ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ້ານວ່າ ມີຫຼາຍຄົນເສຍຊີວິດ ຫຼັງຈາກແທ່ງນ້ຳກ້ອນ ເທິງພູຫິມະໄລ ຫັກອອກ ແລະໄຫຼຊຸລົງມາໃສ່ເຂື່ອນແຕກ


ຜູ້ຄົນຍ່າງຜ່ານເຂືຶ່ອນທີ່ຖືກທຳລາຍ ຫຼັງຈາກແທ່ງນ້ຳກ້ອນ ເທິງພູຫິມະໄລແຕກອອກ ແລະໄຫຼຊຸລົງມາ ເຮັດໃຫ້ເຂື່ອນພັງ ທີ່ບ້ານ Raini Chak Lata ໃນເຂດເມືອງ Chamoli ລັດ Uttarakhand ປະເທດອິນເດຍ ເມື່ອວັນທີ 7 ກຸມພາ 2021. REUTERS/Stringer NO ARCHIVES. NO RESALES.
ຜູ້ຄົນຍ່າງຜ່ານເຂືຶ່ອນທີ່ຖືກທຳລາຍ ຫຼັງຈາກແທ່ງນ້ຳກ້ອນ ເທິງພູຫິມະໄລແຕກອອກ ແລະໄຫຼຊຸລົງມາ ເຮັດໃຫ້ເຂື່ອນພັງ ທີ່ບ້ານ Raini Chak Lata ໃນເຂດເມືອງ Chamoli ລັດ Uttarakhand ປະເທດອິນເດຍ ເມື່ອວັນທີ 7 ກຸມພາ 2021. REUTERS/Stringer NO ARCHIVES. NO RESALES.

ເຈົ້າໜ້າທີ່ກ່າວວ່າ ມີຫຼາຍກວ່າ 140 ຄົນຍັງສາບສາບສູນ ແລະຢ້ານວ່າເສຍຊີວິດແລ້ວ ຫຼັງ ຈາກປ່ຽງນ້ຳກ້ອນຂະໜາດໃຫຍ່ ເທິງພູຫິມະໄລ ໃນພາກເໜືອຂອງປະເທດອິນເດຍ ໄດ້ແຕກອອກແລະເລື່ອນລົງມາທັບເຂື່ອນ ໃນຕອນເຊົ້າວັນອາ ທິດວານນີ້ ເຮັດໃຫ້ເກີດນ້ຳຖ້ວມ ຢູ່ໃນແມ່ນ້ຳດາວລີ ກັງກາ (Dhauli Ganga)ແລະບັງຄັບໃຫ້ມີການຍົກຍ້າຍປະຊາຊົນອອກຈາກບ້ານຕ່າງໆທີ່ຕັ້ງຢູ່ລຸ່ມເຂື່ອນ.

ເຈົ້າໜ້າທີ່ກ່າວວ່າ ໄດ້ກູ້ເອົາສົບຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 9 ສົບ ຈາກເຫດຮ້າຍດັ່ງກ່າວ.

ຮູບພາບຈາກບໍລິເວນທີ່ເກີດເຫດ ສະແດງໃຫ້ເຫັນວ່າ ນ້ຳຈາກແທ່ງນ້ຳກ້ອນ ທີ່ເປັນສີຂີ້ຕົມແລະເສດຊາກສິ່ງຂອງທີ່ຖືກທຳລາຍໄດ້ໄຫຼຊຸລົງມາຕາມຮ່ອມພູແລະເຂື່ອນທີ່ຢູ່ໃນລັດອຸດຕຣາຣັກຄານ (Uttrarakhand) ໃນພາກເໜືອຂອງປະເທດອິນເດຍ.

ນາຍົກລັດຖະມົນຕີເນເຣັນດຣາ ໂມດີ ຂຽນລົງໃນທວີດເຕີ້ວ່າ “ອິນເດຍແມ່ນຢືນຄຽງຂ້າງລັດອຸດຕຣາຣັກຄານແລະປະເທດຊາດສູດມົນພາວະນາໃຫ້ແກ່ທຸກໆຄົນຢູ່ທີ່ນັ້ນ ມີຄວາມປອດໄພ.”

ມີການສົ່ງເຈົ້າໜ້າທີ່ 2,000 ກວ່າຄົນ ອອກໄປປະຕິບັດງານຄົ້ນຫາແລະກູ້ໄພ ຜູ້ເຄາະຮ້າຍ ຢູ່ຕາມຮ່ອມພູ ຮວມທັງພວກທະຫານ ແລະຕຳຫຼວດນຳດ້ວຍ.

ໄພນ້ຳຖ້ວມຍັງໄດ້ທຳລາຍໂຮງງານປັ່ນກະແສໄຟຟ້າ ທີ່ແມ່ນ້ຳອາລັກນານດາ (Alaknanda) ແລະອີກແຫ່ງນຶ່ງທີ່ແມ່ນ້ຳດາວລີ ກັງກາ (Dhauli Ganga). ແມ່ນໍ້າທັງສອງໄຫຼລົງມາຈາກພູຫິມະໄລ ແລະມາພໍ້ກັນກ່ອນທີ່ຈະໄຫຼໄປພົບກັບແມ່ນ້ຳຄົງຄາ.

ອົງການຂ່າວເອພີລາຍງານວ່າ ໂຄສົກຂອງຕຳຫຼວດ ໃນເຂດຊາຍແດນຂອງອິນເດຍຕິດກັບທິເບດກ່າວວ່າ ມີພວກຄົນງານຫຼາຍເຖິງ 200 ຄົນໄດ້ຫາຍສາບສູນຫຼືຕົກຄ້າງຢູ່ໃນອຸໂມງຂອງໂຮງງານ.

ພວກນັກວິທະຍາສາດໄດ້ຊີ້ໃຫ້ເຫັນວ່າ ສະພາບອາກາດໂລກຮ້ອນເອົ້າແມ່ນເປັນສາເຫດທີ່ພາໃຫ້ແທ່ງນ້ຳກ້ອນຫັກອອກນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG