ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣຳ ຂົ່ມຂູ່ ຈະໃຊ້ສິດຢັບຢັ້ງ ຕໍ່ການໃຊ້ຈ່າຍ ທາງທະຫານ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄປຢ້ຽມພວກທະຫານ ທີ່ຖານທັບອາກາດໂອຊານ ໃນເກົາຫຼີໃຕ້ ເມື່ອວັນທີ 30 ມິຖຸນາ 2019.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄປຢ້ຽມພວກທະຫານ ທີ່ຖານທັບອາກາດໂອຊານ ໃນເກົາຫຼີໃຕ້ ເມື່ອວັນທີ 30 ມິຖຸນາ 2019.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຂົ່ມຂູ່ທີ່ຈະໃຊ້ສິດຢັບຢັ້ງ ຕໍ່ໂຄງການໃຊ້ຈ່າຍທີ່ສຳຄັນໆໃນດ້ານປ້ອງກັນປະເທດແລະຮ່າງກົດໝາຍກ່ຽວກັບນະໂຍບາຍ ນອກຈາກວ່າມັນຈະຮວມທັງການລົບລ້າງກົດໝາຍໃຫ້ຄວາມຄຸ້ມຄອງຕໍ່ບໍລິສັດອິນເຕີແນັດ ຈາກພາລະຮັບຜິດຊອບໃນດ້ານໜີ້ສິນ ກ່ຽວກັບວັດຖຸທີ່ພິມເຜີຍແຜ່ໂດຍພວກຊົມໃຊ້.

ການຂົ່ມຂູ່ທີ່ຈະໃຊ້ສິດຢັບຢັ້ງຂອງປະທານາທິບໍດີທຣຳ ຕໍ່ກົດໝາຍການອະນຸມັດໃນການໃຊ້ຈ່າຍດ້ານປ້ອງກັນປະເທດແຫ່ງຊາດ ຫຼື NDAA ມີຂຶ້ນໃນການຂຽນຂໍ້ຄວາມລົງທາງທວີດເຕີ້ ໃນຕອນແລງວັນອັງຄານວານນີ້ ແລະໃນເວລາທີ່ຮ່າງງົບປະມານການໃຊ້ຈ່າຍໃນມູນຄ່າ 740 ຕື້ໂດລາພວມຢູ່ໃນລະຫວ່າງການພິຈາລະນາ ຂອງຄະນະກຳມະການ ເພື່ອໃຫ້ມີການປອງດອງກັນ ລະຫວ່າງຮ່າງກົດໝາຍທີ່ຮັບຜ່ານໂດຍສະພາສູງ ແລະສະພາຕ່ຳຂອງສະຫະລັດ.

ທ່ານເອີ້ນກົດໝາຍ ທີ່ພົວພັນກັບບໍລິສັດອິນເຕີແນັດ ຊຶ່ງຮູ້ກັນໃນຊື່ ວັກທີ 230 ນັ້ນວ່າ ເປັນຮູບແບບນຶ່ງຂອງ “ສະຫວັດດີພາບບໍລິສັດ” ແລະ “ເປັນໄພຂົ່ມຂູ່ທີ່ຮ້າຍແຮງ ຕໍ່ຄວາມໝັ້ນຄົງແຫ່ງຊາດ ແລະກຽດສັກສີຂອງການເລືອກຕັ້ງພວກເຮົາ.”

ສະມາຊິກສະພາທັງຈາກພັກເດໂມແຄຣັດ ແລະພັກຣີພັບບລີກັນ ກໍໄດ້ຮຽກຮ້ອງ ໃຫ້ມີການປ່ຽນແປງ ໃນການໃຫ້ຄວາມຄຸ້ມຄອງຂອງວັກທີ 230 ໂດຍບໍ່ຕ້ອງທຳການຍົກເລີກໃໝ່ທັງໝົດ.

ທ່ານຈອນ ເບີໂຣຢາ (Jon Berroya) ຫົວໜ້າສະມາຄົມອິນເຕີແນັດ ທີ່ເປັນຜູ້ຕາງໜ້າໃຫ້ແກ່ບໍລິສັດເທັກໂນໂລຈີຕ່າງໆ ເຊັ່ນ ກູກໂກ ເຟສບຸກ ທວີດເຕີ້ ອາມາຊອນ ແລະເຣດດິດ ກ່າວຕອບຕໍ່ການສົ່ງທວີດເຕີ້ຂອງທ່ານທຣຳທີ່ຂົ່ມຂູ່ຈະໃຊ້ສິດຢັບຢັ້ງຫຼືວີໂຕ້ເພື່ອຍົກເລີກ ວັກທີ 230 ນັ້ນ ແມ່ນເທົ່າກັນກັບເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດໃນຕົວຂອງມັນເອງ.

ທ່ານເບີໂຣຢາ ກ່າວວ່າ “ກົດໝາຍນີ້ ແມ່ນມອບອຳນາດ ໃຫ້ບໍລິສັດເທັກໂນໂລຈີອອນລາຍນ໌ ກຳຈັດເນື້ອໄນທີ່ເປັນໄພ ແລະອັນຕະລາຍ ຮວມທັງເນື້ອໄນຂອງພວກກໍ່ການຮ້າຍແລະໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງຕ່າງໆ. ນອກນັ້ນວັກທີ 230 ຍັງໄດ້ໃຫ້ຄວາມໝັ້ນຄົງຢ່າງນັບບໍ່ຖ້ວນ ຕໍ່ເວັບໄຊຂອງທຸລະກິດອອນລາຍນ໌ ແອັບສ໌ແລະການບໍລິການທີ່ຊ່ວຍເຫຼືອທຸລະກິດຂະໜາດນ້ອຍຢູ່ທົ່ວປະເທດ ໃຫ້ດຳເນີນກິດຈະການຕໍ່ໄປໄດ້ ໃນລະຫວ່າງທີ່ເກີດໂຣກລະບາດ.”

ທ່ານທຣຳ ແລະພວກນິຍົມແນວທາງເດີມຄົນອື່ນໆໄດ້ກ່າວຫາ ແບບທີ່ບໍ່ສາມດໃຫ້ການພິສູດໄດ້ວ່າ ບໍລິສັດຕ່າງໆເຊັ່ນເຟສບຸກ ແລະທວີດເຕີ້ ເຮັດໃຫ້ເນື້ອໄນຂອງພວກນິຍົມແນວທາງເດີມນຳອອກເຜີຍແຜ່ບໍ່ໄດ້.

ໃນຂະນະທີ່ບໍລິສັດເທັກໂນໂລຈີພວມຊອກຫາຊ່ອງທາງທີ່ຈະກຳຈັດການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ ກ່ຽວກັບການເລືອກຕັ້ງແຫ່ງຊາດໃນເດືອນແລ້ວນີ້ ບໍລິສັດເຟສບຸກແລະທວີດເຕີ້ຕິດປ້າຍຈຳນວນນຶ່ງໃສ່ການພິມເຜີຍແຜ່ຂອງທ່ານທຣຳ ໃນຂະນະທີ່ທ່ານໄດ້ກ່າວອ້າງແບບບໍ່ມີຫຼັກຖານຊ້ຳແລ້ວຊ້ຳອີກກ່ຽວກັບການສໍ້ໂກງໃນການເລືອກຕັ້ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG