ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງ ປະທານາທິບໍດີ ສະຫະລັດ ຍັງບໍ່ສາມາດ ສະຫລຸບໄດ້ເທື່ອ


ຜູ້ຕາງໜ້າພັກເດໂມແຄຣັດ ແລະຣີິພັບບລີກັນ ກວດເບິ່ງບັດ ທີປ່ອນທາງໄປສະນີ ທີ່ສູນກາງປ່ອນບັດເຂດເມືອງຟູລຕັນ ໃນລັດຈໍເຈຍ ເມື່ອວັນທີ 4 ພະຈິກ 2020 ຢູ່ນະຄອນແອັດແລນຕາ.
ຜູ້ຕາງໜ້າພັກເດໂມແຄຣັດ ແລະຣີິພັບບລີກັນ ກວດເບິ່ງບັດ ທີປ່ອນທາງໄປສະນີ ທີ່ສູນກາງປ່ອນບັດເຂດເມືອງຟູລຕັນ ໃນລັດຈໍເຈຍ ເມື່ອວັນທີ 4 ພະຈິກ 2020 ຢູ່ນະຄອນແອັດແລນຕາ.

ການເລືອກຕັ້ງປະທານາທິບໍດີຂອງສະຫະລັດຍັງບໍ່ທັນເປັນທີ່ຕົກແຕກກັນເທື່ອໃນວັນພະຫັດວານນີ້ ໂດຍທີ່ຜູ້ທ້າຊິງ ຫຼືຄູ່ແຂ່ງຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ ມີຄະແນນຂອງຜູ້ແທນລັດໃກ້ຄຽງຫຼາຍຂຶ້ນທີ່ຈະຮອດສຽງສ່ວນຫຼາຍ ແລະປະທານາທິບໍດີດໍໂນລ ທຣຳ ໄດ້ທວງໃຫ້ການນັບບັດຄະແນນສຽງຍຸຕິລົງ. ພັກຣີພັບບລີກັນໄດ້ຍື່ນຟ້ອງໂດຍກ່າວຫາວ່າ ມີຄວາມຜິດປົກກະຕິເກີດຂຶ້ນໃນການນັບບັດຄະແນນ.

ປະທານາທິບໍດີທຣຳ ໂດຍປາສະຈາກຫຼັກຖານໃດໆ ໃນວັນພະຫັດວານນີ້ ໄດ້ກ່າວຫາພັກເດໂມແຄຣັດວ່າ ເປັນຜູ້ວາງແຜນການສໍ້ໂກງຄະແນນສຽງຂະໜາດໃຫຍ່ແລະກະທຳການທີ່ບໍ່ຖືກຕ້ອງ ເພື່ອຂັດຂວາງບໍ່ໃຫ້ທ່ານໄດ້ຖືກເລືອກເພື່ອເຂົ້າຮັບຕຳແໜ່ງເປັນປະທານາທິບໍດີຕື່ມອີກ.

ປະທານາທິບໍດີທຣຳ ກ່າວໃນລະຫວ່າງການຖະແຫຼງຂ່າວວ່າ “ນີ້ແມ່ນກໍລະນີບ່ອນທີ່ພວກເຂົາກຳລັງພະຍາຍາມທີ່ຈະລັກຂະໂມຍການເລືອກຕັ້ງ ພວກເຂົາເຈົ້າພະຍາຍາມທີ່ຈະເອົາຊະນະການເລືອກຕັ້ງແບບບໍ່ຍຸຕິທຳ ແລະພວກເຮົາບໍ່ສາມາດທີ່ຈະປ່ອຍໃຫ້ສິ່ງນັ້ນເກີດຂຶ້ນ.”

ແຕ່ໃນທາງກົງກັນຂ້າມ ກ່ອນໜ້ານັ້ນໃນມື້ວານນີ້ ທ່ານໄບເດັນໄດ້ຮຽກຮ້ອງໃຫ້ມີຄວາມອົດທົນ
ໃນຂະນະທີ່ລັດຕ່າງໆ ພວມນັບບັດຄະແນນທີ່ມີຫຼາຍເປັນປະຫວັດການກັນຢູ່ ຄືຫຼາຍກວ່າ 150 ລ້ານຄົນ ທີ່ພາກັນໄປປ່ອນໃນການເລືອກຕັ້ງປີນີ້.

ທ່ານໄບເດັນກ່າວໃນລະຫວ່າງການຖະແຫຼງຂ່າວວ່າ “ບັດທຸກໆບັດຈະຕ້ອງຖືກນັບ ແລະນັ້ນຄືສິ່ງທີ່ພວກເຮົາຈະໄດ້ເຫັນ ໃນເວລານີ້ ແລະນັ້ນຄືສິ່ງທີ່ມັນຄວນຈະເປັນ. ປະຊາທິປະໄຕບາງຄັ້ງຄາວມັນກໍຫຍຸ້ງຍາກ.”

ທ່ານໄບເດັນ ແມ່ນນຳໜ້າໃນຄະແນນ ຂອງພວກຜູ້ແທນລັດຄືໄດ້ຮັບ 253 ຕໍ່ 214 ຊຶ່ງຄະແນນທີ່ຕ້ອງການ ກໍແມ່ນ 270 ເພື່ອຈະໄດ້ຕຳແໜ່ງປະທານາທິບໍດີ ສຳລັບ 4 ປີຕໍ່ໜ້າ. ແຕ່ການນັບຄະແນນຍັງດໍາເນີນຕໍ່ໄປຢູ່ໃນ 4 ລັດ ຊຶ່ງຈະເປັນຜູ້ຕັດສິນຊີ້ຂາດໃນການເລືອກຕັ້ງ ປະກອບມີ ລັດຈໍເຈຍ ແລະ ເພັນຊີລເວເນຍ ໃນພາກຕາເວັນອອກຂອງປະເທດ ພ້ອມດ້ວຍລັດອາຣີໂຊນາ ແລະເນວາດາ ທາງພາກຕາເວັນຕົກຂອງປະເທດ.

ຢູ່ລັດຈໍເຈຍ ແລະລັດເພັນຊິລເວເນຍ ທ່ານທຣຳເປັນຜູ້ມີຄະແນນນຳໜ້າ ແລະທ່ານໄບເດັນ ມີຄະແນນນຳໜ້າຢູ່ໃນອີກ 2 ລັດ ຊຶ່ງການນຳໜ້າຂອງພວກທ່ານທັງສອງແມ່ນຍັງບໍ່ທັນເປັນທີ່ສະຫຼຸບໄດ້ເທື່ອ.

ຢູ່ໃນລະບົບການນັບຄະແນນຜູ້ແທນຂອງສະຫະລັດນັ້ນຊຶ່ງຜູ້ໄດ້ຊະນະການປ່ອນ ບັດຂອງປະຊາຊົນໃນແຕ່ລະລັດ ໂດຍມີການຍົກເວັ້ນຢູ່ 2 ລັດ ຄືລັດເມນແລະ ເນບຣາສກາ ແມ່ນໄດ້ຮັບຄະແນນ ຂອງຜູ້ແທນລັດທັງໝົດ ຊຶ່ງໄດ້ອະນຸມັດໃຫ້ໂດຍອີງຕາມພື້ນຖານຂອງປະຊາຊົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG