ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໄບເດັນ ຈະຫາລື ກ່ຽວກັບ ຄວາມພະຍາຍາມ ໃນການຮັບມື ກັບໄວຣັສໂຄໂຣນາ


ປະທານາທິບໍດີໂຈ ໄບເດັນ ຄຳນັບ ໃນຂະນະທີ່ພັນລະຍາຂອງທ່ານ ທ່ານນາງຈິລ ເອົາມືໃສ່ໜ້າເອິກ ໃນຂະນະທີ່ພວກທ່ານ ກວດແຖວທະຫານກອງກຽດຕິຍົດ ຢູ່ຕີນຂັ້ນໄດຫໍລັດຖະສະພາສະຫະລັດ ໃນລະຫວ່າງພິທີສາບານໂຕເຂົ້າຮັບຕຳແໜ່ງ ໃນວັນພຸດທີ 20 ມັງກອນ 2021 ຢູ່ວໍຊິງຕັນ (David Tulis/Pool Photo via AP)
ປະທານາທິບໍດີໂຈ ໄບເດັນ ຄຳນັບ ໃນຂະນະທີ່ພັນລະຍາຂອງທ່ານ ທ່ານນາງຈິລ ເອົາມືໃສ່ໜ້າເອິກ ໃນຂະນະທີ່ພວກທ່ານ ກວດແຖວທະຫານກອງກຽດຕິຍົດ ຢູ່ຕີນຂັ້ນໄດຫໍລັດຖະສະພາສະຫະລັດ ໃນລະຫວ່າງພິທີສາບານໂຕເຂົ້າຮັບຕຳແໜ່ງ ໃນວັນພຸດທີ 20 ມັງກອນ 2021 ຢູ່ວໍຊິງຕັນ (David Tulis/Pool Photo via AP)

ປະທານາທິບໍດີໂຈ ໄບເດັນ ແລະຮອງປະທານາທິບໍດີ ທ່ານນາງຄາມາລາ ແຮຣິສ ໄດ້ເພັ່ງເລັງວຽກງານສ່ວນໃຫຍ່ ຂອງການເຂົ້າດຳລົງຕຳແໜ່ງ ໃນມື້ທຳອິດຂອງພວກທ່ານ ໃສ່ການຮັບມືຂອງລັດຖະບານກາງ ໃນການລະບາດຂອງໄວຣັສໂຄໂຣນາ.

ທ່ານໄບເດັນ ໃນວັນພະຫັດມື້ນີ້ມີກຳນົດທີ່ຈະກ່າວຄຳປາໄສກ່ຽວກັບແຜນການຂອງລັດຖະບານ ແລະລົງນາມໃນດຳລັດ ແລະການເອົາມາດຕະການອື່ນໆ ທີ່ກ່ຽວຂ້ອງກັບໂຄວິດ-19.

ທັງທ່ານໄບເດັນ ແລະທ່ານນາງແຮຣິສ ຫຼັງຈາກນັ້ນ ກໍຈະຮັບຟັງລາຍງານຂອງຄະນະປະຕິບັດງານຮັບມືກັບໄວຣັສໂຄໂຣນາ ຮວມທັງຂໍ້ມູນຕ່າງໆກ່ຽວກັບໂຄງການສັກຢາວັກຊີນໃນປັດຈຸບັນໄດ້ມີການປະຕິບັດໄປຮອດຂັ້ນໃດແລ້ວ ຢູ່ໃນທົ່ວປະເທດ.

ທ່ານໄບເດັນໄດ້ຕັ້ງເປົ້າໝາຍທີ່ຈະເພີ້ມການສັກຢາວັກຊີນໃຫ້ໄດ້ 100 ລ້ານໂດສໃນໄລຍະການເຂົ້າຮັບຕຳແໜ່ງ 100 ມື້ທຳອິດຂອງທ່ານ.

ການສັກຢາວັກຊີນຢູ່ໃນສະຫະລັດ ເລີ້ມຂຶ້ນໃນກາງເດືອນທັນວາ ທີ່ແນໃສ່ພວກພະນັກງານຮັກສາສຸຂະພາບແຖວໜ້າ ແລະພວກທີ່ອາໄສຢູ່ຕາມບ້ານພັກຄົນຊະລາ. ມາຈົນຮອດເຊົ້າວັນພຸດວານນີ້ ມີການສັກຢາວັກຊີນໄປແລ້ວ 16 ລ້ານ 5 ແສນໂດສ ອີງຕາມຂໍ້ມູນຈາກສູນກາງຄວບຄຸມແລະປ້ອງກັນພະຍາດ. ມີຢາວັກຊີນ 2 ຊະນິດໄດ້ຮັບການອະນຸມັດໃຫ້ນຳໃຊ້ສຸກເສີນຢູ່ໃນສະຫະລັດແລະທັງ 2 ຊະນິດ ກໍຕ້ອງໄດ້ສັກ 2 ເຂັມ.

ທ່ານໄບເດັນແລະພັນລະຍາຂອງທ່ານ ທ່ານນາງຈິລ ພ້ອມທັງທ່ານນາງແຮຣິສແລະສາມີຂອງທ່ານນາງ ທ່ານເດິກ ເອັມຮອຟ ຈະເລີ້ມຕົ້ນ ໃນວັນພະຫັດມື້ນີ້ ດ້ວຍການເຂົ້າຮ່ວມການສູດມົນທາງອອນລາຍນ໌ ຂອງປະທານາທິບໍດີ ທີ່ເປັນເຈົ້າພາບຈັດຂຶ້ນໂດຍ ພະວິຫານແຫ່ງຊາດທີ່ນະ ຄອນຫຼວງວໍຊິງຕັນ.

ທ່ານໄບເດັນໄດ້ສາບານໂຕເຂົ້າຮັບຕຳແໜ່ງເປັນປະທານາທິບໍດີຄົນທີ 46 ຂອງ ສະຫະລັດໃນວັນພຸດວານນີ້ ແລະຮຽກຮ້ອງໃຫ້ຊາວອາເມຣິກັນ ມີຄວາມປຸ້ມລຸມສາມັກຄີກັນ ເພື່ອໃຫ້ການສະໜັບສະໜຸນຊຶ່ງກັນແລະກັນ ໃນອັນທີ່ທ່ານເອີ້ນວ່າ “ອັນຕະລາຍຮ້າຍແຮງຂອງລະດູໜາວແລະຄວາມເປັນໄປໄດ້ທີ່ສຳຄັນ.”

ທ່ານໄບເດັນ ທີ່ມີອາຍຸ 78 ປີ ແມ່ນຜູ້ນຳທີ່ມີອາຍຸສູງທີ່ສຸດຂອງປະເທດຫຼັງຈາກໄດ້ເຂົ້າຮັບໃຊ້ປະເທດ ເປັນສະມາຊິກສະພາສູງຂອງສະຫະລັດມາໄດ້ 36 ປີ ແລະຮອງປະທານາທິບໍດີອີກ 8 ປີ. ທ່ານໄດ້ສາບານໂຕເຂົ້າຮັບຕຳແໜ່ງເປັນປະທານາທິບໍດີ ຢູ່ຂັ້ນໄດຂອງຫໍລັດຖະສະພາໃນມື້ທີ່ມີອາກາດເຢັນແລະລົມລະດູໜາວໂຊຍພັດມາຄ່ອຍໆ.

ບໍ່ດົນກ່ອນໜ້ານັ້ນ ທ່ານນາງຄາມາລາ ແຮຣິສ ອະດີດສະມາຊິກສະພາສູງຈາກລັດແຄລີຟໍເນຍກໍໄດ້ກາຍເປັນແມ່ຍິງທີ່ກຳຕຳແໜ່ງສູງສຸດຂອງປະເທດໃນໄລຍະ ສອງທົດສະວັດກວ່າໆ ໃນປະຫວັດສາດສອງຮ້ອຍກວ່າປີຂອງສະຫະລັດ. ທ່ານນາງມີເຊື້ອສາຍເປັນຄົນຜິວດຳ ແລະຄົນອິນເດຍ.

ໃນຄຳປາໄສເຂົ້າຮັບຕຳແໜ່ງນັ້ນ ທ່ານໄບເດັນ ກ່າວວ່າ “ຈິດວິນຍານຂອງຂ້າພະເຈົ້າທັງໝົດແມ່ນຢູ່ໃນໜີ້.”

ທ່ານໄບເດັນສັນຍາວ່າ ຈະເປັນປະທານາທິບໍດີຂອງຊາວອາເມຣິກັນທັງປະເທດ ບໍ່ແມ່ນພຽງແຕ່ພວກທີ່ໄດ້ປ່ອນບັດໃຫ້ທ່ານ ໃນການໄດ້ຮັບໄຊຊະນະຕໍ່ປະທານາ ທິບໍດີດໍໂນລ ທຣຳ ໃນເດືອນພະຈິກທີ່ຜ່ານມາ.

ທ່ານທຣຳໄດ້ກາຍເປັນປະທານາທິບໍດີຄົນທຳອິດ ໃນຮອບ 152 ປີ ທີ່ບໍ່ໄດ້ໄປຮ່ວມພິທີສາບານໂຕເຂົ້າຮັບຕຳແໜ່ງຂອງຜູ້ສືບທອດໜ້າທີ່ຈາກທ່ານ ແລະໄດ້ເດີນທາງອອກຈາກວໍຊິງຕັນ ກ່ອນພິທີສາບານໂຕດັ່ງກ່າວ ເພື່ອມຸ່ງໜ້າໄປຍັງບ້ານພັກຂອງທ່ານທີ່ລັດຟລໍຣິດາ ໃນຂະນະທີ່ສະໄໝການດຳລົງຕຳແໜ່ງຂອງທ່ານສິ້ນສຸດລົງ.

ທ່ານໄບເດັນກ່າວວ່າ “ສຳລັບພວກທີ່ບໍ່ໄດ້ໃຫ້ການສະໜັບສະໜູນພວກເຮົານັ້ນ ຂ້າພະເຈົ້າຂໍກ່າວດັ່ງນີ້: ຟັງຂ້າພະເຈົ້າກ່ອນ ໃນຂະນະທີ່ຂ້າພະເຈົ້າດຳເນີນການໄປໜ້າ ຈົ່ງວັດແທກຂ້າພະ ເຈົ້າ ແລະຫົວໃຈຂອງຂ້າພະເຈົ້າ ຖ້າພວກເຈົ້າຫາກຍັງບໍ່ເຫັນພ້ອມນຳ ກໍຈົ່ງເຮັດໄປເລີຍຖ້າຢາກເຮັດ ນັ້ນຄືປະຊາທິປະໄຕ.”

ແຕ່ທ່ານກໍກ່າວວ່າ “ພວກເຮົາຕ້ອງໄດ້ຍຸຕິສົງຄາມທີ່ບໍ່ອາຣະຍະທຳ” ທີ່ຊາວອາເມຣິກັນຕ້ອງຕໍ່ສູ້ກັນນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG