ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ກັນຍາ ໒໐໒໓

ຈີນ ແລະ ມາເລເຊຍ ຊຶ່ງຕາມປົກກະຕິ ເປັນເພື່ອນມິດກັນ ແຕ່ໄດ້ເກີດການປະເຊີນໜ້າ ທາງທະເລຮອບໃໝ່


ຮູບກຳປັ່ນຈີນ ແລ່ນຢູ່ໃນທະເລຈີນໃຕ້ ທີ່ພວມມີການຂັດແຍ້ງກັນ ເມື່ອວັນທີ 21 ເມສາ 2017.

ຈີນ ແລະມາເລເຊຍ ໄດ້ປະເຊີນໜ້າກັນ ແບບງຽບໆອີກເທື່ອນຶ່ງ ແຕ່ຄັ້ງນີ້ ເບິ່ງຄືວ່າ ​ແມ່ນດົນຜິດປົກກະຕິໃນເຂດທະເລບ່ອນທີ່ການອ້າງເອົາອະທິປະໄຕຂອງປະເທດທັງສອງກວມກັນ ແລະຕ່າງຝ່າຍຕ່າງກໍໄດ້ສະແດງອອກໃຫ້ເຫັນເຖິງຄວາມຕັ້ງໃຈທີ່ແຂງຂັນຂອງຕົນຂຶ້ນກວ່າເກົ່າໃນຄວາມພາກພູມໃຈແລະຄວາມເຊື່ອໝັ້ນຂອງຕົນຕໍ່ອີກຝ່າຍນຶ່ງ ອີງຕາມຄຳເວົ້າຂອງພວກນັກວິເຄາະທີ່ຕິດຕາມເບິ່ງການເຄື່ອນໄຫວຂອງປະເທດທັງສອງ.

ໃນຕົ້ນເດືອນແລ້ວນີ້ ກຳປັ່ນຂອງໜ່ວຍຍາມຝັ່ງຂອງຈີນ ໝາຍເລກ 5402 ໄດ້ເຂົ້າໄປຈອດຢູ່ໃກ້ກັບໝູ່ຫາດລູໂກເນຍ (Luconia Shoals) ໃນບໍລິເວນທະເລທາງພາກເໜືອຂອງເກາະບໍນຽວ ທີ່ປະເທດມາເລເຊຍກ່າວວ່າ ຢູ່ໃນເຂດເສດຖະກິດສະເພາະທາງທະເລຂອງຕົນ ອີງຕາມອົງການລິເລີ້ມທາງທະເລທີ່ໂປ່ງໃສໃນເຂດເອເຊຍ ທີ່ຕັ້ງຢູ່ນະຄອນຫຼວງວໍຊິງຕັນ.

ປັກກິ່ງເວົ້າວ່າ ເຂດທະເລດັ່ງກ່າວ ແມ່ນນອນຢູ່ໃນເສັ້ນແບ່ງດິນແດນຂອງຕົນທີ່ກວມເອົາ 90 ເປີເຊັນຂອງທະເລຈີນໃຕ້ ຊຶ່ງເປັນການຄາດຄະເນທີ່ອີງຕາມບັນທຶກ ໃນການນຳໃຊ້ທາງປະຫວັດສາດ. ບຣູນາຍ ມາເລເຊຍ ຟີລິບປິນ ໄຕ້ຫວັນແລະຫວຽດນາມຕ່າງກໍໄດ້ອ້າງເອົາກຳມະສິດຂອງຕົນເປັນບາງສ່ວນຫຼືວ່າທັງໝົດກວມກັນກັບການອ້າງເອົາອະທິປະໄຕໃນເຂດທະເລທີ່ກວ້າງ 3 ລ້ານ 5 ແສນຕາລາງກິໂລແມັດທີ່ອຸດົມສົມບູນໄປດ້ວຍປູປານານ້ຳຕະຫຼອດທັງແຫຼ່ງພະລັງງານນຳດ້ວຍ.

ເມື່ອວັນທີ 19 ພະຈິກຜ່ານມາ ກຳປັ່ນຂອງຈີນໄດ້ຮາວີລົບກວນກຳປັ່ນເຈາະນ້ຳມັນແລະຂົນເຄື່ອງຂອງມາເລເຊຍ ທີ່ປະຕິບັດງານຢູ່ໃນບໍລິເວນ 44 ໄມລ໌ທະເລຫຼື 81.5 ກິໂລແມັດຢູ່ນອກແຄມຝັ່ງທະເລຂອງຕົນ ອີງຕາມອົງການລິເລີ້ມທາງ ທະເລທີ່ໂປ່ງໃສ ຂອງສູນກາງຍຸດທະສາດແລະການສຶກສາລະຫວ່າງປະເທດຊຶ່ງເປັນອົງການວິໄຈບັນຫາຂອງສະຫະລັດ. ມາເລເຊຍໄດ້ສົ່ງກຳປັ່ນຂອງຕົນໄປຍັງບໍລິເວນທີ່ມີການຂັດແຍ້ງກັນ ແລະກຳປັ່ນລຳນັ້ນໄດ້ຖືກຕິດຕາມໂດຍກຳປັ່ນຂອງຈີນ ອີງຕາມລາຍງານເມື່ອວັນທີ 25 ພະຈິກຂອງກຳປັ່ນລຳດັ່ງກ່າວ.

ເຫດການແບບນີ້ແມ່ນພວມກາຍເປັນເລື້ອງທຳມະດາແລ້ວ ນັ້ນຄືຄຳເວົ້າຂອງພວກນັກຊ່ຽວຊານຢູ່ໃນມາເລເຊຍ ແຕ່ມັນໄດ້ເກີດຂຶ້ນໂດຍບໍ່ມີຜູ້ໃດສັງເກດຍ້ອນວ່າລັດຖະບານຂອງປະເທດທັງສອງ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນບໍ່ໄດ້ຜິດຖຽງກັນແລະບໍ່ໄດ້ໃຫ້ຄວາມສຳຄັນໃນການຂັດແຍ້ງດັ່ງກ່າວ.

ແຕ່ເວລານີ້ມາເລເຊຍແມ່ນມີຄວາມຈິງຈັງ ທີ່ຈະເອົາ “ບາດກ້າວແບບມີປະສິດທິຜົນ” ໃນການປົກປ້ອງ ຕໍ່ການອ້າງເອົາອະທິປະໄຕຂອງຕົນ ດ້ວຍການນຳໃຊ້ເຂດທະເລ ນັ້ນຄືຄຳເວົ້າຂອງທ່ານໂອ ໄອ ຊຸນ (Oh Ei Sun) ເຈົ້າໜ້າທີ່ອະວຸໂສຂອງສະຖາບັນກິດຈະການລະຫວ່າງປະເທດຂອງສິງກະໂປ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG