ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ແລະທ່ານໄບເດັນ ໂຄສະນາຫາສຽງ ທີ່ລັດຟລໍຣິດາ ໃນວັນພະຫັດ


ປະຊາຊົນເຂົ້າແຖວລໍຖ້າປ່ອນບັດ ທີ່ໜ່ວຍປ່ອນບັດ ຢູ່ຫ້ອງສະໝຸດ ຈອນ ແອັຟ ເຄັນເນດີ້ ທີ່ເມືອງຮີອາເລຍ (Hialeah) ໃນລັດຟລໍຣິດາ ເມື່ອວັນທີ 19 ຕຸລາ 2020.
ປະຊາຊົນເຂົ້າແຖວລໍຖ້າປ່ອນບັດ ທີ່ໜ່ວຍປ່ອນບັດ ຢູ່ຫ້ອງສະໝຸດ ຈອນ ແອັຟ ເຄັນເນດີ້ ທີ່ເມືອງຮີອາເລຍ (Hialeah) ໃນລັດຟລໍຣິດາ ເມື່ອວັນທີ 19 ຕຸລາ 2020.

ຍັງອີກບໍ່ເທົ່າໃດມື້ ບັນດາຜູ້ມີສິດປ່ອນບັດກໍຈະພາກັນໄປລົງຄະແນນສຽງເປັນເທື່ອສຸດທ້າຍໃນການເລືອກຕັ້ງປະທານາທິບໍດີສະຫະລັດ ຊຶ່ງບັນດາຜູ້ສະໝັກພວມທຳການໂຄສະນາຫາສຽງໃນວັນພະຫັດວານນີ້ ຢູ່ທີ່ລັດຟລໍຣິດາ ໃນພາກຕາເວັນອອກສຽງໃຕ້ຂອງສະຫະລັດ.

ອະດີດຮອງປະທານາທິບໍດີໂຈ ໄບເດັນ ກ່າວທີ່ບ່ອນໂຄສະນາຫາສຽງ ຊຶ່ງຜູ້ຄົນສາມາດຂັບລົດເຂົ້າໄປຟັງໄດ້ ຢູ່ນອກວິທະຍາໄລບຣາວເວີດ (Broward) ວ່າ “ຖ້າລັດຟລໍຣິດາ ຫາກໄປທາງສີຟ້າແລ້ວ ມັນກໍໝົດເທົ່ານັ້ນ, ມັນກໍຈົບສິ້ນ” ຊຶ່ງທ່ານໝາຍເຖິງສີຂອງພັກເດໂມແຄຣັດ.

ທ່ານໄບເດັນ ໄດ້ຕອງຕິປະທານາທິບໍດີດໍໂນລ ທຣຳ ທີ່ໄດ້ຈັດການໂຮມຊຸມໂຄສະນາຫາສຽງ ແບບມີຜູ້ຄົນແອອັດ ທ່າມກາງທີ່ເກີດໂຣກລະບາດໄວຣັສໂຄໂຣນາ ຊຶ່ງພວກທີ່ໄປຮ່ວມສ່ວນໃຫຍ່ ບໍ່ໄດ້ພາກັນໃສ່ໜ້າກາກ ໂດຍເອີ້ນພວກເຂົາວ່າ “ເປັນບ່ອນທີ່ພາໃຫ້ມີການລະບາດຢ່າງວ່ອງໄວນັ້ນ.”

ທ່ານໄບເດັນ ກ່າວຢູ່ບ່ອນໂຮມຊຸມນຸມ ທີ່ສາມາດຂັບລົດເຂົ້າໄປຟັງແຫ່ງທີສອງໃນເວລາຕໍ່ມາທີ່ເມືອງແທມປາ (Tampa) ຊຶ່ງໄດ້ຖືກຕັດເວລາໃຫ້ສັ້ນລົງຍ້ອນພາຍຸຝົນ ໂດຍເວົ້າວ່າ ປະທານາທິບໍດີ “ພວມແຜ່ລະບາດຫຼາຍໄປກວ່າເຊື້ອໄວຣັສໂຄໂຣນາ. ທ່ານພວມແຜ່ລະບາດຄວາມແຕກແຍກ ແລະຄວາມບາດໝາງ.”

ສ່ວນປະທານາທິບໍດີທຣຳ ໄດ້ກ່າວຖະແຫຼງຕໍ່ຝູງຊົນຂະໜາດໃຫຍ່ທີ່ບ່ອນຈອດລົດຢູ່ສະໜາມກິລາ ໃນເມືອງແທມປາ (Tampa) ຊຶ່ງອີກເທື່ອນຶ່ງ ທ່ານໄດ້ທໍານາຍວ່າ ຈະມີສະມາຊິກພັກຣີພັບບລີກັນ ໄປປ່ອນບັດ ເປັນຈຳນວນຫຼວງຫຼາຍໂດຍເອີ້ນວ່າ ຄື້ນຟອງສີແດງຂະໜາດໃຫຍ່ ໃນວັນທີ 3 ພະຈິກ.

ປະທານາທິບໍດີ ທຳນາຍວ່າ “ພວກເຮົາຈະຊະນະການເລືອກຕັ້ງນີ້ຢ່າງໃຫຍ່ ເຈົ້າຖ້າເບິ່ງໂລດ.”

ທ່ານທຣຳມີກຳນົດທີ່ຈະຈັດການໂຮມຊຸມນຸມຢູ່ອີກບ່ອນນຶ່ງໃນເວລາຕໍ່ມາ ໃນວັນພະຫັດວານນີ້ ທີ່ລັດຄາໂຣໄລນາເໜືອ ແຕ່ຍ້ອນ “ອາກາດບໍ່ດີ” ຊຶ່ງຮວມທັງລົມແຮງ ການໂຮມຊຸມນຸມດັ່ງກ່າວຈຶ່ງໄດ້ຖືກເລື່ອນເວລາອອກໄປໃສ່ວັນຈັນ ນັ້ນຄືຄຳເວົ້າທີ່ທ່ານກ່າວຕໍ່ພວກນັກຂ່າວ.

ທ່ານທຣຳ ໃນຄຳປາໄສຢູ່ເມືອງແທມປານັ້ນ ຍັງໄດ້ເວົ້າວ່າ ສະຫະລັດຈະມີຢາວັກຊີນກັນໂຄວິດ-19 “ໃນສອງສາມອາທິດຂ້າງໜ້ານີ້” ໂດຍໃຫ້ຄໍາໝັ້ນສັນຍາວ່າ “ພວກຜູ້ສູງອາຍຸຈະເປັນຈຸທຳອິດ ທີ່ຈະໄດ້ຮັບຢາວັກຊີນດັ່ງກ່າວ.” ຢູ່ທີ່ລັດຟລໍຣິດາ ໃນປີນີ້ ພວກທີ່ມີອາຍຸເກີນ 65 ປີ ອາດຈະປະກອບເປັນປະມານນຶ່ງສ່ວນສາມຂອງພວກທີ່ໄປປ່ອນບັດເລືອກຕັ້ງປະທານາທິບໍດີທັງໝົດ.

ທຸກໆການເລືອກຕັ້ງ ນັບແຕ່ປີ 1996 ເປັນຕົ້ນມາ ຜູ້ໃດຊະນະຢູ່ທີ່ລັດຟລໍຣິດາຜູ້ນັ້ນກໍໄດ້ຊະນະຕຳແໜ່ງປະທານາທິບໍດີ. ຜູ້ຊະນະຢູ່ໃນລັດດັ່ງກ່າວນີ້ ໄດ້ຮັບ 29 ຄະແນນຂອງພວກຜູ້ຕາງໜ້າ ຈາກຈໍານວນທີ່ຕ້ອງການທັງໝົດ 270 ຄະແນນສຽງເພື່ອຈະຊະນະການເລືອກຕັ້ງປະທານາທິບໍດີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG