ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ຮອງ ປ. ໂຈ ໄບເດັນ ພະຍາຍາມ ເປັນເທື່ອທີສາມ ເພື່ອແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ


ຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ ອະດີດຮອງປະທານາທິບໍດີໂຈ ໄບເດັນ ພວມຖະແຫຼງຢູ່ໃນພິທີນຶ່ງ ເມື່ອວັນທີ 25 ມິຖຸນາ 2020 ທີ່ເມືອງແລງແຄັສເຕີ ໃນລັດເພັນຊິລເວເນຍ.
ຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ ອະດີດຮອງປະທານາທິບໍດີໂຈ ໄບເດັນ ພວມຖະແຫຼງຢູ່ໃນພິທີນຶ່ງ ເມື່ອວັນທີ 25 ມິຖຸນາ 2020 ທີ່ເມືອງແລງແຄັສເຕີ ໃນລັດເພັນຊິລເວເນຍ.

ອະດີດ ຮອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ທີ່ສັງກັດພັກເດໂມແຄຣັດ ມີກຳນົດຈະລົງແຂ່ງຂັນກັບປະທານາທິບໍດີດໍໂນລ ທຣຳ ໃນການເລືອກຕັ້ງແຫ່ງຊາດ ໃນວັນທີ 3 ພະຈິກ ແມ່ນເປັນການລົງສະໝັກຄັ້ງທີສາມຂອງທ່ານ ເພື່ອຍາດແຍ່ງເອົາທຳນຽບຂາວ ແຕ່ນີ້ແມ່ນເທື່ອທຳອິດທີ່ທ່ານຈະໄດ້ຮັບການສະເໜີແຕ່ງຕັ້ງຈາກພັກ.

ຖ້າທ່ານຊະນະນ ແລະສາບານຕົວເຂົ້າຮັບຕຳແໜ່ງ ໃນເດືອນມັງກອນປີໜ້າ ທ່ານໄບເດັນຈະເປັນປະທານາທິບໍດີ ຄົນທີ 46 ຂອງປະເທດ. ພາຍໃນເວລານັ້ນ ທ່ານກໍຈະມີອາຍຸ 78 ປີ ຊຶ່ງເປັນປະທານາທິບໍດີທີ່ມີອາຍຸແກ່ທີ່ສຸດ ຂອງສະຫະລັດເທົ່າທີ່ເຄີຍມີມາ ຊຶ່ງຈະລື່ນທ່ານທຣຳອີກ ຊຶ່ງໃນເວລານີ້ ມີອາຍຸ 74 ປີນັ້ນ.

ທ່ານໄບເດັນກ່າວວ່າ ໃນລະຫວ່າງຫຼາຍໆເດືອນຂອງການໂຄສະນາຫາສຽງນີ້ ທ່ານພວມຊອກຫາຊ່ອງທາງທີ່ຈະຍຸຕິລັດຖະບານ “ທີ່ບໍ່ປົກກະຕິ” ຂອງທ່ານທຣໍາ.

ທ່່ານໄບເດັນກ່າວຢູ່ໃນເວັບໄຊໂຄສະນາຫາສຽງຂອງທ່ານວ່າ “ພວກເຮົາພວມສູ້ລົບ ເພື່ອຈິດວິນຍານຂອງອາເມຣິກາ. ມັນເປັນເວລາ ທີ່ຄວນຈົດຈຳໄດ້ແລ້ວວ່າພວກເຮົາແມ່ນໃຜ. ພວກເຮົາແມ່ນຊາວອາເມຣິກັນ: ເຂັ້ມແຂງ ທົບໄດ້ງໍໄດ້ ແຕ່ມັກຈະເຕັມໄປດ້ວຍຄວາມຫວັງ. ມັນເຖິງເວລາແລ້ວ ທີ່ຈະປະຕິບັດຕໍ່ກັນແລະກັນດ້ວຍກຽດສັກສີ. ສ້າງຊົນຊັ້ນກາງທີ່ເປັນປະໂຫຍດໃຫ້ແກ່ທຸກໆຄົນ. ຕ້ານຄືນພວກໃຊ້ອຳນາດໄປໃນທາງຜິດຢ່າງບໍ່ໜ້າເຊື່ອທີ່ພວກເຮົາພົບເຫັນ. ມັນເຖິງເວລແລ້ວທີ່ຈະລົງເລິກ ແລະຈົດຈຳວ່າ ວັນທີ່ດີທີ່ສຸດຂອງແມ່ນຍັງຢູ່ຕໍ່ໜ້າ.”

ຜູ້ສະໝັກເປັນປະທານາທິບໍດີຂອງພັກເດໂມແຄຣັດ ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ຈາກໄປຫຼັງຈາກກອງປະຊຸມໂຕະມົນທາງດ້ານເສດຖະກິດເປີດຄືນກັບສະມາຊິກປະຊາຄົມ ເມື່ອວັນທີ 11 ມິຖຸນາ ປີ 2020 ທີ່ນະຄອນຟີລາແດລເຟຍ.

ທ່ານໄບເດັນ ກ່າວເຖິງບຸກຄະລິກລັກສະນະຂອງທ່ານທຣຳວ່າ ບໍ່ເໝາະທີ່ຈະເປັນຜູ້ນຳຂອງໂລກເສລີ ໂດຍເວົ້າວ່າ “ມັນເຖິງເວລາແລ້ວທີ່ຈະມີຜູ້ນຳຊຶ່ງໄດ້ເປັນທີ່ເຄົາລົບໃນເວທີໂລກ ແລະຜູ້ນຳທີ່ມີກຽດຢູ່ພາຍໃນປະເທດ.”

ແຕ່ທ່າມກາງໂຣກລະບາດໄວຣັສໂຄໂຣນາຢູ່ນີ້ ການໂຄສະນາຫາສຽງຂອງທ່ານໄບເດັນ ໃນຊຸມມື້ທຳອິດຂອງເດືອນກໍລະກົດເບິ່ຄືວ່າບໍ່ແມ່ນການໂຄສະນາຫາສຽງເພື່ອຕຳແໜ່ງປະທານາທິບໍດີ ໃນຍຸກສະໄໝໃໝ່ເລີຍ. ທ່ານໄດ້ທຳການໂຄ ສະນາຫາສຽງ ຈາກເຮືອນຂອງທ່ານ ຢູ່ທີ່ລັດເດລາແວ ທາງພາກຕາເວັນອອກ​ຂອງສະຫະລັດ ຊຶ່ງບາງຄັ້ງບາງຄາວ ກໍເດີນທາງໄປເມືອງວິລມິງຕັນ ຊຶ່ງເປັນຫົວເມືອງໃຫຍ່ທີ່ສຸດຢູ່ໃນລັດດັ່ງກ່າວ ແລະນະຄອນຟີລາແດລເຟຍ ໃນລັດເພັນຊິລເວເນຍ ທີ່ຕັ້ງຢູ່ໃກ້ຄຽງ ເພື່ອກ່າວຄຳປາໄສ ແລະຫາລືກ່ຽວກັບເລື້ອງນະໂຍບາຍກັບກຸ່ມນ້ອຍໆຂອງຜູ້ຄົນ.

ອະດີດສະມາຊິກສະພາສູງທ່ານນີ້ ໄດ້ຈັດກອງປະຊຸມຖະແຫຼງຂ່າວພຽງເທື່ອດຽວ ໃນໄລຍະເວລາ 3 ເດືອນ ແລະກໍບໍ່ໄດ້ໄປຮ່ວມການໂຮມຊຸມນຸມທາງດ້ານການເມືອງໃຫຍ່ໆຍ້ອນຢ້ານຕິດ ຫຼືຊ່ວຍໃນການແຜ່ລະບາດໄວຣັສໂຄໂຣນາ ຖ້າຝຸງຊົນຂະໜາດໃຫຍ່ຫາກໂຮມຊຸມນຸມຟັງທ່ານກ່າວຄຳປາໄສ.

ຄວາມສຳເລັດແລະຊີວິດສ່ວນຕົວ: ລຸນຫຼັງທີ່ໄດ້ຮຽນຈົບຈາກມະຫາວິທະຍາໄລ​ເດລາແວແລະໂຮງຮຽນກົດໝາຍຂອງມະຫາວິທະຍາໄລຊີຣາຄິວສ໌ແລ້ວ ທ່ານໄບເດັນ ໃນເວລາທີ່ທ່ານມີອາຍຸໄດ້ 29 ປີ ແມ່ນນຶ່ງໃນສະມາຊິກສະພາທີ່ໜຸ່ມທີ່ສຸດໃນປີ 1972 ທີ່ໄດ້ຖືກເລືອກໃຫ້ເຂົ້າໄປນັ່ງໃນສະພາສູງສະຫະລັດ. ແຕ່ບໍ່ເທົ່າໃດອາທິດຫຼັງຈາກການເລືອກຕັ້ງນັ້ນ ອຸບັດຕິເຫດກໍໄດ້ເກີດຂຶ້ນ. ພັນລະຍາຂອງທ່ານ ທ່ານນາງເນເລຍ ແລະລູກສາວທີ່ມີອາຍຸພຽງນຶ່ງປີ ນາງນີໂອມິ ກໍໄດ້ເສຍຊີວິດຍ້ອນອຸບັດຕິເຫດທາງລົດຍົນ ໃນຂະນະທີ່ໄປຊື້ເຄື່ອງຂອງເພື່ອກຽມສະຫຼອງບຸນຄຣິສມາສ. ທ່ານໄບເດັນຄິດຢາກຈະລາອອກຈາກຕຳແໜ່ງສະພາສູງທີ່ທ່ານຫາກໍໄດ້ຊະນະ ເພື່ອອອກໄປເບິ່ງລູກທີ່ເປັນຜູ້ຊາຍທັງສອງຂອງທ່ານ ແຕ່ທ່ານໄດ້ຕັດສິນໃຈ ຂີ່ລົດເປັນເວລາ 90 ນາທີໃນແຕ່ລະມື້ໄປກັບລະຫວ່າງວໍຊິງຕັນແລະເຮືອນຂອງທ່ານທີ່ເດລາແວ ຊຶ່ງເປັນການກະທຳທີ່ທ່ານໄດ້ເຮັດມາເວລາ 6 ສະໄໝ ຫຼື 36 ປີ ໃນລະຫວ່າງຢູ່ໃນສະພາສູງ.

ລົດຄັນນຶ່ງແລ່ນຜ່ານເດີ່ນບ້ານແຫ່ງນຶ່ງ ທີ່ມີປ້າຍໂຄສະນາຫາສຽງ ຂອງອະດີດຮອງປະທານາທິບໍດີໂຈ ໄບເດັນ ປັກຢູ່ ເມື່ອວັນທີ 23 ມິຖຸຈາ ທີ່ເມືອງນັອດ ແຮມຕັນ ໃນລັດນິວແຮມເຊີ.

ຫຼາຍໆປີຫຼັງຈາກພັນລະຍາຂອງທ່ານເສຍຊີວິດແລ້ວ ທ່ານໄບເດັນກໍໄດ້ພົບແລະແຕ່ງງານໃນເວລາຕໍ່ມາ ກັບທ່ານນາງຈິລ ເຈກັບສ໌ ເທຣຊີ ນາຍຄູສອນ ຜູ້ທີ່ມີຄວາມກະຕືລືລົ້ນ ຊຶ່ງກັບນາງນັ້ນ ທ່ານມີລູກສາວຄົນນຶ່ງ ເກີດເມື່ອປີ 1981. ທ່ານໄບເດັນໄດ້ສະໝັກເປັນປະທານາທິບໍດີໃນປີ 1987 ແລະປີ 2007​ ແຕ່ບໍ່ໄດ້ຮັບຄວາມສະໜັບສະໜຸນພຽງພໍຈາກຜູ້ມີສິດປ່ອນບັດ. ຫຼັງຈາກທ່ານໄບເດັນຖອນຕົວຈາກການສະໝັກເປັນປະທານາທິບໍດີໃນປີ 2007 ແລ້ວ ທ່ານບາຣັກ ໂອບມາ ຊຶ່ງໃນເວລານັ້ນແມ່ນຜູ້ສະໝັກເປັນປະທານາທິບໍດີ ໃນເວລາຕໍ່ມາໄດ້ຂໍຮ້ອໃຫ້ທ່ານເປັນຜູ້ລົງສະໝັກຮ່ວມກັບທ່່ານ. ບຸກຄົນທັງສອງໄດ້ຊະນະການເລືອກຕັ້ງໃນປີ 2008 ແລະຖືກເລືອກເຂົ້າຮັບຕຳແໜ່ງຕື່ມອີກ ໃນປີ 2012. ທ່ານໄບເດັນ ເປັນຮອງປະທານາທິບໍດີຂອງທ່ານໂອບາມາ​ເປັນເວລາ 8 ປີ.

ນະໂຍບາຍການຕ່າງປະເທດ: ຂະນະທີ່ຢູ່ໃນສະພາສູງນັ້ນ ທ່ານໄບເດັນ ໄດ້ເປັນສະມາຊິກກຳມະການຄວາມສຳພັນກັບຕ່າງປະເທດມາເປັນເວລາດົນນານ ແລະໄດ້ເປັນປະທານຄະນະກຳມະການດັ່ງກ່າວ 2 ເທື່ອ. ທ່ານໄດ້ຄັດຄ້ານຕໍ່ສົງຄາມອ່າວເປີເຊຍໃນປີ 1991 ແຕ່ໄດ້ລົງຄະແນນສຽງ ອະນຸມັດໃຫ້ບຸກເຂົ້າໄປ ໃນປະເທດອີຣັກ ໃນປີ 2003. ທ່ານໄດ້ສະໜັບສະໜຸນໃຫ້ສະຫະລັດແລະອົງການເນໂຕ້ ເຂົ້າແຊກແຊງຢູ່ໃນບອສເນຍໃນປີ 1994. ໃນຂະນະທີ່ຮັບຕຳແໜ່ງເປັນຮອງປະທານາທິບໍດີຂອງທ່ານໂອບາມາຢູ່ນັ້ນ ທ່ານໄບເດັນໄດ້ຊ່ວຍຮ່າງນະໂຍບາຍຕໍ່ປະເທດອີຣັກ ຮວມທັງການຖອນກຳລັງທະຫານໃນປີ 2011. ນອກນັ້ນທ່ານຍັງເປັນຜູ້ໃຫ້ການສະໜັບສະໜຸນ ຕໍ່ການແຊກແຊງທາງທະຫານພາຍໃຕ້ການນຳພາຂອງອົງການເນໂຕ້ ເຂົ້າໄປໃນປະເທດລີເບຍໃນປີ 2011.

ທ່ານໄບເດັນຍັງມີບົດບາດສຳຄັນ ໃນລະຫວ່າງທີ່ທ່ານຢູ່ໃນສະພາສູງສະຫະລັດ​ໂດຍສະເພາະແລ້ວ ແມ່ນໃນການຮ່າງກົດໝາຍຕໍ່ຕ້ານອາຊະຍາກຳ ຮວມທັງການຫ້າມອາວຸດສົງຄາມ ທີ່ຖືກນຳໃຊ້ມາເປັນເວລາ 10 ປີ ຈົນຮອດປີ 2004 ແຕ່ບໍ່ໄດ້ມີການຕໍ່ອາຍຸຄືນ. ທ່ານໃຫ້ການສະໜັບສະໜຸນຕໍ່ການລົງໂທດຢ່າງໜັກ ຕໍ່ພວກຄົນຮ້າຍທີ່ຖືກຕັດສິນລົງໂທດຊຶ່ງເປັນທ່າທີທີ່ທ່ານໄດ້ປັບປ່ຽນໃນເວລາສະໝັກເປັນປະທານາທິບໍດີໃນປີ 2020. ເວລານີ້ ທ່ານເວົ້າວ່າ “ມີຫຼາຍຄົນເກີນໄປໂພດທີ່ໄດ້ຖືກຄຸກຢູ່ໃນສະຫະລັດ ແລະຫຼາຍໆຄົນໃນນັ້ນ ແມ່ນພວກຄົນຜິວດຳ ແລະຜິວສີນ້ຳອ້ອຍ.”

ທ່ານໄບເດັນກ່າວວ່າ ທ່ານຖືວ່າກົດໝາຍກໍ່ຄວາມຮຸນແຮງຕໍ່ພວກແມ່ຍິງ “ເປັນກົດໝາຍທີ່ສຳຄັນສຸດພຽງສະບັບດຽວ” ທີ່ທ່ານໄດ້ຊ່ວຍເປັນຜູ້ກຳກັບໃຫ້ຜ່ານສະພາ ໃນລະຫວ່າງທີ່ທ່ານຢູ່ໃນສະພາສູງ.

ແຕ່ການກຳກັບໃນການຮັບຟັງຄຳໃຫ້ການຂອງທ່ານ ເພື່ອຮັບຮອງເອົາການແຕ່ງຕັ້ງທ່ານແຄລເຣັນ ທໍມາສ (Clarence Thomas) ຜູ້ນິຍົມແນວທາງເດີມອາເມຣິກັນເຊື້ອສາຍອາຟຣິກາທີ່ສະເໜີໂດຍປະທານາທິບໍດີຈອຣ໌ຈ ເອສ ດັບເບີນຢູບຸສ (George H.W. Bush) ຊຶ່ງໄດ້ເປັນທີ່ລົບກວນຕໍ່ພວກສັດຕູຂອງພັກເດໂມແຄຣັດບາງຄົນ ມາເປັນເວລາຫຼາຍໆປີ.

ທ່ານນາງອານີຕາ ຮິລ (Anita Hil) ຊຶ່ງເປັນທະນາຍຄວາມ ແລະເພື່ອຮ່ວມງານຂອງທ່ານທໍມາສ ໄດ້ກ່າວຫາຕໍ່ທ່ານທໍມາສວ່າ ລວນລາມທາງເພດແລະໃຫ້ການຕໍ່ຕ້ານທ່ານ ຊຶ່ງເປັນການກ່າວຫາ ທີ່ທ່ານທໍມາສ ໄດ້ປະຕິເສດໄປນັ້ນ.ແຕ່ທ່ານໄບເດັນ ຊຶ່ງໃນເວລານັ້ນ ເປັນປະທານຄະນະກຳມະການຍຸຕິທຳບໍ່ໄດ້ປ່ອຍໃຫ້ພວກພະຍານ ມາໃຫ້ການສະໜັບສະໜຸນເພີ້ມຕື່ມ ຕໍ່ຄຳໃຫ້ການຂອງທ່ານນາງຮິລ. ກຸ່ມຈັດຕັ້ງຂອງພວກແມ່ຍິງແລະພວກນັກເຄື່ອນໄຫວຫົວເສລີໄດ້ພາກັນຕ້ອງຕິທ່ານໄບເດັນກ່ຽວກັບການຈັດແຈງໃນການຮັບຟັງຄຳໃຫ້ການຂອງທ່ານ. ໃນທີ່ສຸດ ສະພາສູງກໍໄດ້ໃຫ້ການຮັບຮອງເອົາການສະເໜີແຕ່ງຕັ້ງທ່ານທໍມາສດ້ວຍຄະແນນສຽງຢ່າງຫວຸດຫວິດ ແລະຜູ້ກ່ຽວກໍໄດ້ຢູ່ໃນສານສູງສຸດມາຈົນຮອດທຸກມື້ນີ້. ໃນເດືອນເມສາປີ 2019​ ທ່ານໄບເດັນໄດ້ໂທລະສັບໄປຫາທ່ານນາງຮິລ ເພື່ອສະແດງຄວາມເສຍໃຈກ່ຽວກັບວິທີການຂອງທ່ານ ໃນການຈັດການຮັບຟັງຄຳໃຫ້ການກ່ຽວກັບທ່ານທໍມາສ ແຕ່ທ່ານນາງກ່າວໃນເວລາຕໍ່ມາວ່າ ທ່ານນາງຍັງຮູ້ສຶກບໍ່ເປັນທີ່ພໍໃຈຢູ່.

ໂອກາດ ໃນການເປັນປະທານາທິບໍດີ ຂອງທ່ານໄບເດັນ ອາດສະທ້ອນໃຫ້ເຫັນໄລຍະ 8 ປີ ທີ່ທ່ານໂອບາມາກຳອຳນາດ ຢູ່ທຳນຽບຂາວ ຊຶ່ງໄດ້ມີການນຳໃຊ້ນະໂຍບາຍຕ່າງໆໃຫ້ແກ່ພວກຫົວກ້າວໜ້າເພື່ອສ້າງຄວາມສະເໝີພາບທາງດ້ານເຊື້ອຊາດຜິວພັນ ແລະສິດທິຂອງພວກແມ່ຍິງ ຢູ່ໃນສະຫະລັດແລະເວທີສາກົນ.ໃນຂະນະທີ່ທ່ານທຣຳ ໄດ້ຖອນສະຫະລັດອອກຈາກການຄ້າຫຼາຍຝ່າຍ ອາວຸດນິວເຄລຍ ແລະຂໍ້ຕົກລົງກ່ຽວກັບດິນຟ້າອາກາດ ທີ່ທ່ານພິຈາລະນາວ່າ ບໍ່ໄດ້ໃຫ້ຜົນປະໂຫຍດຫຍັງແກ່ວໍຊິງຕັນນັ້ນ ທ່ານໄບເດັນ ແມ່ນເກືອບເປັນທີ່ປະກັນໄດ້ແລ້ວວ່າ ຈະພະຍາຍາມຟື້ນຟູທ່າທີຂອງສະຫະລັດ ແລະການພົວພັນຢູ່ໃນຕ່າງປະເທດ.

ທ່ານໂຈ ໄບເດັນ ໄດ້ສະເໜີໂຄງການປຸກລະດົມໂຄສະນາຂອງຜູ້ສະໝັກພັກເດໂມແຄຣັດເພື່ອ ‘ຊື້ຂອງອາເມຣິກັນ’ ໃນມູນຄ່າ 700 ກວ່າຕື້ໂດລາ ໃນການນຳໃຊ້ລະບຽບການໃໝ່ ຂອງລັດຖະບານກາງ ແລະອຳນາດໃນການໃຊ້ຈ່າຍ ເພື່ອເສີມຂະຫຍາຍບໍລິສັດຜູ້ຜະລິດແລະເທັກໂນໂລຈີ ພາຍໃນປະເທດ ຊຶ່ງໃນໄລຍະຫຼາຍໆປີຜ່ານມານີ້ ທ່ານໄບເດັນໄດ້ມີຊື່ສຽງ ໃນການໂອ້ລົມ ລະຫວ່າງພັກການ ເມືອງ ເພື່ອເຮັດວຽກຮ່ວມກັບສະມາຊິກສະພາຂອງພັກຣີພັບບລີກັນ ແຕ່ໃນລະຫວ່າງການສະເໜີແຕ່ງຕັ້ງໃຫ້ເປັນຜູ້ຕາງໜ້າພັກເພື່ອລົງສະໝັກແຂ່ງຂັນທີ່ຍືດຍາວນັ້ນ ທ່ານໄດ້ປະຕິເສດ ບໍ່ຮັບເອົາການຕ້ອງຕິທີ່ວ່າ ທ່ານເປັນບຸກຄົນທີ່ບໍ່ມີຫົວເສລີພຽງພໍ ສຳລັບພັກເດໂມແຄຣັດໃນທຸກມື້ນີ້ ໂດຍກ່າວຢູ່ໃນພິທີນຶ່ງເມື່ອເດືອນມີນາຜ່ານມາວ່າ “ທ່ານມີປະຫວັດຫົວກ້າວໜ້າທີ່ສຸດໃນບັນດາຜູ້ທີ່ລົງສະໝັກແຂ່ງຂັນ.” ທ່ານໄບເດັນໄດ້ກ່າວຢ້ຳເຖິງປະຫວັດຂອງລັດຖະບານທ່ານໂອບາມາ ຮວມທັງການຂະຫຍາຍລະບົບຮັກສາສຸຂະພາບ ສະໜັບສະໜຸນການດຳເດີນຄວາມພະຍາຍາມ ເພື່ອເຮັດໃຫ້ການແຕ່ງງານຂອງພວກກະເທີຍ ຖືກຕ້ອງຕາມກົດໝາຍ ແລະຊຸກຍູ້ໃຫ້ລັດຖະບານຊ່ວຍເຫຼືອແກ່ອຸດສາຫະກຳລົດຍົນຂອງສະຫະລັດ.

ທ່ານໄບເດັນກ່າວໂຕ້ຖຽງວ່າ ລັດຖະບານທ່ານທຣຳບໍ່ໄດ້ທຳການຕໍ່ສູ້ກັບໂຣກລະບາດໄວຣັສໂຄໂຣນາ ແລະກ່າວເພີ້ມອີກວ່າ ທ່ານຈະ “ຍຸຕິເວທີການເມືອງແລະການໃຫ້ຂໍ້ມູນທີ່ຜິດພາດດ້ວຍຄວາມຕັ້ງໃຈທີ່ໄດ້ເຮັດໃຫ້ມີຄວາມສັບສົນແລະການຈຳແນກກີດກັນເພີ້ມຂຶ້ນ.” ທ່ານໄບເດັນກ່າວວ່າ ທ່ານຈະ “ໃຫ້ການຄ້ຳປະກັນວ່າ ການຕັດສິນໃຈຕ່າງໆກ່ຽວກັບເລື້ອງສາທາລະນະສຸກ ແມ່ນດຳເນີນໂດຍພວກເຈົ້າໜ້າທີ່ສາທາລະນະສຸກມືອາຊີບ ບໍ່ແມ່ນໂດຍພວກນັກການເມືອງ.”

ໃນຂະນະທີ່ອາລົມແລະການເຍາະເຍີ້ຍຜ່ານທາງທວີດເຕີ້ແມ່ນສັນຍາລັກອີກອັນນຶ່ງ ໃນການສະແດງອອກຊຶ່ງຄວາມຄິດຄວາມເຫັນຂອງທ່ານທຣຳຢູ່ໃນທຳນຽບຂາວ ແຕ່ການເວົ້າຜິດຂອງທ່ານໄບເດັນ ກໍໄດ້ໃຫ້ໂອກາດແກ່ທ່ານທຣຳ ທີ່ກ່າວອ້າງວ່າ ຜູ້ສະໝັກຂອງພັກເດໂມແຄຣັດ ມີຄວາມຈຳບໍ່ດີ ໃນຂະນະທີ່ທ່ານມີອາຍຸສູງແລ້ວ. ໃນໄລຍະສອງສາມອາທິດຜ່ານມາ ທ່ານໄບເດັນກ່າວວ່າ ທ່ານໄດ້ລົງສະໝັກແຂ່ງຂັນເອົາຕຳແໜ່ງໃນສະພາສູງ ແທນທີ່ຈະແມ່ນຕຳແໜ່ງປະທານາທິບໍດີ ແລະທ່ານໄດ້ກ່າວຢູ່ອີກບ່ອນນຶ່ງວ່າ ມີຊາວອາເມຣິິກັນ 120 ລ້ານຄົນໄດ້ເສຍຊີວິດຍ້ອນໄວຣັສໂຄໂຣນາ ແທນທີ່ຈະເວົ້າວ່າ 120 ພັນຄົນ.

ທ່ານທຣຳໄດ້ຂຽນລົງໃນທວີດເຕີ້ວ່າ “ຂ້າພະເຈົ້າບໍ່ເຄີຍເວົ້າໃນສິ່ງໃດສິ່ງນຶ່ງ ທີ່ຜິດພາດແບບຂາຍໜ້າ ຊຶ່ງພວກສື່ມວນຊົນຂ່າວປອມຈະເອົາມາວິຈານກ່ຽວກັບຂ້າພະເຈົ້າໄດ້. ນີ້ແມ່ນມັນເກີນກວ່າຄວາມຜິດພາດແບບທຳມະດາ.”

ແຕ່ທ່ານໄບເດັນ ເມື່ອຖືກຖາມວ່າສະພາບຈິດໃຈຂອງທ່ານມີການເຊື່ອມຖອຍຫຼືບໍ່ນັ້ນ ໄດ້ຕອບໂຕຄືນວ່າ “ເບິ່ງດຸ ສິ່ງທີິ່ພວກທ່ານທັງໝົດກຳລັງເຮັດຢູ່ ກໍຄືຈັບຕາເບິ່ງຂ້າພະເຈົ້າ ແລະຂ້າພະເຈົ້າລໍຖ້າບໍ່ໄດ້ແລ້ວທີ່ຈະປຽບທຽບຄວາມສາມາດໃນການຈົດຈຳຂອງຂ້າພເຈົ້າ ກັບບຸກຄົນທີ່ຂ້າພະເຈົ້າລົງແຂ່ງຂັນນຳ.”

ຜູ້ສະໝັກທັງສອງມີແຜນທີ່ຈະໂຕ້ວາທີກັນສາມເທື່ອໃນເດືອນກັນຍາ ແລະຕຸລາ.

XS
SM
MD
LG