ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໗ ມີນາ ໒໐໒໓

ທ່ານແບນນອນ ອະດີດທີ່ປຶກສາ ຂອງ ປ. ທຣຳ ຖືກກ່າວຫາ ໃນແຜນການສໍ້ໂກງ


ອະດີດຫົວໜ້າຍຸດທະສາດຂອງທຳນຽບຂາວ ໄປໃຫ້ການ ໃນການດຳເນີນຄະດີທ່ານຣໍເຈີ ສໂຕນ ທີ່ສານລັດຖະບານກາງ ຢູ່ວໍຊິງຕັນ ເມື່ອວັນທີ 20 ສິງຫາປີ 2020.

ທ່ານສຕີບ ແບນນອນອະດີດທີ່ປຶກສາອະວຸໂສຂອງປະທານາທິບໍດີດໍໂນລ ທຣຳ ແລະຮຸ້ນສ່ວນອີກ 3 ຄົນໄດ້ຖືກຈັບໃນວັນພະຫັດວານນີ້ ໃນຂໍ້ຫາສໍ້ໂກງເງິນຜູ້ບໍລິຈາກຫຼາຍຮ້ອຍພັນຄົນ ທີ່ຢາກໃຫ້ການຊ່ວຍເຫຼືອທາງດ້ານການເງິນ ເພື່ອສ້າງກຳແພງຊາຍແດນ ທີ່ຕິດກັບ ປະເທດເມັກຊິໂກ ອີງຕາມການປະກາດ ຂອງກະ ຊວງຍຸຕິທຳ.

ທ່ານແບນນອນທີ່ເປັນຫົວໜ້າບໍລິຫານໃນການໂຄສະນາຫາສຽງເລືອກຕັ້ງປະທານາທິບໍດີທຣຳໃນປີ 2016 ແລະເປັນຫົວໜ້າຍຸດທະສາດຂອງທ່ານໃນເວລາຕໍ່ມາ ພ້ອມກັບທ່ານບຣາຍອັນ ໂຄລເຟຈ (Brian Kolfage) ແອນດຣູ ບາໂດລາໂຕ (Andrew Badolato) ແລະ ທີໂມທີ ຊີອາ(Timothy Shea) ທີ່ຖືກກ່າວເຖິງ​ໂດຍໄອຍະການວ່າ ເປັນຫົວໜ້າໂຄງການ ພວກເຮົາ ສ້າງ ກຳແພງ ຫຼື We Build The Wall ຊຶ່ງເປັນຂໍ້ລິເລີ້ມເພື່ອຊອກຫາເງິນທຶນຫຼາຍກວ່າ 25 ລ້ານໂດລາຈາກຜູ້ບໍລິຈາກພາກເອກກະຊົນ ເພື່ອມາຊ່ວຍລັດຖະບານປະທານາທິບໍດີທຣຳ ສ້າງກຳແພງຊາຍແດນ.

ທ່ານແບນນອນ ປະຕິເສດບໍ່ຍອມຮັບຜິດ ຢູ່ສານລັດຖະບານກາງໃນນະຄອນນິວຢອກ. ທ່ານໄດ້ຖືກປ່ອຍໂຕ ໂດຍວາງເງິນປະກັນ 5 ລ້ານໂດລາ ພ້ອມດ້ວຍຂໍ້ຈຳກັດທີ່ຮວມທັງການເດີນທາງໄປຕ່າງປະເທດແລະຫ້າມໃຊ້ເຮືອບິນຫຼືເຮືອຢາດຫຼືເຮືອສ່ວນໂຕໃດໆ.

ທ່ານແບນນອນໄດ້ຖືກຈັບ ຢູ່ທີ່ເຮືອຢາດຍາວ 45 ແມັດ ທີ່ມີຊື່ວ່າ Lady May ນອກແຄມຝັ່ງລັດຄອນເນັກຕິຄັດ ໂດຍຜູ້ກວດກາຂອງອົງການບໍລິການໄປສະນີສະຫະລັດ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່. ເຮືອຢາດລຳດັ່ງກ່າວແມ່ນເປັນເຈົ້າຂອງໂດຍທ່ານ ກົວະ ເຫວັງກຸ້ຍ (Guo Wengui) ມະຫາເສດຖີພັນລ້ານຈີນທີ່ລີ້ໄພຢູ່ຕ່າງປະເທດ ອີງຕາມລາຍງານຂອງອົງການຂ່າວເອພີ.

ທ່ານແບນນອນກ່າວໃນຂະນະທີ່ຍ່າງອອກມາຈາກຫ້ອງສານວ່າ “ຄວາມລົ້ມແຫຼວທີ່ໜ້າອັບອາຍທັງໝົດນີ້ ແມ່ນເພື່ອຍຸຕິຜູ້ຄົນທີ່ຢາກສ້າງກຳແພງ.”

ທ່ານວິລລຽມ ເບີກ ທະນາຍຄວາມຂອງທ່ານແບນນອນບໍ່ໄດ້ຕອບຄຳຖາມຂອງວີໂອເອ ທີ່ໄດ້ຂໍຄວາມເຫັນຂອງທ່ານຫຼາຍໆຄັ້ງ.

ທ່ານໂຄລເຟຈ ອະດີດນັກລົບເກົ່າຈາກກອງທັບອາກາດທີ່ຖືກຕັດຂາແລະແຂນຢູ່ສາມບ່ອນ ເປັນຜູ້ເລີ້ມຊອກຫາທຶນ ດ້ວຍ GoFundMe ເວັບໄຊຂໍເງິນບໍລິຈາກໃນປີ 2018 ໄດ້ຂໍໃຫ້ທ່ານແບນນອນ ບາໂດລາໂຕ ແລະ ຊີອາ ມາຊ່ອຍ ໃນການດຳເນີນຄວາມພະຍາຍາມດັ່ງກ່າວ.

ທ່ານບາໂດລາໂຕ ໄດ້ຖືກກ່າວເຖິງຢູ່ໃນສຳນວນຂອງສານວ່າ ເປັນນັກທຸລະກິດ ແລະນາຍທຶນວິສາຫະກິດ ທີ່ເຮັດວຽກໃຫ້ແກ່ອົງການບໍ່ຫວັງຜົນກຳໄລ ກັບທ່ານແບນນອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG