ລິ້ງ ສຳຫລັບເຂົ້າຫາ

logo-print

ຝຣັ່ງ ເລັ່ງລັດຄວາມພະຍາຍາມ ທາງການທູດ ເພື່ອຫາທາງຍຸຕິ ການປະທະກັນຮອບຫຼ້າສຸດ ຢູ່ເຂດນາກໍໂນ-ກາຣາບາກ


ໃນຂະນະທີ່ປະເທດຝຣັ່ງພວມຊ່ວຍເລັ່ງລັດການດໍາເນີນຄວາມພະຍາຍາມທາງດ້ານການທູດ ເພື່ອຫາທາງຍຸຕິການປະທະກັນຮອບຫຼ້າສຸດກ່ຽວກັບບັນຫາຂັດແຍ້ງ ໃນເຂດນາກໍໂນ-ກາຣາບາກຢູ່ນັ້ນ ພວກຊາວອາເມເນຍ ພົ້ນທະເລແລະນັກການເມືອງຄົນສຳຄັນໆຂອງຝຣັ່ງ ພວມຮຽກຮ້ອງໃຫ້ປາຣີ ຢຸດເຊົາການວາງໂຕເປັນກາງແລະໃຫ້ເຂົ້າຂ້າງຝ່າຍອາເມເນຍ. ການເພີ້ມຂຶ້ນຂອງຄວາມຮຸນແຮງ ຍັງໄດ້ເຮັດໃຫ້ເກີດ ຄວາມເຄັ່ງຕຶງຕື່ມຂຶ້ນ ລະຫວ່າງຝຣັ່ງແລະເທີກີ. Lisa Bryant ສົ່ງລາຍງານຈາກປາຣີ ມາໃຫ້ວີໂອເອ ດັ່ງໄພສານ ຈະນຳເອົາລາຍລະ ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.


ທ່ານເຊວັກ ຊາຣີກາຢາ ເກີດຢູ່ປະເທດຝຣັ່ງ ແຕ່ຈຸດເພັ່ງເລັງຂອງທ່ານໃນທຸກມື້ນີ້ ແມ່ນຢູ່ຫ່າງອອກໄປຫຼາຍພັນກິໂລແມັດ ນັ້ນກໍຄືການສູ້ລົບກັນຢູ່ໃນເຂດນາກໍໂນ-ກາຣາບາກລະຫວ່າງອາເຈີບາຍຈານ ແລະອາເມເນຍບ້ານເກີດບັນພະບຸລຸດຂອງທ່ານ. ທ່ານຊາຣີກາຢາ ຈາກອົງການສະພາປະສານງານອາເມເນຍ ກ່າວວ່າ:

“ອາເຈີບາຍຈານພວມທຳການໂຈມຕີເຂດນາກໍໂນ-ກາຣາບາກ ແລະກຳລັງຫັນປ່ຽນເຂດດັ່ງກ່າວ ໃຫ້ເປັນການປະຕິບັດງານກວດລ້າງຊົນຊາດຊົນເຜົ່າ ຢູ່ໃນຄວາມຮູ້ສຶກທີ່ວ່າ ພວກເຂົາພວມກຳຈັດປະຊາຊົນທັງໝົດ ແລະພວກເຮົາຮູ້ວ່າ ພວກເຂົາຈະບໍ່ຢຸດຢູ່ແຕ່ພຽງທໍ່ນັ້ນ.”

ທ່ານຊາຣີກາຢາໄດ້ຕີຄວາມໝາຍຂອງບັນຫາຂັດແຍ້ງນີ້ ທີ່ຫຼາຍຄົນຍັງມີຄວາມເຫັນຂັດແຍ້ງກັນຢູ່. ເຂດນາກໍໂນ-ກາຣາບາກ ແມ່ນຖືກຮັບຮູ້ໂດຍນາໆຊາດວ່າເປັນສ່ວນນຶ່ງຂອງອາເຈີບາຍຈານ ເຖິງແມ່ນວ່າເຂດດັ່ງກ່າວນີ້ຄວບຄຸມໂດຍກຳລັງຂອງພວກຊົນເຜົ່າອາເມເນຍ.

ໃນຖານະທີ່ເປັນສະມາຊິກ ຂອງອັນທີ່ເອີ້ນວ່າ ກຸ່ມມິງສ໌ ຂອງອົງການວ່າດ້ວຍຄວາມໝັ້ນຄົງແລະການຮ່ວມມືໃນຢູໂຣບ ປະເທດຝຣັ່ງໄດ້ເຮັດວຽກຮ່ວມກັບສະຫະລັດ ແລະຣັດເຊຍ ມາເປັນເວລາຫຼາຍໆປີແລ້ວ ເພື່ອຫາທາງໄກ່ເກ່ຍໃຫ້ເກີດສັນຕິພາບທີ່ຍືນຍົງຢູ່ທີ່ນັ້ນ. ໃນທຸກມື້ນີ້ ແມ່ນເບິ່ງກັນວ່າ ຍາກທີ່ຈະເຮັດໄດ້ ກວ່າໃນເວລາໃດໆທີ່ຜ່ານມາ.

ການຢຸດຍິງເພື່ອມະນຸດສະທຳ ລະຫວ່າງອາເມເນຍ ແລະອາເຈີບາຍຈານ ເປັນທີ່ປາກົດໄດ້ພັງລົງຢ່າງວ່ອງໄວ.

ນອກນັ້ນ ຍັງມີຄວາມເຫັນຫ່ວງວ່າການສູ້ລົບກັນ ຊຶ່ງມາຮອດເວລານີ້ໄດ້ສັງຫານຜູ້ຄົນໄປແລ້ວຫຼາຍຮ້ອຍຄົນນັ້ນ ອາດຈະກາຍເປັນສົງຄາມລະດັບຂົງເຂດ.

ປະທານາທິບໍດີຝຣັ່ງ ທ່ານເອັມມານູແອລ ມາກຣົງ ຫວ່າງມໍ່ໆມານີ້ ໄດ້ຕ້ອງຕິເທີກີທີ່ໄດ້ອອກມາຖະແຫຼງແບບມັກສົງຄາມເພື່ອສະໜັບສະໜຸນອາເຈີບາຍຈານ. ທ່ານກ່າວວ່າ ພວກນັກລົບຈີຮາດຈາກຊີເຣຍ ໄດ້ເດີນທາງຜ່ານເທີກີ ໄປສູ້ລົບຢູ່ໃນເຂດນາກໍໂນ-ກາຣາບາກ ຊຶ່ງເປັນການກ່າວຫາທີ່ອັງກາຣາໄດ້ປະຕິເສດໄປແລ້ວ. ທ່ານມາກຣົງກ່າວວ່າ:

“ຂ້າພະເຈົ້າບໍ່ຂໍເວົ້າວ່າ ມັນເປັນເສັ້ນແດງ ຍ້ອນວ່າມັນໄດ້ຖືກຂ້າມໄປແລ້ວ ມັນເປັນສິ່ງທີ່ຮັບເອົາບໍ່ໄດ້.”

ນີ້ແມ່ນການສູ້ລົບກັນທີ່ຮ້າຍແຮງສຸດ ນັບແຕ່ຕົ້ນຊຸມປີ 1990 ເປັນຕົ້ນມາ ແລະພວກນັກສັງເກດການໄດ້ສະແດງຄວາມເປັນຫ່ວງວ່າ ມັນອາດຈະຂະຫຍາຍວົງກວ້າງອອກ ກາຍເປັນບັນຫາຂັດແຍ້ງທີ່ໃຫຍ່ຂຶ້ນ. ທ່ານນິກູ ໂປປອສກູ ຈາກສະພາຄວາມສຳພັນຕ່າງປະເທດ ກ່າວວ່າ:

“ການສູ້ລົບກັນໃນຮອບນີ້ ຝຣັ່ງແມ່ນປະເທດທີ່ອອກປາກອອກສຽງແຮງກວ່າໝູ່ໃນການຕ້ອງຕິເທີກີ ແລະອາເຈີບາຍຈານ ກວ່າປະເທດຣັດເຊຍ.”

ການກ່າວຫາຂອງຝຣັ່ງແມ່ນໜັກຕື່ມຂຶ້ນ ແລະຄວາມສຳພັນທີ່ເຄັ່ງຕຶງຢູ່ແລ້ວກັບ​ເທີກີ ຊຶ່ງເປັນປະເທດສະມາຊິກເນໂຕ້ດ້ວຍກັນ ກ່ຽວກັບບັນຫາອື່ນໆຢູ່ແລ້ວນັ້ນເຊັ່ນວ່າ ການສຳຫຼວດຫາແຫຼ່ງນ້ຳມັນຂອງເທີກີໃນພາກຕາເວັນອອກຂອງທະເລເມດີເທີເຣນຽນ.

ຜົນກະທົບຍັງໄດ້ເກີດຂຶ້ນ ຢູ່ໃນລະດັບທ້ອງຖິ່ນນຳດ້ວຍ ເຊັ່ນດຽວກັນ ກັບຢູ່ໃນແຫ່ງອື່ນໆຂອງໂລກ ປະຊາຄົມຊາວອາເມເນຍໃນປະເທດຝຣັ່ງກໍພາກັນຕິດຕາມ ສະຖານະການດັ່ງກ່າວ ຢ່າງໃກ້ຊິດ ພ້ອມທັງຈັດໃຫ້ມີ ການໂຮມຊຸມນຸມເດີນຂະ ບວນຄືກັນກັບໃນມື້ນີ້ ຕໍ່ຕ້ານອາເຈີບາຍຈານແລະເທີກີ.

ນອກນັ້ນ ຍັງມີລາຍງານວ່າ ສະມາຊິກຊາວອາເມເນຍພົ້ນທະເລ ຊຶ່ງມີຂະໜາດ ໃຫຍ່ສົມຄວນຢູ່ທີ່ນີ້ ແລະໃນແຫ່ງອື່ນໆ ພວມເດີນທາງໄປຍັງເຂດແນວໜ້າເພື່ອໃຫ້ການສະໜັບສະໜຸນແກ່ປະເທດທີ່ເປັນມາຕຸພູມຂອງພວກເຂົາເຈົ້າ. ທ່ານຊາຣີກາຢາກ່າວວ່າ:

“ມີພວກຊາວໜຸ່ມຈຳນວນຫຼວງຫຼາຍພວມເດີນທາງໄປ ຍ້ອນວ່າຖ້າພວກເຮົາໃຫ້ການສະໜັບສະໜຸນຢ່າງແຂງຂັນຕໍ່ມູນເຫດນີ້ ມັນກໍມີຈຸດ ບ່ອນທີ່ທ່ານຕ້ອງໄດ້ປົກປ້ອງ.”

ໃນພາກສ່ວນຂອງພວກເຂົາເຈົ້າ ເຈົ້າໜ້າທີ່ອາເຈີບາຍຈານ ໄດ້ກ່າວຫາຝຣັ່ງວ່າ ບໍ່ໄດ້ຜູ້ໄກ່ເກ່ຍທີ່ເປັນກາງອີກແລ້ວ.

ຄວາມສຳພັນລະຫວ່າງປະເທດຝຣັ່ງ ແລະອາເມເນຍໄດ້ມີຄວາມໃກ້ຊິດກັນມາເປັນເວລາຫຼາຍໆປີ ສ່ວນນຶ່ງນັ້ນແມ່ນຍ້ອນໄດ້ຮັບການຊ່ວຍເຫຼືອຈາກຊາວຝຣັ່ງທີ່ມີອິດທິພົນ ເຊື້ອສາຍອາເມເນຍ ເຊັ່ນມື້ລາງ ນັກຮ້ອງ ຊາລສ໌ ອາສນາວວກ (Charles Aznavour). ທ່ານໂປເປສກູ ຈາກສະພາຄວາມສຳພັນຕ່າງປະເທດກ່າວວ່າ:

“ມີການມີໜ້າແລະເຫັນໄດ້ແຈ້ງ ແລະກໍມີຊາວອາເມເນຍພົ້ນທະເລ ເຂົ້າກັນໄດ້ເປັນຢ່າງດີຢູ່ທີ່ປະເທດຝຣັ່ງ. ສຳລັບຫລາຍໆຄົນແລ້ວ ອາເມເນຍບໍ່ແມ່ນປະເທດນ້ອຍໆ ທີ່ບໍ່ສຳຄັນບາງປະເທດເທົ່ານັ້ນຢູ່ໃສແຜນທີ່. ມີຜູ້ຄົນໃຫ້ການສະໜັບສະໜຸນເປັນຢ່າງດີ...ແຕ່ຝຣັ່ງຈະບໍ່ສົ່ງກຳລັງທະຫານໄປປ້ອງກັນອາເມເນຍ. ທຸກຄົນຮູ້ເລື້ອງນີ້ດີ."

ຝຣັ່ງແມ່ນມະຫາອຳນາດປະເທດທຳອິດໃນຢູໂຣບ ທີ່ໄດ້ຮັບຮູ້ ການສັງຫານໝູ່ຊາວອາເມເນຍໃນສະໄໝສົງຄາມໂລກຄັ້ງທີ 1 ໂດຍຜູ້ປົກຄອງອັອດໂຕມັນນັ້ນວ່າ ເປັນການຂ້າລ້າງເຊື້ອຊາດເຜົ່າພັນ. ໃນປີກາຍນີ້ ຝຣັ່ງໄດ້ຈັດການໄວ້ອາໄລແຫ່ງຊາດເປັນເທື່ອທຳອິດໃຫ້ແກ່ພວກທີ່ຖືກຂ້າຕາຍຊຶ່ງເປັນການເຄື່ອນໄຫວອີກຢ່າງນຶ່ງທີ່ບໍ່ໄດ້ສ້າງຄວາມປະທັບໃຈໃຫ້ແກ່ເທີກີ.

As France helps spearhead diplomatic efforts to end the latest clashes over the disputed region of Nagorno-Karabakh, the country’s Armenian diaspora along with leading French politicians are calling on Paris to abandon neutrality and side with Armenia. The uptick in violence is also increasing tensions between France and Turkey — as Lisa Bryant reports for VOA from Paris.

Sevag Sarikaya was born in France, but his focus these days is thousands of kilometers away — on the fighting in Nagorno Karabakh, pitting Azerbaijan against his ancestral homeland of Armenia.

Sevag Sarikaya, Coordination Council of Armenian Organizations:

“Ajerbaijan is attacking Norgorno-Karaback and it’s transforming it into an ethnic (cleansing) operation in the sense they’re trying to eliminate all the population. And we know they’re not going to stop there.”

Sarikaya offers an interpretation of the conflict that others dispute. Nagorno-Karabakh is internationally recognized as part of Azerbaijan, although it is controlled by ethnic Armenian forces.

As a member of the Organization for Security and Co-operation in Europe’s so-called Minsk Group, France has worked with the United States and Russia for years to mediate a durable peace. These days, that seems more elusive than ever…

A humanitarian ceasefire between Armenia and Azerbaijan appeared to quickly unravel.

There are also concerns the fighting, which has so far killed hundreds, may become a regional war.

French President Emmanuel Macron recently criticized Turkey for its warlike rhetoric backing Azerbaijan. He said Syrian jihadi fighters had passed through Turkey to join the fighting in Nagorno Karabakh — a claim Ankara denies.

Emmanuel Macron, French President:

“I won’t say it’s a red line — because it’s already been crossed…. It is unacceptable."

This the most intense fighting since the early 1990s, and observers express concern it may widen into a larger conflict.

Nicu Popescu, Council On Foreign Relations:

“In this round of fighting, France has been much more outspoken

in criticizing Turkey and Azerbaijan than Russia.”

France’s accusations deepen an already tense relationship with fellow NATO member Turkey over separate issues like Ankara’s hydrocarbon exploration in the eastern Mediterranean.

The fallout is also local. Like elsewhere in the world, the Armenian community in France is following events closely — staging demonstrations like these against Azerbaijan…and Turkey.

There are also reports members of Armenia’s sizable diaspora here and elsewhere are heading to the frontlines to support their ethnic homeland.

Sevag Sarikaya, Coordination Council of Armenian Organizations:

“There are lots of young people who are going, because if you strongly support a cause, there’s a point when you have to defend it.”

Sarikaya believes France should actively back Armenia. He’s not the only one. A recent petition, signed by dozens of French politicians from left to right, called for Paris to abandon its Minsk Group neutrality — and side with Yerevan.

For their part, Azerbaijani officials accuse France of no longer being a neutral mediator.

Ties between France and Armenia have been close for years, helped partly by influential French-Armenians like late singer Charles Aznavour.

Nicu Popescue, Council on Foreign Relations:

“There’s a present and visible and well plugged Armenian diaspora in France.For a lot of people, Armenia is not just some random small country on the map. There’s a good dose of sympathy…But France is not going to send troops to defend Armenia. Everybody knows this.”

France was the first major European power to recognize the World War One-era massacre of Armenians by Ottoman rulers as a genocide. Last year, it held the first national day to commemorate those killings — yet another move that has not pleased Turkey.

ລາຍງານບລອກສົດ! ຜົນການເລືອກຕັ້ງ ປະທານາທິບໍດີ ສະຫະລັດ 2020

ລາຍງານບລອກສົດ! ການເລືອກຕັ້ງ ໃນ ສະຫະລັດ ປີ 2020

ອະດີດຮອງປະທານາທິບໍດີິສະຫະລັດ ທ່ານໂຈ ໄບເດັນ ຊຶ່ງເປັນບຸກຄົນທີ່ຮູ້ຈັກກັນດີໃນວົງການເມືອງຂອງນະຄອນ ຫຼວງວໍຊິງຕັນ ເກືອບເຄິ່ງສັດຕະວັດແລ້ວນັ້ນ ຄາດຄະເນກັນວ່າ ຈະເປັນຜູ້ຊະນະການເລືອກຕັ້ງປະທານາທິບໍດີຂອງສະຫະລັດ ແລະຈະໄດ້ສາບານຕົວເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນຈະມາ ເປັນປະທານາທິບໍດີທີ່ມີອາຍຸແກ່ທີ່ສຸດ ໃນປະຫວັດສາດ. ທ່ານໄບເດັນ ສັງກັດພັກເດໂມແຄຣັດ ທີ່ໄດ້ເປັນສະມາຊິກສະພາສູງມາ 36 ປີ ແລະ 8 ປີ ເປັນຮອງປະທານາທິບໍດີ ໃນສະໄໝປະທານາທິບໍດີບາຣັກໂອບາມາ ແມ່ນຄາດກັນໂດຍອົງການຂ່າວຕ່າງໆ ໄດ້ເອົາຊະນະປະທານາທິບໍດີດໍໂນລ ທຣຳ ທີ່ລົງສະໝັກແຂ່ງຂັນເອົາຕຳແໜ່ງຕື່ມອີກ ໃນການໂຄສະນາຫາສຽງທີ່ຂົມຂື່ນ ແລະຫຼັງຈາກໄດ້ມີການນັບບັດຄະແນນສຽງຫຼັງຈາກການເລືອກຕັ້ງມາໄດ້ຫຼາຍມື້ແລ້ວ. ຄະແນນສຽງແມ່ນຍັງຈະໄດ້ຮັບການຢືນຢັນຢ່າງເປັນທາງການ ແລະພວມໄດ້ຮັບການທ້າທາຍຢູ່ໃນສານ ແຕ່ກໍຄາດກັນວ່າ ຈະຜ່ານຜ່າໄປໄດ້. ທ່ານໄບເດັນ ໄດ້ຊະນະຕຳແໜ່ງປະທານາທິບໍດີ ໂດຍໄດ້ຮັບຄະແນນຈາກຜູ້ແທນລັດ ຢ່າງໜ້ອຍ 270 ຄະແນນ ຂອງຈຳນວນທັງໝົດ 538 ຄະແນນ. ການໄດ້ຮັບໄຊຊະຂອງທ່ານໄບເດັນ ເຮັດໃຫ້ທ່ານທຣຳເປັນປະທານາທິບໍດີຄົນທີ 3 ໃນຮອບສີ່ທົດສະວັດ ທີ່ບໍ່ສາມາດໄດ້ຮັບເລືອກ ໃຫ້ເຂົ້າຮັບຕຳແໜ່ງຕື່ມອີກ ຫຼັງຈາກໄດ້ຂຶ້ນເປັນປະທານາທິບໍດີ 4 ປີແລ້ວ.

00:30 8.11.2020

ລາຍງານຂ່າວຫຼ້າສຸດ ໃນເຊົ້າວັນເສົາມື້ນີ້ແຈ້ງວ່າ ທ່ານໂຈ ໄບເດັນ ແລະທ່ານນາງຄາມາມາ ແຮຣິສ ຜູ້ສະໝັກເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ໄດ້ຮັບຄະແນນ 273 ຄະແນນສຽງຂອງຜູ້ຕາງໜ້າລັດແລ້ວ ເຊີນເບິ່ງແຜນທີ່ການເລືອກຕັ້ງໃນສະຫະລັດຂອງເຮົາຕື່ມ!

23:51 7.11.2020

ມາຮອດເຊົ້າວັນເສົາມື້ນີ້ ຕາມເວລາໃນພາກຕາເວັນອອກຂອງສະຫະລັດ ຄະແນນສຽງກໍຍັງບໍ່ມີການປ່ຽນແປງ ຈາກທີ່ພວກເຮົາໄດ້ລາຍງານໄປແລ້ວ ຄື ທ່ານໄບເດັນໄດ້ຮັບ 253 ຄະແນນ ແລະປະທານາທິບໍດີທຣຳ ໄດ້ຮັບ 214 ຄະແນນ. ທ່ານໄບເດັນຕອ້ງການອີກພຽງ 17 ຄະແນນ ຈາກຜູ້ແທນລັດ ກໍຈະຊະນະການເລືອກຕັ້ງແລ້ວ. ສ່ວນທ່ານທຣໍາ ແມ່ນຕ້ອງການອີກ 56 ຄະແນນຈຶ່ງຈະຮອດ 270 ຄະແນນເພື່ອຈະເຂົ້າກຳຕຳແໜ່ງຕື່ມອີກ 4 ປີ. ເວລານີ້ຫຼາຍລັດຍັງສືບຕໍ່ນັບຄະແນນກັນຢູ່ ແລະລັດຈໍເຈຍ ໄດ້ປະກາດໃນວັນສຸກມື້ວານນີ້ວ່າ ຕົນຈະນັບຄະແນນ ຄືນໃໝ່ທັງໝົດ ຍ້ອນວ່າ ປະທານາທິບໍດີດໍໂນລ ທຣຳ ຜູ້ສະໝັກຂອງພັກຣີພັບບລີກັນ ແລະຜູ້ທ້າຊິງ ຫຼືຄູ່ແຂ່ງຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ ມີຄະແນນໃກ້ຄຽງກັນຫຼາຍ.

18:52 7.11.2020

ໃນຕອນຄ່ຳຂອງວັນພະຫັດວານນີ້ ປະທານາທິບໍດີດໍໂນລ ທຣຳ ໄດ້ກ່າວອ້າງ ໂດຍບໍ່ມີຫຼັກຖານວ່າ ທ່ານໄດ້ຖືກສໍ້ໂກງ ໃຫ້ອອກຈາກຕໍາແໜ່ງ ໃນສະໄໝທີສອງ. ທ່ານກ່າວວ່າ “ຖ້າທ່ານນັບບັດຄະແນນສຽງທີ່ປ່ອນແບບຖືກຕ້ອງຕາມກົດໝາຍ, ຂ້າພະເຈົ້າຈະໄດ້ຊະນະຢ່າງງ່າຍໆ.” ທ່ານກ່າວຕໍ່ໄປອີກວ່າ "ຖ້າທ່ານນັບບັດຄະແນນສຽງທີ່ຜິດກົດໝາຍ, ພວກເຂົາສາມາດພະຍາຍາມລັກເອົາການເລືອກຕັ້ງໄປ ຈາກພວກເຮົາໄດ້." ທ່ານທຣໍາ ໄດ້ໃຊ້ເວລາ 16 ນາທີ ຢືນກ່າວຄໍາປາໄສ ຢູ່ຫ້ອງປະຊຸມຖະແຫລງຂ່າວ ໃນທຳນຽບຂາວ ໂດຍກ່າວວ່າ ຄະແນນນຳໜ້າຂອງທ່ານທີ່ມີຢູ່ໃນລັດຕ່າງໆກຳລັງຖືກ "ລັກເອົາອອກໄປຢ່າງລັບໆ ເທື່ອລະເລັກລະນ້ອຍ" ໃນຂະນະທີ່ມີການນັບຄະແນນສຽງຍັງສືບຕໍ່ດໍາເນີນໄປຢູ່ນັ້ນ. ມາຮອດວັນສຸກ ຄະແນນສຽງກໍຍັງບໍ່ມີການປ່ຽນແປງ ຈາກທີ່ພວກເຮົາໄດ້ລາຍໄປແລ້ວ ຄື ທ່ານໄບເດັນໄດ້ຮັບ 253 ຄະແນນ ແລະປະທານາທິບໍດີທຣຳ ໄດ້ຮັບ 214. ຂະນະນີ້ ທ່ານໄບເດັນຕອ້ງການອີກພຽງ 17 ຄະແນນຈາກຜູ້ແທນລັດ ກໍຈະຊະນະການເລືອກຕັ້ງແລ້ວ. ສ່ວນທ່ານທຣໍາແມ່ນຕ້ອງການອີກ 56 ຄະແນນ ຈຶ່ງຈະໄດ້ຮອດ 270 ເພື່ອຈະຮັກສາຕໍາແໜ່ງໄວ້ ໃນອີກ 4 ປີຕໍ່ໜ້າ.

19:29 6.11.2020

ໃນຕອນບ່າຍວັນພະຫັດມື້ນີ້ ຕາມເວລາໃນເຂດພາກຕາເວັນອອກຂອງສະຫະລັດ ທ່ານໂຈ ໄບເດັນ ໄດ້ປາກົດຕົວເປັນເວລາສັ້ນໆ ທີ່ນະຄອນວິລມິງຕັນ ໃນລັດເດລາແວ ໂດຍກ່າວວ່າ "ບັດທຸກໆບັດຈະຕ້ອງໄດ້ຖືກນັບ." ທ່ານກ່າວຕື່ມວ່າ "ມັນແມ່ນກ່ຽວກັບວ່າ ປະຊາຊົນໃນປະເທດນີ້ ໄດ້ສະແດງອອກເຖິງການຕັດສິນໃຈຂອງພວກເຂົາເຈົ້າແບບໃດ ແລະມັນເປັນຄວາມປະສົງຂອງຜູ້ມີສິດປ່ອນບັດ ບໍ່ມີໃຜ ແລະບໍ່ມີສິ່ງໃດທັງໝົດ ທີ່ໄດ້ເລືອກເອົາປະທານາທິບໍດີຂອງສະຫະລັດ."

06:13 6.11.2020

ໃນເວລາ 12 ໂມງເຄິ່ງຂອງວັນພະຫັດ, ທີ 5 ພະຈິກ (ຕາມເວລາວໍຊິງຕັນ) ທ່ານໂຈ ໄບເດັນ ຄູ່ແຂ່ງຈາກພັກເດໂມແຄຣັດ ຍັງມີຄະແນນເທົ່າເດີມ ຕາມທີ່ພວກເຮົາໄດ້ລາຍໄປແລ້ວ ຄື 253 ແຕ່ທ່ານປະທານາທິບໍດີ ດໍໂນລ ທຣຳ ໄດ້ຮັບຕື່ມອີກນຶ່ງຄະແນນ ເພີ້ມຂຶ້ນເປັນ 214. ຂະນະນີ້ ທ່ານໄບເດັນຕອ້ງການອີກພຽງ 17 ຄະແນນຈາກຜູ້ແທນລັດ ກໍຈະຊະນະການເລືອກຕັ້ງແລ້ວ. ສ່ວນທ່ານທຣໍາແມ່ນຕ້ອງການອີກ 56 ຄະແນນ ຈຶ່ງຈະໄດ້ຮອດ 270 ເພື່ອຈະຮັກສາຕໍາ ແໜ່ງຂອງທ່ານໄວ້ອີກ 4 ປີຕໍ່ໜ້າ. ຍັງເຫຼືອອີກຢູ່ 6 ລັດທີ່ຍັງບໍ່ທັນສຳເລັດການນັບຄະແນນເທື່ອບັດເລືອກຕັ້ງທີ່ສົ່ງທາງໄປສະນີ ປະກອບດ້ວຍລັດເພັນຊິລເວເນຍ, ຄາໂຣໄລນາເໜືອ, ຈໍເຈຍ, ເນວາດາ, ອາຣິໂຊນາ ແລະອາລາສກາ. ທ່ານໄບເດັນຊຶ່ງຄາດໄດ້ຊະນະການເລືອກຕັ້ງແບບມີຄະແນນສູສີກັນກັບທ່ານທຣໍາ ໃນລັດວິສຄັນຊິນ ແລະຄະນະໂຄສະນາຫາສຽງຂອງທ່ານທຣໍາ ຢາກໃຫ້ມີການນັບຄະແນນຄືນໃໝ່. ສ່ວນຜົນການເລືອກຕັ້ງຂັ້ນສຸດທ້າຍນັ້ນ ກໍອາດຈະໃຊ້ເວລາອີກຫລາຍວັນຈຶ່ງຮູ້ໄດ້. ລາຍງານຂ່າວແຈ້ງວ່າ ມາຮອດວັນພະຫັດມື້ນີ້ ທ່ານໄບເດັນແມ່ນນຳໜ້າ ໃນຄະແນນສຽງຂອງປະຊາຊົນ ຄືໄດ້ 71 ລ້ານ 6 ແສນຄົນ ປຽບທຽບໃສ່ທ່ານທຣຳ ທີ່ໄດ້ຮັບ​ແຕ່ 68​ ລ້ານ 1 ແສນຄົນ ອີງຕາມອົງການຄົ້ນຄວ້າເອດີສັນແລະອົງການຂ່າວເອພີ.

00:38 6.11.2020

ມາຮອດ 7:00 ຕອນເຊົ້າຂອງວັນພະຫັດ, ທີ 5 ພະຈິກ (ຕາມເວລາວໍຊິງຕັນ) ທັງທ່ານໂຈ ໄບເດັນ ແລະປະທານາທິບໍດີດໍໂນລ ທຣຳ ຍັງມີຄະແນນເທົ່າເດີມ ຕາມທີ່ພວກເຮົາໄດ້ລາຍໄປແລ້ວ ຄື 253 ຕໍ່ 213 ຄະແນນ. ຂະນະນີ້ທ່ານໄບເດັນຕອ້ງການອີກພຽງ 17 ຄະແນນຈາກຜູ້ແທນລັດ ກໍຈະຊະນະການເລືອກຕັ້ງແລ້ວ. ສ່ວນທ່ານທຣໍາແມ່ນຕ້ອງການອີກ 57 ຄະແນນ ຈຶ່ງຈະໄດ້ຮອດ 270 ເພື່ອຈະຮັກສາຕໍາ ແໜ່ງຂອງທ່ານໄວ້ອີກ 4 ປີຕໍ່ໜ້າ. ຍັງເຫຼືອອີກຢູ່ 6 ລັດທີ່ຍັງບໍ່ທັນສຳເລັດການນັບຄະແນນເທື່ອບັດເລືອກຕັ້ງທີ່ສົ່ງທາງໄປສະນີ ປະກອບດ້ວຍລັດເພັນຊິລເວເນຍ, ຄາໂຣໄລນາເໜືອ, ຈໍເຈຍ, ເນວາດາ, ອາຣິໂຊນາ ແລະອາລາສກາ. ທ່ານໄບເດັນໄດ້ຊະນະການເລືອກຕັ້ງແບບມີຄະແນນສູສີກັນກັບທ່ານທຣໍາ ໃນລັດວິສຄັນຊິນ ແລະຄະນະໂຄສະນາຫາສຽງຂອງທ່ານທຣໍາ ຢາກໃຫ້ມີການນັບຄະແນນຄືນໃໝ່. ສ່ວນຜົນການເລືອກຕັ້ງຂັ້ນສຸດທ້າຍນັ້ນ ກໍອາດຈະໃຊ້ເວລາອີກຫລາຍວັນຈຶ່ງຮູ້ໄດ້ ແຕ່ພວກທ່ານກໍສາມາດຕິດຕາມເບິ່ງໜ້າເວັບໄຊຂອງພວກເຮົາ ກ່ຽວກັບຄະແນນຫລ້າສຸດ.

19:20 5.11.2020

ມາຮອດ 9:00 ຕອນຄໍ່າຂອງວັນພຸດ, ທີ 4 ພະຈິກ ທ່ານໂຈ ໄບເດັນໄດ້ຄະແນນຈາກຜູ້ແທນລັດຕື່ມອີກສອງລັດ ຄືມິຊິແກນ ແລະວິສຄັນຊິນ ຈຶ່ງເຮັດໃຫ້ທ່ານນໍາໜ້າ ທ່ານທຣໍາ ໂດຍມີ 253 ຕໍ່ 213 ຄະແນນ. ຂະນະນີ້ທ່ານໄບເດັນຕອ້ງການອີກພຽງ 17 ຄະແນນຈາກຜູ້ແທນລັດ ກໍຈະຊະນະການເລືອກຕັ້ງແລ້ວ. ສ່ວນທ່ານທຣໍາແມ່ນຕ້ອງການອີກ 57 ຄະແນນຈຶ່ງຈະໄດ້ຮອດ 270 ເພື່ອຈະຮັກສາຕໍາ ແໜ່ງຂອງທ່ານໄວ້ອີກ 4 ປີຕໍ່ໜ້າ. ຍັງເຫຼືອອີກຢູ່ 6 ລັດທີ່ຍັງບໍ່ທັນສຳເລັດການນັບຄະແນນເທື່ອບັດເລືອກຕັ້ງທີ່ສົ່ງທາງໄປສະນີ ປະກອບດ້ວຍລັດເພັນຊິລເວເນຍ, ຄາໂຣໄລນາເໜືອ, ຈໍເຈຍ, ເນວາດາ, ອາຣິໂຊນາ ແລະອາລາສກາ. ທ່ານໄບເດັນໄດ້ຊະນະການເລືອກຕັ້ງແບບມີຄະແນນສູສີກັນກັບທ່ານທຣໍາ ໃນລັດວິສຄັນຊິນ ແລະຄະນະໂຄສະນາຫາສຽງຂອງທ່ານທຣໍາ ຢາກໃຫ້ມີການນັບຄະແນນຄືນໃໝ່. ສ່ວນຜົນການເລືອກຕັ້ງຂັ້ນສຸດທ້າຍນັ້ນ ກໍອາດຈະໃຊ້ເວລາອີກຫລາຍວັນຈຶ່ງຮູ້ໄດ້!

ທ. ໂຈ ໄບເດັນ ໄດ້ຮັບຄະແນນຈາກຜູ້ແທນລັດ 253 ຄະແນນ ແລະ ປ. ດໍໂນລ ທຣຳ ໄດ້ຮັບ 213 ຄະແນນ
ທ. ໂຈ ໄບເດັນ ໄດ້ຮັບຄະແນນຈາກຜູ້ແທນລັດ 253 ຄະແນນ ແລະ ປ. ດໍໂນລ ທຣຳ ໄດ້ຮັບ 213 ຄະແນນ

08:42 5.11.2020
ປະທານາທິບໍດີ ດໍໂນລ ທຣຳ ໄດ້ຊະນະໃນ 3 ລັດ ເທັກຊັສ ມອນຕານາ ແລະ ໄອໂອວາ
ປະທານາທິບໍດີ ດໍໂນລ ທຣຳ ໄດ້ຊະນະໃນ 3 ລັດ ເທັກຊັສ ມອນຕານາ ແລະ ໄອໂອວາ
ປະທານາທິບໍດີ ດໍໂນລ ທຣຳ ໄດ້ຊະນະ ລັດ ຟລໍຣິດາ
ປະທານາທິບໍດີ ດໍໂນລ ທຣຳ ໄດ້ຊະນະ ລັດ ຟລໍຣິດາ
ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ໄດ້ຊະນະ ລັດ ມິນເນໂຊຕາ
ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ໄດ້ຊະນະ ລັດ ມິນເນໂຊຕາ

ມາເຖິງປັດຈຸບັນນີ້ ຄະແນນຈາກຜູ້ແທນ ຂອງທ່ານດໍໂນລ ທຣຳ ແລະທ່ານໂຈ ໄບເດັນ ສູສີກັນ 213 ຕໍ່ 220 ໃນຂະນະນີ້ ຍັງເຫຼືອອີກຢູ່ 9 ລັດທີ່ຍັງບໍ່ທັນສຳເລັດການນັບຄະແນນສຽງເທື່ອ ປະກອບດ້ວຍລັດ ເມນ ເພັນຊີລເວເນຍ ຄາໂຣໄລນາເໜືອ ຈໍເຈຍ ມິຊິແກນ ວິສຄັນຊິນ ເນວາດາ ອາຣິໂຊນາ ແລະອາລາສກາ ຄາດກັນວ່າ ຜົນການນັບບັດເລືອກຕັ້ງ ທີ່ສົ່ງເຂົ້າໄປທາງໄປສະນີ ຈະເລີ້ມຂຶ້ນໃນຕອນເຊົ້າ ວັນທີ 4 ພະຈິກນີ້ ຢູ່ໃນສະຫະລັດ ແລະຈະໃຊ້ເວລາຫຼາຍສົມຄວນ ບໍ່ຮູ້ວ່າ ຈະແລ້ວເສັດໃນມື້ນີ້ຫຼືບໍ່!

16:01 4.11.2020

ລາຍງານກ່ຽວກັບການນັບຄະແນນສຽງໃນເບື້ອງຕົ້ນຈາກລັດຕ່າງໆທາງພາກຕາເວັນອອກ ທີ່ໄດ້ປິດໜ່ວຍເລືອກຕັ້ງ

ມື້ນີ້ ປະທານາທິບໍດີ ດໍໂນລ ທຣໍາທີ່ສັງກັດພັກຣີພັບບລິກັນ ແລະຄູ່ແຂ່ງຂອງ ທ່ານກໍຄື ອະດີດຮອງປະທານາທິບໍດີ ໂຈ ໄບເດັນໄດ້ຮັບໄຊຊະນະໃນຫລາຍລັດ ແລ້ວ ຂະນະທີ່ຜົນຂອງການເລືອກຕັ້ງກໍາລັງອອກມາເລື້ອຍໆຢູ່ ແລະຊາວອາເມຣິ ກັນຕັດສິນໃຈວ່າໃຜຈະບໍລິຫານປະເທດຈາກທໍານຽບຂາວໃນນຶ່ງສະໄໝກໍຄື 4 ປີຕໍ່ໜ້າ ຊຶ່ງເລີ້ມຈາກເດືອນມັງກອນຈະມາເຖິງນີ້.

ໜ່ວຍເລືອກຕັ້ງຂອງບັນດາລັດຢູ່ໃນເຂດແຄມຝັ່ງທະເລທາງຕາເວັນອອກ ແລະ ຫລາຍໆລັດໃນເຂດພາກໃຕ້ ແລະພາກຕາເວັນຕົກຕອນກາງ ຂອງປະເທດ ໄດ້ປິດລົງ ແລະກໍໄດ້ເລີ້ມນັບຄະແນນສຽງແລ້ວ. ສ່ວນບັນດາລັດໃນພາກຕາເວັນ ຕົກຂອງປະເທດກໍກໍາລັງປິດໜ່ວຍປ່ອນບັດລົງ ແລະກໍຈະເລີ້ມນັບບັດເລືອກຕັ້ງ ໃນໄວໆນີ້.

ໃນຊົ່ວໂມງທີ່ຈະມາເຖິງນີ້ ຄວນເອົາໃຈໃສ່ຕິດຕາມການນັບຄະແນນສຽງໃນລັດທີ່ຕັ້ງແຄມມະຫາສະໝຸດແອດແລນຕິກ ຄືລັດຟລໍຣິດາ ແລະ ຄາໂລໄຣນາເໜືອ- ເຊິ່ງທັງສອງລັດນີ້ໄດ້ຊ່ວຍໃຫ້ທ່ານທຣໍາ ໄດ້ຮັບໄຊຊະນະໃນປີ 2016 ແລະບ່ອນທີ່ການຢັ່ງຫາງສຽງທ້າຍປີນີ້ສະແດງໃຫ້ເຫັນວ່າທ່ານທຣໍາ ແລະທ່ານໄບເດັນມີ ຄະແນນສູສີກັນ. ລັດເພັນໂຊວາເນຍ ທີ່ເປັນລັດຍາດແຍ່ງກັນ ກໍ່ແມ່ນຈຸດສຸມຂອງຄວາມສົນໃຈອີກແຫ່ງນຶ່ງ ແຕ່ອາດຈະບໍ່ລາຍງານຜົນເລືອກຕັ້ງທີ່ສົມບູນເປັນເວລາຫຼາຍມື້. ນັກວິເຄາະກ່າວວ່າທັງສາມລັດແມ່ນມີຄວາມຈຳເປັນ ສຳລັບທ່ານທຣໍາ ຖ້າເພິ່ນຕ້ອງການດຳລົງຕຳແໜ່ງ ເປັນສະໄໝທີສອງແລະຫລີກລ້ຽງການເປັນປະທານາທິບໍດີສະຫະລັດ ຄົນທີສາມໃນສີ່ທົດສະວັດທີ່ຜ່ານມາທີ່ຈະເສຍໄຊຢູ່ໃນການເລືອກຕັ້ງຄືນ.

ສຳລັບທ່ານໄບເດັນແລ້ວ ການໄດ້ໄຊຊະນະໃນລັດໃດກໍ່ຕາມໃນ 3 ລັດນັ້ນແມ່ນຈະເພີ່ມໂອກາດໃຫ້ທ່ານໄດ້ຮັບຕຳແໜ່ງປະທານາທິບໍດີໃນການພະຍາຍາມຄັ້ງທີສາມຂອງທ່ານ. ທ່ານໄດ້ສູນເສຍການແຂ່ງຂັນເປັນຜູ້ຕາງໜ້າພັກເດໂມແຄຣັດ ເພື່ອເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີ ໃນປີ 1988 ແລະ 2008 ມາແລ້ວ.

ໃນການເລືອກເອົາຜູ້ນໍາປະເທດນັ້ນສະຫະລັດແມ່ນໃຊ້ລະບົບປະຊາທິປະໄຕແບບທາງອ້ອມ ຊຶ່ງບໍ່ໄດ້ເອົາຕາມຄະແນນນິຍົມຂອງປະຊາຊົນທັງຊາດ. ຜົນຂອງການເລືອກຕັ້ງແມ່ນຖືກຕັດສິນໂດຍການເລືອກຕັ້ງຢູ່ໃນແຕ່ລະລັດໃນທົ່ວປະເທດ ທີ່ມີ 50 ລັດ ແລະນະຄອນຫລວງວໍຊິງຕັນ. ເພື່ອຈະໃຫ້ໄດ້ໄຊຊະນະ ໃນການເລືອກຕັ້ງ, ຜູ້ສະໝັກປະທານາທິບໍດີຕ້ອງໄດ້ຮັບ 270 ຄະແນນສຽງ ຈາກຜູ້ແທນໃນລັດ ທີ່ມີສະມາຊິກທັງໝົດ 538 ຄົນ ກໍຄື 538 ສຽງນັ້ນ.

ການເລືອກຕັ້ງປະທານາທິບໍດີສະຫະລັດຈັດຂຶ້ນໃນທຸກໆ 4 ປີໃນວັນອັງຄານທໍາອິດຂອງເດືອນພະຈິກ ຊຶ່ງປີນີ້ກໍກົງກັບວັນທີ 3 ກໍຄືມື້ນີ້ເອງ. ຕາມປົກກະຕິແລ້ວປະຊາຊົນອາເມຣິກັນພາກັນໄປປ່ອນບັດດ້ວຍຕົວເອງຢູ່ສະຖານທີ່ບ່ອນບັດຕ່າງໆ. ແຕ່ວ່າໃນປີນີ້ຍ້ອນການລະບາດຂອງໄວຣຣັສໂຄໂຣນາຫລາຍໆ ລັດແມ່ນຈັດໃຫ້ມີການປ່ອນບັດກ່ອນການເລືອກຕັ້ງ ຊຶ່ງຜູ້ມີສິດປ່ອນບັດ ເລືອກຕັ້ງ ສາມາດສົ່ງບັດລົງຄະແນນສຽງຂອງຕົນໄປທາງໄປສະນີ ຫລືໄປປ່ອນບັດດ້ວຍ ຕົວເອງກ່ອນວັນເລືອກຕັ້ງຕາມສະຖານທີ່ທີ່ຈັດໄວ້ໃຫ້ໃນເມືອງ ແລະເຂດເລືອກ ຕັ້ງຕ່າງໆ ອີງຕາມກົດລະບຽບຂອງແຕ່ລະລັດ.

10:47 4.11.2020
ມີລາຍງານ ຕື່ມອີກ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG