ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົມພາຍຸລໍຣາ ຄາດວ່າ ຈະກາຍເປັນເຮີຣິເຄນ ກ່ອນພັດຂຶ້ນຝັ່ງ ໃນອ່າວເມັກຊິໂກ


ຜູ້ປົກຄອງລັດຫຼຸຍເຊຍນາ ທ່ານຈອນ ແບລ ເອັດເຫວີດ ກ່າວເຖິງຜົນກະທົບຈາກເຮີຣິເຄນລໍຣາ ທີ່ເມືອງບາຕົງຣູ ໃນວັນອັງຄານ ທີ 25 ສິງຫາ ປີ 2020. (AP Photo/Melinda Deslatte)
ຜູ້ປົກຄອງລັດຫຼຸຍເຊຍນາ ທ່ານຈອນ ແບລ ເອັດເຫວີດ ກ່າວເຖິງຜົນກະທົບຈາກເຮີຣິເຄນລໍຣາ ທີ່ເມືອງບາຕົງຣູ ໃນວັນອັງຄານ ທີ 25 ສິງຫາ ປີ 2020. (AP Photo/Melinda Deslatte)

ປະຊາຊົນຫຼາຍກວ່ານຶ່ງລ້ານຄົນ ທີິ່ອາໄສຢູ່ເລາະຕາມແຄມຝັ່ງທະເລໃນລັດເທັກຊັສແລະຫຼຸຍເຊຍນາ ໄດ້ຮັບຄຳສັ່ງໃຫ້ຍົກຍ້າຍ ອອກຈາກເຮືອນຊານຂອງພວກໃນຂະນະທີ່ລົມພາຍຸເຮີຣິເຄນລໍຣາ ພວມມຸ່ງໜ້າມາສູ່ບໍລິເວນແຄມຝັ່ງທະເລ ໃນ ອ່າວເມັກຊິໂກ ຂອງສະຫະລັດ.

ສູນກາງເຮີຣິເຄນແຫ່ງຊາດ ຂອງສະຫະລັດ ລາຍງານໃນຕອນແລງວັນອັງຄານວານນີ້ວ່າ ເຮີຣິເຄນລໍຣາແມ່ນຢູ່ຫ່າງຈາກເມືອງເລັກຊາຣລສ໌ (Lake Charles) ຂອງລັດຫຼຸຍເຊຍນາ 655 ກິໂລແມັດ ແລະຫ່າງຈາກເມືອງກອລເວສຕັນໃນລັດເທັກຊັສ 695 ກິໂລແມັດ. ເຮີຣິເຄນຫົວນີ້ມີລົມແຮງເຖິງ 150 ກິໂລແມັດຕໍ່ຊົ່ວໂມງ ເຮັດໃຫ້ລົມພາຍຸດັ່ງກ່າວ ເປັນລົມພາຍຸປະເພດທີນຶ່ງ ອີງຕາມຄວາມຮ້າຍແຮງໃນການທຳລາຍທີ່ມີທັງໝົດຫ້າລະດັບ.

ພວກນັກພະຍາກອນອາກາດ ທີ່ສູນກາງເຮີຣິເຄນແຫ່ງຊາດ ຄາດວ່າ ເຮີຣິເຄນລໍຣາຈະມີຄວາມແຮງເພີ້ມຂຶ້ນກາຍເປັນລົມພາຍຸປະເພດ 3 ໃນເວລາພັດໄປເຖິງແຄມຝັ່ງຂອງອ່າວເມັກຊິໂກໃນພາກເໜືອຂອງລັດເທັກຊັສແລະພາກຕາເວັນຕົກສຽງໃຕ້ຂອງລັດຫຼຸຍເຊຍນາໃນຕອນແລງວັນພຸດມື້ນີ້ຫຼືຕອນເຊົ້າວັນພະຫັດມື້ອື່ນ.

ມີການປະກາດເຕືອນໃຫ້ລະວັງກ່ຽວກັບລົມເຮີຣິເຄນຫົວນີ້ ແລະຟອງທະເລ ໃນບໍລິເວນພາກຕາເວັນຕົກສຽງເໜືອຂອງອ່າວເມັກຊິໂກ. ນອກນັ້ນແລ້ວ ລົມພາຍຸຫົວນີ້ ອາດພາໃຫ້ມີຝົນຕົກໜັກເຖິງ 30 ຊັງຕີແມັດຫຼືມີຝົນຕົກຢູ່ໃນບາງເຂດລັດຫຼຸຍເຊຍນາ ແລະລັດເທັກຊັສ ອີງຕາມສູນກາງເຮີຣິເຄນແຫ່ງຊາດ. ຜູ້ປົກຄອງລັດຫຼຸຍເຊຍນາ ທ່ານຈອນ ແບລ ເອັດເຫວີດ ແລະຜູ້ປົກຄອງລັດເທັກຊັສ ທ່ານເກຣກ ແອັບບົດ ໄດ້ອອກປະກາດພາວະສຸກເສີນ ຢູ່ໃນລັດຂອງພວກທ່ານຕາມລຳດັບ.

ນອກນັ້ນ ຍັງໄດ້ມີຄຳສັ່ງໃຫ້ຍົກຍ້າຍແບບມີການບັງຄັບຢູ່ໃນບໍລິເວນທີ່ມີດິນຕ່ຳຂອງລັດເທັກຊັສແລະຫຼຸຍເຊຍນາ ສ່ວນຢູ່ນະຄອນຮຸສຕັນນັ້ນ ໄດ້ມີການປະກາດໃຫ້ຍົກຍ້າຍດ້ວຍຄວາມສະໝັກໃຈ ຊຶ່ງນະຄອນດັ່ງກ່າວໄດ້ຮັບຄວາມເສຍຫາຍທີ່ຮ້າຍແຮງຈາກເຮີຣິເຄນຮາວີ ຄົບຮອບສາມປີໃນອາທິດນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG