ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອທິໂອເປຍ ກຽມ 'ການບຸກໂຈມຕີ ທີ່ສຳຄັນ ຂັ້ນສຸດທ້າຍ' ຕໍ່ເຂດທີເກຣ


ກຳລັງພິເສດອາມຮາຣາ ກັບຄືນສູ່ຄ້າຍກອງພົນຍານເກາະທີ 5 ຫຼັງຈາກໄດ້ໄປປະຕິບັດງານຕໍ່ຕ້ານພວກກະບົດໃນເຂດທີເກຣ ເມື່ອວັນທີ 9 ພະຈິກ 2020.
ກຳລັງພິເສດອາມຮາຣາ ກັບຄືນສູ່ຄ້າຍກອງພົນຍານເກາະທີ 5 ຫຼັງຈາກໄດ້ໄປປະຕິບັດງານຕໍ່ຕ້ານພວກກະບົດໃນເຂດທີເກຣ ເມື່ອວັນທີ 9 ພະຈິກ 2020.

ນາຍົກລັດຖະມົນຕີເອທິໂອເປຍ ກ່າວໃນວັນອັງຄານວານນີ້ວ່າ ການບຸກໂຈມຕີທາງທະຫານ “ຂັ້ນສຸດທ້າຍແລະສຳຄັນ” ເຂົ້າໄປໃນເຂດທີເກຣ ທີ່ກໍ່ກະບົດ ຈະມີຂຶ້ນ ໃນສອງສາມອາທິດຂ້າງໜ້ານີ້.

ນາຍົກລັດຖະມົນຕີອາບີ ອາເໝັດ ຜູ້ນຳທີ່ໜຸ່ມທີ່ສຸດຂອງອາຟຣິກາ ແລະຜູ້ທີ່ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບ ປີ 2019​ ສັ່ງໃຫ້ເປີດສາກບຸກໂຈມຕີທາງທະຫານເຂົ້າໄປໃນເຂດຄຸ້ມຄອງຂອງລັດຖະບານທ້ອງຖິ່ນທີເກຣ ໃນອາທິດແລ້ວນີ້ ຫລັງຈາກກຳລັງທະຫານຂອງທ້ອງຖິ່ນດັ່ງກ່າວ ທຳການໂຈມຕີຄ້າຍທະຫານແຫ່ງນຶ່ງຢູ່ໃນເຂດດັ່ງກ່າວ.

ນາຍົກລັດຖະມົນຕີອາບີ ກ່າວຜ່ານທາງສື່ສັງຄົມໃນວັນອັງຄານວານນີ້ ໂດຍປະກາດວ່າ ກຳລັງທະຫານຂອງທ່ານ ຈະມຸ່ງໜ້າໄປຍັງເມືອງເອກຂອງເຂດທີເກຣ ໂດຍກ່າວວ່າ “ການປະຕິບັດງານທີ່ສຳຄັນຂັ້ນສຸດທ້າຍເພື່ອຄຸ້ມຄອງກົດໝາຍຈະມີຂຶ້ນໃນອີກບໍ່ເທົ່າໃດມື້ຂ້າງໜ້ານີ້.”

ອົງການອົບພະຍົບຂອງສະຫະປະຊາຊາດ ກ່າວໃນວັນອັງຄານວານນີ້ວ່າ ມີຊາວເອທິໂອເປຍ ຫຼາຍກວ່າ 25,000 ຄົນ ສ່ວນໃຫຍ່ແມ່ນແມ່ຍິງແລະເດັກນ້ອຍໄດ້ພາກັນຫລົບໜີຈາກຄວາມຮຸນແຮງໃນເຂດທີເກຣ ເຂົ້າໄປໃນປະເທດຊູດານ.
[[link: https://www.voanews.com/africa/thousands-refugees-ethiopias-tigray-region-fleeing-violence ]]

ອີງຕາມສະຖານທູດສະຫະລັດທີ່ນະຄອນຫຼວງ ອາດິດ ອາບາບາແລ້ວ ການບໍລິການທາງໂທລະສັບ ແລະອິນເຕີແນັດ ຍັງຖືກຕັດຂາດ ຢູ່ໃນຂົງເຂດດັ່ງກ່າວ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໃນວັນອັງຄານວານນີ້ ໄດ້ປະນາມການກໍ່ຄວາມຮຸນແຮງຂອງພວກກະບົດ ແນວໂຮມປົດປ່ອຍປະຊາຊົນທີເກຣ ຫຼື TPLF ແລະລັດຖະບານກາງຂອງເອທິໂອເປຍ.

ທ່ານພອມພຽວ ກ່າວຢູ່ໃນຖະແຫຼງການວ່າ “ພວກເຮົາຂໍຮຽກຮ້ອງຢ່າງແຂງຂັນໃຫ້ກຳລັງ TPLF ແລະເຈົ້າໜ້າທີ່ເອທິໂອເປຍ ເອົາບາດກ້າວໃນທັນທີ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງໃນບັນຫາຂັດແຍ້ງ ຟື້ນຟູສັນຕິພາບ ແລະໃຫ້ການຄຸ້ມຄອງແກ່ພົນລະເຮືອນ.”

ທ່ານເຈັນສ໌ ເຮສແມນ (Jens Hasemann) ຜູ້ປະສານງານເພື່ອຮັບມືກັບເຫດການສຸກເສີນຂອງອົງການອົບພະຍົບສະຫະປະຊາຊາດ ຫຼື UNHCR ໄດ້ກ່າວເຖິງສະຖານະການ ຢູ່ໃນເຂດດັ່ງກ່າວວ່າ ຂີ້ຮ້າຍຫຼາຍ. ທ່ານເຮສແມນ ເວົ້າວ່າໂຄງການອາຫານໂລກ ອົງການກາແດງຂອງຊູດານ ອົງການຊ່ວຍເຫຼືອມຸສລິມ ແລະອົງການຈັດຕັ້ງອື່ນໆ ພວມສະໜອງການຊ່ວຍເຫຼືອຢູ່ ແຕ່ຄວາມຕ້ອງການແມ່ນຍັງມີຫຼາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG