ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານຣັດເຊຍ ຕັດສິນໃຫ້ທ່ານນາວາລນີ ຜູ້ນຳພັກຝ່າຍຄ້ານ ຈຳຄຸກ 3 ປີເຄິ່ງ


ທ່ານອາເລັກເຊ ນາວາລນີ ຜູ້ນຳພັກຝ່າຍຄ້ານຂອງຣັດເຊຍ ທີ່ສານໃນນະຄອນຫຼວງມົສກູ ປະເທດຣັດເຊຍເມື່ອວັນທີ 2 ກຸມພາ 2021.
ທ່ານອາເລັກເຊ ນາວາລນີ ຜູ້ນຳພັກຝ່າຍຄ້ານຂອງຣັດເຊຍ ທີ່ສານໃນນະຄອນຫຼວງມົສກູ ປະເທດຣັດເຊຍເມື່ອວັນທີ 2 ກຸມພາ 2021.

ສານຣັດເຊຍ ໄດ້ຕັດສິນໂທດນັກການເມືອງພັກຝ່າຍຄ້ານ ທ່ານອາເລັກເຊ ນາ-ວາລນີ ໃຫ້ຕິດຄຸກ 3 ປີເຄິ່ງ ຊຶ່ງເປັນການທ້າທາຍ ຕໍ່ການປະນາມຢູ່ໃນຕ່າງປະເທດແລະການຄັດຄ້ານຂອງປະຊາຊົນໃນປະເທດເພື່ອສົ່ງນັກຕ້ອງຕິວັງເຄຣັມລິນໄປເຂົ້າຄຸກ.

ໂດຍທີ່ຜູ້ນຳພັກຝ່າຍຄ້ານຂອງຣັດເຊຍທ່ານນີ້ ເຄີຍຖືກກັກບໍລິເວນມາແລ້ວ 10 ເດືອນ ໃນລະຫວ່າງຂັ້ນຕອນການດຳເນີນຄະດີກ່ອນໜ້ານີ້ ຊຶ່ງຄຳພິພາກສາໝາຍຄວາມວ່າ ທ່ານນາວາລນີ ເວລານີ້ ຕ້ອງໄດ້ໃຊ້ເວລາ 2 ປີ ກັບ 8 ເດືອນຢູ່ໃນຄຸກ ຂອງຣັດເຊຍ.

ສານພົບວ່າທ່ານນາວາລນີລະເມີດເງື່ອນໄຂໃນການປ່ອຍໂຕຂອງການຝາກໂທດກ່ອນປີ 2014 ໂດຍບໍ່ໄດ້ລາຍງານໂຕ ໃຫ້ພວກເຈົ້າໜ້າທີ່ຄວບຄຸມຄຸກຊາບກ່ຽວກັບວ່າຜູ້ກ່ຽວຢູ່ໃສ ເວລາທ່ານຖືກສົ່ງໄປຮັບການປິ່ນປົວຢູ່ເບີລິນຫຼັງຈາກຖືກໂຈມດ້ວຍສານພິດທີ່ເຮັດໃຫ້ທ່ານເກືອບເສຍຊີວິດນັ້ນ.

“ເຖິງແມ່ນສານເຫັນແກ່ມະນຸດສະທຳກໍດີ ແຕ່ທ່ານນາວາລນີໄດ້ທຳການລະເມີດຫຼາຍກວ່ານຶ່ງຄັ້ງ” ນັ້ນຄືການໂຕ້ແຍ້ງຂອງໄອຍະການໂດຍໃຫ້ຂໍ້ສັງເກດກ່ຽວກັບການລະເມີດໃນການປ່ອຍໂຕ.

ທ່ານນາວາລນີຢືນຢັດ ແລະການສືບສວນຂອງສື່ມວນຊົນລະຫວ່າງປະເທດແນະໃຫ້ເຫັນວ່າ ການໂຈມຕີດ້ວຍສານພິດ ທີ່ດຳເນີນການໂດຍອົງການຮັກສາຄວາມປອດໄພຂອງຣັດເຊຍຊຶ່ງເອົາສານພິດທຳລາຍປະສາດຂອງພວກທະຫານໄປທາໃສ່ສົ້ງຊ້ອນຂອງທ່ານໃນຂະນະທີ່ທ່ານນາວາລນີເດີນທາງໄປໄຊບີເຣຍໃນເດືອນສິງຫາ. ເຈົ້າໜ້າທີ່ຣັດເຊຍໄດ້ປະຕິເສດກ່ຽວກັບເລື້ອງນີ້.

ທ່ານນາວາລນີໄດ້ຖືກສົ່ງໄປນະຄອນເບີລິນໃນຂະນະທີ່ທ່ານຍັງຢູ່ໃນອາການບໍ່ຮູ້ສຶກໂຕຫຼັງຈາກ ປະທານາທິບໍດີວລາດີເມຍ ປູຕິນ ໄດ້ໃຫ້ການອະນຸມັດ ໃຫ້ສົ່ງທ່ານໄປປິ່ນປົວ ຫຼັງຈາກໄດ້ມີການຊັກຊ້າຊ້ຳແລ້ວຊ້ຳອີກ ແລະມີໂອກາດໜ້ອຍທີ່ສຸດທີ່ທ່ານຈະລອດຊີວິດມາໄດ້ ຈາກການພະຍາ ຍາມເອົາຊີວິດຂອງທ່ານ.

ທ່ານນາວາລນີໄດ້ກ່າວຕໍ່ສານວ່າ “ມີຫຍັງອີກ ທີ່ຂ້າພະເຈົ້າສາມາດເຮັດໄດ້ຕື່ມ ຂ້າພະເຈົ້າຢູ່ໃນສະພາບທີ່ບໍ່ຮູ້ສຶກໂຕ.”

ນັກການເມືອງຝ່າຍຄ້ານທ່ານນີ້ໄດ້ໂຕ້ແຍ້ງມາເປັນເວລາດົນນານແລ້ວວ່າ ການຕັດສິນໂທດຕໍ່ທ່ານໃນປີ 2014 ນັ້ນແມ່ນມີຈຸດປະສົງທາງດ້ານການເມືອງເພື່ອຂັດຂວາງບໍ່ໃຫ້ທ່ານລົງສະໝັກແຂ່ງຂັນເອົາຕຳແໜ່ງ ພາຍໃຕ້ກົດໝາຍຂອງຣັດເຊຍໃນປັດຈຸບັນນີ້.

ເລື້ອງດັ່ງກ່າວຍັງໄດ້ກົດດັນທ່ານຢ່າງເປັນການສ່ວນໂຕຄືທ່ານໄດ້ໃຊ້ເວລາສ່ວນໃຫຍ່ດ້ວຍການຖືກກັກບໍລິເວນ ໃນຂະນະທີ່ນ້ອງຊາຍຂອງທ່ານ ຄືທ່ານໂອເລັກໄດ້ຮັບໂທດຈຳຄຸກ 3 ປີເຄິ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG