ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອັງກິດ ຍົກລະດັບ ການເຕືອນ ກ່ຽວກັບ ໄພຂົ່ມຂູ່ ຂອງພວກກໍ່ການຮ້າຍ ສູ່ຂັ້ນ 'ຮ້າຍແຮງ'


ລັດຖະມົນຕີກະຊວງພາຍໃນອັງກິດ ທ່ານນາງພຣິຕິ ພາແທລ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອະວຸໂສລັດຖະບານ ເມື່ອວັນທີ 1 ກັນຍາ 2020. (Toby Melville/Pool via AP)
ລັດຖະມົນຕີກະຊວງພາຍໃນອັງກິດ ທ່ານນາງພຣິຕິ ພາແທລ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອະວຸໂສລັດຖະບານ ເມື່ອວັນທີ 1 ກັນຍາ 2020. (Toby Melville/Pool via AP)

ລັດຖະມົນຕີກະຊວງພາຍໃນຂອງອັງກິດ ໄດ້ປະກາດໃນວັນອັງຄານວານນີ້ວ່າ ປະເທດອັງກິດໄດ້ເພີ້ມການເຕືອນໄພຂອງພວກກໍ່ການຮ້າຍ ຂຶ້ນສູ່ລະດັບ “ທີ່ສຳຄັນ” ຫຼັງຈາກໄດ້ມີການການໂຈມຕີຂອງພວກກໍ່ການຮ້າຍ ຢູ່ປະເທດຝຣັ່ງ ແລະອອສເຕຣຍ ເມື່ອໄວໆມານີ້.

ອີງຕາມໜ່ວຍສືບລັບພາຍໃນປະເທດ MI5 ຂອງອັງກິດແລ້ວ ການເຕືອນໄພໃນລະດັບທີ່ເພີ້ມຂຶ້ນແມ່ນໝາຍຄວາມວ່າ ການໂຈມຕີຂອງພວກກໍ່ການຮ້າຍມີຄວາມເປັນໄປໄດ້ສູງ. ເວລານີ້ ແມ່ນສູງຂຶ້ນສູ່ລະດັບ 4 ຂອງໄພຂົ່ມຂູ່ທີ່ມີທັງໝົດ 5 ລະດັບຂອງປະເທດ.

ໃນການຖະແຫຼງຕໍ່ພວກນັກຂ່າວທີ່ນະຄອນຫຼວງລອນດອນນັ້ນ ລັດຖະມົນຕີກະຊວງພາຍໃນ ພຣີທີ ພາແທລ (Priti Patel) ກ່າວວ່າ ສູນກາງວິເຄາະຮ່ວມຂອງໜ່ວຍສືບລັບ MI5 ທີ່ເອີ້ນຫຍໍ້ວ່າ JTAC ໄດ້ຍົກລະດັບການເຕືອນ ຫຼັງຈາກມີການໂຈມຕີດ້ວຍມີດເມື່ອໄວໆມານີ້ໂດຍອົບພະຍົບຫົວຮຸນແຮງທີ່ມາຈາກເຊັສເນຍ ຢູ່ເມືອງນິສ ປະເທດຝຣັ່ງ ແລະການຍິງສັງຫານ 4 ຄົນ ຢູ່ນະຄອນວຽນນາ ປະເທດອອສເຕຣຍໃນຕອນແລງວັນຈັນຜ່ານມາ ຈາກບຸກຄົນທີ່ຕິດອາ
ວຸດເຕັມອັດຕາທີ່ລະບຸວ່າ ເປັນນັກລົບຈີຮາດທີ່ຕ້ອງໂທດ.

ທ່ານນາງພາແທລ ກ່າວວ່າ ການຍົກລະດັບ ແມ່ນໝາຍຄວາມວ່າ ຜູ້ຄົນຄວນລະມັດລະວັງ ແຕ່ບໍ່ໃຫ້ຕື່ນຕົກໃຈ. ທ່ານນາງກ່າວວ່າ ການເຕືອນນີ້ແມ່ນເພື່ອໃຫ້ຜູ້ຄົນເອົາມາດຕະການລະວັງ ແລະກ່າວຕື່ມວ່າ ສາທາລະນະຊົນຄວນຄາດຫວັງທີ່ຈະເຫັນໜ່ວຍງານສືບລັບແຫ່ງຊາດແລະຕຳຫຼວດເອົາມາດຕະການປ້ອງກັນທີ່ສາມາດແນມເຫັນໄດ້ ຢູ່ຕາມສະຖານທີ່ຕ່າງໆໃນທົ່ວປະເທດ.

ຢູ່ໃນບັນຊີທວີດເຕີ້ຂອງທ່ານນາງກ່ອນໜ້ານີ້ ທ່ານນາງພາແທລໄດ້ຮຽກຮ້ອງໃຫ້ປະຊາຊົນ “ສືບຕໍ່ມີຄວາມຕື່ນຕົວລະມັດລະວັງແລະລາຍງານກິດຈະການທີ່ໜ້າສົງໄສຕ່າງໆໃຫ້ຕຳຫຼວດຮູ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG