ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານໄບເດັນ ແຕ່ງຕັ້ງ ເຈົ້າໜ້າທີ່ຂັ້ນສູງ ທາງດ້ານເສດຖະກິດ


ທ່ານນາງແຈແນັດ ແຢລເລນ ອະດີດປະທານ ທະນາຄານກາງ ຂອງສະຫະລັດ ກ່າວຕໍ່ຕາໜ່າງຂ່າວທຸລະກິດຟັອກສ໌ນິວສ໌ ເມື່ອວັນທີ 14 ສິງຫາ 2019.
ທ່ານນາງແຈແນັດ ແຢລເລນ ອະດີດປະທານ ທະນາຄານກາງ ຂອງສະຫະລັດ ກ່າວຕໍ່ຕາໜ່າງຂ່າວທຸລະກິດຟັອກສ໌ນິວສ໌ ເມື່ອວັນທີ 14 ສິງຫາ 2019.

ຜູ້ທີ່ຄາດວ່າ ຈະໄດ້ເປັນປະທານາທິບໍດີສະຫະລັດທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ແລະຜູ້ທີ່ຄາດວ່າຈະໄດ້ເປັນຮອງປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານນາງຄາມາລາ ແຮຣິສ ມີກຳນົດຈະແນະນຳບັນດາເຈົ້າໜ້າທີ່ຂັ້ນສູງດ້ານເສດຖະ ກິດ ທີ່ພວກເພິ່ນໄດ້ເລືອກໃຫ້ມາຮ່ວມໃນຄະນະລັດຖະບານ ຢູ່ພິທີທີ່ຈັດຂຶ້ນໃນວັນອັງຄານມື້ນີ້.

ປະທານາທິບໍດີ ແລະຮອງປະທານາທິບໍດີຜູ້ທີ່ກຳລັງຈະເຂົ້າມາດຳລົງຕຳແໜ່ງ ໄດ້ເປີດເຜີຍ ຜູ້ທີ່ພວກເພິ່ນເລືອກເອົາ ໃນຖະແຫລງການ ເມື່ອວັນຈັນວານນີ້ ໂດຍຮວມມີ ອະດີດປະທານທະນາຄານກາງ ທ່ານນາງແຈນເນັດ ແຢລເລນ ໃຫ້ເປັນແມ່ຍິງຄົນທຳອິດ ທີ່ນຳພາກະຊວງການເງິນ ໃນປະຫວັດສາດທີ່ຍາວນານ 231 ປີ ຂອງກະຊວງນັ້ນ.

ທີມງານດ້ານເສດຖະກິດ ຈະປະເຊີນກັບຄວາມທ້າທາຍໃນທັນທີຂອງການຈັດ ການກັບຜົນກະທົບຈາກໂຣກລະບາດໄວຣັສໂຄໂຣນາຕໍ່ເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ.

ທ່ານໄບເດັນ ໄດ້ສະເໜີຊື່ ທ່ານນາງ ນີຣາ ແທນເດັນ ຊຶ່ງໃນປັດຈຸບັນນີ້ ເປັນປະທານ ສູນກາງຄວາມກ້າວໜ້າຂອງອາເມຣິກາ ທີ່ເປັນກຸ່ມເສລີນິຍົມ ຄົ້ນຄວ້າແລະສະໜັບສະໜຸນນະໂຍບາຍດ້ານສາທາລະນະ ທີ່ມີຫ້ອງການຢູ່ໃນວໍຊິງຕັນ ໃຫ້ເປັນຜູ້ອຳນວຍການຫ້ອງການງົບປະມານ ແລະຄຸ້ມຄອງຂອງລັດຖະບານ ຫຼື OMB. ຖ້າໄດ້ຖືກຢັ້ງຢືນໂດຍສະພາສູງ ທ່ານນາງແທນເດັນ ຈະເປັນແມ່ຍິງທີ່ບໍ່ແມ່ນຄົນຜິວຂາວ ແລະເປັນຄົນອາເມຣິກັນເຊື້ອສາຍເອເຊຍໃຕ້ ຜູ້ທຳອິດທີ່ຈະນຳພາອົງການດັ່ງກ່າວ.

ທ່ານໄບເດັນ ຍັງໄດ້ສະເໜີຊື່ ທ່ານວາລລີ ອາດີເຢໂມ ຜູ້ທີ່ເປັນເຈົ້າໜ້າທີ່ນະ ໂຍບາຍດ້ານເສດຖະກິດມາຍາວນານ ໃຫ້ເປັນຮອງຜູ້ທີນຶ່ງຂອງທ່ານນາງແຢລເລນ ແລະເປັນອາເມຣິກັນເຊື້ອສາຍອາຟຣິກາຄົນທຳອິດ ທີ່ດຳລົງຕຳແໜ່ງອັນດັບສອງຢູ່ກະຊວງການເງິນ.

ປະທານາທິບໍດີທີ່ຖືກເລືອກໃໝ່ ໄດ້ສະເໜີຊື່ນັກເສດຖະສາດດ້ານແຮງງານ ທ່ານນາງຊີຊີເລຍ ຣາວສ໌ ຜູ້ທີ່ເປັນຄະນະບໍດີໂຮງຮຽນດ້ານກິດຈະການສາທາ ລະນະແລະສາກົນຂອງມະຫາວິທະຍາໄລພຣິນສ໌ຕັນ ໃຫ້ຮັບໜ້າທີ່ເປັນປະທານສະພາທີ່ປຶກສາດ້ານເສດຖະກິດ. ທ່ານນາງ ຈະເປັນຄົນຜິວດຳຜູ້ທຳອິດ ແລະເປັນແມ່ຍິງຄົນທີສີ່ ທີ່ຈະດຳລົງໜ້າທີ່ດັ່ງກ່າວ.

ທ່ານໄບເດັນ ໄດ້ເລືອກເອົານັກເສດຖະສາດອີກສອງຄົນ ຄື ທ່ານຈາເຣດ ເບີຣສ໌ຕີນ ແລະທ່ານນາງແຮເຕີຣ ບູເຊ ໃຫ້ເປັນສະມາຊິກຂອງສະພາດ້ານເສດຖະກິດ.

“ໃນຂະນະທີ່ພວກເຮົາກໍາລັງເຮັດວຽກເພື່ອຄວບຄຸມໄວຣັສຢູ່ ອັນນີ້ຈະເປັນທີມງານທີ່ຈະນຳເອົາການບັນເທົາດ້ານເສດຖະກິດມາໃຫ້ແກ່ປະຊາຊົນອາເມຣິກັນທັນທີ ໃນລະຫວ່ງວິກິດການດ້ານເສດຖະກິດຢູ່ນີ້ ແລະຊ່ອຍພວກເຮົາສ້າງສາເສດຖະກິດຂອງພວກເຮົາກັບຄືນມາໃຫ້ດີກວ່າເກົ່າທີ່ບໍ່ເຄີຍມີມາກ່ອນ” ທ່ານໄບເດັນໄດ້ກ່າວໃນຖະແຫລງການ.

ໂຣກລະບາດໄວຣັສໂຄໂຣນາ ໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ເສດຖະ ກິດຂອງສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG