ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກຜູ້ນຳຂອງໂລກ ປະນາມ ການກໍ່ຄວາມວຸ້ນວາຍ ຂອງພວກສະໜັບສະໜຸນ ປ. ທຣຳ ທີ່ຫໍລັດຖະສະພາສະຫະລັດ


ພາບເຫດລະເບີດທີ່ມາຈາກລູກກະສຸນຂອງຕຳຫຼວດ ໃນຂະນະທີ່ພວກສະໜັບສະໜຸນປະທານາທິບໍດີດໍໂນລ ທຣຳ ໂຮມຊຸມນຸມກັນຢູ່ຕໍ່ໜ້າຫໍລັດຖະສະພາສະຫະລັດ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນທີ 6 ມັງກອນ 2021.
ພາບເຫດລະເບີດທີ່ມາຈາກລູກກະສຸນຂອງຕຳຫຼວດ ໃນຂະນະທີ່ພວກສະໜັບສະໜຸນປະທານາທິບໍດີດໍໂນລ ທຣຳ ໂຮມຊຸມນຸມກັນຢູ່ຕໍ່ໜ້າຫໍລັດຖະສະພາສະຫະລັດ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນທີ 6 ມັງກອນ 2021.

ພວກຜູ້ນຳຂອງໂລກໄດ້ພາກັນສະແດງຄວາມຕື່ນຕົກໃຈແລະປະນາມເຫດການທີ່ເກີດຂຶ້ນແບບບໍ່ເຄີຍເຫັນມາກ່ອນ ທີ່ຫໍລັດຖະສະພາສະຫະລັດ ໃນຂະນະທີ່ພວກເດີນຂະບວນສະໜັບສະໜຸນທ່ານທຣຳ ບຸກເຂົ້າໄປໃນຕຶກຫໍລັດຖະສະພາສະຫະລັດໃນວັນພຸດວານນີ້.

ນາຍົກລັດຖະມົນຕີຈອນສັນ ແຫ່ງອັງກິດ ຂຽນລົງໃນທວີດເຕີ້ວ່າ “ເປັນພາບທີ່ໜ້າອັບອາຍທີ່ຫໍລັດຖະສະພາສະຫະລັດ. ສະຫະລັດແມ່ນເປັນສັນຍາລັກຂອງປະຊາທິປະໄຕຢູ່ໃນທົ່ວໂລກ ແລະໃນເວລານີ້ແມ່ນຈຳເປັນທີ່ວ່າຄວນຈະມີການໂອນອຳນາດຢ່າງສັນຕິແລະດ້ວຍຄວາມເປັນລະບຽບ.”

ລິ້ງຄຳເວົ້າຂອງນາຍົກລັດຖະມົນຕີອັງກິດ ທ່ານບໍຣິສ ຈອນສັນ: [[embed tweet: https://twitter.com/BorisJohnson/status/1346926138057220103?s=20 ]]

ພວກເຈົ້າໜ້າທີ່ສະຫະພາບຢູໂຣບ ສະແດງໃຫ້ເຫັນວ່າ ເຂົາເຈົ້າສະໜັບສະໜຸນທ່ານໄບເດັນ ໃນວັນພຸດວານນີ້ ຂະນະທີ່ພວກສະໜັບສະໜຸນທ່ານທຣຳຫົວຮຸນແຮງຈັດ ບັງຄັບໃຫ້ຫໍລັດຖະສະພາສະຫະລັດຕ້ອງນຳໃຊ້ມາດຕະການສຸກເສີນບໍ່ໃຫ້ມີການເຂົ້າອອກ ຊຶ່ງໄດ້ລົບກວນຕໍ່ການຢັ້ງຢືນ ໃນການໄດ້ຮັບໄຊຊະນະ ໃນການເລືອກຕັ້ງເປັນປະທານາທິບໍດີຂອງທ່ານໄບເດັນ.

ທ່ານນາງເອີຊູລາ ວອນ ເດິ ເລເຢັນ (Ursula von der Leyen) ປະທານກຳມາທິການຢູໂຣບຂຽນລົງໃນທວີດເຕີ້ວ່າ “ຂ້າພະເຈົ້າເຊື່ອໃນຄວາມເຂັ້ມແຂງຂອງສະຖາບັນຕ່າງໆແລະປະຊາທິປະໄຕຂອງສະຫະລັດ. ການໂອນອຳນາດຢ່າງສັນຕິແມ່ນຈຸດສຳຄັນສຸດ. @ທ່ານໂຈໄບເດັນ ຊະນະການເລືອກຕັ້ງ.”

ລິ້ງການຖະແຫຼງຂອງທ່ານນາງເອີຊູລາ ວອນ ເດິ ເລເຢັນ: [[embed tweet: https://twitter.com/vonderleyen/status/1346943173637988354?s=20 ]]

ເລຂາທິການຂອງອົງການເນໂຕ້ ທ່ານເຈັນສ໌ ສໂຕລເຕັນເບີກ ກ່າວຢູ່ໃນທວີດເຕີ້ວ່າ “ຜົນຂອງການເລືອກຕັ້ງແບບປະຊາທິປະໄຕ ຕ້ອງໄດ້ຮັບການເຄົາລົບ.”

ລິ້ງການຖະແຫຼງຂອງທ່ານເຈັນສ໌ ສໂຕລເຕັນເບີກ: [[embed tweet: https://twitter.com/vonderleyen/status/1346943173637988354?s=20 ]]

ກະຊວງການຕ່າງປະເທດເທີກີກໍໄດ້ອອກຖະແຫຼງການສະບັບນຶ່ງໃນວັນພຸດວານນີ້ ຮຽກຮ້ອງໃຫ້ປະຊາຊົນຂອງຕົນຢູ່ໃນສະຫະລັດ ຫຼີກລ່ຽງບ່ອນທີ່ມີຝູງຊົນເຕົ້າໂຮມກັນ ແລະປະເຊີນໜ້າກັນ.

ຖະແຫຼງການຂຽນວ່າ “ພວກເຮົາຂໍໃຫ້ທຸກພັກຝ່າຍ ຢູ່ໃນສະຫະລັດ ຈົ່ງລະເວັ້ນຈາກການໃຊ້ຄວາມຮຸນແຮງແລະໃຊ້ສາມັນສຳນຶກ. ພວກເຮົາເຊື່ອວ່າສະຫະລັດຈະເອົາຊະນະວິກິດການທາງດ້ານການເມືອງພາຍໃນປະເທດນີ້ໄດ້ດ້ວຍການໃຊ້ເຫດໃຊ້ຜົນ.”

ລັດຖະມົນຕີການຕ່າງປະເທດຝຣັ່ງ ຊັງ ອີແວສ ເລີ ດຣຽນ (Jean-Yves Le Drian) ເອີ້ນຄວາມວຸ້ນວາຍໃນວັນພຸດວານນີ້ວ່າ “ເປັນການໂຈມຕີທີ່ຮ້າຍແຮງຕໍ່ປະຊາທິປະໄຕ.”

ລິ້ງຄຳເວົ້າຂອງລັດຖະມົນຕີການຕ່າງປະເທດຝຣັ່ງ ທ່ານຊັງ ອີແວສ ເລີ ດຣຽນ: [[embed tweet: https://twitter.com/JY_LeDrian/status/1346945178561609728?s=20 ]]

ອົງການບັນດາປະເທດໃນທະວີບອາເມຣິກາ ຫຼື OAS ກໍໄດ້ກ່າວປະນາມຕໍ່ການໃຊ້ຝູງຊົນກໍ່ຄວາມວຸ້ນວາຍຂຶ້ນ.

ເລຂາທິການໃຫຍ່ຂອງອົງການ OAS ກ່າວເຖິງເຫດການທີ່ເກີດຂຶ້ນ ແລະຂຽນຢູ່ໃນຖະແຫຼງການໃນວັນພຸດວານນີ້ວ່າ “ການໃຊ້ກຳລັງ ແລະການທັບມ້າງຕໍ່ສະຖາບັນແມ່ນເທົ່າກັບເປັນການໂຈມຕີທີ່ຮ້າຍແຮງຕໍ່ກົນໄກຂອງລະບອບປະຊາທິ ປະໄຕ” ແລະຮຽກຮ້ອງໃຫ້ກັບຄືນໄປສູ່ການໃຊ້ເຫດໃຊ້ຜົນທີ່ຕ້ອງການນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG