ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ທ່ານມາກ ແອັສເປີ ກ່າວວ່າ ທ່ານ “ບໍ່ໄດ້ອອກຄຳສັ່ງໃດໆ ໃຫ້ຖອນກຳລັງ ອອກຈາກແຫຼມເກົາຫຼີ” ໃນຂະນະດຽວກັນ ກໍໄດ້ກ່າວເຕືອນ ກ່ຽວກັບ “ການປະພຶດບໍ່ດີ” ຂອງຈີນ ທີ່ທ່ານກ່າວວ່າ ທີ່ໄດ້ພົບເຫັນນັບແຕ່ເລີ້ມມີການລະບາດຂອງໄວຣັສໂຄໂຣນາ.
ໃນການຖະແຫຼງກ່ຽວກັບເອເຊຍ ຈາກທຳນຽບຫ້າແຈນັ້ນ ທ່ານແອັສເປີໃນວັນອັງຄານວານນີ້ ແມ່ນຍັງເປີດກວ້າງຕໍ່ຄວາມເປັນໄປໄດ້ໃນອະນາຄົດທີ່ຈະຫຼຸດກຳລັງທະຫານໃນເກົາຫຼີໃຕ້ລົງ ໂດຍກ່າວວ່າ ທຳນຽບຫ້າແຈຍັງຈະສືບຕໍ່ຊອກຫາຊ່ອງທາງທີ່ອາດເປັນໄປໄດ້ ໃນການປັບກອງກຳລັງ ຢູ່ທຸກໆກອງບັນຊາການ ທຸກໆສະຖານທີ່ ເພື່ອໃຫ້ເປັນທີ່ແນໃຈວ່າ ມັນເໝາະສົມທີ່ສຸດກັບກຳລັງຂອງຕົນ.
“ຂ້າພະເຈົ້າແມ່ນສືບຕໍ່ຢາກດຳເນີນງານໃນການສັບປ່ຽນກອງກຳລັງ ການສົ່ງກຳລັງໄປປະຈຳ ການຢູ່ບ່ອນຕ່າງໆ ຍ້ອນມັນອຳນວຍໃຫ້ພວກເຮົາ ສະຫະລັດ ສາມາດປັບໂຕໄດ້ຫຼາຍຂຶ້ນທາງຍຸດທະສາດເມື່ອເວົ້າເຖິງເລື້ອງການຮັບມືກັບບັນຫາທ້າທາຍຕ່າງໆຢູ່ໃນທົ່ວໂລກ” ນັ້ນຄືຄວາມເຫັນ ຂອງລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທີ່ໄດ້ກ່າວໃນລະຫວ່າງກອງປະຊຸມທາງອອນລາຍທີ່ເປັນເຈົ້າພາບໂດຍສະຖາບັນການສຶກສາຍຸດທະສາດນາໆຊາດ.
ໜັງສືພິມວອລສຕຣີດເຈີໂນລ (Wall Street Journal) ລາຍງານໃນອາທິດແລ້ວນີ້ວ່າ ທຳນຽບຫ້າແຈພວມຮ່າງແຜນການທີ່ຈະຫຼຸດຜ່ອນກຳລັງໃນເກົາຫລີໃຕ້ລົງ ໃຫ້ຕ່ຳກວ່າກຳລັງທະຫານໃນປັດຈຸບັນ ທີ່ມີ 28,500 ຄົນ ໃນຂະນະທີ່ປະເທດທັງສອງ ຍັງຕົກຢູ່ໃນສະພາບບໍ່ໄປບໍ່ມາກ່ຽວກັບການຮຽກຮ້ອງຂອງປະທານາທິບໍດີດໍໂນລ ທຣຳ ທີ່ຢາກໃຫ້ເກົາຫຼີໃຕ້ເພີ້ມການໃຊ້ຈ່າຍຂອງຕົນຂຶ້ນຕື່ມໃນການປະຈຳການຂອງກຳລັງສະຫະລັດຢູ່ໃນປະເທດດັ່ງກ່າວ.
ທ່ານໄມເກີລ ໂອແຮນລອນ (Michael O’Hanlon) ເຈົ້າໜ້າທີ່ອະວຸໂສພ້ອມທັງເປັນຊ່ຽວຊານດ້ານປ້ອງກັນປະເທດ ທີ່ສະຖາບັນບຣຸກກິ່ງ ກ່າວວ່າ ທ່ານບໍ່ເຫັນພ້ອມກັບການສັບປ່ຽນກຳລັງຂອງສະຫະລັດຫຼາຍຂຶ້ນ ຢູ່ທີ່ແຫຼມເກົາຫຼີຍ້ອນຈະເຮັດໃຫ້ “ກຳລັງຂະໜາດນ້ອຍມີຄວາມອິດເມື່ອຍ.”