ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະສະພາ ສະຫະລັດ ຮັບຜ່ານຮ່າງກົດໝາຍ ທີ່ສຳຄັນ ເພື່ອສະໜັບສະໜຸນ ທິເບດ


ອົງດາໄລ ລາມະ ເທັນຊິງ ກີຢັດໂຊ (Tenzin Gyatso) ພວມໃຫ້ໂອວາດ ໃນຂະນະທີ່ພະອົງຊົງໄປຮ່ວມງານບຸນທີ່ເມືອງມີລານ ປະເທດອີຕາລີ.
ອົງດາໄລ ລາມະ ເທັນຊິງ ກີຢັດໂຊ (Tenzin Gyatso) ພວມໃຫ້ໂອວາດ ໃນຂະນະທີ່ພະອົງຊົງໄປຮ່ວມງານບຸນທີ່ເມືອງມີລານ ປະເທດອີຕາລີ.

ລັດຖະສະພາສະຫະລັດ ໃນມື້ວັນຈັນຜ່ານມານີ້ ໄດ້ຮັບຜ່ານຮ່າງກົດໝາຍທີ່ຄາດວ່າຈະຍົກລະດັບການໃຫ້ຄວາມສະໜັບສະໜຸນຂອງສະຫະລັດແກ່ຊາວທິເບດໃນຫຼາຍໆດ້ານທີ່ສຳຄັນ ຮວມທັງການລົງໂທດຕໍ່ເຈົ້າໜ້າທີ່ຈີນຖ້າພວກເຂົາເຈົ້າຫາກພະຍາຍາມທີ່ຈະແຕ່ງຕັ້ງອົງດາໄລ ລາມະ ຄົນຕໍ່ໄປ.

ຮ່າງກົດໝາຍ ວ່າດ້ວຍນະໂຍບາຍ ແລະການສະໜັບສະໜຸນຊາວທິເບດ ຫລື TPSA ໄດ້ມີການຮັບຮອງເອົາ ໂດຍສະພາຕໍ່າ ແລະສະພາສູງ ໃນຖານະບົດແກ້ໄຂຕໍ່ຮ່າງກົດໝາຍການໃຊ້ຈ່າຍຂອງລັດຖະບານມູນຄ່າ 1 ພັນ 400 ຕື້ໂດລາ ແລະແຜນການຊ່ວຍເຫຼືອໄວຣັສໂຄໂຣນາ 900 ພັນລ້ານໂດລາ.

ຮ່າງກົດໝາຍດັ່ງກ່າວ ຈະແຜ້ວທາງໃຫ້ລັດຖະບານສະຫະລັດ ທຳການລົງໂທດທາງດ້ານເສດຖະກິດ ແລະວີຊາ ຕໍ່ພວກເຈົ້າໜ້າທີ່ຈີນ ທີ່ໄດ້ແຊກແຊງເຂົ້າໃນການສືບທອດຕຳແໜ່ງຂອງອົງດາໄລ ລາມະ ແລະຈະບັງຄັບໃຫ້ຈີນ ອະນຸຍາດໃຫ້ວໍຊິງຕັນ ເປີດກົງສຸນ ທີ່ນະຄອນລາຊາ ເມືອງເອກຂອງເຂດປົກຄອງຕົນເອງທິເບດ ກ່ອນທີ່ປັກກິ່ງຈະສາມາດເປີດກົງສຸນຂອງຕົນຕື່ມອີກ ຢູ່ໃນສະຫະລັດ.

ມາດຕະການດັ່ງກ່າວ ຊຶ່ງໄດ້ຮັບການສະໜັບສະໜຸນ ທັງຈາກພັກເດໂມແຄຣັດແລະພັກຣີພັບບລີກັນ ຄາດວ່າຈະຖືກລົງນາມໃຫ້ເປັນກົດໝາຍໂດຍປະທານາທິບໍດີ ດໍໂນລ ທຣຳ.

ທ່ານລັອບຊັງ ຊັງເກ (Lobsang Sangay) ປະທານລັດຖະບານກາງທິເບດ ຫຼື CTA ຊຶ່ງເປັນລັດຖະບານພັດຖິ່ນຂອງທິເບດເອີ້ນການຮັບຜ່ານຮ່າງກົດໝາຍສະບັບນີ້ວ່າ “ເປັນຂີດໝາຍທີ່ສຳຄັນສຳລັບປະຊາຊົນຊາວທິເບດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG