ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂຈ ໄບເດັນ ແລະພັນລະຍາ ທ່ານນາງຈິລ ໄບເດັນ ສົ່ງສານອວຍພອນ ໃນວັນຂອບຄຸນພະເຈົ້າ


ຜູ້ທີ່ຄາດວ່າ ເປັນປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ກ່າວຄຳປາໄສ ທີ່ໂຮງລະຄອນຄວີນ ໃນນະຄອນວິລມິງຕັນ ລັດເດລາແວ ເມື່ອວັນທີ 25 ພະຈິກ 2020.
ຜູ້ທີ່ຄາດວ່າ ເປັນປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ກ່າວຄຳປາໄສ ທີ່ໂຮງລະຄອນຄວີນ ໃນນະຄອນວິລມິງຕັນ ລັດເດລາແວ ເມື່ອວັນທີ 25 ພະຈິກ 2020.

ໃນວັນສະຫຼອງຂອບຄຸນພະເຈົ້ານັ້ນ ຜູ້ທີ່ຄາດວ່າຈະເປັນປະທານາທິບໍດີ ທີ່ຖືກເລືອກໃໝ່ຂອງສະຫະລັດ ທ່ານໂຈ ໄບເດັນ ແລະພັນລະຍາ ທ່ານນາງຈິລ ໄບເດັນ ໄດ້ອວຍພອນໃຫ້ປະເທດຊາດຈົ່ງມີແຕ່ຄວາມເບີກບານມ່ວນຊື່ນໃນຂະນະທີ່ໃຫ້ຂໍ້ສັງເກດວ່າ ໄວຣັສໂຄ ໂຣນາພວມນຳເອົາຄວາມໂສກເສົ້າມາສູ່ຊາວອາເມຣິກັນຢູ່ນັ້ນ.

ຄອບຄົວຂອງທ່ານໄບເດັນຂຽນລົງໃນໜ້າທີ່ກົງກັນຂ້າມກັບບົດບັນນາທິການສຳລັບໂທລະພາບ CNN ທີ່ພິມເຜີຍແຜ່ໃນຕອນເຊົ້າວັນພະຫັດວານນີ້ ໂດຍເວົ້າວ່າ: [[link: https://www.cnn.com/2020/11/26/opinions/joe-jill-biden-most-important-thanksgiving-tradition/index.html ]] “ບໍ່ຕ່າງຫຍັງກັບພວກທ່ານ ຄອບຄົວຂອງພວກເຮົາກໍຈະຍຶດໝັ້ນກັບປະເພນີ ທີ່ສຳຄັນສຸດຂອງພວກເຮົາ: ໃຊ້ເວລາບຶດນຶ່ງເພື່ອນັບເບິ່ງເຫດ ຜົນທີ່ພວກເຮົາຕ້ອງໄດ້ສະແດງອອກຊຶ່ງຄວາມກະຕັນຍູຮູ້ບຸນຄຸນ.”

ມາຮອດຕອນເຊົ້າຂອງວັນພະຫັດວານນີ້ ສະຫະລັດມີກໍລະນີຕິດເຊື້ອ ທີ່ໄດ້ຮັບການຢືນຢັນທັງໝົດ ຫຼາຍກວ່າ 12,780,000 ກໍລະນີ ແລະຫຼາຍກວ່າ 262 ພັນຄົນໄດ້ເສຍຊີວິດຍ້ອນໂຄວິດ-19 ອີງຕາມສູນກາງຊັບພະຍາກອນໄວຣັສໂຄໂຣນາຂອງມະຫາວິທະຍາໄລ ຈອນສ໌ ຮອບກິນສ໌.

ເຖິງແມ່ນໄດ້ຮັບການເຕືອນຈາກສູນກາງຄວບຄຸມແລະປ້ອງກັນພະຍາດຂອງລັດຖະບານສະຫະລັດກໍຕາມ ແຕ່ຊາວອາເມຣິກັນຫຼາຍໆລ້ານຄົນຍັງໄດ້ພາກັນເດີນທາງກັບຄືນບ້ານໃນທົ່ວປະເທດ ເພື່ອຮ່ວມກັບຄອບຄົວ ຂອງພວກເຂົາເຈົ້າພາກັນສະຫຼອງວັນບຸນ. ພວກນັກຊ່ຽວຊານຄາດວ່າຈະໄດ້ເຫັນກໍລະນີຕິດເຊື້ອໄວຣັສໂຄໂຣນາເພີ້ມຂຶ້ນ ຊຶ່ງໃນເວລານີ້ກໍສູງເປັນປະຫວັດການຢູ່ແລ້ວໃນສະຫະລັດພາຍໃນເດືອນນີ້. [[link: https://www.voanews.com/covid-19-pandemic/millions-americans-travel-thanksgiving-despite-covid-19-warnings ]]

ໃນມື້ວັນພຸດຜ່ານມານີ້ ທ່ານໄບເດັນ ໄດ້ຮຽກຮ້ອງໃຫ້ຊາວອາເມຣິກັນ “ຈົ່ງເຂັ້ມແຂງ” ຮັບມືກັບການເພີ້ມຂຶ້ນຂອງໂຣກລະບາດໄວຣັສໂຄໂຣນາ ແຕ່ກໍໃຫ້ການຄ້ຳປະກັນຕໍ່ພວກເຂົາເຈົ້າວ່າ “ອາເມຣິກາຈະບໍ່ເສຍໄຊໃນສົງຄາມນີ້.”

ທ່ານໄບເດັນກ່າວຕື່ມ ໃນຄຳປາໄສກ່ອນວັນບຸນຂອບຄຸນພະເຈົ້າ ຕໍ່ປະເທດຊາດວ່າ “ພວກເຮົາຍັງມີຄວາມຫວັງຢ່າງແທ້ຈິງ ຂໍໃຫ້ເຊື່ອໝັ້ນ. ສະພາບການນີ້ຈະບໍ່ມີຢູ່ຕະຫຼອດໄປ. [[link: https://www.voanews.com/2020-usa-votes/biden-holiday-message-us-wont-lose-fight-against-coronavirus ]]

ທ່ານກ່າວວ່າ ຢາວັກຊີນຮອບທຳອິດກັນໄວຣັສໂຄໂຣນາອາດຈະຖືກນຳອອກມາໃຊ້ພາຍໃນທ້າຍເດືອນທັນວານີ້ ແລະກໍປະກາດວ່າ “ຈະໃຫ້ທົ່ວປະເທດໄດ້ສັກໂດຍໄວເທົ່າທີ່ພວກເຮົາສາມາດເຮັດໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG