ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານໂຈ ໄບເດັນ ຄາດວ່າ ເປັນຜູ້ຊະນະ ການເລືອກຕັ້ງ ປະທານາທິບໍດີ ສຫລ


ອະດີດຮອງປະທານາທິບໍດີິໂຈ ໄບເດັນ ໂອ້ລົມກັບພວກສະໜັບສະໜຸນ ທີ່ລັດເດລາແວ ເມື່ອວັນທີ 4 ພະຈິກ 2020.
ອະດີດຮອງປະທານາທິບໍດີິໂຈ ໄບເດັນ ໂອ້ລົມກັບພວກສະໜັບສະໜຸນ ທີ່ລັດເດລາແວ ເມື່ອວັນທີ 4 ພະຈິກ 2020.

ອະດີດຮອງປະທານາທິບໍດີິສະຫະລັດ ທ່ານໂຈ ໄບເດັນ ຊຶ່ງເປັນບຸກຄົນທີ່ຮູ້ຈັກກັນດີໃນວົງການເມືອງຂອງນະຄອນຫຼວງວໍຊິງຕັນ ເກືອບເຄິ່ງສັດຕະວັດແລ້ວນັ້ນ ໄດ້ຄາດຄະເນກັນວ່າ ຈະເປັນຜູ້ຊະນະການເລືອກຕັ້ງປະທານາທິບໍດີຂອງສະຫະລັດ ແລະຈະໄດ້ສາບານຕົວເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນຈະມາ ເປັນປະທານາທິບໍດີທີ່ມີອາຍຸແກ່ທີ່ສຸດໃນປະຫວັດສາດ.

ທ່ານໄບເດັນ ສັງກັດພັກເດໂມແຄຣັດ ທີ່ໄດ້ເປັນສະມາຊິກສະພາສູງມາ 36 ປີ ແລະ 8 ປີ ເປັນຮອງປະທານາທິບໍດີ ໃນສະໄໝປະທານາທິບໍດີບາຣັກໂອບາມາ ແມ່ນຄາດກັນໂດຍອົງການຂ່າວຕ່າງໆ ຈະເອົາຊະນະປະທານາທິບໍດີດໍໂນລ ທຣຳ ທີ່ລົງສະໝັກແຂ່ງຂັນເອົາຕຳແໜ່ງຕື່ມອີກ ໃນການໂຄສະນາຫາສຽງທີ່ຂົມຂື່ນ ແລະຫຼັງຈາກໄດ້ມີການນັບບັດຄະແນນສຽງຫຼັງຈາກການເລືອກຕັ້ງມາໄດ້ຫຼາຍມື້ແລ້ວ. ຄະແນນສຽງແມ່ນຍັງຈະໄດ້ຮັບການຢືນຢັນຢ່າງເປັນທາງການ ແລະພວມໄດ້ຮັບການທ້າທາຍຢູ່ໃນສານ ແຕ່ກໍຄາດວ່າ ຈະຜ່ານຜ່າໄປໄດ້.

ທ່ານໄບເດັນ ໄດ້ຊະນະຕຳແໜ່ງປະທານາທິບໍດີ ໂດຍໄດ້ຮັບຄະແນນຈາກຜູ້ແທນລັດຢ່າງໜ້ອຍ 270 ຄະແນນ ຂອງຈຳນວນທັງໝົດ 538 ຄະແນນ.

ການໄດ້ຮັບໄຊຊະຂອງທ່ານໄບເດັນ ເຮັດໃຫ້ທ່ານທຣຳເປັນປະທານາທິບໍດີຄົນທີ 3 ໃນຮອບສີ່ທົດສະວັດທີ່ບໍ່ສາມາດໄດ້ຮັບເລືອກໃຫ້ເຂົ້າຮັບຕຳແໜ່ງຕື່ມອີກ ຫຼັງຈາກໄດ້ຂຶ້ນເປັນປະທານາທິບໍດີ 4 ປີແລ້ວ.

ໄຊຊະນະຂອງທ່ານໄບເດັນ ມີຂຶ້ນບໍ່ເທົ່າໃດວັນ ລຸນຫຼັງການເລືອກຕັ້ງຢ່າງເປັນທາງການໃນວັນອັງຄານຜ່ານມາ ໃນຂະນະທີ່ພວກເຈົ້າໜ້າທີ່ຢູ່ໃນ 6 ລັດເສັດສິ້ນການນັບບັດຄະແນນຈຳນວນ ຫຼາຍລ້ານບັດທີ່ສົ່ງທາງໄປສະນີ ໂດຍຜູ້ມີສິດປ່ອນບັດ ທີ່ບໍ່ຢາກໄປມີໜ້າ ຢູ່ໜ່ວຍປ່ອນບັດ ຍ້ອນວ່າຈະຕິດເຊື້ອໄວຣັສໂຄໂຣນາ.

ທ່ານໄບເດັນ ຜູ້ຊຶ່ງຈະມີອາຍຸ 78 ປີໃນເວລາສາບານຕົວເຂົ້າຮັບຕຳແໜ່ງ ໄດ້ຊະນະຕຳແໜ່ງປະທານາທິ ບໍດີ ໃນຄວາມພະຍາຍາມເທື່ອທີ 3 ຫຼັງຈາກໄດ້ພະຍາຍາມເພື່ອໃຫ້ມີການສະເໜີຊື່ແຕ່ງຕັ້ງຂອງພັກສອງເທື່ອ ຄືໃນປີ 1988​ແລະປີ 2008 ເວລາທ່ານໄດ້ຮັບການສະໜັບສະໜຸນແຕ່ພຽງເລັກນ້ອຍເທົ່ານັ້ນ ໃນ ການພະຍາຍາມທັງສອງ.

ເວລານີ້ ທ່ານຈະເຂົ້າຄວບຄຸມລັດຖະບານສະຫະລັດ ພ້ອມດ້ວຍຜູ້ລົງສະໝັກເປັນຮອງປະທານາທິບໍດີຂອງທ່ານ ສະມາຊິກສະພາສູງຄາມາຣາ ແຮຣິສ ຈາກລັດຄາລີຟໍເນຍ ຊຶ່ງເປັນແມ່ຍິງຄົນທຳອິດ ໃນປະຫວັດສາດ 244 ຂອງສະຫະລັດ ທີ່ໄດ້ເລືອກເອົາແມ່ຍິງ ມາເປັນປະທານາທິບໍດີ ຫຼືຮອງປະທານາທິບໍດີຂອງປະເທດ. ທ່ານນາງເປັນລູກສາວ ພໍ່ທີ່ເປັນຄົນຈາໄມກາ ແລະແມ່ທີ່ເປັນຄົນອິນເດຍ ແລະເປັນແມ່ຍິງຜິວດຳຄົນທຳອິດ ຢູ່ໃນການເລືອກຕັ້ງປະທານາທິບໍດີແລະຮອງປະທານາທິບໍດີຄົນທຳອິດຂອງປະເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG