ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ແລະທ່ານປູຕິນ ໂອ້ລົມກັນທາງໂທລະສັບ ເປັນເທື່ອທຳອິດ


ຮູບປະສົມທີ່ເຮັດຂຶ້ນເມືອວັນທີ 26 ມັງກອນ ສະແດງໃຫ້ເຫັນວ່າ ປະທານາທິບໍດີໂຈ ໄບເດັນ (ຊ້າຍ) ໂອ້ລົມຢູ່ທຳນຽບຂາວ ເມື່ອວັນທີ 20 ມັງກອນ 2021 ຜ່ານມາ ແລະ ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ພວມຖະແຫຼງຂ່າວຢູ່ມົສກູ ເມື່ອວັນທີ 19 ທັນວາ 2019.
ຮູບປະສົມທີ່ເຮັດຂຶ້ນເມືອວັນທີ 26 ມັງກອນ ສະແດງໃຫ້ເຫັນວ່າ ປະທານາທິບໍດີໂຈ ໄບເດັນ (ຊ້າຍ) ໂອ້ລົມຢູ່ທຳນຽບຂາວ ເມື່ອວັນທີ 20 ມັງກອນ 2021 ຜ່ານມາ ແລະ ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ພວມຖະແຫຼງຂ່າວຢູ່ມົສກູ ເມື່ອວັນທີ 19 ທັນວາ 2019.

ນັບເປັນເທື່ອທຳອິດ ຕັ້ງແຕ່ໄດ້ສາບານໂຕເຂົ້າຮັບຕຳແໜ່ງ ທີ່ປະທານາທິບໍດີໂຈ ໄບເດັນ ໄດ້ໂອ້ລົມກັບຜູ້ນຳຣັດເຊຍ ທ່ານວລາດີເມຍ ປູຕິນໃນວັນອັງຄານວານນີ້ ໂດຍໄດ້ສະແດງຄວາມເປັນຫ່ວງກ່ຽວກັບການຈັບກຸມຜູ້ນຳຝ່າຍຄ້ານ ທ່ານອາເລັກເຊ ນາວາລນີ ການຈາລະກຳທາງດ້ານໄຊເບີ້ຂອງມົສກູແລະການສະເໜີໃຫ້ເງິນລາງວັນ ຕໍ່ການສັງຫານທະຫານສະຫະລັດໃນອັຟການິສຖານ ອີງຕາມການໃຫ້ຄວາມເຫັນ ຂອງພວກເຈົ້າໜ້າທີ່ອະວຸໂສ 2 ທ່ານໃນຄະນະລັດຖະບານທ່ານໄບເດັນ.

ການເອົາທ່າທີຂອງທ່ານໄບເດັນ ປາກົດວ່າເປັນຂີດໝາຍຂອງບາດລ້ຽງຢ່າງໃຫຍ່ຫຼວງທີ່ແຕກ ຕ່າງໄປຈາກອະດີດປະທານາທິບໍດີດໍໂນລ ທຣຳ ຜູ້ທີ່ມັກຈະສະແດງຄວາມຍິນດີຕໍ່ສາຍພົວພັນອັນອົບອຸ່ນກັບຜູ້ນຳຂອງວັງເຄຣັມລິນ. ໃນຂະນະດຽວກັນ ອີິງຕາມພວກເຈົ້າໜ້າທີ່ຂອງສະຫະ ລັດແລ້ວ ການໂທລະສັບໃນເທື່ອນີ້ທ່ານໄບເດັນ ໄດ້ກ່າວຕໍ່ທ່ານປູຕິນວ່າ ຣັດເຊຍແລະສະຫະ ລັດ ຄວນຈະຕໍ່ອາຍຸສົນທິສັນຍາຄວບຄຸມອາວຸດນິວເຄລຍ ຊຶ່ງຈະໝົດອາຍຸລົງໃນຕົ້ນເດືອນກຸມພາຈະມານີ້ ອອກໄປຕື່ມອີກ 5 ປີ.

ມົສກູ ຍັງບໍ່ທັນໃຫ້ຄວາມເຫັນໃດໆໃນທັນທີເທື່ອ ກ່ຽວກັບການໂທລະສັບໂອ້ລົມທີ່ວ່ານີ້ ແຕ່ວ່າຣັດເຊຍກໍໄດ້ຕິດຕໍ່ມາຫາທ່ານໄບເດັນໃນຊຸມມື້ທຳອິດຂອງການເຂົ້າດຳລົງຕຳແໜ່ງເປັນເວລາ 4 ປີຂອງທ່ານຢູ່ທີ່ທຳນຽບຂາວ. ຜູ້ນຳຂອງສະຫະລັດໄດ້ເຫັນພ້ອມນຳແຕ່ຫຼັງຈາກທ່ານໄດ້ກະກຽມ ກັບພວກເຈົ້າໜ້າທີ່ຂອງທ່ານແລະໄດ້ມີໂອກາດໂອ້ລົມ ກັບພວກຜູ້ນຳພັນທະມິດປະເທດຕາເວັນຕົກ ທີ່ໃກ້ຊິດກັບສະຫະລັດ ຄືນາຍົກລັດຖະມົນຕີອັງກິດ ທ່ານບໍຣິສ ຈອນສັນ, ປະທານາທິບໍ
ດີຝຣັ່ງ ທ່ານເອັມມານູແອລ ມາກຣົງ ແລະນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງແອງເກີລາ ເມີໂກ.

ຍັງບໍ່ທັນເປັນທີ່ຮູ້ກັນເທື່ອວ່າ ທ່ານປູຕິນ ໄດ້ຕອບຮັບແບບໃດ ຕໍ່ການຍົກເອົາບັນຫາໂຕ້ແຍ້ງລະຫວ່າງປະເທດທັງສອງ ຂຶ້ນມາໂອ້ລົມ.

ທ່ານໄບເດັນກ່າວຕໍ່ພວກນັກຂ່າວໃນມື້ວັນຈັນທີ່ຜ່ານມານີ້ວ່າ ເຖິງແມ່ນຈະບໍ່ເຫັນພ້ອມກັບມົສກູ “ຂ້າພະເຈົ້າຮູ້ສຶກວ່າ ພວກເຮົາທັງສອງສາມາດປະຕິບັດງານ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຂອງພວກເຮົາທັງສອງໃນນາມຂໍ້ຕົກລົງ START ສະບັບໃໝ່ແລະສະແດງໃຫ້ຣັດເຊຍເຫັນຢ່າງຈະແຈ້ງວ່າ ພວກເຮົາມີຄວາມເປັນຫ່ວງຢ່າງແທ້ຈິງກ່ຽວກັບປະພຶດຕິກຳຂອງພວກເຂົາ ບໍ່ວ່າຈະເປັນເລື້ອງທ່ານນາວາລນີ ຫຼືວ່າເລື້ອງ SolarWinds ຫຼືລາຍງານກ່ຽວກັບ ການໃຫ້ເງິນຄ່າຫົວໃນການສັງຫານທະຫານສະຫະລັດຢູ່ໃນອັຟການິສຖານ.

ບໍ່ດົນຫຼັງຈາກທ່ານໂທລະສັບໄປຫາທ່ານປູຕິນ, ທ່ານໄບເດັນກໍໄດ້ໂອ້ລົມກັບເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານເຈັນສ໌ ສໂຕລເຕັນເບີກ ໂດຍໃຫ້ການຄ້ຳປະກັນຕໍ່ທ່ານ ກ່ຽວກັບຄວາມໝັ້ນໝາຍຂອງສະຫະລັດຕໍ່ຂໍ້ຕົກລົງທາງດ້ານທະຫານກັບປະເທດຕາເວັນຕົກໃນຍຸກຫຼັງສົງຄາມ ໂລກຄັ້ງທີ 2 ທີ່ໄດ້ຖືກສ້າງຕັ້ງຂຶ້ນມາໃນຖານະພັນທະມິດເພື່ອຕ້ານການຮຸກຮານຂອງຣັດເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG