພົວພັນກັບອີຣ່ານແລ້ວພວກເຮົາຍັງບໍ່ທັນໄປຮອດຂັ້ນນັ້ນເທື່ອ. ອີກເທື່ອນຶ່ງພວກເຮົາຢາກໃຫ້ເປັນທີ່ແນ່ໃຈວ່າ ພວກເຮົາມີຕ້ອງໄດ້ຈັດຕັ້ງແລະວາງກຳນົດກັບພວກເພື່ອນມິດທີ່ໃກ້ຊິດທີ່ສຸດຂອງພວກເຮົາ ພາຄີແລະພັນທະມິດທີ່ໃກ້ຊິດທີ່ສຸດຂອງພວກເຮົາ.”

ທ່ານໄບເດັນໄດ້ກ່າວວ່າ ທ່ານຕ້ອງການຢາກໃຫ້ສະຫະລັດກັບຄືນເຂົ້າຮ່ວມສົນທິສັນຍານິວເຄລຍກັບອີຣ່ານຄືນອີກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG