ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານນາງ ຄາມາລາ ແຮຣິສ: ທັບມ້າງເຄື່ອງກີດຂວາງ ປະເຊີນກັບຜູ້ມີອິດທິພົນ


ສະມາຊິກສະພາສູງຄາມາລາ ແຮຣິສ ກ່າວຄຳປາໄສ ຫຼັງຈາກຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ ທ່ານໂຈ ໄບເດັນ ສະເໜີໃຫ້ທ່ານນາງ ເປັນຜູ້ລົງສະໝັກແຂ່ງຂັນຮ່ວມກັບທ່ານ ໃນລະຫວ່າງການໂຄສະນາຫາສຽງ ທີ່ເມືອງແວລລິງຕັນ ລັດເດລາ ເມື່ອວັນທີ 12 ສິງຫາ ປີ 2020.
ສະມາຊິກສະພາສູງຄາມາລາ ແຮຣິສ ກ່າວຄຳປາໄສ ຫຼັງຈາກຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ ທ່ານໂຈ ໄບເດັນ ສະເໜີໃຫ້ທ່ານນາງ ເປັນຜູ້ລົງສະໝັກແຂ່ງຂັນຮ່ວມກັບທ່ານ ໃນລະຫວ່າງການໂຄສະນາຫາສຽງ ທີ່ເມືອງແວລລິງຕັນ ລັດເດລາ ເມື່ອວັນທີ 12 ສິງຫາ ປີ 2020.

ໃນການໂຕ້ວາທີ ເມື່ອເດືອນມິຖຸນາປີ 2019 ນັ້ນ ທ່ານນາງຄາມາລາ ແຮຣິສແມ່ຍິງຜິວດຳ ຈາກລັດຄາລີຟໍເນຍ ຊຶ່ງເປັນສະມາຊິກສະພາສູງສະໄໝທຳອິດໄດ້ກ່າວທ້າທາຍໂດຍກົງ ຕໍ່ຜູ້ນຳຂອງພັກມາເປັນເວລາດົນນານ ອະດີດຮອງປະທານາທິບໍດີໂຈ ໄບເດັນ ກ່ຽວກັບທັດສະນະຄວາມເຫັນຂອງທ່ານ ຊຶ່ງມັກຈະເປັນບັນຫາໃນເລື້ອງເຊື້ອຊາດຜິວພັນຢູ່ໃນສະຫະລັດ.

ໂດຍການແນໃສ່ໂດຍກົງນັ້ນ ທ່າມນາງແຮຣິສ ກ່າວຕໍ່ທ່ານໄບເດັນ ຊຶ່ງສອງທົດສະວັດຜ່ານມາ ເປັນຜູ້ນຳຂັ້ນສູງຂອງທ່ານນາງວ່າ “ມັນເປັນສິ່ງທີ່ເຈັບປວດ ທີ່ໄດ້ຍິນທ່ານເວົ້າເຖິງຊືີ່ສຽງຂອງສະມາຊິກສະພາສູງ 2 ທ່ານ ຜູ້ທີ່ໄດ້ສ້າງຊື່ສຽງຂອງເຂົາເຈົ້າ ແລະອາຊີບວຽກງານ ໃນເລື້ອງການແບ່ງແຍກເຊື້ອຊາດຜິວພັນຢູ່ໃນປະເທດນີ້ ແລະມັນບໍ່ແມ່ນພຽງແຕ່ເທົ່ານັ້ນ ແຕ່ທ່ານຍັງໄດ້ເຮັດວຽກຮ່ວມກັບພວກເຂົາເຈົ້າ ເພື່ອຄັດຄ້ານຕໍ່ການສົ່ງນັກຮຽກຈາກເຂດນຶ່ງໄປຍັງອີກເຂດນຶ່ງ.”

ທ່ານນາງແຮຣິສ ກ່າວຕໍ່ໄປວ່າ “ທ່ານຮູ້ດີ ມີເດັກນ້ອຍແມ່ຍິງຜູ້ນຶ່ງໃນລັດຄາລີຟໍເນຍ ຊຶ່ງເປັນສ່ວນນຶ່ງຂອງປະຊາຊົນຊັ້ນສອງ ໄດ້ຖືກສົ່ງໂດຍລົດບັສຈາກເຂດໃຫ້ໄປຮຽນຢູ່ໂຮງຮຽນຫຼວງອີກເຂດນຶ່ງ ແລະນາງກໍໄດ້ຖືກສົ່ງໄປຮຽນທຸກໆມື້ ແລະເດັກຍິງຄົນນັ້ນ ກໍແມ່ນຂ້າພະເຈົ້າເອງ.”

ທ່ານໄບເດັນໄດ້ຕື່ນຕົກໃຈຕໍ່ການໂຈມຕີດັ່ງກ່າວແລະກ່າວຄັດຄ້ານວ່າ ທ່ານພຽງແຕ່ໄດ້ຄັດຄ້ານ ຕໍ່ການບັງຄັບໃຫ້ນັກຮຽນຈາກເຂດນຶ່ງຂຶ້ນລົດໄປຮຽນຢູ່ອີກເຂດນຶ່ງ ຊຶ່ງເປັນຄຳສັ່ງຂອງລັດຖະບານກາງ ເຖິງແມ່ນວ່າ ທ່ານໄດ້ເຮັດວຽກໃນຖານະສະມາຊິກສະພາສູງໃນຊຸມປີ 1970 ແລະ 1980 ຄັດຄ້ານຕໍ່ການສົ່ງນັກ ຮຽນຈາກເຂດນຶ່ງໄປຮຽນອີກເຂດນຶ່ງນັ້ນ. ແຕ່ຕໍ່ມາ ທ່ານໄດ້ຂໍໂທດ ໃນການໃຫ້ ຄວາມເຫັນຂອງທ່ານ ກ່ຽວກັບຄວາມສຳພັນໃນການເຮັດວຽກກັບພວກສະມາຊິກສະພາສູງຈາກລັດພາກໃຕ້ທີ່ມີການແບ່ງແຍກເຊື້ອຊາດຜິວພັນ.

ປັດຈຸບັນນີ້ ແມ່ນຫຍັງກໍຕາມທີ່ເປັນຄວາມຮູ້ສຶກທີ່ເປັນປໍລະປັກຕໍ່ກັນ ເມື່ອນຶ່ງປີກ່ອນ ຈາກການໂຕ້ວາທີນັ້ນ ແມ່ນໄດ້ໝົດໄປແລ້ວ. ຫຼັງຈາກໄດ້ມີການຊອກຫາຜູ້ຮ່ວມສະໝັກ ເປັນຮອງປະທານາທິບໍດີ ມາເປັນເວລາດົນນານແລ້ວ ທ່ານໄບເດັນ ຈຶ່ງໄດ້ເລືອກເອົາທ່ານນາງແຮຣິສອາຍຸ 55 ປີ ໃນເວລາບໍ່ຮອດ 3 ເດືອນ ກ່ອນວັນເລືອກຕັ້ງທີ 3 ພະຈິກ ຊຶ່ງພວກທ່ານທັງສອງຈະລົງແຂ່ງຂັນ ສູ້ກັບປະທານາທິບໍດີດໍໂນລ ທຣຳ ແລະຮອງປະທານາທິບໍດີໄມຄ໌ ເພັນສ໌ ຂະນະທີ່ພວກທ່ານລົງສະໝັກ ເພື່ອເຂົ້າຮັບຕຳແໜ່ງເປັນສະໄໝທີສອງ.

ທ່ານໄບເດັນ ໄດ້ສ້າງປະຫວັດສາດ ດ້ວຍການເລືອກເອົາສະມາຊິກສະພາສູງ ແຮຣິສ ໃຫ້ເປັນຮອງປະທານາທິບໍດີຂອງທ່ານ. ທ່ານນາງແຮຣິສແມ່ນແມ່ຍິງຜູ້ທີ 4 ທີ່ໄດ້ເປັນຜູ້ສະໝັກໃນພັກການເມືອງລະດັບຊາດທີ່ສຳຄັນ ແຕ່ເປັນແມ່ຍິງຜິວດຳຜູ້ທຳອິດ ແລະເປັນແມ່ຍິງອາເມຣິກັນເຊື້ອສາຍເອເຊຍຜູ້ທຳອິດ ທີ່ໄດ້ຖືກສະເໜີຊື່ໃຫ້ລົງແຂ່ງຂັນຮ່ວມໃນການເລືອກຕັ້ງປະທານາທິບໍດີ. ແມ່ນຂອງທ່ານນາງແມ່ນນັກວິທະຍາສາດ ດ້ານໂຣກຫົວໃຈ ທີ່ໄດ້ອົບພະຍົບມາແຕ່ອິນເດຍແລະບິດາຂອງທ່ານນາງແມ່ນນັກເສດຖະສາດທີ່ຍ້າຍມາຈາກປະເທດຈາໄມກາ.

ແມ່ຍິງ 3 ຄົນທີ່ຖືກເລືອກກ່ອນໜ້ານີ້ ເພື່ອລົງແຂ່ງຂັນເປັນຜູ້ສະໝັກ ໃນລະດັບຊາດຂອງສະຫະ ລັດ - ສອງຄົນໃນນັ້ນ ແມ່ນເປັນຜູ້ສະໝັກໃນຕຳແໜ່ງຮອງປະທານາທິບໍດີ ແລະຜູ້ສະໝັກເປັນປະທານາທິບໍດີຂອງພັກເດໂມແຄຣັດ ທ່ານນາງຮິລລາຣີ ຄລິນຕັນ ໃນປີ 2016 - ທັງໝົດແມ່ນໄດ້ເສຍໄຊ. ຖ້າຄູ່ຂອງທ່່ານໄບເດັນ ແລະທ່ານນາງແຮຣິສຊະນະ, ທ່ານນາງກໍຈະເປັນແມ່ຍິງທີ່ກຳຕຳແໜ່ງໃນລະດັບສູງສຸດ ໃນປະຫວັດສາດ 244 ປີຂອງສະຫະລັດ.

ພວກນັກວິເຄາະການເມືອງຂອງສະຫະລັດ ຄາດກັນວ່າ ທ່ານໄບເດັນ ຊຶ່ງຈະມີອາຍຸ​ 78 ປີຖ້າທ່ານຊະນະການເລືອກຕັ້ງ ແລະສາບານຕົວເຂົ້າຮັບຕໍາແໜ່ງໃນເດືອນມັງກອນ ປີ 2021 ອາດ ຈະກຳຕຳແໜ່ງແຕ່ພຽງສະໄໝດຽວເປັນເວລາ 4 ປີ ຊຶ່ງຈະເຮັດໃຫ້ທ່ານນາງແຮຣິສ ເປັນຜູ້ລົງສະໝັກເອົາຕຳແໜ່ງປະທານາທິບໍດີຂອງພັກເດໂມແຄຣັດໃນທັນທີ ສຳລັບປີ 2024.

ບົດປາໄສຂອງທ່ານນາງແຮຣິສໃນການໂຕ້ວາທີປີ 2019 ກັບທ່ານໄບເດັນບາງທີອາດຈະເປັນຈຸດສຳຄັນ ສຳລັບການຖືກສະເໜີແຕ່ງຕັ້ງເປັນຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ. ບໍ່ດົນຫຼັງຈາກນັ້ນ ລະດັບໃນການຢັ່ງຫາງສຽງທົ່ວປະເທດຂອງທ່ານນາງ ກໍໄດ້ຖີບສູງຂຶ້ນ ໃນບັນດາຜູ້ລົງສະໝັກແຂ່ງຂັນເປັນຈຳນວນຫຼວງຫຼາຍຂອງພັກ.

ແຕ່ທ່ານນາງກໍບໍ່ສາມາດ ຮັກສາລະດັບດັ່ງກ່າວໄວ້ໄດ້ ໃນການໂຄສະນາທາງດ້ານການເມືອງປະທານາທິບໍດີຂອງອາເມຣິກາອາເມຮິກັນ ທີ່ມີທັງໃຫ້ແລະຮັບແລະກໍຖອນຕົວອອກຈາກການແຂ່ງຂັນໃນເດືອນທັນວາປີ 2019​ ຍ້ອນບໍ່ມີເງິນພຽງພໍທີ່ຈະສືບຕໍ່ການໂຄສະນາຫາສຽງ. ມັນເປັນເວລາເດືອນກວ່າໆກ່ອນການ ປ່ອນບັດຈະເລີ້ມຂຶ້ນໃນເຂດຊົນນະບົດຂອງລັດໄອໂອວາ ໃນຕົ້ນປີ 2020.

ທ່ານນາງໄດ້ດີ້ນຮົນໃນການໃຫ້ການອະທິບາຍກ່ຽວກັບການລົງສະໝັກແຂ່ງຂັນຂອງທ່ານນາງ ຊຶ່ງເປັນສິ່ງທີ່ບອກໃຫ້ຜູ້ມີສິດປ່ອນບັດຮູ້ຈັກໃນເລື້ອງຄວາມເປັນຫ່ວງຂອງພວກເຂົາເຈົ້າ ສົມຄວນທີ່ຈະໄດ້ຮັບການພິຈາລະຈາຕື່ມໃນພາກສ່ວນຂອງທ່ານນາງ ແຕ່ກໍບໍ່ສາມາດໃຫ້ຄຳຕອບໄດ້ໃນທັນທີ. ທ່ານນາງແຮຣິສມີທັດສະນະຄວາມເຫັນທີ່ເປັນກາງອຽງຊ້າຍ ໂດຍການສ້າງຄວາມກ້າວໜ້າໃຫ້ແກ່ລະບົບຮັກສາສຸຂະພາບໃນສະຫະລັດ ຫ້າມອາວຸດສົງຄາມ ຕ້ອງຕິການໃຫ້ສັນຊາດແກ່ພວກທີ່ບໍ່ມີເອກກະສານ ແລະໃຫ້ຄວາມສະເໝີພາບຢູ່ບ່ອນເຮັດວຽກ ໃຫ້ແກ່
ພວກແມ່ຍິງແລະພວກຮັກຮ່ວມເພດ.

ແຕ່ກຸ່ມຫົວກ້າວໜ້າໃນພັກເດໂມແຄຣັດໄດ້ຕັ້ງຄຳຖາມກ່ຽວກັບພື້ນຖານຂອງທ່ານນາງໃນຖານະທີ່ເປັນໄອຍະການທີ່ເຄັ່ງຄັດຢູ່ນະຄອນແຊນແຟຣນຊິສໂກ ແລະຕໍ່ມາເປັນຫົວໜ້າພະແນກຍຸຕິທຳຢູ່ລັດຄາລີຟໍເນຍ ກ່ອນຈະຊະນະຕຳແໜ່ງສະມາຊິກສະພາສູງໃນປີ 2016.

ໃນຈຸດນຶ່ງນັ້ນ ທ່ານນາງປະກາດວ່າ “ຖ້າເຈົ້າຖືປືນຜິດກົດໝາຍ ຢູ່ໃນນະຄອນແຊນແຟຣນຊິສໂກ ແລະຄະດີຂອງເຈົ້າໄດ້ຖືກສົ່ງໄປຫາຫ້ອງການຂອງຂ້າພະເຈົ້າ ເຈົ້າຈະຕ້ອງໄດ້ໃຊ້ເວລາຢູ່ໃນຄຸກ, ມີພຽງເທົ່ານັ້ນ.” ແລະອີກຄັ້ງນຶ່ງ ທ່ານນາງກ່າວວ່າ “ມັນບໍ່ແມ່ນຫົວກ້າວໜ້າ ທີ່ຈະຕ້ອງອ່ອນຂໍ້ຕໍ່ອາຊະຍາກຳ.”

ແຕ່ແນວໃດກໍຕາມ ສຳລັບບາງຄົນແລ້ວທ່ານນາງແມ່ນເບິ່ງຄືວ່າ ຈະມີການຂັດແຍ້ງທາງດ້ານການເມືອງໂດຍເວົ້າວ່າ ທ່ານນາງຈະບໍ່ໃຫ້ມີການລົງໂທດປະຫານຊີວິດສຳລັບຄວາມຜິດຮ້າຍ ແຮງໃນລັດຄາລີຟໍເນຍ ແຕ່ກໍກ່າວປ້ອງກັນ ໂທດປະ ຫານຊີວິດໃນກົດໝາຍຂອງລັດເມື່ອຖືກທ້າທາຍ.

ເຖິງແນວໃດກໍຕາມ ທ່ານນາງແມ່ນເບິ່ງຊົງວ່າ ຈະນຳເອົາພະລັງງານທາງດ້ານການເມືອງໃໝ່ ມາໃຫ້ການສະໝັກແຂ່ງຂັນ ເປັນປະທານາທິບໍດີ ຂອງທ່ານໄບເດັນ ຊຶ່ງເປັນຄັ້ງທີ 3 ໃນໄລຍະ 3 ທົດສະວັດ ແຕ່ນີ້ແມ່ນເທື່ອທຳອິດ ທີ່ທ່ານໄດ້ຮັບການສະເໜີແຕ່ງຕັ້ງຂອງພັກ.

ໃນຖານະທີ່ເປັນສະມາຊິກຂອງຄະນະກຳມະການຕຸລາການຂອງສະພາສູງນັ້ນ ທ່ານນາງແຮຣິສ ໄດ້ໂຕ້ຖຽງກັບພວກເຈົ້າໜ້າທີ່ລັດຖະບານທ່ານທຣຳ ແລະໄດ້ສອບຖາມຜູ້ທີ່ຖືກສະເໜີແຕ່ງຕັ້ງໃຫ້ເປັນຜູ້ພິພາກສາສານສູງສຸດຂອງປະທານາທິບໍດີ 2 ຄົນ ຄືທ່ານນິລ ກໍຊັສ ແລະທ່ານແບັດ ຄາວານໍ. ທ່ານນາງໄດ້ລົງຄະແນນສຽງຄັດຄ້ານຕໍ່ບຸກຄົນທັງສອງ ແລະເຊັ່ນດຽວກັນກັບສະມາຊິກພັກເດໂມແຄຣັດສ່ວນໃຫຍ່ ແຕ່ບຸກຄົນທັງສອງກໍໄດ້ຮັບການຢືນຢັນໂດຍສະພາສູງເພື່ອໃຫ້ເຂົ້າຮັບຕຳແໜ່ງຕະຫລອດຊີວິດຢູ່ໃນສານສູງສຸດ.

ທ່ານນາງໄດ້ຕັ້ງຄຳຖາມແຮງຕໍ່ລັດຖະມົນຕີກະຊວງຍຸຕິທຳ ທ່ານວິລລຽມ ບາ ໂດຍຖາມທ່ານວ່າ “ແມ່ນປະທານາທິບໍດີຫຼືບຸກຄົນໃດຈາກທຳນຽບຂາວເຄີຍສັ່ງຫຼືສະເໜີໃຫ້ທ່ານເປີດການສືບສວນ ກ່ຽວກັບບຸກຄົນໃດບຸກຄົນນຶ່ງຫຼືບໍ່ແມ່ນຂໍໃຫ້ທ່ານກະລຸນາຕອບ.” ທ່ານບາບໍ່ສາມາດໃຫ້ຄຳຕອບໄດ້ໃນທັນທີ ແລະໃນເວລາຕໍ່ມາໄດ້ຮຽກຮ້ອງໃຫ້ທ່ານລາອອກ ແຕ່ບໍ່ປະສົບຜົນ.

ທ່ານທຣຳເອີ້ນການຕັ້ງຄຳຖາມຂອງທ່ານນາງ ຕໍ່ທ່ານບານັ້ນວ່າ “ຫຍາບຄາຍ” ຊຶ່ງເປັນການພັນລະນາທີ່ທ່ານໄດ້ນຳໃຊ້ອີກ ເມື່ອກ່າວເຖິງທ່ານນາງ ຫຼັງຈາກທ່ານໄບເດັນໄດ້ປະກາດວ່າທ່ານໄດ້ຂໍຮ້ອງໃຫ້ທ່ານນາງເປັນຜູ້ລົງສະໝັກແຂ່ງຂັນຮ່ວມກັບທ່ານ. ທ່ານທຣຳທີ່ໄດ້ບໍລິຈາກເງິນຊ່ວຍເຫຼືອໃນລະຫວ່າງທ່ານນາງແຮຣິສໂຄສະນາຫາສຽງ ເປັນຫົວໜ້າພະແນກຍຸຕິທຳ ຂອງລັດຄາລີຟໍເນຍເມື່ອຫຼາຍໆປີກ່ອນນັ້ນ ຍັງໄດ້ເອີ້ນທ່ານນາງວ່າ “ໃຈແຄບທີ່ສຸດ” ແລະ “ໜ້າຢ້ານທີ່ສຸດ” ແລະກ່າວວ່າ ທ່ານນາງ “ບໍ່ໃຫ້ການເຄົາລົບ” ຕໍ່ທ່ານໄບເດັນໃນການໂຈມຕີຂະນະທີ່ມີການໂຕ້ວາທີໃນປີ 2019.

ແຕ່ທ່ານນາງເຄີຍໄດ້ເຮັດວຽກກ່ຽວກັບຮ່າງກົດໝາຍຂອງທັງສອງພັກ ຮ່ວມກັບສະມາຊິກພັກຣີພັບບລີກັນ. ສະມາຊິກສະພາສູງລິນຊີ ແກຣມ ຈາກລັດຄາໂຣໄລນາໃຕ້ ຊຶ່ງເປັນຜູ້ໃຫ້ການສະໜັບສະໜຸນທ່ານທຣຳ ກ່າວເຖິງທ່ານນາງແຮຣິສວ່າ “ທ່ານນາງເອົາຈິງເອົາຈັງ ທ່ານນາງສະຫຼາດ ທ່ານນາງບໍ່ຍອມງ່າຍໆ.”

ແຕ່ແນວໃດກໍຕາມ ທ່ານນາງແຮຣິສກ່າວວ່າ ທ່ານນາງມີຂີດຈຳກັດໃນການສືບຕໍ່ດຳເນີນຄວາມພະຍາຍາມກ່ຽວກັບອຸດົມຄະຕິໃນດ້ານຮ່າງກົດໝາຍ ໂດຍກ່າວຕໍ່ໜັງສືພິມນິວຢອກໄທມ໌ ເມື່ອນຶ່ງປີກ່ອນນີ້ວ່າ “ນະໂຍບາຍຕ້ອງໃຫ້ມີຄວາມສຳພັນກັນ. ນັ້ນຄືຫຼັກການນຳພາຂອງຂ້າພະເຈົ້າ: ມັນມີຄວາມສຳພັນກັນບໍ? ບໍ່ ‘ມັນແມ່ນໂຄງທີ່ງົດງາມບໍ?’”

ທ່ານນາງແຮຣິສ ແລະທ່ານໄບເດັນຮູ້ກັນເທື່ອທຳອິດ ເມື່ອຫຼາຍປີກ່ອນ. ທ່ານນາງແຮຣິສເຄີຍເຮັດວຽກຢ່າງໃກ້ຊິດກັບລູກຊາຍທ່ານໄບເດັນ ທ່ານໂບ ໄບເດັນກ່ຽວກັບບັນຫາຕ່າງໆ ເວລາລູກຊາຍທ່ານໄບເດັນ ແລະທ່ານນາງແຮຣິສຮັບໜ້າທີ່ເປັນຫົວໜ້າພະແນກຍຸຕິທຳຂອງລັດ. ທ່ານໂບ ໄບເດັນໄດ້ເສຍຊີວິດຍ້ອນມະເຮັງໃນສະໝອງ ໃນປີ 2015 ຊຶ່ງເວລານັ້ນ ທ່ານມີອາຍຸ​ 46​ ປີ.

ທ່ານໂຈ ໄບເດັນ ຂຽນລົງໃນທວີດເຕີ້ ໃນວັນອັງຄານວານນີ້ວ່າ “ທ່ານນາງໄດ້ເຮັດວຽກຢ່າງໃກ້ຊິດກັບໂບ. ຂ້າພະເຈົ້າໄດ້ຕິດຕາມເບິ່ງ ໃນຂະນະທີ່ພວກເຂົາເຈົ້າໄດ້ເຮັດວຽກກ່ຽວກັບທະນາຄານໃຫຍ່ໆ ຊ່ວຍຍົກລະດັບພວກຄົນທີ່ເຮັດວຽກເຮັດການ ແລະປົກປ້ອງພວກແມ່ຍິງແລະເດັກນ້ອຍ ຈາກການຖືກຂົ່ມເຫັງ. ຂ້າພະເຈົ້າຮູ້ສຶກພາກພູມໃຈໃນເວລານັ້ນ ແລະກໍຮູ້ສຶກພາກພູມໃຈ ໃນເວລານີ້ ທີ່ໄດ້ມີທ່ານນາງ ເປັນຄູ່ຮ່ວມ ໃນການໂຄສະນາຫາສຽງນີ້.”

ທ່ານນາງແຮຣິສກ່າວວ່າ ທ່ານນາງຮູ້ສຶກເປັນກຽດ ທີ່ໄດ້ເຂົ້າຮ່ວມ ກັບທ່ານໄບເດັນຜູ້ເປັນພໍ່ ໃນການເປັນຜູ້ສະໝັກແຫ່ງຊາດຂອງພັກເດໂມແຄຣັດ ໂດຍກ່າວຜ່ານທາງທວີດເຕີ້ວ່າ “ໂຈ ໄບເດັນ ສາມາດເຕົ້າໂຮມຊາວອາເມຣິກັນໄດ້ ຍ້ອນທ່ານໄດ້ທຳການຕໍ່ສູ້ທັງຊີວິດຂອງທ່ານເພື່ອພວກເຮົາ.”

XS
SM
MD
LG