ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ກ່າວວວ່າ ສະຫະລັດ ພວມຊອກຫາ 'ວິທີການໃໝ່' ເພື່ອຮັບມືກັບຈີນ


ທຸງຊາດຈີນ ພວມປິວສະບັດຢູ່ຫຼັງຮົ້ວໜາມໝາກຈັບ ທີ່ບ້ານຫຼັງນຶ່ງ ໃນເມືອງຢັງກີຊາ ຢູ່ທາງໃຕ້ເມືອງກາສກາ ໃນເຂດຊິນຈຽງ ທາງພາກຕາເວັນຕົກຂອງຈີນ ເມື່ອວັນທີ 4 ມິຖຸນາ 2019.
ທຸງຊາດຈີນ ພວມປິວສະບັດຢູ່ຫຼັງຮົ້ວໜາມໝາກຈັບ ທີ່ບ້ານຫຼັງນຶ່ງ ໃນເມືອງຢັງກີຊາ ຢູ່ທາງໃຕ້ເມືອງກາສກາ ໃນເຂດຊິນຈຽງ ທາງພາກຕາເວັນຕົກຂອງຈີນ ເມື່ອວັນທີ 4 ມິຖຸນາ 2019.

ທຳນຽບຂາວກ່າວວ່າ ວໍຊິງຕັນພວມໃຊ້ຄວາມອົດທົນ ໃນຂະນະທີ່ຕົນຊອກຫາ “ວິທີການໃໝ່” ໃນຄວາມສຳພັນກັບຈີນ ຂະນະທີ່ປະເທດທັງສອງຍັງສືບຕໍ່ “ເປັນຄູ່ແຂ່ງທາງດ້ານຍຸດທະສາດ” ທີ່ສຳຄັນລະຫວ່າງກັນ.

ທ່ານນາງເຈັນ ຊາກີ (Jen Psaki) ໂຄສົກຂອງທຳນຽບຂາວ ກ່າວໃນການຖະແຫຼງຂ່າວ ໃນວັນຈັນວານນີ້ວ່າ “ສິ່ງທີ່ພວກເຮົາໄດ້ເຫັນໃນໄລຍະສອງສາມປີທີ່ຜ່ານມານີ້ກໍແມ່ນຈີນມີການປົກຄອງແບບຜະເດັດການເພີ້ມຂຶ້ນຢູ່ພາຍໃນປະເທດແລະສະແດງຄວາມໝັ້ນໃຈຫຼາຍຂຶ້ນຢູ່ໃນຕ່າງປະເທດ ແລະໃນເວລານີ້ ປັກກິ່ງໄດ້ທ້າທາຍ ຕໍ່ຄວາມໝັ້ນຄົງ ຄວາມອຸດົມຮັ່ງມີ ແລະ ຫຼັກຄຸນຄ່າຂອງພວກເຮົາໃນຫຼາຍໆວິທີທີ່ສຳຄັນ ຊຶ່ງຈຳເປັນທີ່ສະຫະລັດຈະຕ້ອງໄດ້ໃຊ້ວິທີການໃໝ່.”

ບໍ່ເທົ່າໃດຊົ່ວໂມງກ່ອນໜ້ານັ້ນ ປະທານປະເທດຈີນ ທ່ານສີ ຈີ້ິ້ນຜິງ ໄດ້ກ່າວຄຳປາໄສທາງວີດີໂອຕໍ່ກອງປະຊຸມເສດຖະກິດໂລກ ບ່ອນທີ່ທ່ານໄດ້ຮຽກຮ້ອງ ໃຫ້ປະເທດຕ່າງໆຮ່ວມມືກັນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະສຸຂະອະນາໄມຂອງໂລກ ແລະນອກນັ້ນ ທ່ານຍັງໄດ້ເຕືອນ ກ່ຽວກັບບັນຫາຂັດແຍ້ງລະຫວ່າງວໍຊິງຕັນກັບປັກກິ່ງໂດຍບໍ່ໄດ້ລະບຸຊື່ຂອງສະຫະລັດ. ທ່ານສີກ່າວວ່າ ການຄວບຄຸມໄວຣັສໂຄໂຣນາ ແມ່ນພາລະກິດອັນຮີບດ່ວນສຳລັບປະຊາຄົມສາ ກົນ.

ການຮຽກຮ້ອງຂອງປັກກິ່ງ ມີຂຶ້ນໃນຂະນະທີ່ທີມງານດ້ານນະໂຍບາຍການຕ່າງ ປະເທດຂອງປະທານາທິບໍດີໂຈ ໄບເດັນ ພວມກະກຽມທີ່ຈະຊັກຊວນໃຫ້ບັນດາປະເທດພັນທະມິດຮັບມືກັບບັນຫາທ້າທາຍອັນຮີບດ່ວນ ນັບແຕ່ການປົກປ້ອງປະຊາທິປະໄຕ ຕະຫຼອດຈົນການແຂ່ງຂັນທີ່ເພີ້ມທະວີຂຶ້ນກັບຈີນ ແລະປະເທດຜະເດັດການອື່ນໆ.

ທ່ານສີ ຈິ້ນຜິງ ກ່າວໃນລະຫວ່າງ ກອງປະຊຸມເສດຖະກິດໂລກ ທາງອອນລາຍນ໌ວ່າ “ໂລກທີ່ມີການແບ່ງແຍກ ບໍ່ສາມາດທີ່ຈະແກ້ໄຂບັນຫາທ້າທາຍທີ່ພວມມີຂຶ້ນກັບມະນຸດຊາດ ແລະການປະເຊີນໜ້າຈະນຳມະນຸດຊາດໄປສູ່ທາງຕັນ.”

ຄວາມສຳພັນລະຫວ່າງສອງປະເທດທີ່ມີເສດຖະກິດໃຫຍ່ສຸດຂອງໂລກພວກຕົກຢູ່ໃນສະພາບຂີ້ຮ້າຍທີ່ສຸດໃນຮອບຫຼາຍໆທົດສະວັດໃນຂະນະທີ່ປະເທດທັງສອງໄດ້ປະທະກັນໃນເລື້ອງການຄ້າ ລະບົບເທັກໂນໂລຈີ 5 G ສິດທິມະນຸດ ແລະຄວາມໝັ້ນຄົງຢູ່ໃນຂົງເຂດ.

ວໍຊິງຕັນໄດ້ກ່າວຫາປັກກິ່ງ ມາເປັນເວລາຫຼາຍໆປີແລ້ວ ໃນຄວາມພະຍາຍາມທີ່ຈະລັກຂະໂມຍຊັບສິນທາງດ້ານສະຕິປັນຍາ ແລະທຳການຈາລະກຳໃນດ້ານອຸດສາຫະກຳ. ລັດຖະບານຂອງທ່ານໄບເດັນ ພວມທບົທວນເບິ່ງແຜນການຕ່າງໆທີ່ຈະເອົາຊື່ຂອງ 3 ບໍລິສັດໂທລຄົມມະນາຄົມຈີນອອກຈາກຕະຫຼາດຮຸ້ນຂອງສະຫະລັດຢູ່ນະຄອນນິວຢອກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG