ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອັງກາຣາ ອາດຈະຫັນນະໂຍບາຍ ຈາກພາກຕາເວັນອອກກາງ ໄປສູ່ເອເຊຍກາງ


ຮູບທີ່ນຳອອກເຜີຍແຜ່ ເມື່ອວັນທີ 10 ທັນວາ 2020 ໂດຍເທີກີ ສະແດງໃຫ້ເຫັນວ່າ ປະທານາທິບໍດີເທີກີ ທ່ານຣີເຊັບ ຕາຍຢິບ ເອີດວານ ແລະປະທານາທິບໍດີອາເຈີບາຍຈານ ພວມຖະແຫຼງຂ່າວ ຫຼັງການພົບປະ ທີ່ນະຄອນບາກູ.
ຮູບທີ່ນຳອອກເຜີຍແຜ່ ເມື່ອວັນທີ 10 ທັນວາ 2020 ໂດຍເທີກີ ສະແດງໃຫ້ເຫັນວ່າ ປະທານາທິບໍດີເທີກີ ທ່ານຣີເຊັບ ຕາຍຢິບ ເອີດວານ ແລະປະທານາທິບໍດີອາເຈີບາຍຈານ ພວມຖະແຫຼງຂ່າວ ຫຼັງການພົບປະ ທີ່ນະຄອນບາກູ.

ເທີກີແລະອາເຈີບາຍຈານ ຍັງສືບຂະຫຍາຍສາຍສຳພັນຢ່າງເລິກເຊິ່ງ ໂດຍເລີ້ມການຊ້ອມລົບທາງທະຫານຄັ້ງໃຫຍ່ ໃນວັນຈັນວານນີ້. ການສະແດງກຳລັງມີຂຶ້ນໃນຂະນະທີ່ພວກນັກວິເຄາະບາງຄົນ ແນະໃຫ້ເຫັນວ່າ ອັງກາຣາພວມທີ່ຈະເລີ້ມນະໂຍບານການຕ່າງປະເທດ ຫັນຈາກພາກຕາເວັນອອກກາງ ໄປສູ່ເຂດເອເຊຍກາງ.

ການຊ້ອມລົບທາງທະຫານ ເປັນເວລາ 12 ມື້ ແມ່ນພົວພັນກັບ ກອງພົນລົດຖັງ ໜ່ວຍໂດດຈ້ອງພົນຮົ່ມແລະ “ກອງກຳລັງພິເສດ”. ນອກນັ້ນ ຍັງມີກໍານົດວ່າຈະມີນຳເອົາອາວຸດສຳຄັນໆທີ່ເທີກີເຮັດຂຶ້ນເອງ ອອກມານຳໃຊ້.

ເຮືອບິນບໍ່ມີຄົນຂັບທີ່ເທີກີເຮັດເອງ ແມ່ນມີບົດບາດອັນສຳຄັນ ໃນການໄດ້ຮັບໄຊຊະນະຂອງອາເຈີບາຍຈານ ຕໍ່ກຳລັງແບ່ງແຍກດິນອາເມເນຍໃນເດືອນຕຸລາຜ່ານມາ ໃນການສູ້ລົບກັນຢູ່ໃນເຂດນາກໍໂນ ກາຣາບາກ ຢູ່ໃນອາເຈີບາຍຈານ.

ໄຊຊະນະຂອງອາເຈີບາຍຈານແມ່ນເບິ່ງກັນວ່າ ເປັນໄຊຊະນະທາງຍຸດທະສາດສຳລັບເທີກີ “ເທີກີໄດ້ລົງທຶນມະຫາສານໃນກອງທັບອາເຈີບາຍຈານ” ນັ້ນຄືການໃຫ້ຂໍ້ສັງເກດຂອງສາສະດາຈານເຊີຮາດ ກູເວັນ (Serhat Guvenc) ຈາກມະຫາວິທະຍາໄລ ກາເດຍ ຮາສ (Kadir Has) ໃນນະຄອນອິສຕັນບູລ. ປະເທດທັງສອງມີຄວາມສຳພັນຢ່າງໃກ້ຊິດທາງດ້ານຊົນຊາດແລະກ່າວເຖິງຄວາມສຳພັນຂອງພວກຕົນວ່າ “ປະເທດດຽວ ມີສອງລັດ.”

ຄວາມໄວ ແລະຄວາມເດັດຂາດ ໃນຄວາມສຳເລັດຂອງກອງທັບອາເຈີບາຍຈານໄດ້ເຮັດໃຫ້ອິດທິພົນຂອງເທີກີໃນເຂດພູໂຄຄາຊັສສູງຂຶ້ນ ແລະໄດ້ເສີມຂະຫຍາຍຄວາມສຳພັນອັນໃກ້ຊິດທີ່ມີຢູ່ແລ້ວນັ້ນ ລະຫວ່າງອັງກາຣາແລະບາກູຂຶ້ນໄປຕື່ມ.

ທ່ານຮູຊິຢິນ ບັກຊີ (Huseyin Bagci) ຫົວໜ້າສະຖາບັນນະໂຍບາຍການຕ່າງປະເທດ ທີ່ມີສຳນັກງານຕັ້ງຢູ່ອັງກາຣາ ກ່າວວ່າ “ເທີກີພວມຂະຫຍາຍອິດທິພົນຂອງຕົນໃນເຂດພູໂຄຄາຊັສ ປະເທດດັ່ງກ່າວຈະດຳນເນີການເພີ້ມຕື່ມໃນອະນາຄົດ.”

ທ່ານບັກຊີ ສະເໜີແນະວ່າ ອັງກາຣາແມ່ນພ້ອມແລ້ວທີ່ຈະປ່ຽນນະໂຍບາຍການຕ່າງປະເທດຂອງຕົນ “ເທີກີບໍ່ຕ້ອງໃຊ້ໄພ້ອິສລາມ ແລະພາກຕາເວັນອອກກາງອີກຕໍ່ໄປແລ້ວ ແຕ່ເວລານີ້ຈະໃຊ້ຄວາມເປັນຊາດນິຍົມຫຼາຍຂຶ້ນ ແລະລັດທິຊາດນິຍົມຂອງເທີກີເອງ.”

ປະທານາທິບໍດີເທີກີ ທ່ານຣີເຊັບ ຕາຍຢິບ ເອີດວານ ແຕ່ໃດໆມາໄດ້ວາງຕົວເອງວ່າ ເປັນຜູ້ປົກປ້ອງສິດທິຂອງຊາວມຸສລິມຢູ່ໃນໂລກ ໂດຍສະເພາະແລ້ວແມ່ນຊາວປາແລັສໄຕນ໌. ນອກນັ້ນ ອັງກາຣາຍັງເປັນຜູ້ໃຫ້ການສະໜັບສະໜຸນທີ່ແຂງຂັນຕໍ່ກຸ່ມພະລາດອນພາບມຸສລິມ ໃນທົ່ວພາກຕາເວັນອອກກາງແລະກຸ່ມທີ່ສະຫະລັດແລະສະຫະພາບຢູໂຣບລະບຸວ່າ ເປັນອົງການກໍ່ການຮ້າຍນັ້ນ.

ກຸ່ມຮາມາສ ຊຶ່ງໄດ້ສ້າງຄວາມໂກດແຄ້ນໃຫ້ແກ່ອິສຣາແອລແລະຄວາມກັງວົນໃຫ້ແກ່ສະຫະລັດ ຕາມປົກກະຕິແລ້ວ ແມ່ນຈັດກອງປະຊຸມຢູ່ເປັນປະຈຳໃນປະ ເທດເທີກີ ແລະອັງກາຣາ ກໍໄດ້ເປັນເຈົ້າພາບ ຕ້ອນຮັບພວກຜູ້ນຳຂອງເຂົາເຈົ້າ. ການເຄື່ອນໄຫວແບບນັ້ນ ຕາມປົກກະຕິແລ້ວ ແມ່ນໄດ້ຮັບຜົນດີ ໃນກຸ່ມຜູ້ມີສິດປ່ອນບັດທາງສາສະໜາຂອງທ່ານເອີດວານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG